ຮັບຮອງແລ້ວ ຮ່າງດໍາລັດ ວ່າດ້ວຍການສຶກສາກ່ອນໄວຮຽນ ຫຼັງໄດ້ປັບປຸງຕາມຄໍາເຫັນຂອງສະມາຊິກລັດຖະບານ

ຮ່າງດໍາລັດ ວ່າດ້ວຍການສຶກສາກ່ອນໄວຮຽນ ໄດ້ຖືກຮັບຮອງເປັນທີ່ຮຽບຮ້ອຍແລ້ວ ພາຍຫຼັງໄດ້ມີການຄົ້ນຄວ້າ ປັບປຸງຕາມຄໍາເຫັນຂອງສະມາຊິກລັດຖະບານສຳເລັດ ເພື່ອສືບຕໍ່ສັງລວມລາຍງານຕໍ່ທ່ານນາຍົກລັດຖະມົນຕີ ພິຈາລະນາ ລົງນາມ ແລະ ປະກາດໃຊ້ຕາມລະບຽບການ.
ກອງປະຊຸມປັບປຸງ ຮັບຮອງຮ່າງດໍາລັດ ວ່າດ້ວຍການສຶກສາກ່ອນໄວຮຽນ ຕາມຄໍາເຫັນຂອງສະມາຊິກລັດຖະບານ ໄດ້ມີຂຶ້ນໃນລະຫວ່າງວັນທີ 13-14 ສິງຫາ 2024 ທີ່ສະໂມສອນໄຟຟ້ານໍ້າງື່ມ 1 (ທ່າລາດ) ເມືອງແກ້ວອຸດົມ ແຂວງວຽງຈັນ ໂດຍພາຍໃຕ້ການເປັນປະທານຂອງທ່ານ ຮສ.ປອ ສົມກຽດ ພະສີ ຮອງລັດຖະມົນຕີ, ຮອງຫົວໜ້າຫ້ອງວ່າການສຳນັກງານນາຍົກລັດຖະມົນຕີ ແລະ ທ່ານ ກົົງຈີ ຢ່າງຈື່ ຮອງລັດຖະມົນຕີ ກະຊວງຍຸຕິທໍາ, ມີທ່ານ ນາງ ສີພາພອນ ມະນີວັນ ຫົວໜ້າກົມການສຶກສາກ່ອນໄວຮຽນ ກະຊວງສຶກສາທິການ ແລະ ກິລາ ພ້ອມດ້ວຍບັນດາຫົວໜ້າ-ຮອງຫົວໜ້າກົມ, ສະຖາບັນ, ຄະນະນຳທີ່ກ່ຽວຂ້ອງ ແລະ ຄະນະຮັບຜິດຊອບຈາກຫ້ອງວ່າການສຳນັກງານນາຍົກລັດຖະມົນຕີ, ກະຊວງຍຸຕິທໍາ, ກະຊວງສຶກສາທິການ ແລະ ກິລາ, ກະຊວງການເງິນ, ທະນາຄານແຫ່ງ ສປປ ລາວ ເຂົ້າຮ່ວມຢ່າງພ້ອມພຽງ.
ໂອກາດດັ່ງກ່າວ, ທ່ານ ຮສ.ປອ ສົມກຽດ ພະສີ ໄດ້ກ່າວວ່າ: ໂດຍປະຕິບັດຕາມມະຕິຕົກລົງຂອງກອງປະຊຸມລັດຖະບານ ປະຈໍາເດືອນກໍລະກົດ 2024 ສະບັບເລກທີ 09/ລບ, ລົງວັນທີ 2 ສິງຫາ 2024 ຊຶ່ງໄດ້ມອບໃຫ້ຫ້ອງວ່າການສໍານັກງານນາຍົກລັດຖະມົນຕີ ເປັນເຈົ້າການປະສານສົມທົບກັບ ກະຊວງຍຸຕິທຳ, ກະຊວງສຶກສາທິການ ແລະ ກິລາ ແລະ ພາກສ່ວນກ່ຽວຂ້ອງ ຄົ້ນຄວ້າ ປັບປຸງຮ່າງດໍາລັດ ວ່າດ້ວຍການສຶກສາກ່ອນໄວຮຽນ ຕາມຄໍາເຫັນຂອງສະມາຊິກລັດຖະບານໃຫ້ມີຄວາມຮັບປະກັນ ແລະ ຖືກຕ້ອງຕາມແນວທາງນະໂຍບາຍ, ສອດຄ່ອງກັບກົດໝາຍທີ່ກ່ຽວຂ້ອງ ແລະ ຮັບປະກັນທາງດ້ານຫຼັກການ.
ທ່ານປະທານກອງປະຊຸມກ່າວຕື່ມອີກວ່າ: ກອງປະຊຸມປັບປຸງໃນຄັ້ງນີ້, ຈະໄດ້ພ້ອມກັນຄົ້ນຄວ້າ ວິເຄາະ ໃຈ້ແຍກ ແລະ ພິຈາລະນາຢ່າງເລິກເຊິ່ງເຖິງຖອງຕໍ່ບັນດາຄໍາເຫັນຂອງສະມາຊິກລັດຖະບານ ກໍຄື ຄໍາເຫັນຊີ້ນໍາຂອງທ່ານນາຍົກລັດຖະມົນຕີຕໍ່ຮ່າງດໍາລັດ ວ່າດ້ວຍການສຶກສາກ່ອນໄວຮຽນ ຖ້າເຫັນວ່າບັນຫາໃດມີເຫດຜົນສອດຄ່ອງ ແລະ ເໝາະສົມ ກໍໃຫ້ປັບປຸງຕາມຄໍາເຫັນດັ່ງກ່າວ ແຕ່ຖ້າບັນຫາໃດຫາກບໍ່ສົມເຫດສົມຜົນ ກໍຮັກສາໄວ້ຄືເກົ່າ ຊຶ່ງຂ້າພະເຈົ້າເຊື່ອໝັ້ນວ່າ ຮ່າງດໍາລັດດັ່ງກ່າວນີ້ ໄດ້ດໍາເນີນການປັບປຸງຕາມຂະບວນການທຸກຂັ້ນຕອນ ແລະ ໄດ້ຮັບການຢັ້ງຢືນຄວາມຖືກຕ້ອງຈາກກະຊວງຍຸຕິທໍາແລ້ວ. ສະນັ້ນ, ຕໍ່ກັບເນື້ອໃນທີ່ກອງປະຊຸມລັດຖະບານບໍ່ມີຄໍາເຫັນນັ້ນ ສະແດງວ່າລັດຖະບານເຫັນດີຕໍ່ເນື້ອໃນດັ່ງກ່າວ ແລະ ກອງປະຊຸມຂອງພວກເຮົາຈະບໍ່ໄດ້ນໍາມາຄົ້ນຄວ້າ ພິຈາລະນາອີກ ຍົກເວັ້ນບັນຫາໃດທີ່ເຫັນວ່າຂັດກັບແນວທາງນະໂຍບາຍ, ຂັດກັບກົດໝາຍທີ່ກ່ຽວຂ້ອງ ຫຼື ຫຼັກການໃນການສ້າງນິຕິກຳເທົ່ານັ້ນ.
ໃນກອງປະຊຸມ, ໄດ້ມີການຄົ້ນຄວ້າ ປະກອບຄໍາຄິດຄໍາເຫັນ ສົນທະນາ ແລກປ່ຽນບົດຮຽນເຊິ່ງກັນ ແລະ ກັນຢ່າງກົງໄປກົງມາ ຕາມຄໍາເຫັນຂອງສະມາຊິກລັດຖະບານ ເພື່ອຮັບປະກັນໃຫ້ເນື້ອໃນຂອງຮ່າງດໍາລັດມີຄວາມຖືກຕ້ອງ ສອດຄ່ອງ ແລະ ດໍາເນີນໄປຕາມຂັ້ນຕອນ ແລະ ຖືກປະກາດໃຊ້ຢ່າງເປັນທາງການ ໂດຍສະເພາະແມ່ນ ດ້ານໂຄງຮ່າງດໍາລັດ, ດ້ານເນື້ອໃນຂອງຮ່າງດໍາລັດ ໃນມາດຕາ 1 ຈຸດປະສົງ, ມາດຕາ 2 ການສຶກສາກ່ອນໄວຮຽນ, ມາດຕາ 7 ຊັ້ນລ້ຽງເດັກ, ມາດຕາ 11 ການສ້າງຕັ້ງການສຶກສາກ່ອນໄວຮຽນ, ມາດຕາ 18 ເງື່ອນໄຂການຈັດຕັ້ງການຮຽນການສອນ, ມາດຕາ 19 ການຮັບນັກຮຽນ, ມາດຕາ 21 ຕຳລາ ແລະ ເອກະສານການຮຽນການສອນ, ມາດຕາ 26 ການອຸດໜູນນັກຮຽນ ແລະ ມາດຕາ 30 ມາດຕະຖານຄູ ແລະ ບຸກຄະລາກອນການສຶກສາກ່ອນໄວຮຽນ.
ຫຼັງຈາກນັ້ນ, ທ່ານ ປະທານກອງປະຊຸມ ໄດ້ກ່າວວ່າ: ກອງປະຊຸມຄົ້ນຄວ້າ ປັບປຸງຮ່າງດໍາລັດ ວ່າດ້ວຍການສຶກສາກ່ອນໄວຮຽນ ຕາມການປະກອບຄໍາເຫັນຂອງສະມາຊິກລັດຖະບານຄັ້ງນີ້, ໄດ້ດໍາເນີນໄປດ້ວຍບັນຍາກາດທີ່ ສ້າງສັນ ແລະ ມີຄວາມຮັບຜິດຊອບສູງຂອງບັນດາຜູ້ແທນທີ່ເຂົ້າຮ່ວມ ໂດຍໄດ້ເອົາໃຈໃສ່ໃນການຄົ້ນຄວ້າ, ປະກອບຄໍາຄິດຄໍາເຫັນ, ສົນທະນາ ແລກປ່ຽນບົດຮຽນເຊິ່ງກັນ ແລະ ກັນ ຢ່າງກົງໄປກົງມາ ເພື່ອຮັບປະກັນໃຫ້ເນື້ອໃນຂອງຮ່າງດໍາລັດ ມີຄວາມຖືກຕ້ອງ ສອດຄ່ອງ ແລະ ດໍາເນີນໄປຕາມຂັ້ນຕອນ ແລະ ຖືກປະກາດໃຊ້ຢ່າງເປັນທາງ ການ. ກອງປະຊຸມຂອງພວກເຮົາໄດ້ບັນລຸຜົນສໍາເລັດຢ່າງຈົບງາມຕາມຈຸດປະສົງ ລະດັບຄາດໝາຍທີ່ວາງໄວ້ ຕໍ່ໄປ ມອບໃຫ້ກົມນິຕິກຳ ຫ້ອງວ່າການສໍານັກງານນາຍົກລັດຖະມົນຕີ ສົມທົບກັບຄະນະຮັບຜິດຊອບປັບປຸງຮ່າງດໍາລັດ ກວດກາຄືນຢ່າງລະອຽດ ກ່ອນນໍາສະເໜີມາຍັງ ຫ້ອງວ່າການສໍານັກງານນາຍົກລັດຖະມົນຕີ ເພື່ອສັງລວມລາຍງານຕໍ່ ທ່ານນາຍົກລັດຖະມົນຕີ ພິຈາລະນາ ລົງນາມ ແລະ ປະກາດໃຊ້ຕາມລະບຽບການ.
ການສຶກສາກ່ອນໄວຮຽນ ແມ່ນການລ້ຽງດູ, ການຮຽນການສອນເດັກໃນສະຖານການສຶກສາກ່ອນໄວຮຽນ ເພື່ອພັດທະນາເດັກໃຫ້ມີການຂະຫຍາຍຕົວ ແລະ ພັດທະນາການທາງດ້ານຮ່າງກາຍ, ສະຕິປັນຍາ, ອາລົມຈິດ, ພາສາ ແລະ ຮຽນຮູ້ຊີວິດສັງຄົມ ເພື່ອກຽມຄວາມພ້ອມເຂົ້າຮຽນຊັ້ນປະຖົມສຶກສາ. ສຳລັບຮ່າງດຳລັດການສຶກສາກ່ອນໄວຮຽນ ແມ່ນປະກອບມີ 15 ໝວດ ແລະ 69 ມາດຕາ.
ດຳລັດສະບັບນີ້, ກຳນົດຫຼັກການ, ລະບຽບການ ແລະ ມາດຕະການ ກ່ຽວກັບການຄຸ້ມຄອງ, ຕິດຕາມ ກວດກາວຽກງານການສຶກສາກ່ອນໄວຮຽນ ເພື່ອເຮັດໃຫ້ວຽກງານດັ່ງກ່າວ ມີຄວາມເຂັ້ມແຂງ, ຈັດຕັ້ງປະຕິບັດຖືກຕ້ອງ, ເປັນລະບົບ, ໄດ້ມາດຕະຖານ, ມີຄຸນນະພາບ ແລະ ຍືນຍົງ ແນໃສ່ສ້າງເງື່ອນໄຂໃຫ້ເດັກ ໄດ້ເຂົ້າເຖິງການສຶກສາກ່ອນໄວຮຽນ, ໄດ້ຮັບການສົ່ງເສີມສຸຂະພາບ ແລະ ໂພຊະນາການ, ສ້າງປະຖົມປັດໄຈໃຫ້ແກ່ການພັດທະນາຊັບພະຍາກອນມະນຸດ, ສາມາດເຊື່ອມໂຍງກັບພາກພື້ນ ແລະ ສາກົນ ປະກອບສ່ວນເຂົ້າໃນການພັດທະນາເສດຖະກິດ-ສັງຄົມຂອງຊາດ.
ໂດຍ ດາວຫວຽດ
ຂ່າວທີ່ກ່ຽວຂ້ອງ