ອຸຍເນັດໂກ ຮັບຮອງ ທາງຫຼວງບູຮານ ໃນອີຕາລີ ເປັນມໍລະດົກໂລກດ້ານວັດທະນະທຳ
ຂ່າວຕ່າງປະເທດລາຍງານ ເມື່ອວັນທີ 28 ກໍລະກົດ ຜ່ານມາ ວ່າ: ທາງຫຼວງບູຮານສາຍທຳອິດຂອງນະຄອນຫຼວງໂຣມ ປະເທດອີຕາລີ ໄດ້ຮັບການຂຶ້ນທະບຽນໃຫ້ເປັນມໍລະດົກໂລກທາງວັດທະນະທຳຂອງອົງການສະຫະປະຊາຊາດ.
ອົງການເພື່ອການສຶກສາ, ວິທະຍາສາດ ແລະ ວັດທະນະທຳ ແຫ່ງສະຫະປະຊາຊາດ ຫຼື UNESCO ຂຶ້ນທະບຽນຖະໜົນແອບປຽນ (Appian Way) ທາງຫຼວງສາຍທຳອິດຂອງຊາວໂຣມັນ ໃນຍຸກໂຣມັນບູຮານ ແລະ ສະຖານທີ່ທ່ອງທ່ຽວທີ່ມີຊື່ສຽງຂອງນະຄອນຫຼວງໂຣມ ປະເທດອີຕາລີ ໃນປັດຈຸບັນ ເປັນມໍລະດົກໂລກທາງວັດທະນະທຳແຫ່ງໃໝ່.
ສຳລັບຖະໜົນແອບປຽນ ເປັນທີ່ຮູ້ຈັກໃນຊື່ Regina Viarum ຫຼື ລາຊະນີແຫ່ງຖະໜົນ (Queen of Roads)...








