Skip to main content

​ລາວ-ຣັດເຊຍ ຮ່ວມມືທົດ​ລອງ​ສອນ​ພາ​ສາ​ຣັດ​ເຊຍ​ໃນ​ຊັ້ນ​ມັດ​ທະ​ຍົມ​ສຶກ​ສາ​ຢູ່ ສປປ ລາວ

01/08/2024

ສປປ ລາວ ຕາງໜ້າໂດຍ ສະ​ຖາ​ບັນ​ຄົ້ນ​ຄວ້າ​ວິ​ທະ​ຍາ​ສາດ​ການ​ສຶກ​ສາ ກະຊວງສຶກສາທິການ ແລະ ກິລາ (ສສກ) ແລະ ສະ​ຫະ​ພັນ​ຣັດ​ເຊຍ ຕາງໜ້າໂດຍ ອົງ​ການ​ງົບ​ປະ​ມານ​ດ້ານ​ການ​ສຶກ​ສາ​ແຫ່ງ​ລັດ ສູນ​ຮ່ວມ​ມື​ສາ​ກົນ ກະ​ຊວງ​ສຶກ​ສາ​ທິ​ການ ໄດ້ຮ່ວມມື​ຈັດ​ຕັ້ງ​ປະ​ຕິ​ບັດ​ໂຄງ​ການ​ທົດ​ລອງ​ສອນ​ພາ​ສາ​ຣັດ​ເຊຍ​ໃນ​ຊັ້ນ​ມັດ​ທະ​ຍົມ​ສຶກ​ສາ​ ໃນ ສປປ ​ລາວ.

ການເຊັນບົດ​ບັນ​ທຶກ​ຂໍ້​ຕົກ​ລົງ​ລະ​ຫວ່າງ​ ສະ​ຖາ​ບັນ​ຄົ້ນ​ຄວ້າ​ວິ​ທະ​ຍາ​ສາດ​ການ​ສຶກ​ສາ ກະ​ຊວງ​ສຶກ​ສາ​ທິ​ການ ແລະ ກິ​ລາ ສປປ ​ລາວ ແລະ ອົງ​ການ​ງົບ​ປະ​ມານ​ດ້ານ​ການ​ສຶກ​ສາ​ແຫ່ງ​ລັດ ສູນ​ຮ່ວມ​ມື​ສາ​ກົນ ກະ​ຊວງ​ສຶກ​ສາ​ທິ​ການ ສະ​ຫະ​ພັນ​ຣັດ​ເຊຍ ໄດ້ມີຂຶ້ນ​ໃນ​ວັນ​ທີ 25 ກໍ​ລະ​ກົດ 2024 ທີ່​ຫໍ​ປະ​ຊຸມ​ແຫ່ງ​ຊາດ ນະ​ຄອນຫຼວງວຽງ​ຈັນ ຊຶ່ງເປັນ​ວາ​ລະ​ສອດ​ແຊກວາ​ລະ​ກອງປະຊຸມລັດຖະມົນຕີການຕ່າງປະເທດ ອາຊຽນ ແລະ ກອງປະຊຸມອື່ນໆທີ່ກ່ຽວຂ້ອງ ໃນ​ລະ​ຫວ່າງວັນ​ທີ 21-27 ກໍ​ລະ​ກົດ 2024 ໂດຍຕາງໜ້າລົງນາມຂອງທ່ານ ຮສ.ປອ ອານຸລົມ ວິໄລພອນ ຜູ້ອໍານວຍການສະຖາບັນຄົ້ນຄວ້າວິທະຍາສາດການສຶກສາ ກະ​ຊວງ​ສຶກ​ສາ​ທິ​ການ ແລະ ກິ​ລາ ສປປ ​ລາວ ແລະ ທ່ານ ມາລີເຊັບ ຮັກສາການຜູ້ອໍານວຍການ ອົງ​ການ​ງົບ​ປະ​ມານ​ດ້ານ​ການ​ສຶກ​ສາ​ແຫ່ງ​ລັດ ສູນ​ຮ່ວມ​ມື​ສາ​ກົນ ກະ​ຊວງ​ສຶກ​ສາ​ທິ​ການ ແຫ່ງ ສະ​ຫະ​ພັນ​ຣັດ​ເຊຍ, ເປັນກຽດເຂົ້າຮ່ວມຂອງທ່ານ ສະເຫຼີມໄຊ ກົມມະສິດ ຮອງນາຍົກລັດຖະມົນຕີ ລັດຖະມົນຕີ ກະຊວງການຕ່າງປະເທດ ແຫ່ງ ສປປ ລາວ ແລະ ທ່ານ ເຊີເກ ລາບຣອບ ລັດຖະມົນຕີ ກະຊວງການຕ່າງປະເທດ ແຫ່ງ ສະ​ຫະ​ພັນ​ຣັດ​ເຊຍ ພ້ອມດ້ວຍຄະນະນຳທີ່ກ່ຽວຂ້ອງຢ່າງພ້ອມພຽງ.

ການ​ເຊັນ​ສັນ​ຍາ​ລະ​ຫວ່າງ 2 ຝ່າຍໃນຄັ້ງນີ້, ເພື່ອ​​ເປັນ​ບ່ອນ​ອີງ​ໃນ​ການ​ຮ່ວມ​ມື​ດຳ​ເນີນ​ການ​ທົດ​ລອງ​ສອນ​ພາ​ສາ​ຣັດ​ເຊຍ​ໃນ​ຊັ້ນ​ມັດ​ທະ​ຍົມ​ສຶກ​ສາ​​ ໃນ​ ສປປ ລາວ; ເພື່ອ​ນຳ​ເອົາ​ຄູ​ສອນ​ພາ​ສາ​ຣັດ​ເຊຍ​ມາ​ດຳ​ເນີນ​ການ​​ທົດ​ລອງສອນ​ພາ​ສາ​ຣັດ​ເຊຍ​ຢູ່ໃນຊັ້ນ​ມັດ​ທະ​ຍົມ​ສຶກ​ສາ​​ໃນ​ ສປປ ​ລາວ, ດຳ​ເນີນ​ການ​ຂໍ​ວີ​ຊາ, ບັດ​ພັກ​ເຊົາ ແລະ ທີ່​ພັກ​ໃຫ້​ຄູ​ຣັດ​ເຊຍ; ເພື່ອ​ພັດ​ທະ​ນາຫຼັກ​ສູດ, ສື່​ການ​ຮຽນ​ການ​ສອນພາ​ສາ​ຣັດ​ເຊຍ​ໃຫ້​ແທດ​ເໝາະ​ກັບ​ສະ​ພາບ​ຕົວ​ຈິງ​ຂອງ ສປປ ລາວ ແລະ ເພື່ອ​ຝຶກ​ອົບ​ຮົມ​ຄູ​ລາວ​ໃນ​ການ​ສອນ​ພາ​ສາ​ຣັດ​ເຊຍ​ໃນ​ຕໍ່​ໜ້າ.

ການຮ່ວມມືດັ່ງກ່າວ, ແມ່ນເພື່ອສືບ​ຕໍ່​ຈັດ​ຕັ້ງ​ປະ​ຕິ​ບັດ​ການ​ສອນ​ທົດ​ລອງ​ພາ​ສາ​ຣັດ​ເຊຍ​ໄດ້​ຢູ່​ 2 ​ໂຮງ​ຮຽນ​ເປົ້າ​ໝາຍ ຄື: ໂຮງ​ຮຽນ​ມັດ​ທະ​ຍົມ​ສົມ​ບູນ​ເພຍ​ວັດ, ໂຮງ​ຮຽນ​ມັດ​ທະ​ຍົມ​ສົມ​ບູນ​ເຈົ້າ​ອາ​ນຸ​ວົງ ແລະ ເພື່ອ​ຂະ​ຫຍາຍ​ການ​ຈັດ​ຕັ້ງ​ປ​ະ​ຕິ​ບັດ​ການ​ຮຽນ​ການ​ສອນ​ພາ​ສາ​ຣັດ​ເຊຍ​ອອກ​ໄປອີກ 4 ໂຮງ​ຮຽນຊັ້ນ​ມັດ​ທະ​ຍົມ​ສຶກ​ສາ. ນອກ​ຈາກນີ້, ກໍ​ເພື່ອ​ຈັດ​ຕັ້ງ​ປະ​ຕິ​ບັດ​ກາ​ນ​ຮ່ວມ​ມື​ລະ​ຫວ່າງ​ສະ​ຖາ​ບັນ ແລະ ສູນ ໃນ​ການ​ຜະ​ລິດ, ຮຽບ​ຮຽງຫຼັກ​ສູດ, ປຶ້ມ​ແບບ​ຮຽນ, ຄູ່​ມື​ຄູ ແລະ ສື່​ການ​ຮຽນ​ການ​ສອນ​ພາ​ສາ​ຣັດ​ເຊຍ​ໃຫ້​ແທດ​ເໝາະ​ກັບ​ສະ​ພາບ​ການ​ຮຽນ​ການ​ສອນ​ພາ​ສາ​ຣັດ​ເຊຍ ​ໃນ​ ສປປ ​ລາວ.

ສໍາລັບສົກ​ຮຽນ 2024-2025 ແມ່ນຈະ​ໄດ້ສືບ​ຕໍ່​​ທົດ​ລອງ​ສອນ​ພາ​ສາ​ຣັດ​ເຊຍ​ຢູ່ 2 ​ໂຮງ​ຮຽນ​ເປົ້າ​ໝາຍ (ໂຮງ​ຮຽນ​ມັດ​ທະ​ຍົມ​ສົມ​ບູນ​ເພຍ​ວັດ ແລະ ເຈົ້າ​ອາ​ນຸ​ວົງ) ​ເປັນ​ 2 ຂັ້ນ​ຮຽນ ຄື: ມ.1 ແລະ ມ.2 ​ແລະ ຈະ​ໄດ້ເພີ່ມ​ຈຳ​ນວນ​ໂຮງ​ຮຽນ​​ໃນ​ຂັ້ນ ມ.1 ຕື່ມ​ 4 ໂຮງ​ຮຽນ​ ລວມ​ທັງ​ໝົດ​ເປັນ 6 ໂຮງ​ຮຽນ; ສືບ​ຕໍ່​ນຳ​ໃຊ້​ປຶ້ມ SOROKA RUSSIAN FOR KIDS STUDENT’S BOOK 1 ໃນ​ຂັ້ນ ມ.1 ແລະ ນຳ​ໃຊ້​ປຶ້ມ SOROKA RUSSIAN FOR KIDS STUDENT’S BOOK 2 ໃນ​ຂັ້ນ ມ.2; ຈັດ​ຕັ້ງ​ປະ​ຕິ​ບັດ​ແຜນ​ພັດ​ທະ​ນາຫຼັກ​ສູດ, ສື່​ການ​ຮຽນ​ການ​ສອນ​ພາ​ສາ​ຣັດ​ເຊຍ​ສຳ​ລັບ​ສະ​ພາບ​ແວດ​ລ້ອມ​ຂອງ​ລາວ ແລະ ຝຶກ​ອົບ​ຮົມ​ຄູ​ຄົນ​ລາວ​ ເພື່ອ​ສືບ​ຕໍ່​ການ​ຮຽນ​ການ​ສອນ​ພາ​ສາ​ຣັດ​ເຊຍໃນ​ຕໍ່​ໜ້າ.

ໂດຍ ດາວຫວຽດ

ຂ່າວ​ທີ່​ກ່ຽວ​ຂ້ອງ



​ຂ່າວ​ອື່ນ​ທີ່​ໜ້າ​ສົນ​ໃຈ