Skip to main content

ແຂວງບໍ່ແກ້ວ ມີ 3 ສາເຫດຫຼັກທີ່ພາໃຫ້ນັກຮຽນປະລະການຮຽນ ເຖິງ 5 ພັນກວ່າຄົນ ຂະນະທີ່ ແຂວງວາງແຜນຫຼາຍຢ່າງແກ້ໄຂ

16/02/2024

ແຂວງບໍ່ແກ້ວ ກໍເປັນອີກແຂວງໜຶ່ງໃນທົ່ວປະເທດ ທີ່ປະສົບກັບບັນຫານັກຮຽນປະລະການຮຽນຈໍານວນຫຼາຍ ໃນປີ 2023 ແລະ 2024 ລວມ 5 ພັນກວ່າຄົນ ປະກອບມີ ຊັ້ນປະຖົມສຶກສາ, ມັດທະຍົມສຶກສາຕອນຕົ້ນ ແລະ ມັດທະຍົມສຶກສາຕອນປາຍ ເນື່ອງຈາກສາເຫດດ້ານພູມສາດ ແລະ ສະຖານການສຶກສາ; ສາເຫດໃນຕົວນັກຮຽນ ແລະ ສາເຫດທາງເສດຖະກິດ-ສັງຄົມ. ຂະນະທີ່, ທາງແຂວງໄດ້ວາງທິດທາງແຜນການຫຼາຍຢ່າງ ເພື່ອແກ້ໄຂບັນຫາດັ່ງກ່າວ.

ອີງຕາມບົດລາຍງານຂອງພະແນກສຶກສາທິການ ແລະ ກິລາ ແຂວງບໍ່ແກ້ວ ໃນກອງປະຊຸມຜູ້ບໍລິຫານການສຶກສາ, ວິທະຍາສາດ ແລະ ກິລາ ທົ່ວປະເທດ ປະຈໍາປີ 2023 ໃນລະຫວ່າງວັນທີ 7-8 ກຸມພາ 2024 ທີ່ກະຊວງສຶກສາທິການ ແລະ ກິລາໃຫ້ຊາບວ່າ: ໃນສົກຮຽນ 2023-2024 ທົ່ວແຂວງມີນັກຮຽນເຂົ້າຮຽນໃນມັດທະຍົມສຶກສາຕອນຕົ້ນ ແລະ ມັດທະຍົມສຶກສາຕອນປາຍ ຫຼຸດລົງ 654 ຄົນ ເນື່ອງຈາກປະຊາກອນໃນເກນອາຍຸເຂົ້າຮຽນບໍ່ໄປຮຽນ (ຢູ່ບ້ານ, ໄປອອກແຮງງານ), ມີການໂຮມໂຮງຮຽນເຂົ້າກັນ ເຮັດໃຫ້ໂຮງຮຽນໄກບ້ານ ເດັກຈໍານວນໜຶ່ງບໍ່ສາມາດໄປຮຽນໄດ້, ໂຮງຮຽນມັດທະຍົມບາງແຫ່ງເຂດບໍລິການຫ່າງໄກ (ໂຮງຮຽນໄກບ້ານ) ເມື່ອຈົບປະຖົມແລ້ວບໍ່ມາເຂົ້າຮຽນ, ມີການສົມທຽບຜູ້ຮຽນຈົບມາບໍ່ໄດ້ເຮັດວຽກ ແລະ ຜູ້ບໍ່ຮຽນໄປອອກແຮງງານພັດມີເສດຖະກິດດີກວ່າ.

 

ສ່ວນການປະລະການຮຽນໃນຊັ້ນປະຖົມສຶກສາ, ມັດທະຍົມສຶກສາຕອນຕົ້ນ ແລະ ມັດທະຍົມສຶກສາຕອນປາຍທົ່ວແຂວງ ໃນປີ 2023 ມີຈໍານວນ 2.772 ຄົນ ແລະ ໃນປີ 2024 ມີຈໍານວນ 3.009 ຄົນ ລວມ 5.781 ຄົນ ຊຶ່ງສາຍເຫດທີ່ພາໃຫ້ນັກຮຽນປະລະການຮຽນ ປະກອບມີ 3 ສາເຫດຫຼັກ ຄື: ສາເຫດດ້ານພູມສາດ ແລະ ສະຖານການສຶກສາ, ສາເຫດໃນຕົວນັກຮຽນ ແລະ ສາເຫດທາງເສດຖະກິດ-ສັງຄົມ. ໃນນີ້, ສາເຫດດ້ານພູມສາດ ແລະ ສະຖານການສຶກສາ ແມ່ນມີບາງເຂດ, ບາງບ້ານໂຮງຮຽນຢູ່ໄກບ້ານ ເຮັດໃຫ້ໄປຮຽນມີຄວາມຫຍຸ້ງຍາກ, ໂຮງຮຽນມັດທະຍົມມີຫໍພັກບໍ່ພຽງພໍ, ນັກຮຽນຍັງນ້ອຍບໍ່ສາມາດທຽວໄປຮຽນໄດ້, ການລົງຊຸກຍູ້ຕິດຕາມຂອງຜູ້ບໍລິຫານການສຶກສາຂັ້ນແຂວງ ແລະ ຂັ້ນເມືອງຍັງບໍ່ທັນເປັນປົກກະຕິ ອັນເນື່ອງມາຈາກຂາດປັດໄຈອຳນວຍຄວາມສະດວກ (ງົບປະມານ), ຄວາມຮັບຜິດຊອບຂອງຜູ້ບໍລິຫານໂຮງຮຽນຈຳນວນໜຶ່ງຍັງບໍ່ສູງ ແລະ ການຂຶ້ນຫ້ອງຂອງຄູອາຈານຈໍານວນໜຶ່ງບໍ່ປົກກະຕິ ແລະ ບໍ່ທັນປະຕິບັດຕາມໂມງເວລາ, ສະຖານການສຶກສາຂາດຍັງຂາດແຮງຈູງໃຈໃຫ້ເດັກມາຮຽນປົກກະຕິ, ການປະສານສົມທົບລະຫວ່າງໂຮງຮຽນກັບຄະນະພັດທະນາການສຶກສາຂັ້ນບ້ານ ແລະ ຜູ້ປົກຄອງນັກຮຽນຍັງບໍ່ທັນເຂັ້ມແຂງເທົ່າທີ່ຄວນ; ສາເຫດໃນຕົວນັກຮຽນ ແມ່ນກ່ຽວກັບບັນຫາສຸຂະພາບ ແລະ ຄວາມສາມາດຮຽນຮູ້ແຕກຕ່າງກັນ ເຮັດໃຫ້ຜູ້ຮຽນບໍ່ທັນໝູ່ ບໍ່ມີແຮງຈູງໃຈສືບຕໍ່ການຮຽນ, ບັນຫາຄອບຄົວ ເປັນຕົ້ນແມ່ນ ຄວາມອົບອຸ່ນ ແລະ ການສົ່ງເສີມຂອງພໍ່ແມ່; ສາເຫດທາງເສດຖະກິດ-ສັງຄົມ ປະກອບມີ ການຈັດສັນພູມລຳເນົາ, ອາຊີບ, ບ່ອນທຳການຜະລິດ, ການປະກອບອາຊີບຂອງຜູ້ປົກຄອງສ່ວນຫຼາຍ ແມ່ນອາຊີບກະສິກຳ ອີງໃສ່ທໍາມະຊາດ, ລາຍຮັບບໍ່ສົມຄູ່ກັບລາຍຈ່າຍ, ໄປອອກແຮງງານໃນຕ່າງເມືອງ ແລະ ຢູ່ຕ່າງແຂວງ ໄດ້ໃຫ້ລູກຫຼານໄປນໍາ, ມີການປຽບທຽບຜູ້ທີ່ຮຽນຈົບກໍບໍ່ມີວຽກເຮັດງານທໍາ ແຕ່ຜູ້ອອກໂຮງຮຽນໄປຫາເງິນແລ້ວມາພັດທະນາຄອບຄົວ, ການຄຸ້ມຄອງສັງຄົມ, ແຮງງານ ຍັງບໍ່ທັນຮັດກຸມ,  ຄວາມເຂົ້າໃຈຂອງຜູ້ປົກຄອງຕໍ່ກັບວຽກງານການສຶກສາຍັງບໍ່ທັນສູງ, ຄອບຄົວຂາດແຮງງານໃຫ້ລູກອອກໂຮງຮຽນ ເພື່ອທໍາການຜະລິດ, ເບິ່ງນ້ອງ ຫຼື ສ້າງຄອບຄົວ, ການເບິ່ງແຍງທາງດ້ານໂພຊະນາການຂອງຜູ້ປົກຄອງຕໍ່ລູກບໍ່ທັນໄດ້ດີ ແລະ ການຂາດຄູສອນ.

ສະເພາະວິທີແກ້ໄຂໄລຍະຜ່ານມາ, ແມ່ນໄດ້ໃຫ້ອົງການປົກຄອງແຕ່ລະເມືອງ ແບ່ງບັນດາຫ້ອງການພາຍໃນເມືອງຂອງຕົນ ຮັບຜິດຊອບກຸ່ມໂຮງຮຽນຊ່ວຍຂະແໜງການສຶກສາ ເພື່ອເຮັດວຽກງານປຸກລະດົມ; ຫ້ອງການສຶກສາທິການ ແລະ ກິລາເມືອງ ໄດ້ແບ່ງບັນດາໜ່ວຍງານຮັບຜິດຊອບກຸ່ມໂຮງຮຽນ ເພື່ອຊຸກຍູ້ຜູ້ປົກຄອງ ສົ່ງລູກຫຼານມາຮຽນ; ໂຮມໂຮງຮຽນ, ໂຮມຫ້ອງທີ່ມີນັກຮຽນຈໍານວນໜ້ອຍ ແລະ ມີເງື່ອນໄຂໂຮມເຂົ້າກັນ ເລີ່ມແຕ່ຊັ້ນອະນຸບານ (ຄວບອາຍຸ), ປະຖົມ (ເປັນຫ້ອງຄອບ) ແລະ ມັດທະຍົມສຶກສາໂຮມນັກຮຽນ, ມັດທະຍົມຕອນຕົ້ນບາງແຫ່ງ ໄດ້ສ້າງຫ້ອງຕິດແປະ (ມ.5); ສົມທົບກັບອົງການປົກຄອງທ້ອງຖິ່ນ, ຜູ້ບໍລິຫານການສຶກສາຂັ້ນຕ່າງໆ ເພື່ອສຶກສາອົບຮົມການເມືອງ-ແນວຄິດໃຫ້ແກ່ພະນັກງານ, ຄູອາຈານ, ນັກຮຽນ-ນັກສຶກສາ, ຜູ້ປົກຄອງ, ຄະນະພັດທະນາການສຶກສາຂັ້ນບ້ານ, ສະມາຄົມພໍ່ແມ່ນັກຮຽນ; ຄົ້ນຄວ້າ ສັບຊ້ອນຄູສອນບາງວິຊາໃນໂຮງຮຽນທີ່ມີເງື່ອນໄຂໄປສອນຊ່ວຍຢູ່ບາງໂຮງຮຽນທີ່ຂາດແຄນຄູສອນໃນບາງວິຊາທີ່ມີຄວາມຈຳເປັນ.

ສໍາລັບທິດທາງແຜນການແກ້ໄຂໃນຕໍ່ໜ້າ ແມ່ນສືບຕໍ່ປະສານສົມທົບກັບອົງການປົກຄອງທ້ອງຖິ່ນ ໃນການຈັດສັນພູມລຳເນົາ, ອາຊີບ, ບ່ອນທຳການ; ຜະລິດ ແລະ ການຄຸ້ມຄອງສັງຄົມ, ຄຸ້ມຄອງແຮງງານໃຫ້ແທດເໝາະກັບສະພາບຕົວຈິງຂອງທ້ອງຖິ່ນ; ສືບຕໍ່ລົງເຜີຍແຜ່ບັນດານິຕິກຳຕ່າງໆຂອງວຽກງານການສຶກສາໃຫ້ນັກຮຽນ, ຜູ້ປົກຄອງໃຫ້ເຂົ້າໃຈ, ສົມທົບກັບອົງການປົກຄອງທ້ອງຖິ່ນ, ຄະນະພັດທະນາການສຶກສາຂັ້ນບ້ານ, ສະມາຄົມພໍ່ແມ່ນັກຮຽນ, ພໍ່ແມ່ຜູ້ປົກຄອງ ແລະ ທຸກພາກສ່ວນ ເພື່ອໃຫ້ຄວາມຮ່ວມມືໃນການປູກລະດົມ ຊຸກຍູ້ເອົາລູກຫຼານເຂົ້າຮຽນຕາມເກນອາຍຸ; ປັບປຸງຄະນະພັດທະນາການສຶກສາຂັ້ນຕ່າງໆຄືນໃໝ່ ຕາມຄູ່ມື ແລະ ຂໍ້ຕົກລົງຂອງລັດຖະມົນຕີ ກະຊວງສຶກສາທິການ ແລະ ກິລາ ສະບັບເລກທີ 5707/ສສກ, ລົງວັນທີ 11 ຕຸລາ 2023 ແລະ ຂໍ້ຕົກລົງຂອງທ່ານເຈົ້າແຂວງ ສະບັບເລກທີ 1474/ຈຂ.ບກ, ລົງວັນທີ 20 ທັນວາ 2023 ວ່າດ້ວຍການຈັດຕັ້ງເຄື່ອນໄຫວຂອງຄະນະພັດທະນາການສຶກສາຂັ້ນບ້ານ; ສືບຕໍ່ລະດົມ ແລະ ສຶກສາອົບຮົມການເມືອງ-ແນວຄິດໃຫ້ຄູ ມີຄວາມອຸ່ນອຽນທຸ່ນທ່ຽງ, ມີຄວາມຮັບຜິດຊອບ, ມີຄວາມເສຍສະຫຼະໃນການປະຕິບັດໜ້າທີ່ໃຫ້ຫຼາຍຂຶ້ນ ພ້ອມທັງສືບຕໍ່ລົງແນະແນວວິຊາຊີບໃຫ້ນັກຮຽນຮັບຮູ້ໂອກາດ ແລະ ວາງແຜນຮຽນຕໍ່ຂັ້ນທີ່ສູງຂຶ້ນ, ສ້າງແຮງຈູງໃຈໃນການຊອກຮູ້ຮໍ່າຮຽນໃນລະດັບສູງຂຶ້ນ ແລະ ຮຽນສາຍວິຊາຊີບ ເພື່ອເປັນທາງເລືອກທີ່ສາມາດປະກອບອາຊີບລ້ຽງຕົນເອງ ແລະ ຄອບຄົວໄດ້; ສ້າງ ແລະ ປັບປຸງສະຖານການສຶກສາໃຫ້ມີສະພາບແວດລ້ອມໂຮງຮຽນທີ່ດຶງດູດ ແລະ ເອື້ອອໍານວຍໃຫ້ນັກຮຽນຢາກມາຮຽນ; ຈັດຕັ້ງການບຳລຸງໃຫ້ແກ່ນັກຮຽນທີ່ມີຜົນການຮຽນອ່ອນ, ສ້າງຄວາມເຂັ້ມແຂງໃຫ້ແກ່ການສຶກສານອກໂຮງຮຽນ ແລະ ໃຫ້ບໍລິການ ການສຶກສານອກໂຮງຮຽນ ແລະ ຝຶກອົບຮົມວິຊາຊີບຂັ້ນພື້ນຖານໃຫ້ແກ່ເດັກທີ່ຢູ່ນອກໂຮງຮຽນໃນເຂດຫ່າງໄກສອກຫຼີກ; ຄົ້ນຄວ້າ, ບັນຈຸສັບຊ້ອນຄູສອນຊັ້ນອະນຸບານ ແລະ ສາຍສາມັນສຶກສາທີ່ມີຢູ່ແລ້ວຄືນໃໝ່ໃຫ້ແທດເໝາະ ແລະ ສອດຄ່ອງກັບສະພາບຄວາມເປັນຈິງ, ນໍາສະເໜີຕໍ່ຄະນະນໍາຂອງແຂວງ, ກະຊວງ ເພື່ອພິຈາລະນາບັນຈຸຄູອາສາສະໝັກເຂົ້າໃສ່ໂຮງຮຽນທີ່ຂາດຄູສອນວິຊາທີ່ມີຄວາມຈຳເປັນຕາມເງື່ອນໄຂຕົວຈິງ; ຄົ້ນຄວ້າ, ບັນຈຸສັບຊ້ອນຄູສອນຊັ້ນອະນຸບານ ແລະ ສາຍສາມັນສຶກສາທີ່ມີຢູ່ແລ້ວຄືນໃໝ່ໃຫ້ແທດເໝາະ ແລະ ສອດຄ່ອງກັບສະພາບຄວາມເປັນຈິງ, ນໍາສະເໜີຕໍ່ຄະນະນຳຂອງແຂວງ, ກະຊວງ ເພື່ອພິຈາລະນາບັນຈຸຄູອາສາສະໝັກເຂົ້າໃສ່ໂຮງຮຽນທີ່ຂາດຄູສອນວິຊາທີ່ມີຄວາມຈຳເປັນຕາມເງື່ອນໄຂຕົວຈິງ,ໂຮງຮຽນຕ້ອງສົມທົບກັບຄະນະພັດທະນາການສຶກສາຂັ້ນບ້ານ, ພໍ່ແມ່ຜູ້ປົກຄອງນັກຮຽນ, ຊຸມຊົນ ເພື່ອຊ່ວຍປຸກລະດົມ ຊຸກຍູ້ ສົ່ງເສີມລູກຫຼານເຂົ້າໂຮງຮຽນ ແລະ ຕິດຕາມນັກຮຽນທີ່ມີທ່າອ່ຽງຈະອອກໂຮງຮຽນ; ສົມທົບກັບອົງການປົກຄອງທ້ອງຖິ່ນ, ຜູ້ບໍລິຫານການສຶກສາຂັ້ນຕ່າງໆ, ຄະນະພັດທະນາການສຶກສາຂັ້ນບ້ານ, ສະມາຄົມພໍ່ແມ່ນັກຮຽນ ເພື່ອຊ່ວຍ ສຶກສາອົບຮົມການເມືອງ-ແນວຄິດ, ປູກລະດົມໃຫ້ທຸກພາກສ່ວນຊຸມຊົນ-ສັງຄົມ ໄດ້ປະກອບສ່ວນເຂົ້າໃນວຽກງານການພັດທະນາການສຶກສາ ແລະ ກິລາ ຢ່າງຕັ້ງໜ້າ ແລະ ສະໜອງງົບປະມານເຂົ້າໃສ່ຂະແໜງການສຶກສາ ແລະ ກິລາ ຢ່າງພຽງພໍ.

ໂດຍ ດາວຫວຽດ

ຂ່າວ​ທີ່​ກ່ຽວ​ຂ້ອງ



​ຂ່າວ​ອື່ນ​ທີ່​ໜ້າ​ສົນ​ໃຈ