ກອງທັບຈີນ ຈະເປັນກໍາລັງສໍາຄັນໃນການເຊີດຊູສັນຕິພາບໂລກ
(ໃນໂອກາດວັນສ້າງຕັ້ງກອງທັບ ປະຊາຊົນຈີນ ຄົບຮອບ 97 ປີ ວັນທີ 1/8/1927-1/8/2024)
ລັດຖະບານຈີນ ໄດ້ປະກາດປື້ມປົກຂາວກ່ຽວກັບ “ກິດຈະການປ້ອງກັນປະເທດຈີນໃນຍຸກໃໝ່” ໂດຍລະບຸເຖິງນະໂຍບາຍວຽກງານປ້ອງກັນປະເທດຂອງ ສປ ຈີນ ໃນຍຸກໃໝ່ດ້ວຍ 6 ດ້ານຢ່າງລະອຽດ ພ້ອມທັງກໍານົດທິດທາງຍຸດທະສາດຫຼັກການພື້ນຖານ ແລະ ຄວາມສໍາຄັນລະດັບໂລກຂອງກິດຈະການປ້ອງກັນປະເທດຈີນ ແລະ ການສ້າງກໍາລັງທະຫານຂອງຈີນ ຢ່າງຊັດເຈນ ໂດຍສະແດງເຖິງການເປີດກວ້າງຄວາມໂປ່ງໃສ ແລະ ຄວາມໝັ້ນຄົງ.
ນອກຈາກນັ້ນ, ປື້ມປົກຂາວດັ່ງກ່າວ ຍັງໄດ້ລະບຸຢ່າງຊັດເຈນ ເປັນຄັ້ງທໍາອິດວ່າ: ກິດຈະການວຽກງານປ້ອງກັນປະເທດຈີນ ໃນຍຸກໃໝ່...








