Skip to main content

ການສຶກສາກ່ອນໄວຮຽນ ສົກ 2023-2024 ມີທ່າອຽງເພີ່ມຂຶ້ນກວ່າເກົ່າ

07/08/2024

ກົມສຶກສາກ່ອນໄວຮຽນ, ກະຊວງສືກສາທິການ ແລະ ກິລາ ຫຼື ສສກ ຈັດກອງປະຊຸມໜ່ວຍງານວິຊາການຂະແໜງການຍ່ອຍການສຶກສາກ່ອນໄວຮຽນ ເມື່ອວັນທີ 2 ສິງຫາ ຜ່ານມາ ທີ່ຫ້ອງປະຊຸມໂຮງແຮມດອນຈັນພາເລດ  ນະຄອນຫຼວງວຽງຈັນ  ພາຍໃຕ້ການເປັນປະທານຮ່ວມ ຂອງທ່ານ ນາງ ສີພາພອນ ມະນີວັນ ຫົວໜ້າກົມການສຶກສາກ່ອນໄວຮຽນ, ທ່ານ ນາງ ຕາກາໂຮະ ຫົວໜ້າພະແນກການສຶກສາ ອົງການອຸຍນີເຊັບ ແລະ ທ່ານ ຄາມາວ ໂຮເຊັນ ຫົວໜ້າໂຄງການຮຽນອ່ານ ອົງການຊ່ວຍເຫຼືອເດັກສາກົນ ປະຈໍາ ສປປ ລາວ, ມີຜູ້ຕາງໜ້າຫ້ອງການກະຊວງ, ກົມ, ສະຖາບັນ, ສູນອ້ອມຂ້າງກະຊວງ ສສກ  ແລະ ພາກສ່ວນທີ່ກ່ຽວຂ້ອງເຂົ້າຮ່ວມ.

ໃນກອງປະຊຸມ, ໄດ້ນໍາສະເໜີການຈັດຕັ້ງປະຕິບັດການສຶກສາກ່ອນໄວຮຽນປະຈຳສົກຮຽນ 2023-2024 ແລະ ແຜນວຽກຈຸດສຸມ ປະຈຳສົກຮຽນ 2024-2025  ໂດຍສະເພາະແມ່ນ ສະພາບລວມຂອງການສຶກສາກ່ອນໄວຮຽນ ໃນສົກຮຽນ 2023-2024  ເຫັນວ່າຈໍານວນນັກຮຽນໃນຊັ້ນການສຶກສາກ່ອນໄວຮຽນ ໄດ້ເພີ່ມຈາກ 241.444 ຄົນ ໃນສົກຮຽນ 2022-2023 ມາເປັນ 247.242 ຄົນ ໃນສົກຮຽນ 2023-2024.  ສ່ວນຈໍານວນຫ້ອງຮຽນອະນຸບານເພີ່ມຂຶ້ນ 91 ຫ້ອງ, ຈໍານວນຫ້ອງລ້ຽງເດັກ ເພີ່ມຂຶ້ນ 110 ຫ້ອງ. ສໍາລັບສະຖານການສຶກສາກ່ອນໄວຮຽນເອກະຊົນເພີ່ມຂຶ້ນ ມີຫ້ອງຮຽນລ້ຽງເດັກ 94 ຫ້ອງ, ຫ້ອງຮຽນອະນຸບານ 126 ຫ້ອງ. ຂະນະທີ່ ອັດຕາການເຂົ້າຮຽນຂອງນັກຮຽນໃນຊັ້ນການສຶກສາກ່ອນໄວຮຽນແຕ່ລະເກນອາຍຸບັນລຸຕາມເປົ້າໝາຍທີ່ໄດ້ກໍານົດໄວ້ ແລະ ມີທ່າອ່ຽງທີ່ດີຂຶ້ນຫຼາຍ ເມື່ອທຽບໃສ່ສົກຮຽນ 2022-2023 ຜ່ານມາ.   ນັກຮຽນອາຍຸ 3-5 ປີ ໄດ້ຜ່ານການກຽມຄວາມພ້ອມທາງດ້ານການຮຽນ, ການສົ່ງເສີມການຮຽນອ່ານ, ການກຽມຄວາມພ້ອມດ້ວຍຮູບແບບຕ່າງໆ;  ຄູສອນ, ຜູ້ດູແລເດັກ, ວິຊາການການສຶກສາກ່ອນໄວຮຽນຂັ້ນເມືອງ, ແຂວງ ໄດ້ຮັບການອົບຮົມ ແລະ ໄດ້ຮັບການຊ່ວຍເຫຼືອດ້ານການຈັດການຮຽນການສອນ. ພ້ອມກັນນັ້ນ, ຍັງໄດ້ສ້າງ, ປັບປຸງບັນດານິຕິກຳ, ຄູ່ມືຄູ, ຄູ່ມືຄູຝຶກ ແລະ ປື້ມນິທານສຳລັບເດັກ. ສະຖານການສຶກສາກ່ອນໄວຮຽນຈຳນວນໜຶ່ງໄດ້ຮັບອຸປະກອນການຮຽນການສອນ, ເຄື່ອງຫຼິ້ນ ແລະ ປື້ມອ່ານ/ປຶ້ມນິທານ. ນັກຮຽນອາຍຸ3-5 ປີ ຈໍານວນໜຶ່ງໄດ້ກິນອາຫານທ່ຽງ ພ້ອມໆກັບນັກຮຽນປະຖົມໃນໂຮງຮຽນທີ່ມີໂຄງການອາຫານໃນໂຮງຮຽນ.

ແນວໃດກໍຕາມ, ຍັງມີບັນຫາ ແລະ ສິ່ງທ້າທາຍ ຍ້ອນສະຖານການສຶກສາກ່ອນໄວຮຽນສ່ວນຫຼວງຫຼາຍ ຍັງມີລັກສະນະເຄິ່ງຖາວອນ, ບາງໂຮງຮຽນບໍ່ໄດ້ມາດຕະຖານ,  ບໍ່ມີສິ່ງອຳນວຍຄວາມສະດວກດ້ານສຸຂາພິບານ ແລະ ສຸຂະ ອະນາໄມ ແລະ ສະພາບແວດລ້ອມ,  ຍັງບໍ່ທັນເອື້ອອໍານວຍຄວາມສະດວກໃຫ້ການຈັດການຮຽນການສອນທີ່ມີຄຸນນະພາບ; ໂຮງຮຽນອະນຸບານຂອງລັດຫຼຸດລົງ 35 ຫ້ອງ ແລະ ຫ້ອງກຽມປະຖົມຫຼຸດລົງ 95 ຫ້ອງ, ຄູສອນບໍ່ພຽງພໍ ແລະ  ຄູອາສາສະໝັກລາອອກ, ເດັກນ້ອຍອາຍຸ 3-5 ປີ ໃນເຂດຊົນນະບົດຍັງບໍ່ໄດ້ເຂົ້າຮຽນໂຮງຮຽນອະນຸບານ; ການສະໜອງປຶ້ມຫຼັກສູດ, ຄູ່ມືຄູ, ແຜນການຈັດປະສົບການ ຊັ້ນອະນຸບານສຶກສາ, ເຄື່ອງຫຼິ້ນ ແລະ ເຄື່ອງໃຊ້ໃນຫ້ອງຮຽນ ແລະ ນອກຫ້ອງຮຽນຍັງບໍ່ພຽງພໍ;  ຄູສອນສ່ວນຫຼາຍຍັງບໍ່ໄດ້ຮັບການຝຶກອົບຮົມກ່ຽວກັບການນຳໃຊ້ຄູ່ມືການຈັດການຮຽນການສອນທີ່ໄດ້ຮັບການປັບປຸງໃໝ່;  ການຝຶກອົບຮົມຄູປະຈໍາການຍັງບໍ່ທົ່ວເຖິງ;  ຄວາມເຂົ້າໃຈ ແລະ ການປະກອບສ່ວນຕໍ່ວຽກງານການສຶກສາກ່ອນໄວຮຽນຍັງມີໝ້ອຍ; ຄະນະພັດທະນາການສຶກສາຂັ້ນບ້ານ, ອົງການຈັດຕັ້ງທີ່ກ່ຽວຂ້ອງ ແລະ ອົງການຈັດຕັ້ງສັງຄົມຍັງບໍ່ຫຼາກຫຼາຍ, ບໍ່ເລິກເຊິ່ງ ແລະ ທົ່ວເຖິງ.

 

ສໍາລັບແຜນວຽກຈຸດສຸມ ໃນສົກຮຽນ 2024-2025  ແມ່ນສືບຕໍ່ກຽມຄວາມພ້ອມດ້ານການຮຽນໃຫ້ເດັກກ່ອນໄວຮຽນດ້ວຍຫຼາຍຮູບແບບ ໂດຍສະເພາະຄວາມພ້ອມດ້ານທັກສະພາສາລາວ ແລະ ຄວາມຮູ້ພື້ນຖານດ້ານຄິດຄຳນວນ, ສຸມໃສ່ເດັກນ້ອຍໃນເມືອງຊົນນະບົດ ແລະ ຮັບປະກັນຄວາມສະເໜີພາບລະຫວ່າງ ຍິງ-ຊາຍ, ພ້ອມທັງປັບປຸງຄຸນນະພາບການຈັດການຮຽນການສອນ ສໍາລັບຊັ້ນການສຶກສາກ່ອນໄວຮຽນໃຫ້ມີຄວາມສອດຄ່ອງ,  ສ້າງຄວາມເຂັ້ມແຂງໃຫ້ຄູສອນຊັ້ນອະນຸບານສຶກສາ ແລະ ການຄຸ້ມຄອງສະຖານການສຶກສາກ່ອນໄວຮຽນໃຫ້ສອດຄ່ອງກັບມາດຕະຖານຄຸນນະພາບອະນຸບານສຶກສາ,  ຈັດຕັ້ງປະຕິບັດແຜນການສອນເຄື່ອນທີ່ ສຳລັບການສຶກສາກ່ອນໄວຮຽນ ໃນເມືອງຊົນນະບົດ,   ພ້ອມທັງຊຸກຍູ້ບຸກຄົນ, ນິຕິບຸກຄົນ ແລະ ການຈັດຕັ້ງເອກະຊົນ ສ້າງຕັ້ງສະຖານການສຶກສາກ່ອນໄວຮຽນໃນເຂດທີ່ມີເງື່ອນໄຂ.

ພາບ-ຂ່າວໂດຍ ສົງການ ພັນແພງດີ

ຂ່າວ​ທີ່​ກ່ຽວ​ຂ້ອງ



​ຂ່າວ​ອື່ນ​ທີ່​ໜ້າ​ສົນ​ໃຈ