ລັດຖະມົນຕີ ສສກ ລົງຕິດຕາມ ຊຸກຍູ້ການສຶກສາຢູ່ເມືອງເຟືອງ ໂອກາດເປີດສົກຮຽນໃໝ່ 2024-2025

ທ່ານ ຮສ.ປອ ພຸດ ສິມມາລາວົງ ລັດຖະມົນຕີ ກະຊວງສຶກສາທິການ ແລະ ກິລາ (ສສກ) ພ້ອມດ້ວຍອະດີດຮອງລັດຖະມົນຕີ ສສກ ແລະ ຄະນະ ໄດ້ລົງເຄືອນໄຫວຕິດຕາມ ແລະ ຊຸກຍູ້ວຽກງານການສຶກສາຢູ່ບັນດາໂຮງຮຽນ ທີ່ເມືອງເຟືອງ ແຂວງວຽງຈັນ ເນື່ອງໃນໂອກາດເປີດສົກຮຽນໃໝ່ 2024-2025 ທົ່ວປະເທດ ຢ່າງເປັນທາງການ ໃນວັນທີ 2 ກັນຍາ 2024 ໂດຍໃຫ້ການນຳພາທາງຂອງທ່ານ ປອ ຄໍາ ຂັນທະວີວອນ ວ່າການແທນຫົວໜ້າພະແນກສຶກສາທິການ ແລະ ກິລາ ແຂວງວຽງຈັນ ແລະ ທ່ານ ບຸນມີ ກາຢົງ ຮັກສາການຫົວໜ້າຫ້ອງການສຶກສາທິການ ແລະ ກິລາ ເມືອງເຟືອງ, ມີຄະນະຕິດຕາມຈາກພະແນກສຶກສາທິການ ແລະ ກິລາແຂວງ ແລະ ເມືອງຈໍານວນໜຶ່ງ.
ການເຄື່ອນໄຫວຕິດຕາມ ຊຸກຍູ້ການສຶກສາຂອງທ່ານ ລັດຖະມົນຕີ ສສກ ໃນໂອກາດເປີດສົກຮຽນໃໝ່ 2024-2025 ຄັ້ງນີ້, ແມ່ນເພື່ອເປັນການສົ່ງເສີມໃຫ້ຜູ້ບໍລິຫານການສຶກສາ ແລະ ຄູອາຈານ ເອົາໃຈໃສ່ໃນການຈັດຕັ້ງປະຕິບັດການຮຽນການສອນໃຫ້ມີຄຸນນະພາບ ແລະ ສາມາດໃຫ້ນັກຮຽນນັກສຶກສາເຂົ້າເຖິງການສຶກສາທີ່ມີຄຸນນະພາບ ແລະ ເທົ່າທຽບກັນ ເພາະການສຶກສາເປັນພື້ນຖານສຳຄັນຂອງທຸກໆອາຊີບ ແລະ ກໍານົດອະນາຄົດຂອງປະເທດຊາດເຮົາ. ພ້ອມກັນນີ້, ຍັງເປັນການຕິດຕາມ ຊຸກຍູ້ວຽກງານສະໜອງອາຫານທ່ຽງໃນໂຮງຮຽນ ເພາະວຽກງານດັ່ງກ່າວ, ເປັນວຽກງານໜຶ່ງທີ່ສຳຄັນໃນການສົ່ງເສີມລູກຫຼານຢາກມາຮຽນໜັງສືຢູ່ໃນໂຮງຮຽນ ແລະ ເປັນການຫຼຸດຜ່ອນຄ່າໃຊ້ຈ່າຍຂອງພໍ່ແມ່ພາຍໃນຄອບຄົວອີກດ້ວຍ.
ໂຮງຮຽນທີ່ທາງທ່ານ ລັດຖະມົນຕີ ສສກ ລົງຕິດຕາມຄັ້ງນີ້, ມີໂຮງຮຽນ ປະຖົມສົມບູນ ນາກາງ ເມືອງເຟືອງ ແລະ ໂຮງຮຽນມັດທະຍົມສົມບູນ (ມສ) ເມືອງເຟືອງ. ນອກຈາກນີ້, ໃນຂະນະທີ່ເດີນທາງມາເມືອງດັ່ງກ່າວ, ຍັງໄດ້ແວ່ຕິດຕາມ ຊຸກຍູ້ໂຮງຮຽນ ປະຖົມສົມບູນໂພນມ່ວງ ເມືອງຫີນເຫີບ ແຂວງວຽງຈັນ ອີກດ້ວຍ.
ໃນໂອກາດດັ່ງກ່າວ, ທ່ານ ບຸນມີ ກາຢົງ ໄດ້ກ່າວລາຍງານສະພາບການສຶກສາພາຍໃນເມືອງເຟືອງໃຫ້ໄດ້ຮັບຊາບ ໂດຍສະເພາະແມ່ນຈຸດພິເສດ, ບັນຫາ ແລະ ສິ່ງທ້າທາຍ ຊຶ່ງທົ່ວເມືອງມີໂຮງຮຽນອະນຸບານ 15 ແຫ່ງ (ເອກະຊົນ 2 ແຫ່ງ), ໂຮງຮຽນປະຖົມ 39 ແຫ່ງ (ເອກະຊົນ 1 ແຫ່ງ) ແລະ ໂຮງຮຽນມັດທະຍົມ 8 ແຫ່ງ. ໃນນັ້ນ, ມີ ມສ 4 ແຫ່ງ; ມີພະນັກງານບໍລິຫານ ແລະ ຄູອາຈານພາກລັດ ແລະ ເອກະຊົນທັງໝົດ 631 ຄົນ, ຍິງ 274 ຄົນ. ໃນນີ້, ມີຄູສອນ ແລະ ຜູ້ອໍານວຍການ 592 ຄົນ, ຍິງ 262 ຄົນ. ໃນການຈັດຕັ້ງປະຕິບັດ 15 ຄາດໝາຍຂອງສະພາກຳນົດໄວ້ ແມ່ນສາມາດບັນລຸໄດ້ 7 ຄາດໝາຍ ຄື: ອັດຕາການເຂົ້າຮຽນໃໝ່ ປ.5 ປະຕິບັດໄດ້ 101,4%, ດັດສະນີຄວາມສະເໝີພາບຍິງ-ຊາຍ ໃນການເຂົ້າຮຽນຊັ້ນປະຖົມ ປະຕິບັດໄດ້ 1,00, ອັດຕາເຂົ້າຮຽນໃໝ່ສຸດທິ ປ.1 ປະຕິບັດໄດ້ 100%, ອັດຕາເຂົ້າຮຽນສຸດທິຊັ້ນປະຖົມ ປະຕິບັດໄດ້ 99,5%, ອັດຕາການປະລະການຮຽນຂອງນັກຮຽນ ປ.1 ປະຕິບັດໄດ້ 4,9%, ອັດຕາເລື່ອນຂັ້ນ-ຈົບຊັ້ນປະຖົມ ປະຕິບັດໄດ້ 96,6% ແລະ ສົ່ງເສີມມວນຊົນທຸກເພດ, ທຸກໄວເຂົ້າຮ່ວມການຫັດກາຍຍະບໍລິຫານ, ການອອກກຳລັງກາຍ ແລະ ການຫຼິ້ນກິລາເພື່ອສຸຂະພາບ, ເຂົ້າຮ່ວມການສ້າງຂະບວນການເຄື່ອນໄຫວຈັດກິດຈະກຳແຂ່ງຂັນກກິລາປະຈໍາປີ, ກິລາບຸນປະເພດນີ ແລະ ກິລາວັນບຸນສໍາຄັນຕ່າງໆຂອງຊາດ ປະຕິບັດໄດ້ 33%. ສະເພາະ 5 ຄາດໝາຍທີ່ໃກ້ຈະບັນລຸ ແມ່ນປະກອບມີ ອັດຕາປະລະການຮຽນຂອງນັກຮຽນຊັ້ນປະຖົມ ປະຕິບັດໄດ້ 3,1% (ຍັງ 0,9%), ອັດຕາຫຼອດເຫຼືອ ປ.5 ປະຕິບັດໄດ້ 85,7% (ຫຼຸດ 2,8%), ອັດຕາເລື່ອນຊັ້ນ ປ,5 ຂຶ້ນ ມ.1 ປະຕິບັດໄດ້ 97,6% (ຫຼຸດ 1,6%), ອັດຕາເລື່ອນຂັ້ນ ມ.4 ຂຶ້ນ ມ.5 ປະຕິບັດໄດ້ 85,2% (ຫຼຸດ 3,3%) ແລະ ປະຊາກອນໜຸ່ມ ແລະ ຜູ້ປະລະການຮຽນໃຫ້ໄດ້ບໍາລຸງຜ່ານການສຶກສານອກໂຮງຮຽນ ແລະ ຝຶກອົບຮົມວິຊາຊີບ ປະຕິບັດໄດ້ 47 ຄົນ (ຫຼຸດ 13 ຄົນ). ສ່ວນ 3 ຄາດໝາຍທີ່ຄາດວ່າບໍ່ສາມາດບັນລຸໄດ້ ປະກອບມີ ອັດຕາເຂົ້າຮຽນຂອງເດັກ 5 ປີ ປະຕິບັດໄດ້ 68,20% (ຫຼຸດ 10,8%), ອັດຕາເຂົ້າຮຽນລວມໃໝ່ ມ.4 ປະຕິບັດໄດ້ 62,10% (ຫຼຸດ 22,4%) ແລະ ອັດຕາປະລະການຮຽນຊັ້ນມັດທະຍົມສຶກສາຕອນຕົ້ນ ປະຕິບັດໄດ້ 13,20% (ປະຕິບັດບໍ່ໄດ້ 6,2%).
ເມືອງເຟືອງ ເປັນເມືອງໜຶ່ງຂອງແຂວງວຽງຈັນ ທີ່ຮັບການສະໜັບສະໜູນຈາກອົງການອາຫານໂລກໃນການຈັດຕັ້ງປະຕິບັດໂຄງການອາຫານທ່ຽງໃນໂຮງຮຽນຂອງ 17 ເມືອງ, 10 ແຂວງ, 1 ນະຄອນຫຼວງ ແລະ ຢູ່ພາຍໃຕ້ການສະໜັບສະໜູນຂອງກະຊວງກະສິກຳຂອງສະຫະລັດອາເມຣິກາ, ການສະໜັບສະໜູນຫຼັກ ແມ່ນປະກອບມີ ເຂົ້າສານຈ້າວ, ຖົ່ວແຫ້ງຂຽວ, ນ້ຳມັນພຶດ ແລະ ປາກະປ໋ອງ ເປັນຕົ້ນ ແລະ ອຸປະກອນບາງສ່ວນໃນການກໍ່ສ້າງໂຄງລ່າງພື້ນຖານ ເຊັ່ນ: ເຮືອນຄົວ, ສາງ, ສວນຄົວ ແລະ ແນວພັນພຶດ. ໂຄງການດັ່ງກ່າວ ແມ່ນເລີ່ມຈັດຕັ້ງປະຕິບັດໃນສົກຮຽນ 2021-2022 ແລະ ຈະໄປສິ້ນສຸດໃນສົກຮຽນ 2024-2025 ໂດຍມີໂຮງຮຽນປະຖົມ 15 ແຫ່ງ ໃນ 38 ແຫ່ງທົ່ວເມືອງ ໄດ້ຮັບໂຄງການດັ່ງກ່າວ ປະກອບມີ ໂຮງຮຽນປະຖົມນາກາງ, ເມືອງເຟືອງ, ນາໃໝ່, ນາບອນ, ນໍ້າປຸ່ງ, ໜອງປໍ, ພູພຽງ, ນາລັງ, ນາເມືອງ, ໂພນສະຫວ່າງ, ຫ້ວຍເດື່ອ, ນາອ່າງ, ຜາຫຼວງ, ຜາສັງ ແລະ ປາກຫາງ. ໂຄງກາານດັ່ງກ່າວ, ແມ່ນທາງຄະນະຮັບຜິດຊອບໂຄງການອາຫານທ່ຽງຂັ້ນແຂວງ ແລະ ຂັ້ນເມືອງ ປະສານງານ ແລະ ຊີ້ນຳຢ່າງໃກ້ຊິດຕິດແທດ; ມີການລົງຕິດຕາມ, ຊຸກຍູ້ເປັນປົກກະຕິທຸກເດືອນ ສາມາດຮູ້ ແລະ ລາຍງານສະພາບການຈັດຕັ້ງປະຕິບັດ, ບັນຫາຕ່າງໆ ເພື່ອແກ້ໄຂໃຫ້ທັນເວລາ; ຊຸມຊົນໃຫ້ຄວາມຮ່ວມມື, ກະຕືລືລົ້ນປະກອບສ່ວນແຮງງານ, ເງິນ ແລະ ແຮງງານແມ່ຄົວ ເພື່ອແຕ່ງກີນໃຫ້ນັກຮຽນ; ມີ 13 ໂຮງຮຽນທີ່ຈັດຕັ້ງປະຕິບັດໂຄງການໄດ້ດີ ເປັນຕົ້ນແມ່ນການແຕ່ງອາຫານເປັນປົກກະຕິ; ນັກຮຽນມາໂຮງຮຽນປົກກະຕິ ແລະ ໄດ້ຮັບສານອາຫານທີ່ມີໂພຊະນາການຈາກອາຫານທ່ຽງຫຼາຍຂຶ້ນ; ມີ 2 ໂຮງຮຽນທີ່ສຳເລັດການສ້າງໂຮງກິນເຂົ້າ (ນາກາງ ແລະ ໂພນສະຫວ່າງ), ອີກ 4 ໂຮງຮຽນແມ່ນກໍາລັງສ້າງ ແລະ ຄາດວ່າສົກຮຽນນີ້ ແມ່ນສາມາດນໍາໃຊ້ໄດ້; ໂຮງຮຽນ/ບ້ານທີ່ຈັດຕັ້ງປະຕິບັດໄກ່ 1 ໂຕ ຫຼື ຊີ້ນ 1 kg /ສົກຮຽນ ຈາກພາກຮຽນ I-II ມີ 8 ບ້ານ ຄື: ໂຮງຮຽນປະຖົມສົມບູນ ປາກຮາງ, ໂພນສະຫວ່າງ, ຫ້ວຍເດື່ອ, ພູພຽງ, ນ້ຳປຸ່ງ, ໜອງປໍ, ມູນລະປະຖົມນາເມືອງ ແລະ ນາບອນ.
ນອກຈາກນີ້, ທ່ານ ຮັກສາການຫົວໜ້າຫ້ອງການ ສກມ ເຟືອງ ຍັງໄດ້ສະເໜີໃນການລິເລີ່ມຈັດຕັ້ງປະຕິບັດການຮຽນການສອນວິຊາຊີບໃນຊັ້ນມັດທະຍົມສຶກສາຕອນຕົ້ນ ເປັນຕົ້ນແມ່ນວິຊາກໍ່ສ້າງ ແລະ ປູກຟັງ-ລ້ຽງສັດ ເພື່ອໃຫ້ນັກຮຽນມີວິຊາຊີບຫຼັງຈົບການສຶກສາພາກບັງຄັບ.
ຂະນະດຽວກັນ, ທ່ານ ລັດຖະມົນຕີ ສສກ ໄດ້ກ່າວສະແດງຄວາມຍ້ອງຍໍຊົມເຊີຍຕໍ່ຜົນງານໂດດເດັ່ນທີ່ທາງຜູ້ບໍລິຫານການສຶກສາທຸກຂັ້ນ ແລະ ຄູອາຈານທົ່ວເມືອງເຟືອງຍາດມາໄດ້ໃນສົກຜ່ານມາ ແລະ ໃຫ້ສືບຕໍ່ຮັກສາມູນເຊື້ອທີ່ດີໄວ້ ພ້ອມທັງເອົາໃຈໃສ່ໃນການຈັດຕັ້ງປະຕິບັດຄາດໝາຍທີ່ໃກ້ຈະບັນລຸ ແລະ ຄາດໝາຍທີ່ຄາດວ່າຈະບໍ່ບັນລຸ ເພື່ອເຮັດໃຫ້ການສຶກສາພາຍໃນເມືອງມີບາດກ້າວທີ່ເຕີບໃຫຍ່ ແລະ ເຂັ້ມແຂງ. ພ້ອມດຽວກັນນີ້, ທ່ານ ລັດຖະມົນຕີ ສສກ ຍັງໄດ້ເຫັນດີໃຫ້ມີການທົດລອງຈັດຕັ້ງປະຕິບັດການຮຽນການສອນວິຊາຊີບໃນຊັ້ນມັດທະຍົມສຶກສາຕອນຕົ້ນ ເປັນຕົ້ນແມ່ນວິຊາກໍ່ສ້າງ ແລະ ປູກຟັງ-ລ້ຽງສັດ ໂດຍໃຫ້ເລີ່ມຈັດຕັ້ງປະຕິບັດໃນສົກຮຽນ 2024-2025 ເປັນຕົ້ນໄປ ຊຶ່ງໃຫ້ທາງ ສກມ ສ້າງແຜນການຮຽນການສອນໃນໂຮງຮຽນທີ່ມີຄູອາຊີວະສຶກສາ ເພື່ອເປັນການທົດລອງ.
ການສຶກສາ ແມ່ນເປີດໂອກາດໄປສູ່ການມີວຽກເຮັດງານທໍາທີ່ດີ ແລະ ໝັ້ນຄົງກວ່າ ເມື່ອລູກຫຼານຂອງພວກເຮົາໄດ້ເຂົ້າຮຽນ ພວກເຂົາເຈົ້າຈະໄດ້ຮຽນຮູ້ທັດສະທີ່ຈໍາເປັນ ເພື່ອຊ່ວຍເຫຼືອຕົນເອງ, ຄອບຄົວ ແລະ ປະເທດຊາດຂອງພວກເຮົາໃຫ້ເຕີບໃຫ້ໄປເລື້ອຍໆ. ມີຫຼາຍຄອບຄົວພົບກັບສະພາບຄວາມຍຸ້ງຍາກຫຼາຍໆຢ່າງ ແຕ່ເຖິງຢ່າງໃດກໍຕາມ ພວກເຮົາກໍຍັງສາມາດຮ່ວມແຮງຮ່ວມໃຈກັນສົ່ງເສີມລູກຫຼານຂອງເຮົາໄດ້ເຂົ້າເຖິງການສຶກສາທີ່ມີຄຸນນະພາບ ເພື່ອອະນາຄົດຂອງເຂົາເຈົ້າ ແລະ ປະເທດຊາດຂອງພວກເຮົາ.
ພັດທະນາການຂອງເດັກທຸກໆມື້ຢູ່ໃນໂຮງຮຽນ ແມ່ນບາດກ້າວໄປສູ້ອະນາຄົດທີ່ສົດໃສ ຊຶ່ງພວກເຂົາຢູ່ໂຮງຮຽນ ແມ່ນສາມາດຮັບຮູ້ທັດສະໃໝ່ໆ, ສ້າງໝູ່ເພື່ອນໃໝ່ ແລະ ສ້າງພື້ນຖານສໍາລັບຊີວິດທີ່ມີຄວາມກ້າວໜ້າ ແລະ ມີຄວາມຢູ່ດີກິນດີ. ເຂົ້າໃຈຕໍ່ສະພາບຄວາມຍຸ້ງຍາກທີ່ຊຸມຊົນຂອງພວກເຮົາທີ່ກໍາລັງປະເຊີນຢູ່ໃນແຕ່ລະທ້ອງຖິ່ນທົ່ວປະເທດ ຊຶ່ງມັນບໍ່ແມ່ນເລື່ອງງ່າຍທີ່ຈະແກ້ໄຂໃນເວລາອັນສັ້ນ ແຕ່ການໃຫ້ການສຶກສາແກ່ລູກຫຼານຂອງພວກເຮົາ ແມ່ນການລົງທຶນໃສ່ອະນາຄົດຂອງເຂົາເຈົ້າ ແລະ ປະເທດຊາດຂອງພວກເຮົາ.
ໂດຍ ດາວຫວຽດ
ຂ່າວທີ່ກ່ຽວຂ້ອງ