Skip to main content

ວລ ປາກປ່າສັກ ມອບປະກາສະນີຍະບັດໃຫ້ຜູ້ສຳເລັດການສຶກສາ 500 ກວ່ານ້ອງ ພ້ອມໄຂສົກຮຽນໃໝ່ 2024-2025

09/09/2024

ວິທະຍາໄລ (ວລ) ເຕັກນິກ ປາກປ່າສັກ ຈັດພິທີມອບ-ຮັບໃບປະກາສະນີຍະບັດໃຫ້ກັບນັກສຶກສາທີ່ສຳເລັດການສຶກສາໃນສົກຮຽນ 2023-2024 ຈຳນວນ 521 ນ້ອງ, ຍິງ 261 ນ້ອງ ພ້ອມທັງໄຂສົກຮຽນໃໝ່ ສົກຮຽນ 2024-2025 ຢ່າງເປັນທາງການ ໃນຕອນເຊົ້າວັນທີ 7 ກັນຍາ 2024 ທີ່ວິທະຍາໄລດັ່ງກ່າວ ໂດຍມີ ທ່ານ ສາຍຄຳ ພັນທະວົງ ຮອງຫົວໜ້າກົມອາຊີວະສຶກສາ ກະຊວງສຶກສາທິການ ແລະ ກິລາ ແລະ ທ່ານ ປອ ສາຍສະໝອນ ງາມສີ ຜູ້ອຳນວຍການ ວິທະຍາໄລ ເຕັກນິກ ປາກປ່າສັກ ພ້ອມດ້ວຍຄະນະອຳນວຍການວິທະຍາໄລ, ແຂກຖືກເຊີນ, ພະນັກງານ, ຄູ-ອາຈານ, ພາກທຸລະກິດ ແລະ ນັກສຶກສາ ຕະຫຼອດຮອດພໍ່ແມ່ອ້າຍເອື້ອຍນ້ອງນັກສຶກສາ ມາຮ່ວມສະແດງຄວາມຍິນດີນຳຢ່າງຫຼວງຫຼາຍ.


ໃນພິທີ, ທ່ານ ດວງດີ ສີລິບາງ ຮອງຜູ້ອຳນວຍການວິທະຍາໄລ ເຕັກນິກ ປາກປ່າສັກ ໄດ້ຜ່ານບົດສະຫຼຸບການຈັດຕັ້ງປະຕິບັດແຜນພັດທະນາຂອງວິທະຍາໄລໃນສົກຮຽນ 2023-2024 ແລະ ຜ່ານແຜນພັດທະນາ ປະຈຳສົກຮຽນ 2024-2025 ໃຫ້ຮູ້ວ່າ: ໃນສົກຮຽນ 2023-2024 ຜ່ານມາ ວິທະຍາໄລເຕັກນິກປາກປ່າສັກ ມີທັງໝົດ 21 ສາຂາວິຊາຊີບ, ມີ 39 ຫຼັກສູດ, ມີພະນັງການ, ຄູ-ອາຈານທັງໝົດ 129 ທ່ານ, ຍິງ 57 ທ່ານ ແລະ ມີນັກສຶກສາ ທັງໝົດ 1.575 ຄົນ, ຍິງ 826 ຄົນ. ຜ່ານການຈັດຕັ້ງການຮຽນ ການສອນໃນໜຶ່ງສົກຮຽນຜ່ານມາ ຜົນປະກົດວ່າ ມີນັກສຶກສາຮຽນຈົບທັງໝົດ 521 ຄົນ, ຍິງ 261 ຄົນ ໃນນີ້ແບ່ງເປັນ ຊັ້ນກາງ ລະບົບ 9+3 ຈຳນວນ 33 ຄົນ, ຍິງ 11 ຄົນ; ຊັ້ນກາງ ລະບົບ 12+2 ຈຳນວນ 229 ຄົນ, ຍິງ 102 ຄົນ; ຊັ້ນສູງ ລະບົບ 12+3 ຈຳນວນ 158 ຄົນ, ຍິງ 105 ຄົນ; ຊັ້ນສູງຕໍ່ເນື່ອງ ລະບົບ 12+2+1 ຈຳນວນ 101 ຄົນ, ຍິງ 43 ຄົນ.

ນອກນີ້, ວິທະຍາໄລເຕັກນິກປາກປ່າສັກ ຍັງໄດ້ຈັດການຮຽນການສອນແບບຄວບຄູ່ກັບ ບໍລິສັດ ຄຳພູວົງ ໃນ 2 ສາຂາວິຊາ ຄື: ສາຂາເຕັກໂນໂລຊີກົນຈັກ ແລະ ຊ່າງຈອດ ແລະ ທໍ່ນ້ຳ ພ້ອມດຽວກັນກໍໄດ້ຮັບການສະໜັບສະໜູນດ້ານຄ່າໃຊ້ຈ່າຍຕ່າງໆຂອງນັກສຶກສາຈາກບໍລິສັດຄຳພູວົງ; ສຳເລັດການຈັດການແຂ່ງຂັນທັກສະສີມືແຮງງານຂອງນັກສຶກສາ ພາກວິຊາໄຟຟ້າ-ເອເລັກໂຕຣນິກ; ສົ່ງນັກສຶກສາສາຂາວິຊາຊ່າງຈອດ ແລະ ທໍ່ນ້ຳ ເຂົ້າຮ່ວມທົດສອບສີມືແຮງງານ ທີ່ຈັດຂຶ້ນຢູ່ວິທະຍາໄລເຕັກນິກລາວ-ເຢຍລະມັນ ຈຳນວນ 2 ຄົນ; ສຳເລັດການຈັດການແຂ່ງຂັນທັກສະສີມືອາຊີບຂັ້ນວິທະຍາ ໄລ ເພື່ອຄັດເລືອກເປັນຕົວແທນເຂົ້າຮ່ວມແຂ່ງຂັນສີມືແຮງງານແຫ່ງຊາດ ຄັ້ງທີ 4 ແລະ ເພື່ອເປັນຕົວແທນທີມຊາດລາວ ເຂົ້າຮ່ວມແຂ່ງຂັນສີມືແຮງງານອາຊຽນ ຄັ້ງທີ 13; ສົ່ງນັກສຶກສາເຂົ້າຮ່ວມແຂ່ງຂັນສີມືແຮງງານອາຊຽນ ຄັ້ງທີ 13 ທີ່ປະເທດສິງກະໂປ ຈຳນວນ 2 ສາຂາອາຊີບ ຄື: ຕັດຫຍິບ ແລະ ເວັບດີຊາຍ; ສຳເລັດການລົງແນະແນະອາຊີບໃຫ້ນັກຮຽນ ທີ່ຮຽນຈົບຊັ້ນ ມ.ຕົ້ນ ແລະ ມ.ປາຍ ໃນ 10 ຕົວເມືອງຂອງນະຄອນຫຼວງວຽງຈັນ ແລະ ອື່ນໆອີກຈຳນວນຫຼາຍ.

ຄຽງຄູ່ກັບຜົນສຳເລັດທີ່ກ່າວມານັ້ນ ຍັງມີບັນຫາ ແລະ ສິ່ງທ້າທາຍຈຳນວນໜຶ່ງ ໂດຍສະເພາະແມ່ນບັນຫາການປະລະການຮຽນຂອງນັກສຶກສາ; ການຮັບນັກຮຽນ-ນັກສຶກສາປີທີ 1 ເຂົ້າຮຽນບໍ່ບັນລຸຕາມແຜນການທີ່ວາງໄວ້; ພື້ນຖານໂຄງລ່າງ, ວັດຖຸ-ອຸປະກອນ ແລະ ເຄື່ອງຈັກບາງຈຳນວນມີສະພາບເກົ່າແກ່, ເປ່ເພ ຂາດການບຳລຸງຮັກສາ, ສ້ອມແປງ ແລະ ການຊື້ປ່ຽນແທນ ເນື່ອງຈາກງົບປະມານຮັບໃຊ້ຍັງບໍ່ພຽງພໍ; ຄວາມຕ້ອງການຂອງຕະຫຼາດແຮງງານຕໍ່ກັບສາຂາອາຊີບມີ ຈຳນວນຈຳກັດ ແລະ ການຫຼຸດລົງຂອງສະຖານປະກອບການ, ການລົງທຶນພາຍໃນ ແລະ ຕ່າງປະເທດ ມີພາວະຢຸດສະງັກ ຊຶ່ງມີຜົນຕໍ່ການຈ້າງງານ. ຂະນະທີ່ບາງສາຂາວິຊາຂອງປີທີ 1 ແມ່ນບໍ່ໄດ້ຈັດຕັ້ງການຮຽນການສອນ ຍ້ອນບໍ່ມີນັກສຶກສາລົງທະບຽນເຂົ້າຮ່ວມ.

ທ່ານຮອງຜູ້ອຳນວຍການວິທະຍາໄລເຕັກນິກປາກປ່າສັກ ກ່າວອີກວ່າ: ສຳລັບແຜນວຽກບຸລິມະສິດໃນສົກຮຽນ 2024-2025 ແມ່ນວາງໄວ້ຢູ່ 7 ໜ້າວຽກຫຼັກ ຄື: ປັບປຸງການເຂົ້າເຖິງວຽກງານອາຊີວະສຶກສາ, ປັບປຸງຄວາມສອດຄ່ອງໃນການສະໜອງວຽກງານອາຊີວະສຶກສາ, ປັບປຸງຄຸນນະພາບ ຂອງການສະໜອງວຽກງານອາຊີວະສຶກສາ, ພັດທະນາບຸກຄະລາກອນ ແລະ ຄູສອນ, ສົ່ງເສີມການຮ່ວມມືກັບພາກທຸລະກິດ ທັງພາກລັດ ແລະ ເອກະຊົນ ທັງພາຍໃນ ແລະ ຕ່າງປະເທດ, ສ້າງຄວາມເຂັ້ມແຂງໃຫ້ແກ່ການຄຸ້ມຄອງວຽກງານອາຊີວະສຶກສາ ແລະ ສຸດທ້າຍແມ່ນການພັດທະນາຂີດຄວາມສາມາດດ້ານການເງິນຂອງວຽກງານອາຊີວະສຶກສາ.
ທ່ານ ສາຍຄຳ ພັນທະວົງ
ທ່ານ ປອ ສາຍສະໝອນ ງາມສີ
ທ່ານ ດວງດີ ສີລິບາງ

ພາຍຫຼັງສຳເລັດພິທີມອບ-ຮັບປະກາສະນີຍະບັດ ແລະ ຮັບຟັງການໂອ້ມລົມຂອງ ທ່ານຮອງຫົວໜ້າກົມອາຊີວະສຶກສາ ກະຊວງສຶກສາທິການ ແລະ ກິລາ ແລ້ວ ໃນບັນຍາກາດດັ່ງກ່າວ ກໍໄດ້ມີພິທີໄຂສົກຮຽນໃໝ່ ສົກຮຽນ 2024-2025 ຢ່າງເປັນທາງການຂອງ ວິທະຍາໄລເຕັກນິກປາກປ່າສັກ. ພ້ອມນັ້ນໃນພິທີນັກສຶກສາປີສຸດທ້າຍ ຍັງໄດ້ມອບເງິນ ຈຳນວນ 16 ລ້ານກວ່າກີບ ເພື່ອບູລະນະວິທະຍາໄລຕື່ມອີກ.

ພາບ-ຂ່າວໂດຍ: ລູກນ້ຳເຊ ອິນທະດາລິນ

ຂ່າວ​ທີ່​ກ່ຽວ​ຂ້ອງ



​ຂ່າວ​ອື່ນ​ທີ່​ໜ້າ​ສົນ​ໃຈ