ສວສ-ຍີ່ປຸ່ນ ສ້າງຄວາມເຂັ້ມແຂງໃຫ້ຄູສອນພາສາຍີ່ປຸ່ນ ຊັ້ນມັດທະຍົມສຶກສາ ໂຮງຮຽນເປົ້າໝາຍໃນລາວ

ສູນສົ່ງເສີມພາສາຕ່າງປະເທດ ສະຖາບັນຄົ້ນຄວ້າວິທະຍາສາດການສຶກສາ ຫຼື ສວສ ກະຊວງສຶກສາທິການ ແລະ ກິລາ ຮ່ວມມືກັບມູນນິທິຍີ່ປຸ່ນປະຈຳ ນະຄອນຫຼວງໂຕກຽວ ປະເທດຍີ່ປຸ່ນ ຈັດຝຶກອົບຮົມພາສາຍີ່ປຸ່ນໄລຍະສັ້ນ ປະຈຳປີ 2024 ໃນວັນທີ 5 ສິງຫາ ຜ່ານມາ ທີ່ຫ້ອງປະຊຸມສະຖາບັນ ລາວ-ຍິ່ປຸ່ນ ມະຫາວິທະຍາໄລແຫ່ງຊາດ (ມຊ) ໂດຍພາຍໃຕ້ການເປັນປະທານຂອງທ່ານ ຮສ.ປອ ອານຸລົມ ວິໄລພອນ ຜູ້ອໍານວຍການສະຖາບັນຄົ້ນຄວ້າວິທະຍາສາດການສຶກສາ, ມີທ່ານ ນາງ ໂນະກຸຈີ ຢູໂກະ ຕາງໜ້າພະແນກພາສາຍີ່ປຸ່ນ ມູນນິທີຍີ່ປຸ່ນປະຈຳນະຄອນຫຼວງໂຕກຽວ ເຂົ້າຮ່ວມທາງອອນລາຍ, ທ່ານ ນາງ ມະໂນລີ ດົງວັນ ຮັກສາການຜູ້ອຳນວຍການສູນສົ່ງເສີມພາສາຕ່າງປະເທດ ສວສ, ພ້ອມດ້ວຍຮອງຫົວໜ້າກົມສ້າງຄູ, ຫົວໜ້າພາກວິຊາພາສາຍີ່ປຸ່ນ, ພະແນກຫຼັກສູດພາສາຍີ່ປຸ່ນຈາກ ມຊ, ຜູ້ຊຽວຊານຈາກປະເທດຍີ່ປຸ່ນ, ສໍາມະນາກອນ ແລະ ຄູສອນທົດລອງຈາກໂຮງຮຽນມັດທະຍົມສຶກສາ 4 ແຫ່ງໃນລາວເຂົ້າຮ່ວມແບບເຊິ່ງໜ້າ.
ການຈັດກອງຝຶກອົບຮົມຄັ້ງນີ້, ແມ່ນເພື່ອສືບຕໍ່ສ້າງຄວາມເຂັ້ມແຂງດ້ານພາສາຍີ່ປຸ່ນໃຫ້ແກ່ຄູສອນພາສາຍີ່ປຸ່ນຂອງລາວ ຄຽງຄູ່ກັບການຝຶກອົບຮົມການນຳໃຊ້ປຶ້ມແບບຮຽນ ແລະ ຄູ່ມືຄູຊັ້ນມັດທະຍົມສຶກສາປີທີ 1-7 ເພື່ອນໍາເອົາຄວາມຮູ້ເຫຼົ່ານັ້ນໄປໃຊ້ໃນການຈັດຕັ້ງການຮຽນການສອນພາສາຍີ່ປຸ່ນໃນໂຮງຮຽນຂອງຕົນຢ່າງມີສະສິດທິພາບ ຊຶ່ງສໍາມະນາກອນຈະໄດ້ຮຽນຮູ້ກ່ຽວກັບປຶ້ມແບບຮຽນພາສາຍີ່ປຸ່ນຮິໂຣໂດຣິ ແລະ ນິຮົງໂກະ 7, ຮຽນຮູ້ວິທີການສອນ, ການປັບປຸງວິທີສອນ, ຈໍາລອງການສອນຕົວຈິງ ພ້ອມທັງມີການສອບເສັງເພື່ອວັດ ແລະ ປະເມີນຄວາມຮັບຮູ້ຂອງສໍາມະນາກອນນຳອີກ ໂດຍໄດ້ເລີ່ມຈັດຕັ້ງປະຕິບັດມາແຕ່ວັນທີ 5-16 ສິງຫາ 2024.
ໂອກາດດຽວກັນນີ້, ທ່ານ ຮສ.ປອ ອານຸລົມ ວິໄລພອນ ໄດ້ກ່າວເນັ້ນໜັກໃຫ້ສໍາມະນາກອນທຸກທ່ານຈົ່ງຕັ້ງໃຈຍາດເອົາຄວາມຮູ້ໃນຄັ້ງນີ້ ເພື່ອພັດທະນາທັກສະຂອງຕົນໃຫ້ດີຂຶ້ນກວ່າເກົ່າ ເພື່ອນຳໄປຈັດຕັ້ງປະຕິບັດການຮຽນການສອນໃນໂຮງຮຽນຂອງຕົນ ໂດຍເນັ້ນເອົາຜູ້ຮຽນເປັນໃຈກາງໃຫ້ໄດ້ຮັບປະສິດທິຜົນດີ.
ຂະນະດຽວກັນ, ທ່ານ ນາງ ໂນະກຸຈີ ຢູໂກະ ໄດ້ກ່າວສະແດງຄວາມຍິນດີໃນການຮ່ວມມືຄັ້ງນີ້ ແລະ ຫວັງຢ່າງຍິ່ງວ່າ ການຝຶກອົບຮົມຄັ້ງນີ້ ຈະເປັນການຕໍ່ຍອດສ້າງຂີດຄວາມສາມາດໃຫ້ແກ່ຄູລາວ ແລະ ເປັນເງື່ອນໄຂສໍາຄັນໃນການສືບຕໍ່ຝຶກອົບຮົມພາສາຍີ່ປຸ່ນໃນຄັ້ງຕໍ່ໄປ.
ໂດຍ ສົງການ ພັນແພງດີ
ຂ່າວທີ່ກ່ຽວຂ້ອງ