Skip to main content

ສສກ ຜັນຂະຫຍາຍມະຕິກອງປະຊຸມຄົບຄະນະບໍລິຫານງານສູນກາງພັກ ຄັ້ງທີ 8 ສະໄໝທີ XI

26/07/2024

ກະຊວງສຶກສາທິການ ແລະ ກິລາ (ສສກ) ໄດ້ຈັດກອງປະຊຸມສໍາມະນາຜັນຂະຫຍາຍມະຕິກອງປະຊຸມຄົບຄະນະບໍລິຫານງານສູນກາງພັກ ຄັ້ງທີ 8 ສະໄໝທີ XI ກ່ຽວກັບການປັບປຸງຄຸນນະພາບການສຶກສາ, ແກ້ໄຂບັນຫາປະລະການຮຽນ ແລະ ການຂາດແຄນຄູສອນ ເມື່ອບໍ່ດົນມານີ້ ທີ່ຫ້ອງປະຊຸມກະຊວງ ສສກ (ຕຶກໄອຊີທີ) ໂດຍພາຍໃຕ້ການເປັນປະທານຂອງສະຫາຍ ຮສ.ປອ ພຸດ ສິມມາລາວົງ ກຳມະການສູນກາງພັກ, ເລຂາຄະນະພັກກະຊວງ, ລັດຖະມົນຕີກະຊວງສຶກສາທິການ ແລະ ກິລາ, ມີອະດີດຮອງລັດຖະມົນຕີ, ຮອງເລຂາຄະນະພັກກະຊວງ, ປະທານຄະນະກວດກາພັກກະຊວງ, ພ້ອມດ້ວຍບັນດາຄະນະປະຈຳພັກ, ຄະນະບໍລິຫານງານພັກກະຊວງ, ຄະນະໜ່ວຍພັກກົມ, ຜູ້ຕາງໜ້າຮາກຖານທີ່ຂຶ້ນກັບອົງຄະນະພັກກະຊວງ ສສກ, ບັນດາຕາງໜ້າ 3 ອົງການຈັດຕັ້ງມະຫາຊົນຂັ້ນກະຊວງ, ຄະນະພັກຮາກຖານມະຫາວິທະຍາໄລ 4 ແຫ່ງ,  ຄະນະພັກຮາກຖານພະແນກສຶກສາທິການ ແລະ ກິລາແຂວງ ແລະ ນະຄອນຫຼວງ, ຫ້ອງການສຶກສາທິການ ແລະ ກິລາ ເມືອງ, ນະຄອນ, ບັນດາວິທະຍາໄລຢູ່ທ້ອງຖິ່ນ ຕະຫຼອດຮອດພາກສ່ວນທີ່ກ່ຽວຂ້ອງເຂົ້າຮ່ວມຜ່ານທາງອອນລາຍ ແລະ ເຊິ່ງໜ້າ.

ໂອກາດດັ່ງກ່າວ, ສະຫາຍ ຮສ.ປອ ພຸດ ສິມມາລາວົງ ໄດ້ກ່າວໃຫ້ຮູ້ວ່າ: ກອງປະຊຸມຄັ້ງນີ້ ມີຄວາມສໍາຄັນຢ່າງຍິ່ງໃນການນໍາເອົາເນື້ອໃນຈິດໃຈຂອງມະຕິກອງປະຊຸມຄົບຄະນະບໍລິຫານງານສູນກາງພັກ ຄັ້ງທີ 8 ສະໄໝທີ XI ນໍາມາຜັນຂະຫຍາຍ ເພື່ອຈັດຕັ້ງປະຕິບັດວຽກງານໃນຂະແໜງການສຶກສາ, ວິທະຍາສາດ ແລະ ກິລາ ໃນໄລຍະໃໝ່ ໃຫ້ປະກົດຜົນເປັນຈິງ ໂດຍສະເພາະການປັບປຸງຄຸນນະພາບການສຶກສາ, ເພີ່ມການເຂົ້າຮຽນ, ຫຼຸດຜ່ອນການປະລະການຮຽນ ແລະ ແກ້ໄຂບັນຫາການຂາດແຄນຄູສອນແຕ່ນີ້ຮອດປີ 2025 ແລະ ເພື່ອເປັນບ່ອນອີງໃຫ້ແຕ່ລະພາກສ່ວນໃນການຜັນຂະຫຍາຍໃຫ້ເປັນແຜນການ, ແຜນງານ, ແຜນເງິນ ແລະ ແຜນຄົນໃຫ້ເໝາະສົມ ແລະ ມີປະສິດທິພາບ.

ໃນກອງປະຊຸມ, ຜູ້ແທນໄດ້ຮັບຟັງ ແລະ ປະກອບຄໍາຄິດເຫັນໃສ່ຮ່າງການຜັນຂະຫຍາຍ ແລະ ແນະນໍາຮ່າງແຜນວຽກບູລິມະສິດ ການຜັນຂະມະຕິກອງປະຊຸມຄົບຄະນະບໍລິຫານງານສູນກາງພັກ ຄັ້ງທີ 8 ສະໄໝທີ XI ກ່ຽວກັບການປັບປຸງຄຸນນະພາບການສຶກສາ, ແກ້ໄຂບັນຫາປະລະການຮຽນ ແລະ ການຂາດແຄນຄູສອນ ຊຶ່ງປະກອບມີ 7 ເນື້ອໃນຫຼັກທີ່ຕ້ອງໄດ້ຜັນຂະຫຍາຍ ຄື: ທົບທວນຄືນ ແລະ ວິທີການແກ້ໄຂບັນຫາທີ່ເປັນຍຸດທະສາດທີ່ວາງອອກຍັງບໍ່ທັນໄດ້ຮັບການຜັນຂະຫຍາຍຢ່າງແຂງແຮງ, ມາດຕະການເພີ່ມອັດຕາການເຂົ້າຮຽນໃນທຸກຊັ້ນທຸກສາຍ, ມາດຕະການຍົກສູງຄູນນະພາບການສຶກສາ, ມາດຕະການແກ້ໄຂການປະລະການຮຽນ, ມາດຕະການແກ້ໄຂຂາດແຄນຄູສອນ, ມາດຕະການ ບໍລິຫານ-ຄຸ້ມຄອງການສຶກສາ ແລະ ມາດຕະການສົ່ງເສີມການມີສ່ວນຮ່ວມຕໍ່ການສຶກສາ.

ໂດຍ ບົວລະພາ

ຂ່າວ​ທີ່​ກ່ຽວ​ຂ້ອງ



​ຂ່າວ​ອື່ນ​ທີ່​ໜ້າ​ສົນ​ໃຈ