ສສກ-ອົງການຣູມທູຣີດ ທົບທວນກາງສະໄໝ ໂຄງການສົ່ງເສີມການສຶກສາສຳລັບເດັກນ້ອຍໃນລາວ

ກະຊວງສຶກສາທິການ ແລະ ກິລາ (ສສກ) ແລະ ອົງການຣູມທູຣີດ ປະຈໍາ ສປປ ລາວ ໄດ້ຈັດກອງປະຊຸມທົບທວນກາງສະໄໝ ກ່ຽວກັບໂຄງການສົ່ງເສີມການສຶກສາສຳລັບເດັກນ້ອຍໃນລາວ ໄລຍະ VI ປີ 2022-2024 ເມື່ອວັນທີ 25 ກໍລະກົດ 2024 ທີ່ໂຮງແຮມສີສົມບັດພລາຊາ ເມືອງວັງວຽງ ແຂວງວຽງຈັນ ໂດຍພາຍໃຕ້ການເປັນປະທານຂອງທ່ານ ນາງ ຄຳປະເສີດ ກິຕິຍະວົງ ຫົວໜ້າກົມສາມັນສຶກສາ ກະຊວງສຶກສາທິການ ແລະ ກິລາ, ທ່ານ ປອ ນາງ ໜໍ່ຄຳ ສຸພານຸວົງ ຜູ້ອຳນວຍການອົງການຣູມທູຣີດ ປະຈຳ ສປປ ລາວ, ມີຫົວໜ້າ-ຮອງຫົວໜ້າກົມ, ຜູ້ຕາງໜ້າຈາກສະຖາບັນ, ສູນ, ວິທະຍາໄລ, ຄະນະພະແນກສຶກສາທິການ ແລະ ກິລາແຂວງ, ຫ້ອງການສຶກສາທິການ ແລະ ກິລາເມືອງທີ່ກ່ຽວຂ້ອງ ຕະຫຼອດຮອດພະນັກງານ ວິຊາການທີ່ກ່ຽວຂ້ອງເຂົ້າຮ່ວມ.
ໃນໂອກາດດັ່ງກ່າວ, ທ່ານ ນາງ ຄຳປະເສີດ ກິຕິຍະວົງ ໄດ້ກ່າວວ່າ: ການເປີດກອງປະຊຸມຄັ້ງນີ້ ແມ່ນມີຄວາມໝາຍຄວາມສຳຄັນເປັນຢ່າງຍິ່ງ ຊຶ່ງໃນຊຸມປີຜ່ານມາ ວຽກງານການສຶກສາໄດ້ປະເຊີນກັບບັນຫາໃນຫຼາຍດ້ານ ເປັນຕົ້ນແມ່ນ ໂຄວິດ-19 ແລະ ວິກິດທາງດ້ານເສດທະກິດ ສິ່ງເຫຼົ່ານີ້ ເປັນສ່ວນໜຶ່ງຂອງຫຼາຍສາເຫດທີ່ສົ່ງຜົນຕໍ່ການປະລະຮຽນຂອງນ້ອງນັກຮຽນສູງ ແລະ ມີຜົນກະທົບຕໍ່ຄຸນນະພາບໂດຍກົງ ເຮັດໃຫ້ຄຸນນະພາບຂອງການສຶກສາຍັງບໍ່ສູງ. ໃນຂະນະທີ່ສິ່ງທີ່ຂະແໜງການສຶກສາເຮົາຕ້ອງບັນລຸ ແມ່ນການສະໜອງຊັບພະຍາກອນມະນຸດທີ່ມີຄຸນນະພາບ ເພື່ອປະກອບສ່ວນເຂົ້າໃນການບັນລຸເປົ້າການພັດທະນາແບບຍືນຍົງ (SGD). ຜົນການຮຽນໃນສະຖານການສຶກສາ, ຜົນການຮຽນຂອງນັກຮຽນຕໍ່າ ແມ່ນມີຫຼາຍສາເຫດ ໃນນັ້ນ ລວມເຖິງທັກສະການສອນຂອງຄູ ໂດຍສະເພາະແມ່ນຫ້ອງຄວບຂອງຄູ, ບັນຫາຄູບໍ່ພຽງພໍ ແລະ ບັນຫາດ້ານຄວາມອາດສາມາດຂອງຜູ້ອຳນວຍການໂຮງຮຽນຍັງບໍ່ທັນສູງ.
ນອກຈາກນັ້ນ, ດ້ານໂພສະນາການ ຫຼື ການຂາດສານອາຫານກໍເປັນໜຶ່ງໃນປັດໃຈຫຼັກ ເຫັນໄດ້ວ່າຄະນະພັດທະນາການສຶກສາຂັ້ນທ້ອງຖິ່ນ ແລະ ຜູ້ປົກຄອງ ລ້ວນແຕ່ມີຄວາມສຳຄັນໃນການປະກອນສ່ວນໃນວຽກງານສຶກສາ ຕາມສະຖິຕິໃຫ້ຮູ້ວ່າ ອັດປະລະໃນຊັ້ນປະຖົມສຶກສາ, ຊັ້ນມັດທະຍົມສຶກສາຕອນຕົ້ນ ແລະ ຕອນປາຍ ແມ່ນມີທ່າອ່ຽງສູງຂຶ້ນໃນຊຸມປີຜ່ານມາ ເມືອທຽບໃສ່ປີ 2020. ອັດຕາການເຂົ້າຮຽນສຸດທິ ແລະ ອັດຕາການເຂົ້າຮຽນລວມ ກໍມີທ່າອ່ຽງຫຼຸດລົງໃນຫຼາຍແຂວງເຊັ່ນກັນ ຊຶ່ງປັດຈຸບັນທາງກະຊວງສຶກສາທິການ ແລະ ກິລາກຳລັງຈະຈັດຕັ້ງປະຕິບັດ “ໂຄງການນຳນ້ອງຄືນສູ່ໂຮງຮຽນ”. ນອກຈາກນີ້, ທ່ານຍັງໄດ້ຮຽກຮອງໃຫ້ທາງອົງການຣູມທູຣີດ ຊ່ວຍສະໜັບສະໜູນວຽກງານດັ່ງກ່າວ ແລະ ຍັງມີໂຄງການບຳລຸງນັກຮຽນຜູ້ທີ່ມີຜົນການຮຽນຕໍ່າ ໂດຍສະເພາະແມ່ນນັກຮຽນທີ່ມີຄວາມສ່ຽງໃນການປະລະການຮຽນ. ທ່ານ ນາງ ຄຳປະເສີດ ກິຕິຍະວົງ ໄດ້ເນັ້ນອີກຕື່ມວ່າ: ການສຶກສາເປັນພາລະກິດຂອງມະຫາຊົນ ຈຶ່ງຮຽກຮ້ອງໃຫ້ທຸກພາກສ່ວນນໍາເອົາເນື້ອໃນຈິດໃຈດັ່ງກ່າວ ໄປຈັດຕັ້ງປະຕິບັດໃນຂົງເຂດທີ່ຕົນຮັບຜິດຊອບໃຫ້ໄດ້ຮັບການປັບປຸງໃນເທື່ອລະກ້າວ.
ໃນກອງປະຊຸມຄັ້ງນີ້, ໄດ້ຮັບຟັງການລາຍການຜົນການຈັດຕັ້ງປະຕິບັດແຜນຮ່ວມມື, ແຜນງົບປະມານລາຍຈ່າຍເຄິ່ງໄລຍະຂອງໂຄງການສົ່ງເສີມການສຶກສາສາສໍາລັບເດັກນ້ອຍລາວ ໄລຍະ VI ແຕ່ເດືອນກໍລະກົດ 2022 ຫາ ເດືອນມິຖຸນາ 2024 ລວມທັງບົດລາຍງານປະຈຳປີ 2023 ພ້ອມທັງສົນທະນາປະກອບຄຳຄິດຄຳເຫັນໃສ່ຮ່າງບົດລາຍງານ ເພື່ອຖອດຖອນບົດຮຽນ ແລະ ວາງແຜນການຈັດຕັ້ງປະຕິບັດວຽກງານຕົວຈິງໃນການພັດທະນາການສຶກສາຂັ້ນພື້ນຖານໃຫ້ແກ່ເດັກ ແລະ ໄວໜຸ່ມ ໂດຍສະເພາະແມ່ນການເຂົ້າເຖິງການສຶກສາທີ່ຍັງບໍ່ທົ່ວເຖິງ ແລະ ສະເໝີພາບ, ຄຸນນະພາບການສຶກສາທີ່ຍັງບໍ່ສູງ ເຊັ່ນ: ອັດຕາການເຂົ້າຮຽນຂອງການສຶກສາກ່ອນໄວຮຽນ, ອັດຕາການລອດເຫຼືອຈົບຊັ້ນປະຖົມ ແລະ ການປະລະການຮຽນໃນຊັ້ນມັດທະຍົມ ແລະ ເພື່ອຮັບຮອງແຜນງານການຈັດຕັ້ງປະຕິບັດໂຄງການສົ່ງເສີມການສຶກສາສໍາລັບເດັກນ້ອຍລາວ ໄລຍະ VI ປະຈໍາປີ 2024-2026 ທີ່ຈັດຕັ້ງປະຕິບັດໂດຍອົງການຣູບທູຣີດ ເພື່ອເປີດໂອກາດໃຫ້ເດັກນ້ອຍລາວໄດ້ເຂົ້າເຖິງການສຶກສາຢ່າງມີຄຸນນະພາບ ແລະ ທົ່ວເຖິງ.
ໂດຍ ບຸນທະວີ
ຂ່າວທີ່ກ່ຽວຂ້ອງ