Skip to main content

ມີແລ້ວ 400 ກວ່ານ້ອງ ສະໝັກສອບເສັງຄັດເລືອກເຂົ້າຮຽນ ທີ່ວິທະຍາໄລເຕັກນິກ-ວິຊາຊີບການລົດໄຟ ສົກ 2024-2025

22/08/2024

ນັບມາຮອດປັດຈຸບັນ, ມີນ້ອງນັກຮຽນທີ່ຮຽນຈົບຊັ້ນມັດທະຍົມສຶກສາຕອນປາຍ ໃນນະຄອນຫຼວງວຽງຈັນ ແລະ ຕ່າງແຂວງ ຈຳນວນ 400 ກວ່ານ້ອງ ໄດ້ມາລົງທະບຽນສະໝັກສອບເສັງຄັດເລືອກເຂົ້າຮຽນ ທີ່ວິທະຍາໄລເຕັກນິກ-ວິຊາຊີບ ການລົດໄຟ ປະຈຳສົກຮຽນ 2024-2025 ຂະນະທີ່ວິທະຍາໄລດັ່ງກ່າວ ມີຄວາມພ້ອມແລ້ວຮອບດ້ານທີ່ຈະຈັດສອບເສັງຄັດເລືອກນັກສຶກສາໃໝ່ ແລະ ເປີດສົກຮຽນໃໝ່ 2024-2025 ຢ່າງເປັນທາງການ.

ທ່ານ ບຸນຍາລິດ ຂັນທະຈັກ ຮັກສາການຜູ້ອຳນວຍການ ວິທະຍາໄລເຕັກນິກ-ວິຊາຊີບ ການລົດໄຟ

ທ່ານ ບຸນຍາລິດ ຂັນທະຈັກ ຮັກສາການຜູ້ອຳນວຍການ ວິທະຍາໄລເຕັກນິກ-ວິຊາຊີບ ການລົດໄຟ ໃຫ້ສຳພາດຕໍ່ທີມງານນັກຂ່າວຈາກສູນໂຄສະນາຂ່າວສານການສຶກສາ ແລະ ກິລາ, ສະຖາບັນຄົ້ນຄວ້າວິທະຍາສາດການສຶກສາ, ກະ ຊວງສຶກສາທິການ ແລະ ກິລາ ເມື່ອຕອນເຊົ້າວັນທີ 22 ສິງຫາ 2024 ທີ່ວິທະຍາໄລດັ່ງກ່າວ ວ່າ: ວິທະຍາໄລເຕັກນິກ-ວິຊາຊີບ ການລົດໄຟ ແມ່ນໄດ້ຮັບການສ້າງຕັ້ງຂຶ້ນນັບແຕ່ປີ 2023 ເປັນຕົ້ນມາ ແລະ ກໍເປັນວິທະຍາໄລຂອງລັດແຫ່ງທຳອິດ ແລະ ເປັນແຫ່ງດຽວ ຢູ່ສປປ ລາວ ທີ່ໄດ້ເປີດການຮຽນການສອນທາງດ້ານວິຊາສະເພາະລົດໄຟ ໂດຍມີພາລະບົດບາດຈັດຕັ້ງປະຕິບັດບັດການຮຽນການສອນກໍ່ສ້າງ, ຝຶກອົບຮົມ, ພັດທະນາວິຊາຊີບ ແລະ ນັກວິຊາການ ເພື່ອຕອບສະໜອງແຮງງານໃຫ້ແກ່ສະຖານປະກອບການ, ສຳນັກງານ, ອົງການຈັດຕັ້ງທັງພາກລັດ ແລະ ເອກະຊົນ ທັງພາຍໃນ ແລະ ຕ່າງປະເທດ. ຮອດປັດຈຸບັນ ມີພະນັກງານ, ຄູອາຈານ ທັງໝົດ 48 ທ່ານ, ຍິງ 10 ທ່ານ ແລະ ມີນັກສຶກສາ ຈຳນວນ 360 ນ້ອງ. ພ້ອມນັ້ນ, ຍັງມີຊ່ຽວຊານ ຈຳນວນ 18 ທ່ານ ທີ່ມາຈາກກະຊວງສຶກສາທິການ ສປ ຈີນ ແລະ ວິທະຍາໄລເຕັກນິກ-ວິຊາຊີບການລົດໄຟ ນະຄອນຄຸນໝິງ ມາປະຈຳການຢູ່ນຳ ເພື່ອຊ່ວຍວາງແຜນການຮຽນການສອນ, ສະໜອງ ປຶ້ມຕຳລາຮຽນ, ສ້າງສື່ການຮຽນການສອນ ແລະ ສອນພາສາຈີນ ແລະ ວິຊາສະເພາະ.

ທ່ານຮັກສາການຜູ້ອຳນວຍການ ວິທະຍາໄລເຕັກນິກ-ວິຊາຊີບ ການລົດໄຟ ກ່າວອີກວ່າ: ສຳລັບການກະກຽມຄວາມພ້ອມໃນການສອບເສັງຄັດເລືອກເອົານັກສຶກສາໃໝ່ ຫຼື ນັກສຶກສາຊຸດທີ 2 ປະຈຳສົກຮຽນ 2024-2025 ນັ້ນ ທາງວິທະຍາໄລຂອງພວກເຮົາ ໄດ້ມີການແຕ່ງຕັ້ງຄະນະຮັບຜິດຊອບຢ່າງລະອຽດ ດ້ວຍການແບ່ງວຽກໃຫ້ຄູອາຈານ ແລະ ໄດ້ເລີ່ມເປີດສະໝັກນັບຕັ້ງແຕ່ວັນທີ 23 ກໍລະກົດ 2024 ເປັນຕົ້ນມາຮອດປັດຈຸບັນ ເຫັນວ່າມີນັກຮຽນມາປະກອບແບບຟອມ ແລະ ຍື່ນໃບສະໝັກເຂົ້າຮ່ວມສອບເສັງແລ້ວ 400 ກວ່ານ້ອງ ແລະ ຄາດວ່າກ່ອນຈະຮອດມື້ປິດຮັບສະໝັກ ໃນວັນທີ 23 ສິງຫາ 2024 ຈຳນວນນັກສອບເສັງຈະເພີ່ມຂຶ້ນຫຼາຍກວ່ານີ້ຢ່າງແນ່ນອນ.

ຂະນະທີ່ການສອບເສັງຄັດເລືອກເອົານັກສຶກສາໃໝ່ ປະຈຳສົກຮຽນ 2024-2025 ຈຳນວນ 360 ນ້ອງ ໃນຫຼັກສູດຊັ້ນສູງ ລະບົບ 12+3 ໃນ 6 ສາຂາວິຊາ ຄື: ສາຂາເຕັກນິກຫົວລົດໄຟ, ສາຂາເຕັກນິກຕູ້ລົດໄຟ, ສາຂາສັນຍານທາງລົດໄຟ, ສາຂາວິສະວະກຳທາງລົດໄຟ, ສາຂາຄຸ້ມຄອງການຂົນສົ່ງທາງລົດໄຟ ແລະ ສາຂາການສະໜອງໄຟຟ້າທາງລົດໄຟຈະມີຂຶ້ນໃນວັນທີ 27 ສິງຫາ 2024 ທີ່ວິທະຍາໄລດັ່ງກ່າວ.

ພາບ-ຂ່າວໂດຍ: ລູກນ້ຳເຊ ອິນທະດາລິນ

ຂ່າວ​ທີ່​ກ່ຽວ​ຂ້ອງ



​ຂ່າວ​ອື່ນ​ທີ່​ໜ້າ​ສົນ​ໃຈ