ລັດຖະມົນຕີ ສສກ ລົງຕິດຕາມ ຊຸກຍູ້ການສຶກສາຢູ່ເມືອງເຟືອງ ໂອກາດເປີດສົກຮຽນໃໝ່ 2024-2025
ທ່ານ ຮສ.ປອ ພຸດ ສິມມາລາວົງ ລັດຖະມົນຕີ ກະຊວງສຶກສາທິການ ແລະ ກິລາ (ສສກ) ພ້ອມດ້ວຍອະດີດຮອງລັດຖະມົນຕີ ສສກ ແລະ ຄະນະ ໄດ້ລົງເຄືອນໄຫວຕິດຕາມ ແລະ ຊຸກຍູ້ວຽກງານການສຶກສາຢູ່ບັນດາໂຮງຮຽນ ທີ່ເມືອງເຟືອງ ແຂວງວຽງຈັນ ເນື່ອງໃນໂອກາດເປີດສົກຮຽນໃໝ່ 2024-2025 ທົ່ວປະເທດ ຢ່າງເປັນທາງການ ໃນວັນທີ 2 ກັນຍາ 2024 ໂດຍໃຫ້ການນຳພາທາງຂອງທ່ານ ປອ ຄໍາ ຂັນທະວີວອນ ວ່າການແທນຫົວໜ້າພະແນກສຶກສາທິການ ແລະ ກິລາ ແຂວງວຽງຈັນ ແລະ ທ່ານ ບຸນມີ ກາຢົງ ຮັກສາການຫົວໜ້າຫ້ອງການສຶກສາທິການ ແລະ ກິລາ ເມືອງເຟືອງ, ມີຄະນະຕິດຕາມຈາກພະແນກສຶກສາທິການ ແລະ ກິລາແຂວງ ແລະ...








