ສສກ-ອົດສະຕຣາລີ ເປີດນໍາໃຊ້ເອກະສານແນະນໍາການປົກປ້ອງ ແລະ ຮັກສາຄວາມປອດໄພສໍາລັບເດັກ

ກະຊວງສຶກສາທິການ ແລະ ກິລາ (ສສກ) ແລະ ລັດຖະບານອົດສະຕຣາລີ ໄດ້ຈັດພິທີເປີດການນໍາໃຊ້ເອກະສານແນະນໍາການປົກປ້ອງ ແລະ ຮັກສາຄວາມປອດໄພສໍາລັບເດັກຂອງຂະແໜງການສຶກສາ ແລະ ກິລາ ເນື່ອງໃນໂອກາດສະເຫຼີມສະຫຼອງວັນສ້າງຕັ້ງສະຫະພັນແມ່ຍິງລາວ ຄົບຮອບ 69 ປີ (20 ກໍລະກົດ 1955-20 ກໍລະກົດ 2024) ພ້ອມທັງຈັດການຝຶກອົບຮົມ ໃນຫົວຂໍ້ ການປົກປ້ອງເດັກ ເມື່ອວັນທີ 16 ກໍລະກົດ 2024 ທີ່ວິທະຍາໄລຄູດົງຄໍາຊ້າງ ນະຄອນຫຼວງວຽງຈັນ ໂດຍໃຫ້ກຽດເຂົ້າຮ່ວມຂອງທ່ານ ສົມສີ ສຸດທິວົງ ຮອງຫົວໜ້າຫ້ອງການ ຜູ້ປະຈຳການ ຄະນະກຳມາທິການ ເພື່ອຄວາມກ້າວໜ້າຂອງແມ່ຍິງ ແມ່ ແລະ ເດັກ ກະຊວງສຶກສາທິການ ແລະ ກິລາ, ທ່ານ ນາງ ວາເນັດຊ້າ ເຮັກກາທີ່ ເລຂາເອກດ້ານຂະແໜງສາທາລະນະສຸກ ແລະ ຂະແໜງການສຶກສາ ສະຖານທູດອົດສະຕຣາລີປະຈໍາ ສປປ ລາວ ພ້ອມດ້ວຍຄະນະຮັບຜິດຊອບວຽກງານ, ຜູ້ຕາງໜ້າຈາກບັນດາກົມຂອງກະຊວງ ສສກ, ພະແນກສຶກສາທິການ ແລະ ກິລາ ນະຄອນຫຼວງວຽງຈັນ, ຄູອາຈານ ແລະ ນັກສຶກສາຈາກວິທະຍາໄລຄູດົງຄຳຊ້າງ ແລະ ຜູ້ຕາງໜ້າຈາກສະຫະພັນແມ່ຍິງ ອ້ອມຂ້າງສະຖາບັນ ແລະ ພາກສ່ວນທີ່ກ່ຽວຂ້ອງຢ່າງພ້ອມພຽງ.
ໂອກາດດັ່ງກ່າວ, ທ່ານ ສົມສີ ສຸດທິວົງ ໄດ້ກ່າວວ່າ: ການປົກປ້ອງ ແລະ ການຮັກສາຄວາມປອດໄພສໍາລັບເດັກ ແມ່ນວຽກງານບຸລິມະສິດຂອງລັດຖະບານ ແຫ່ງ ສປປ ລາວ ແລະ ລັດຖະບານອົດສະຕຣາລີ ຄູມີບົດບາດສໍາຄັນໃນການປົກປ້ອງເດັກໂດຍການມີສ່ວນຮ່ວມ ໄດ້ຮັບການສະໜັບສະໜູນ ແລະ ມີຄວາມຮູ້ກ່ຽວກັບການປົກປ້ອງເດັກ ວິທີການປະຕິບັດຂອງຄູສາມາດສ້າງຄວາມແຕກຕ່າງດ້ານສະພາບແວດລ້ອມທີ່ດີກວ່າເກົ່າ ເພື່ອການຮຽນຮູ້ທີ່ປອດໄພ ເອກະສານ ແນະນໍາກ່ຽວກັບການປົກປ້ອງ ແລະ ຮັກສາຄວາມປອດໄພສໍາລັບເດັກສະບັບນີ້ ໄດ້ຖືກສ້າງຂຶ້ນເພື່ອສະໜັບສະໜູນຄູໃຫ້ເຂົ້າໃຈຢ່າງເລິກເຊິ່ງ ກ່ຽວກັບການປົກປ້ອງເດັກ ແລະ ໃຫ້ເຂົ້າເຖິງຂໍ້ມູນກ່ຽວກັບການໃຫ້ຄຳປຶກສາ ແລະ ລະບົບການລາຍງານ ເພາະຄູບໍ່ພຽງແຕ່ຖ່າຍທອດຄວາມຮູ້ໃຫ້ແກ່ນັກຮຽນເທົ່ານັ້ນ ແຕ່ຍັງສ້າງພື້ນທີ່ປອດໄພໃຫ້ເດັກນ້ອຍໄດ້ຮຽນຮູ້ ແລະ ຈະເລີນເຕີບໂຕທາງກາຍ ແລະ ຈິດໃຈອີກດ້ວຍ ເມື່ອນັກຮຽນຮູ້ສຶກປອດໄພ ເຂົາເຈົ້າຈະຮຽນຮູ້ໄດ້ດີຢູ່ໃນໂຮງຮຽນ ແລະ ຫວັງວ່າ ຄູ່ມືແນະນໍາການປົກປ້ອງ ແລະ ຮັກສາຄວາມປອດໄພສໍາລັບເດັກສະບັບນີ້ ຈະເປັນປະໂຫຍດຕໍ່ຄູສອນເພື່ອສ້າງສະພາບແວດລ້ອມທີ່ປອດໄພສໍາລັບນັກຮຽນ ພ້ອມຮຽກຮ້ອງໃຫ້ຄູທຸກທ່ານຈົ່ງເອົາໃຈໃສ່ຢ່າງຕັ້ງໜ້າໃນການປົກປ້ອງເດັກ ແລະ ສະໜັບສະໜູນການຮັກສາຄວາມປອດໄພຂອງເດັກໃນໂຮງຮຽນ.
ຂະນະດຽວກັນ, ທ່ານ ນາງ ວາເນັດຊ້າ ເຮັກກາທີ່ ໄດ້ກ່າວວ່າ: ໃນປະເທດອົດສະຕຣາລີ ເປັນທີ່ຮູ້ກັນດີວ່າ ທຸກຄົນທີ່ເຮັດວຽກຮ່ວມກັບເດັກນ້ອຍແມ່ນມີຄວາມຮັບຜິດຊອບ ເພື່ອຮັບປະກັນຄວາມປອດໄພທາງດ້ານຮ່າງກາຍ ແລະ ຈິດໃຈຂອງເຂົາ ລັດຖະບານອົດສະຕຣາລີ ມີຄວາມພູມໃຈທີ່ໄດ້ຮ່ວມມືກັບກະຊວງ ສສກ ໂດຍຜ່ານແຜນງານປັບປຸງຄຸນນະພາບ ແລະ ຂະຫຍາຍໂອກາດເຂົ້າເຖິງການສຶກສາຂັ້ນພື້ນຖານ ໃນ ສປປ ລາວ (ແຜນງານບີຄວາ) ໃນການພັດທະນາ ເຜີຍແຜ່ເອກະສານແນະນໍາສໍາລັບການປົກປ້ອງ ແລະ ຮັກສາຄວາມປອດໄພສໍາລັບເດັກຢ່າງເປັນທາງການຂອງຂະແໜງການສຶກສາ ແລະ ກິລາ ໃນການເສີມສ້າງຂີດຄວາມສາມາດໃນຫົວຂໍ້ທີ່ສໍາຄັນນີ້ ຄູ່ມືການປົກປ້ອງເດັກທີ່ນໍາມາສະເໜີ ອະທິບາຍເຖິງການປະຕິບັດຕົວຈິງທີ່ທຸກຄົນຄວນປະຕິບັດ ເມື່ອໄດ້ເຮັດວຽກຕິດພັນກັນເດັກ ການປົກປ້ອງ ແລະ ຮັກສາ ຄວາມປອດໄພສໍາລັບເດັກ ແມ່ນຄວາມຮັບຜິດຊອບຂອງທຸກຄົນ ຂໍໃຫ້ທຸກຄົນເປັນແບບຢ່າງ ແລະ ເຮັດວຽກຮ່ວມກັນເພື່ອຮັບປະກັນສະພາບແວດລ້ອມ ການຮຽນຮູ້ທີ່ປອດໄພສໍາລັບລູກຫຼານຂອງພວກເຮົາ ເພາະຄູສອນມີບົດບາດສໍາຄັນໃນການປົກປ້ອງນັກຮຽນ ການຮັບປະກັນໃຫ້ນັກຮຽນຮູ້ສຶກປອດໄພຢູ່ໂຮງຮຽນ ຊ່ວຍໃຫ້ພວກເຂົາໃຫ້ມີຄວາມກ້າວໜ້າໃນເສັ້ນທາງການຮຽນຮູ້ ການຈັດໃຫ້ຄູມີເຄື່ອງມື ແລະ ທັກສະທີ່ຈຳເປັນ ຈະຮັບປະກັນໃຫ້ເຂົາເຈົ້າສາມາດຊຸກຍູ້ ແລະ ປະຕິບັດການປົກປ້ອງ ແລະ ຮັກສາຄວາມປອດໄພໃຫ້ເດັກຢູ່ທັງໃນ ແລະ ນອກຫ້ອງຮຽນ.
ສຳລັບຄູຝຶກທີ່ຖືກຄັດເລືອກຈາກ ສສກ ຈະໄດ້ເຂົ້າຮ່ວມການຝຶກອົບຮົມເປັນເວລາສາມວັນ, ການຝຶກອົບຮົມໄດ້ໃຊ້ວິທີການຖືເອົາຜູ້ຮຽນເປັນໃຈກາງ ໂດຍມີຫຼາຍກິດຈະກຳທີ່ໄດ້ມີການປະຕິບັດຕົວຈິງ ແລະ ຮຽກຮ້ອງໃຫ້ຜູ້ມີສ່ວນຮ່ວມປະກອບສ່ວນໃນກິດຈະກຳ ໃນໄລຍະ 1 ວັນເຄິ່ງ, ພະແນກສົ່ງເສີມຄວາມກ້າວໜ້າຂອງແມ່ຍິງ ແມ່ ແລະ ເດັກ ແລະ ທີມຄູຝຶກວຽກງານບົດບາດຍິງ-ຊາຍ ຈາກ ສສກ ໄດ້ຝຶກອົບຮົມຄູຝຶກໃຫ້ແກ່ວິທະຍາໄລຄູດົງຄຳຊ້າງ ຈຳນວນ 40 ທ່ານ ເພື່ອເປັນຄູຝຶກວຽກງານປົກປ້ອງເດັກໃນອະນາຄົດ, ຜູ້ເຂົ້າຮ່ວມໄດ້ປຶກສາຫາລືກ່ຽວກັບພຶດຕິກຳທີ່ຍອມຮັບໄດ້ ແລະ ຍອມຮັບບໍ່ໄດ້ ໃນດ້ານການປົກປ້ອງເດັກໃນສະພາບແວດລ້ອມຂອງໂຮງຮຽນ ເຊັ່ນ: ການຂູດຮີດທາງເພດ, ການລ່ວງລະເມີດ ແລະ ການຂົ່ມເຫັງ, ການເຄົາລົບສິດ ແລະ ການຄໍານຶງເຖິງເດັກໂດຍບໍ່ມີການຈໍາແນກການຄຸ້ມຄອງພຶດຕິກຳຂອງເດັກ, ການຕິດຕໍ່ສື່ສານກັບເດັກ, ການຖ່າຍຮູບ ຫຼື ການຖ່າຍພາບເດັກ ແລະ ການເສບສິ່ງມຶນເມົາ ແລະ ການໃຊ້ຢາເສບຕິດ. ນອກຈາກນັ້ນ, ຍັງໄດ້ທົບທວນຄືນຫຼັກການການຮຽນຮູ້ຂອງຜູ້ໃຫຍ່ ແລະ ທິດສະດີການສອນ ເພື່ອກະກຽມໃຫ້ເປັນຄູຝຶກທີ່ມີປະສິດທິພາບ; ໃນມື້ທີສອງ ຄູຈາກວິທະຍາໄລຄູ 40 ທ່ານ ໄດ້ສືບຕໍ່ຝຶກອົບຮົມວຽກງານປ້ອງກັນເດັກໃຫ້ແກ່ຄູສອນ ແລະ ນັກຮຽນ ສາຍຄູ ທີ່ວິທະຍາໄລຄູ ຈຳນວນ 300 ຄົນ ແລະ ມື້ສຸດທ້າຍຂອງວາລະຝຶກອົບຮົມ ໄດ້ສະເໜີຄໍາແນະນໍາດ້ານການປົກປ້ອງ ແລະ ການຮັກສາຄວາມປອດໄພສໍາລັບເດັກໃນຂະແໜງການສຶກສາ ແລະ ກິລາໃຫ້ແກ່ທີມງານ.
ແຜນງານບີຄວາ ເປັນແຜນງານທີ່ນໍາພາໂດຍ ລັດຖະບານລາວ ໂດຍການສະໜັບສະໜູນຈາກ ລັດຖະບານອົດສະຕຣາລີ ແລະ ອົງການພັດທະນາສາກົນຂອງປະເທດສະຫະລັດອາເມຣິກາ (USAID) ໂຄງການໄດ້ສຸມໃສ່ເສີມຂະຫຍາຍຜົນການສຶກສາຂອງໄວໜຸ່ມທົ່ວປະເທດ ໂດຍສະເພາະແມ່ນຜູ້ທີ່ຕ້ອງການຄວາມຊ່ວຍເຫຼືອ ແລະ ຜູ້ທີ່ດ້ອຍໂອກາດ. ແຜນງານບີຄວາ ແມ່ນສົ່ງເສີມການຮັບປະກັນດ້ານຄວາມສະເໝີພາບລະຫວ່າງຍິງ-ຊາຍ ແລະ ການສຶກສາຮຽນຮ່ວມໃນທຸກກິດຈະກຳໃຫ້ມີຄວາມເທົ່າທຽມ ແລະ ຢືນຢົງ.
ໂດຍ ບົວລະພາ
ຂ່າວທີ່ກ່ຽວຂ້ອງ