ໂຮງຮຽນມັດທະຍົມສົມບູນນາໄຊ ໄຂສົກຮຽນໃໝ່ 2026-2027 ພ້ອມຕັ້ງເປົ້າບຳລຸງນັກຮຽນຮອບດ້ານ ແລະ ສືບຕໍ່ສ້າງໂຮງຮຽນສີຂຽ
ໃນທ່າມກາງບັນຍາກາດການໄຂສົກຮຽນໃໝ່ ສົກຮຽນ 2026-2027 ໄດ້ໄຂຂຶ້ນຢ່າງເປັນທາງການ ພ້ອມກັນໃນຂອບເຂດທົ່ວປະເທດ ໃນວັນທີ 1 ກັນຍາ 2026, ເຕັມໄປດ້ວຍຄວາມໝາຍຄວາມສໍາຄັນ ແລະ ມີບັນຍາກາດຄືນຄື້ນ. ສຳລັບໂຮງຮຽນມັດທະຍົມສົມບູນ (ມສ) ນາໄຊ ເມືອງ ແລະ ແຂວງສາລະວັນ ມີຄວາມພ້ອມຮອບດ້ານໃນການໄຂສົກຮຽນໃໝ່ ໂດຍສະເພາະອາຄານສະຖານທີ່, ສື່ການຮຽນ-ການສອນ, ອຸປະກອນຕ່າງໆ ແລະ ແຜນດຳເນີນກິດຈະກຳຕ່າງໆ, ພ້ອມທັງຕັ້ງເປົ້າໝາຍສຸມໃສ່ວຽກງານຫຼາຍດ້ານໃຫ້ບັນລຸ.
ທ່ານ ໜູໄຊ ວົງຄໍາ ຜູ້ອຳນວຍການໂຮງຮຽນມັດທະຍົມສົມບູນນາໄຊ ເມືອງສາລະວັນ ໃຫ້ສຳພາດວ່າ: ໂດຍປະຕິບັດແຜນການດຳເນີນງານ ປະຈຳປີ ຂອງໂຮງຮຽນ...








