Skip to main content

ສສກ ຮ່ວມກັບ ລັດຖະບານອົດສະຕຣາລີ ຮັບປະກັນໃຫ້ນັກຮຽນໄດ້ຮັບການສົ່ງເສີມພາສາລາວ ທີ່ເຂົາເຈົ້າຕ້ອງການເວລາເລີ່ມຕົ້ນເຂົ້າຮຽນ

09/09/2024

ສປປ ລາວ ເປັນປະເທດທີ່ອຸດົມສົມບູນທາງດ້ານວັດທະນະທໍາ ແລະ ມີຄວາມຫຼາກຫຼາຍ, ມີ 4 ກຸ່ມຊົນເຜົ່າຫຼັກ ແລະ ມີ 50 ກວ່າພາສາເຜົ່າ, ເກືອບ 40% ຂອງປະຊາກອນລາວເວົ້າພາສາເຜົ່າທີ່ບໍ່ແມ່ນພາສາລາວລາວລຸ່ມ. ນັກຮຽນ ຂັ້ນ ປ.1 ສ່ວນຫຼາຍ ໂດຍສະເພາະຜູ້ທີ່ມາຈາກເຂດຫ່າງໄກສອກຫຼີກ ແລະ ດ້ອຍໂອກາດ ເມື່ອເລີ່ມເຂົ້າຮຽນ ຂັ້ນ ປ. 1 ຍັງບໍ່ທັນມີທັກສະການປາກເວົ້າພາສາລາວທີ່ຈຳເປັນໃນການຮຽນ ເນື່ອງຈາກພາສາລາວລຸ່ມເປັນພາສາຫຼັກທີ່ສອນໃນໂຮງຮຽນ. ນັກຮຽນເຫຼົ່ານີ້ ຈະສາມາດຮຽນຮູ້ ແລະ ມີສ່ວນຮ່ວມໃນກິດຈະກຳຫ້ອງຮຽນໄດ້ຄືແນວໃດ ຖ້າພວກເຂົາບໍ່ເຂົ້າໃຈສິ່ງທີ່ຄູເວົ້າ.


ນັບແຕ່ສົກຮຽນນີ້ເປັນຕົ້ນໄປ ນັກຮຽນ ຂັ້ນ ປ.1 ໃນທົ່ວປະເທດ ໂດຍສະເພາະຜູ້ທີ່ມີຄວາມຕ້ອງການການສະໜັບສະໜູນເພີ່ມຕື່ມ ຈະມີໂອກາດໄດ້ຮຽນບົດຮຽນຝຶກເວົ້າພາສາລາວ. ບົດຮຽນໃໝ່ນີ້ ຖືກພັດທະນາຂຶ້ນໂດຍສະຖາບັນຄົ້ນຄວ້າວິທະຍາສາດການສຶກສາ (ສວສ), ກະຊວງສຶກສາທິການ ແລະ ກິລາ ແຫ່ງ ສປປ ລາວ (ສສກ) ໂດຍໄດ້ຮັບການສະໜັບສະໜູນຈາກລັດຖະບານອົດສະຕຣາລີ ແລະ ອົງການພັດທະນາສາກົນຂອງປະເທດສະຫະລັດອາເມຣິກາ ໂດຍຜ່ານແຜນງານປັບປຸງຄຸນນະພາບ ແລະ ຂະຫຍາຍໂອກາດເຂົ້າຮຽນ ສຳລັບການສຶກສາຂັ້ນພື້ນຖານໃນ ສປປ ລາວ (ແຜນງານບີຄວາ).
ບົດຮຽນຝຶກເວົ້າພາສາລາວ ສາມາດຈັດຕັ້ງປະຕິບັດໃນທຸກ ຂັ້ນຮຽນ ປ.1 ທົ່ວປະເທດ ຂຶ້ນກັບລະດັບພື້ນຖານພາສາຂອງນັກຮຽນເມື່ອເລີ່ມຕົ້ນເຂົ້າຮຽນ. ຄູສອນ ຂັ້ນ ປ.1, ຜູ້ອໍານວຍການ ແລະ ຫ້ອງການສຶກສາທິການ ແລະ ກິລາເມືອງ ຈະເລືອກວ່າ ຄວນສອນ ບົດຮຽນຝຶກເວົ້າພາສາລາວ ໃນໂຮງຮຽນຫຼືບໍ ໂດຍອີງຕາມຄວາມຕ້ອງການຂອງນັກຮຽນ ຂັ້ນ ປ. 1. ບົດຮຽນຝຶກເວົ້າພາສາລາວ ແມ່ນບົດຮຽນເສີມນອກຈາກບົດຮຽນປົກກະຕິຕາມຕາຕະລາງຮຽນ ເຊິ່ງຈະມີບົດຮຽນທີ່ປະກອບຕື່ມ ແລະ ເຊື່ອມຕໍ່ໂດຍກົງກັບຫຼັກສູດການຮຽນການສອນວິຊາພາສາລາວສໍາລັບ ຂັ້ນ ປ.1. ບົດຮຽນຝຶກເວົ້າພາສາລາວ ແມ່ນເນັ້ນໃສ່ການພັດທະນາທັກສະການເວົ້າພາສາລາວ ໂດຍຜ່ານການຊ່ວຍເຫຼືອໃນການເວົ້າ ແລະ ການຟັງ.

ທ່ານ ຮສ.ປອ ອານຸລົມ ວິໄລພອນ ຜູ້ອໍານວຍການ ສວສ ໄດ້ກ່າວວ່າ: “ນັບຕັ້ງແຕ່ປີ 2019 ເປັນຕົ້ນມາ, ກະຊວງສຶກສາທິການ ແລະ ກິລາ ຫຼື ສສກ ແລະ ລັດຖະບານອົດສະຕຣາລີ ໄດ້ຮ່ວມມືເພື່ອສ້າງຄວາມເຂັ້ມແຂງດ້ານວິຊາພາສາລາວໃຫ້ແກ່ນັກຮຽນທີ່ເລີ່ມເຂົ້າໂຮງຮຽນແຕ່ບໍ່ສາມາດເວົ້າພາສາລາວໄດ້ດີເທື່ອ. ສື່ການຮຽນການສອນຝຶກເວົ້າພາສາລາວທັງໝົດ ໄດ້ຖືກທົດສອບໃນຫຼາຍແຂວງ ແລະ ໄດ້ຮັບການປັບປຸງໄລຍະຕໍ່ມານັບແຕ່ປີ 2019. ບົດຮຽນມີຜົນໄດ້ຮັບໃນທາງບວກຫຼາຍດ້ານ ຊຶ່ງສະແດງໃຫ້ເຫັນວ່າ ວິທີການໃໝ່ນີ້ ໃຫ້ຜົນປະໂຫຍດແກ່ນັກຮຽນທີ່ຍັງບໍ່ທັນມີຄວາມສາມາດເວົ້າພາສາລາວໄດ້ດີເທື່ອ ແລະ ຊ່ວຍໃຫ້ເຂົາເຈົ້າໄດ້ຮຽນຮູ້ຄໍາສັບໃໝ່ຢ່າງມ່ວນຊື່ນ ພ້ອມທັງມີປະສິດທິພາບ. ສະນັ້ນ, ສສກ ໄດ້ອະນຸມັດໃຫ້ບັນດາສື່ການຮຽນການສອນ ແລະ ບົດຮຽນຝຶກເວົ້າພາສາລາວໄດ້ຖືກສອນໃຫ້ແກ່ຫ້ອງຮຽນ ຂັ້ນ ປ.1 ໃນທົ່ວປະເທດ ນັບແຕ່ສົກຮຽນນີ້ເປັນຕົ້ນໄປ”.
ທ່ານ ນາງ ວາເນັດຊ້າ ເຮັກກາທີ້ ເລຂາເອກ ສະຖານທູດເອກອັກຄະຣາຊະທູດອົດສະຕຣາລີ ປະຈຳ ສປປ ລາວ ໄດ້ກ່າວວ່າ: “ລັດຖະບານອົດສະຕຣາລີ ແລະ ກະຊວງສຶກສາທິການ ແລະ ກິລາ ໄດ້ຮ່ວມມືກັນທົດລອງວິທີການສິດສອນແບບໃໝ່ ເພື່ອເພີ່ມການເຂົ້າເຖິງຂອງເດັກທັງໝົດເຂົ້າໃນລະບົບການສຶກສາ ໂດຍສະເພາະແມ່ນເດັກນ້ອຍທີ່ດ້ອຍໂອກາດທີ່ເວົ້າພາສາອື່ນທີ່ບໍ່ແມ່ນພາສາລາວລຸ່ມຢູ່ເຮືອນ. ບົດຮຽນຝຶກເວົ້າພາສາລາວ ເປັນຕົວຢ່າງທີ່ດີຂອງວິທີການທົດລອງຂະໜາດນ້ອຍທີ່ປະສົບຜົນສໍາເລັດ ສາມາດກາຍເປັນບົດຮຽນທີ່ໄດ້ຮັບການອະນຸມັດສໍາລັບສອນໃນທົ່ວປະເທດ”.
ໃນການກະກຽມໃຫ້ແກ່ການຈັດຕັ້ງໃນທົ່ວປະເທດ, ປຶ້ມແບບຮຽນຝຶກເວົ້າພາສາລາວທີ່ມີສີສັນສວຍງາມ ຈໍານວນ 184.680 ຫົວ, ປຶ້ມຄູ່ມືຄູພາສາລາວ ຈຳນວນ 13.680 ຫົວ, ພ້ອມທັງສື່ການຮຽນການສອນເສີມພາສາລາວ (ລວມມີ ຈໍານວນ 13.680 ຊຸດ, ບັດນິທານ 27.200 ແຜ່ນ, ຊຸດເກມ ບິງໂກ 27.200 ຊຸດ) ໄດ້ຖືກແຈກຍາຍໃຫ້ບັນດາໂຮງຮຽນໃນທົ່ວປະເທດ. ສື່ການຮຽນການສອນເຫຼົ່ານີ້ໄດ້ສະໜອງໃຫ້ແກ່ຄູສອນ ຂັ້ນ ປ. 1 ແລະ ຈະຖືກນໍາໃຊ້ເພື່ອສອນບົດຮຽນຝຶກເວົ້າພາສາລາວໂຮງຮຽນທັງໝົດທີ່ມີນັກຮຽນທີ່ບໍ່ເວົ້າພາສາລາວໄດ້ດີເທື່ອ.

ການສອນຫຼັກສູດໃໝ່ແມ່ນມີຄວາມທ້າທາຍສະເໝີສຳລັບຄູ. ການຝຶກອົບຮົມແບບຝຶກຕໍ່ໄດ້ ເລີ່ມຕົ້ນໃນເດືອນກໍລະກົດ ແລະ ຈະດຳເນີນຍາວເຖິງກາງເດືອນກັນຍາ ເພື່ອໃຫ້ຄູ ຂັ້ນ ປ.1 ຈະມີເຄື່ອງມື່ເພື່ອສົ່ງເສີມການສອນທີ່ເຂົາເຈົ້າຕ້ອງການເພື່ອນໍາໃຊ້ສື່ການຮຽນການສອນຝຶກເວົ້າພາສາລາວ ແລະ ເພື່ອຊ່ວຍເຫຼືອນັກຮຽນ ຂັ້ນ ປ.1. ຄູຝຶກຫຼັກແຫຼ່ງ ຈໍານວນ 63 ຄົນ (ຍິງ 41%) ໄດ້ຝຶກອົບຮົມໃຫ້ແກ່ຄູຝຶກຂັ້ນແຂວງ ຈໍານວນ 603 ຄົນ, ຈາກນັ້ນໄດ້ສົ່ງຝຶກອົບຮົມຕໍ່ອີກ 530 ຄັ້ງ ເປັນເວລາ 3 ວັນ ໃຫ້ແກ່ຄູສອນ ຂັ້ນ ປ.1 ຈຳນວນ 14.524 ຄົນ, ຜູ້ອຳນວຍການໂຮງຮຽນຊັ້ນປະຖົມສຶກສາ ແລະ ຜູ້ເຮັດວຽກສຶກສານິເທດ. ຄູຝຶກຫຼັກແຫຼ່ງ ແລະ ຄູຝຶກຂັ້ນແຂວງ ໄດ້ໃຫ້ການຝຶກອົບຮົມຫຼັກສູດການຮຽນການສອນ ນັບແຕ່ການນໍາສະເໜີຫຼັກສູດປະຖົມສຶກສາສະບັບປັບປຸງໃນປີ 2019; ເຂົາເຈົ້າມີຄວາມຊໍານານໃນການອໍານວຍຄວາມສະດວກໃນການຝຶກອົບຮົມ ແລະ ມີຄວາມຮູ້ທາງກ່ຽວກັບຫຼັກສູດຢ່າງເລິກເຊິ່ງ, ເຂົາເຈົ້າໄດ້ຮັບການຝຶກອົບຮົມກ່ຽວກັບຫຼັກສູດສະບັບປັບປຸງເປັນເວລາ 5 ປີ. ການຝຶກອົບຮົມລວມມີ ຄູສອນ ຂັ້ນ ປ.1 ທັງໝົດ, ລວມທັງຄູສອນຜູ້ທີ່ອາດຈະບໍ່ມີນັກຮຽນບໍ່ເວົ້າພາສາລາວຢູ່ໃນຫ້ອງຮຽນຂອງເຂົາເຈົ້າ, ເພື່ອຮັບປະກັນວ່າຄູຂັ້ນ ປ.1 ທຸກຄົນສາມາດສອນບົດຮຽນຝຶກເວົ້າພາສາລາວ ໄດ້ຕາມຄວາມຕ້ອງການໃນອະນາຄົດ.

ຄູຝຶກຂັ້ນແຂວງທ່ານໜຶ່ງໄດ້ກ່າວວ່າ: “ໃນມື້ທີ 1 ຂອງການຝຶກອົບຮົມ, ຜູ້ເຂົ້າຮ່ວມໄດ້ຮຽນຮູ້ກ່ຽວກັບເຕັກນິກການໃຊ້ພາສາສຳລັບເດັກນ້ອຍ ແລະ ວິທີການທີ່ມີປະສິດທິຜົນເພື່ອສະໜັບສະໜູນການຮຽນພາສາລາວຂອງນັກຮຽນ. ພວກເຂົາເຈົ້າຍັງໄດ້ຄຸ້ນເຄີຍກັບສື່ການຮຽນການສອນ ແລະ ການຮຽນຮູ້ກ່ຽວກັບບົດຮຽນຝຶກເວົ້າພາສາລາວ. ໃນມື້ທີ 2, ຜູ້ເຂົ້າຮ່ວມໄດ້ທົດລອງບັນດາກິດຈະກໍາຂອງບົດຮຽນ. ເຂົາເຈົ້າຍັງໄດ້ສ້າງຕຸກກະຕາຫຸ່ນເຈ້ຍ ແລະ ນໍາໃຊ້ສໍາລັບການສາທິດກິດຈະກໍາຝຶກເວົ້າພາສາລາວ. ມື້ທີ 3 ກໍໄດ້ມີກິດຈະກຳປະຕິບັດຕົວຈິງຫຼາຍຢ່າງ ແລະ ຮ່ວມເຮັດວຽກກັບຄູສອນເພື່ອກະກຽມ ແລະ ຝຶກອົບຮົມບົດຮຽນຝຶກເວົ້າພາສາລາວ ໃນກອງປະຊຸມກຸ່ມໂຮງຮຽນ. ໃນຂະນະດຽວກັນ, ຜູ້ເຮັດວຽກສຶກສານິເທດກໍ່ກຳລັງຮຽນຮູ້ກ່ຽວກັບບັນດາເຄື່ອງມື ແລະ ສື່ການຮຽນການສອນຕ່າງໆເພື່ອສະໜັບສະໜູນຄູສອນບົດຮຽນຝຶກເວົ້າພາສາລາວ.”
ຖືວ່າເປັນໂອກາດເພື່ອເພີ່ມການສະໜອງການສະໜັບສະໜູນຄູສອນບົດຮຽນຝຶກເວົ້າພາສາລາວ ຊຶ່ງເປັນບົດຮຽນທີ່ໄດ້ຖືກພັດທະນາໂດຍກະຊວງສຶກສາທິການ ແລະ ກິລາ. ນອກຈາກນີ້, ກໍມີວິດີໂອທີ່ບອກເຖິງ 5 ເຕັກນິກ ເພື່ອສອນນັກຮຽນຜູ້ທີ່ບໍ່ເວົ້າພາສາລາວ ເປັນພາສາຫຼັກໃນຄອບຄົວ ທີ່ສາມາດເບິ່ງໄດ້ທາງຊ່ອງຢູທູບ: ວິດີໂອສໍາລັບການພັດທະນາຄູ Teacher Development Videos. ອີກວິດີໂອທີ 2 ແມ່ນຈະສະແດງໃຫ້ເຫັນເຖິງ 3 ກິດຈະກຳຫຼັກຂອງບົດຮຽນຝຶກເວົ້າພາສາລາວ ຊຶ່ງໄດ້ໄປຖ່າຍທຳໃນອາທິດທີ່ຜ່ານມາ ແລະ ຈະອອກອາກາດໃຫ້ໄດ້ຮັບຊົມໄວໆນີ້. ພ້ອມທັງ ຍັງຈະມີຊຸດອຸປະກອນຊ່ວຍເຫຼືອຄູ ທີ່ເປັນໂມດູນຂອງບົດຮຽນດັ່ງກ່າວສະເພາະກໍ່ກຳລັງຢູ່ໃນຂັ້ນຕອນຂອງການສ້າງ.

ທ່ານ ນາງ ວາເນັດຊ້າ ເຮັກກາທີ້ ໄດ້ກ່າວສະຫຼຸບໃນຕອນທ້າຍວ່າ: “ລັດຖະບານອົດສະຕຣາລີ ມີຄວາມພູມໃຈທີ່ໄດ້ສົ່ງເສີມການສຶກສາຮຽນຮ່ວມ ແລະ ຊຸກຍູ້ຜົນການຮຽນທີ່ດີຂຶ້ນສຳລັບນັກຮຽນທີ່ບໍ່ໄດ້ເວົ້າພາສາລາວລຸ່ມເປັນພາສາຫຼັກໃນຄອບຄົວ. “ອົດສະຕຣາລີ ເຊື່ອໝັ້ນຢ່າງຍິ່ງວ່າ ການປັບປຸງຜົນການຮຽນຂອງເດັກຍິງ ແລະ ເດັກຊາຍ ໂດຍສະເພາະຜູ້ທີ່ປະສົບກັບຄວາມດ້ອຍໂອກາດ ຈະມີຜົນດີໃນໄລຍະຍາວໃຫ້ແກ່ການພັດທະນາຂອງປະເທດລາວ”.
ແຜນງານບີຄວາ ແມ່ນແຜນງານທີ່ນຳພາໂດຍກະຊວງສຶກສາທິການ ແລະ ກິລາ ໂດຍການສະໜັບສະໜູນຈາກລັດຖະບານອົດສະຕຣາລີ ແລະ ອົງການພັດທະນາສາກົນຂອງປະເທດສະຫະລັດອາເມຣິກາ (USAID). ແຜນງານໄດ້ສຸມໃສ່ການເສີມຂະຫຍາຍຜົນການຮຽນຂອງຊາວໜຸ່ມຂອງປະເທດ ໂດຍສະເພາະແມ່ນຜູ້ທີ່ຕ້ອງການຄວາມຊ່ວຍເຫຼືອ ແລະ ຜູ້ທີ່ດ້ອຍໂອກາດ. ແຜນງານບີຄວາ ຍັງຈະສືບຕໍ່ສຸມໃສ່ການຮັບປະກັນຄວາມສະເໝີພາບລະຫວ່າງຍິງ-ຊາຍ ແລະ ການສົ່ງເສີມການສຶກສາຮຽນຮ່ວມເຂົ້າໃນທຸກໆກິດຈະກໍາ.

ພາບ-ຂ່າວ: ແຜນງານບີຄວາ

ຂ່າວ​ທີ່​ກ່ຽວ​ຂ້ອງ



​ຂ່າວ​ອື່ນ​ທີ່​ໜ້າ​ສົນ​ໃຈ