ສກຂ ອັດຕະປື ໄຂສົກຮຽນໃໝ່ 2026-2027, ພ້ອມມອບຫຼຽນກາລະນຶກ 50 ປີ ໃຫ້ຜູ້ທີ່ມີຜົນງານດີເດັ່ນ
ພະແນກສຶກສາທິການ ແລະ ກິລາ ແຂວງ (ສກຂ )ອັດຕະປື ໄດ້ຈັດພິທີໄຂສົກຮຽນໃໝ່ ປະຈຳສົກຮຽນ 2026-2027 ຂຶ້ນຢ່າງເປັນທາງການ ພ້ອມມອບຫຼຽນກາລະນຶກ 50 ປີ ໃຫ້ພະນັກງານຜູ້ທີ່ມີຜົນງານດີເດັ່ນປະກອບສ່ວນເຂົ້າໃນການສ້າງສາພັດທະນາປະເທດຊາດ ເວົ້າລວມ, ເວົ້າສະເພາະ ໃນຂົງເຂດການສຶກສາທົ່ວແຂວງອັດຕະປື ຢ່າງສົມກຽດ ໃນວັນທີ 4 ກັນຍາ 2026 ທີ່ຫໍປະຊຸມໃຫຍ່ຂອງແຂວງ, ໂດຍເປັນກຽດເຂົ້າຮ່ວມເປັນປະທານຂອງ ທ່ານ ນາງ ມີນາພອນ ໄຊສົມພູ ຮອງເລຂາພັກແຂວງອັດຕະປື, ມີທ່ານ ອຸດົມສິນ ສີຊານົນ ກໍາມະການພັກແຂວງ, ເລຂາຄະນະພັກຮາກຖານ, ຫົວໜ້າພະແນກສຶກສາທິການ ແລະ ກິລາແຂວງ, ຄະນະນໍາພະແນກການອ້ອມຂ້າງແຂວງ, ຕະຫຼອດຮອດຄູ-ອາຈານ ແລະ ນ້ອງນັກຮຽນ...







