Skip to main content

ສສກ ປະກາດແຕ່ງຕັ້ງຄະນະອຳນວຍການວິທະຍາໄລ ຄູດົງຄຳຊ້າງ ຊຸດໃໝ່

09/09/2024

ກະຊວງສຶກສາທິການ ແລະ ກິລາ ຫຼື ສສກ ຈັດພິທີປະກາດແຕ່ງຕັ້ງຄະນະອຳນວຍການ ວິທະຍາໄລ ຄູດົງຄຳຊ້າງ ຊຸດໃໝ່ ເມື່ອວັນທີ 5 ກັນຍາ ຜ່ານມາ ທີ່ວິທະຍາໄລດັ່ງກ່າວ ຊຶ່ງໃຫ້ກຽດເຂົ້າຮ່ວມ ແລະ ປະດັບທະນູບ່າໃຫ້ພະນັກງານດຳລົງຕຳແໜ່ງປະເພດ 3 ແລະ ປະເພດ 4 ໂດຍທ່ານ ປອ ສຳລານ ພັນຄະວົງ ຮອງລັດຖະມົນຕີ ກະຊວງສຶກສາທິການ ແລະ ກິລາ, ມີທ່ານ ບຸນມີ ຈັນທະອຸດົມ ຫົວໜ້າກົມກວດກາ, ທ່ານ ປອ ໄຊຍະເພັດ ຊາພິຈິດ ຮອງຫົວໜ້າກົມສ້າງຄູ ແລະ ທ່ານ ບຸນທັນ ແສງມະນີ ຮອງຫົວໜ້າພະແນກສຶກສາທິການ ແລະ ກິລາ ນະຄອນຫຼວງວຽງຈັນ ພ້ອມດ້ວຍຄະນະອຳນວຍການວິທະຍາໄລອ້ອມຂ້າງ, ຕາງໜ້າອົງການໄຈກ້າ, ອົງການຄົນພິການອາຊີ ເພື່ອການພັດທະນາ (ເອດີດີພີ), ລັດວິສາຫະກິດ ອຸປະກອນການສຶກສາ ຕະຫຼອດຮອດແຂກຖືກເຊີນ, ພະນັກງານ ຄູອາຈານ ແລະ ນ້ອງນັກສຶກສາເຂົ້າຮ່ວມ.

ໂອກາດນີ້, ທ່ານ ປອ ໄຊຍະເພັດ ຊາພິຈິດ ໄດ້ຜ່ານຂໍ້ຕົກລົງ ວ່າດ້ວຍການແຕ່ງຕັ້ງພະນັກງານດຳລົງຕຳແໜ່ງບໍລິຫານຂອງວິທະຍາໄລຄູ ດົງຄຳຊ້າງ ຈຳນວນ 2 ຕຳແໜ່ງ ໃນປະເພດ 3 ແລະ ປະເພດ 4 ໂດຍອີງຕາມດຳລັດຂອງນາຍົກລັດຖະມົນຕີ ວ່າດ້ວຍການຈັດຕັ້ງ ແລະ ການເຄື່ອນໄຫວຂອງກະຊວງ ສສກ ສະບັບເລກທີ 633/ນຍ, ລົງວັນທີ 18 ພະຈິກ 2021, ອີງຕາມຂໍ້ຕົກລົງວ່າດ້ວຍການຈັດຕັ້ງ ແລະ ການເຄື່ອນໄຫວຂອງວິທະຍາໄລດັ່ງກ່າວ ສະບັບເລກທີ 1303/ສສກ ລົງວັນທີ 07 ເມສາ 2023, ອີງຕາມແຈ້ງການຂອງກະຊວງພາຍໃນ ວ່າດ້ວຍການແຕ່ງຕັ້ງພະນັກງານຂັ້ນຮອງຫົວໜ້າກົມ ກະຊວງ ສສກ ສະບັບເລກທີ 155/ພນ, ລົງວັນທີ 14 ສິງຫາ 2024 ແລະ ອີງຕາມການຄົ້ນຄວ້າ, ນໍາສະເໜີຂອງກົມຈັດຕັ້ງ ແລະ ພະນັກງານ, ທ່ານລັດຖະມົນຕີ ກະຊວງ ສສກ ຕົກລົງແຕ່ງຕັ້ງທ່ານ ສີພອນ ວັນນະລາດ ຮອງອຳນວຍການ ຂຶ້ນເປັນຜູ້ອຳນວຍການ ວິທະຍາໄລ ຄູດົງຄຳຊ້າງ ໂດຍມີສິດຮັບເງິນອຸດໜູນຕຳແໜ່ງບໍລິຫານ ປະເພດ 3 ແລະ ຕົກລົງແຕ່ງຕັ້ງທ່ານ ໄພວັນ ບັນດາສັກ  ຫົວໜ້າພະແນກຈັດຕັ້ງພະນັກງານ, ກວດກາ ແລະ ປະເມີນຜົນ ເປັນຮອງອຳນວຍການ ວິທະຍາໄລດັ່ງກ່າວ ໂດຍມີສິດຮັບເງິນອຸດໜູນຕຳແໜ່ງບໍລິຫານ ປະເພດ 4.

ໂອກາດນີ້, ທ່ານ ປອ ສຳລານ ພັນຄະວົງ ໄດ້ເນັ້ນໃຫ້ຄະນະອຳນວຍການວິທະຍາໄລຄູ ດົງຄຳຊ້າງ  ເອົາໃຈໃສ່ກ່ຽວກັບວຽກງານການສຶກສາ, ການເມືອງ-ແນວຄິດ ເບິ່ງພາລະບົດບາດ ແລະ ໜ້າທີ່ີຂອງຄະນະແຕ່ລະທ່ານ, ສືບຕໍ່ສ້າງຄວາມຮັດແໜ້ນສາມັກຄີຕ່າງໆ ແນໃສ່ການຈັດຕັ້ງປະຕິບັດວຽກງານວິຊາການ ແລະ ການບໍລິຫານຈັດການຕ່າງໆນຳພາຊີ້ນຳພະນັກງານ ຄູອາຈານ ແລະ ນັກສຶກສາໃຫ້ມີການເຄື່ອນໄຫວໃນສົກຮຽນໃໝ່ 2024-2025 ໃຫ້ໄດ້ຮັບຜົນສຳເລັດທີ່ດີກວ່າເກົ່າ.

ພາບ-ຂ່າວໂດຍ ສົງການ ພັນແພງດີ

ຂ່າວ​ທີ່​ກ່ຽວ​ຂ້ອງ



​ຂ່າວ​ອື່ນ​ທີ່​ໜ້າ​ສົນ​ໃຈ