ດີວີວີ ມອບສື່ສິ່ງພິມໃຫ້ ສສກ ສົ່ງເສີມການສຶກສາຜູ້ໃຫຍ່
ຫ້ອງການ ດີວີວີ ອິນເຕີເນເຊິນແນວ ແລະ ກົມການສຶກສານອກໂຮງຮຽນ ກະຊວງສຶກສາທິການ ແລະ ກິລາ (ສສກ) ໄດ້ສະເຫຼີມສະຫຼອງການຮ່ວມມືທີ່ມີມາແຕ່ດົນນານໂດຍການມອບສຶ່ສິ່ງພິມ ສົ່ງເສີມການສຶກສາໃນ ສປປ ລາວ ໃນວັນທີ 20 ກຸມພາ 2024 ທີ່ຫ້ອງການ ດີວີວີ ອິນເຕີເນເຊິນແນວ ປະຈຳພາກພື້ນ ທີ່ນະຄອນຫຼວງວຽງຈັນໂດຍຕາງໜ້າລົງນາມມອບຂອງທ່ານ Christoph Jost ຜູ້ອຳນວຍການປະຈຳພາກພື້ນອາຊີຕາເວັນອອກສ່ຽງໃຕ້ຂອງຫ້ອງການ ດີວີວີ ອິນເຕີເນເຊິນແນວ ແລະ ຕາງໜ້າຮັບຂອງທ່ານ ນາງ ພິລານີ ພິດສະໄໝ ຮອງຫົວໜ້າກົມການສຶກສານອກໂຮງຮຽນ ກະຊວງສຶກສາທິການ ແລະ ກິລາ, ໃຫ້ກຽດເຂົ້າຮ່ວມເປັນສັກຂີພິຍານຂອງທ່ານ ຮສ.ປອ ພຸດ ສິມມາລາວົງ ລັດຖະມົນຕີ ກະຊວງສຶກສາທິການ ແລະ ກິລາ ແລະ ທ່ານ ນາງ Annette Knobloch...








