Skip to main content

ປກສ ນະຄອນຫຼວງວຽງຈັນ ວາງກຳລັງຈະລາຈອນ ເກືອບ 400 ນາຍ ເພື່ອລະບາຍການສັນຈອນ ໃນໄລຍະເປີດສົກຮຽນໃໝ່

ໃນວັນທີ 28 ສິງຫາ 2026 ທີ່ຜ່ານມາ, ພະແນກຕຳຫຼວດຈະລາຈອນ ຮ່ວມກັບ ກອງຕຳຫຼວດຈະລາຈອນ 9 ຕົວເມືອງ ປະຈຳກອງບັນຊາການ ປກສ ນະຄອນຫຼວງວຽງຈັນ ໄດ້ຈັດກອງປະຊຸມຜ່ານແຜນປ້ອງກັນ ແລະ ລະບາຍການສັນຈອນ ໃນໄລຍະເປີດສົກຮຽນໃໝ່ ສົກຮຽນ 2026-2027 ໃຫ້ກຽດເປັນປະທານໂດຍ ທ່ານ ພັນໂທ ວິລະພົງ ສະເໜ່ຫາ ຮອງຫົວໜ້າຫ້ອງຕຳຫຼວດ ກອງບັນຊາການ ປກສ ນະຄອນຫຼວງວຽງຈັນ (ນວ), ມີ ທ່ານ ພັນໂທ ບຸນມີ ຫຼວງບັນດິດ ຮອງຫົວໜ້າກົມຕຳຫຼວດຈະລາຈອນ ກົມໃຫຍ່ຕຳຫຼວດ ກະຊວງ ປກສ, ພ້ອມດ້ວຍ ຫົວໜ້າ-ຮອງພະແນກຕຳຫຼວດຈະລາຈອນ ນວ, ຄະນະກອງຕຳຫຼວດຈະລາຈອນ 9 ຕົວເມືອງ ແລະ ພະນັກງານ-ວິຊາການ ທີ່ກ່ຽວຂ້ອງເຂົ້າຮ່ວມ. ໃນພິທີ, ທ່ານ ພັນໂທ ເດດລືຊາ ໄຊຍະສານ ຮອງຫົວໜ້າພະແນກຕຳຫຼວດຈະລາຈອນ ນວ...

Continue reading

ເມືອງອາດສະພອນ ສຳເລັດການສ້າງຂີດຄວາມສາມາດ ໃຫ້ຜູ້ເຮັດວຽກສຶກສານິເທດພາຍໃນ ຄັ້ງທີ 7

ໃນວັນທີ 28 ສິງຫາ 2026, ຫ້ອງການສຶກສາທິການ ແລະ ກິລາເມືອງ (ສກມ) ອາດສະພອນ, ແຂວງສະຫວັນນະເຂດ ໄດ້ຈັດພິທີປິດກອງປະຊຸມ “ການສ້າງຂີດຄວາມສາມາດໃຫ້ແກ່ຜູ້ເຮັດວຽກສຶກສານິເທດພາຍໃນ ຄັ້ງທີ 7 (IPS 7)” ຢ່າງເປັນທາງການ ທີ່ສະໂມສອນ ຫ້ອງການ ສກມ ອາດສະພອນ ພາຍຫຼັງທີ່ໄດ້ດຳເນີນການຝຶກອົບຮົມມາແຕ່ວັນທີ 24 ສິງຫາ 2026 ເປັນຕົ້ນມາ ໃຫ້ກຽດເຂົ້າຮ່ວມເປັນປະທານຮ່ວມໂດຍ ທ່ານ ຖາວອນ ໄຊຍະເຄື່ອງ ຫົວໜ້າຫ້ອງການສຶກສາທິການ ແລະ ກິລາເມືອງອາດສະພອນ, ມີທ່ານ ຄຳປະສົງ ຄູນມີໄຊ ຫົວໜ້າພາກວິຊາພາສາລາວ ວິທະຍາໄລຄູ ສະຫວັນນະເຂດ ທັງເປັນຫົວໜ້າທີມຄູຝຶກ ແລະ ທ່ານ ສຸວັນທອນ ຈັນທະວົງ ຮອງຫົວໜ້າຫ້ອງການ ສກມ ເມືອງ ພ້ອມດ້ວຍຄະນະຄູຝຶກ ແລະ ສຳມະນາກອນ ເຂົ້າຮ່ວມທັງໝົດ...

Continue reading

ສະຫວັນນະເຂດ ມີຄວາມພ້ອມຮອບດ້ານ ໄຂສົກຮຽນໃໝ່ 2026-2027 ພ້ອມວາງ 4 ມາດຕະການແກ້ໄຂບັນຫາຂາດແຄນຄູ

ທ່ານ ອະນຸສອນ ສຸດທິວົງ ວ່າການຫົວໜ້າພະແນກສຶກສາທິການ ແລະ ກິລາ ແຂວງສະຫວັນນະເຂດ ໄດ້ຖະແຫຼງຂ່າວຕໍ່ສື່ມວນຊົນ ກ່ຽວກັບການກະກຽມຄວາມພ້ອມຮອບດ້ານ ເພື່ອຕ້ອນຮັບການໄຂສົກຮຽນໃໝ່ 2026-2027 ໂດຍປະຕິບັດຕາມມະຕິກອງປະຊຸມຜູ້ບໍລິຫານການສຶກສາປະຈຳປີທົ່ວປະເທດ ແລະ ແຈ້ງການຂອງກະຊວງສຶກສາທິການ ແລະ ກິລາ ສະບັບເລກທີ 5350/ສສກ, ລົງວັນທີ 18 ສິງຫາ 2026. ກະຊວງສຶກສາທິການ ແລະ ກິລາ ໄດ້ກຳນົດເອົາວັນທີ 1 ກັນຍາ 2026 ເປັນມື້ໄຂສົກຮຽນໃໝ່ຢ່າງເປັນທາງການໃນທົ່ວປະເທດ. ສຳລັບ ແຂວງສະຫວັນນະເຂດ ຈະໄດ້ຈັດພິທີໄຂສົກຮຽນໃໝ່ຂັ້ນແຂວງຢ່າງເປັນທາງການ ໃນຕອນເຊົ້າຂອງວັນທີ 2 ກັນຍາ 2026 ທີ່ ໂຮງຮຽນ ມັດທະຍົມສົມບູນ (ມສ) ໂພນສະຫວັນ, ພ້ອມທັງຈະມີການຖ່າຍທອດສົດພິທີດັ່ງກ່າວ...

Continue reading

ທີມດານັງ ຄວ້າແຊ້ມເປຕັງ ຊີງຂັນປະທານສະຫາພັນກິລາເປຕັງແຂວງຈຳປາສັກ

ໃນວັນທີ 29 ສິງຫາ 2026 ຢູ່ທີ່ສະໜາມກິລາເປຕັງແຂວງຈຳປາສັກ, ໄດ້ມີການຈັດການແຂ່ງຂັນກິລາເປຕັງ ຊີງຂັນປະທານສະຫາພັນກິລາເປຕັງແຂວງຈຳປາສັກ ຢ່າງເປັນທາງການ ໂດຍມີນັກກິລາເຂົ້າຮ່ວມການຊີງໄຊທັງໝົດ 42 ທີມ ເຊິ່ງບັນຍາກາດເປັນໄປຢ່າງຟົດຟື້ນ, ມ່ວນຊື່ນ ແລະ ເຕັມໄປດ້ວຍຄວາມສາມັກຄີ ມິດຕະພາບ. ການຈັດການແຂ່ງຂັນໃນຄັ້ງນີ້ ມີຈຸດປະສົງສຳຄັນເພື່ອສ້າງຂະບວນການຂ່ຳນັບຮັບຕ້ອນ ແລະ ສະເຫຼີມສະຫຼອງວັນສຳຄັນຕ່າງໆຂອງພັກ ແລະ ຂອງຊາດ ໂດຍສະເພາະແມ່ນ ວັນລັດຖະທຳມະນູນ ແຫ່ງ ສປປ ລາວ ຄົບຮອບ 35 ປີ, ວັນຢຶດອຳນາດທົ່ວປະເທດ ຄົບຮອບ 81 ປີ ແລະ ວັນສ້າງຕັ້ງສາຍພົວພັນທາງການທູດ ລະຫວ່າງ ສປປ ລາວ ແລະ ສສ ຫວຽດນາມ ຄົບຮອບ 81 ປີ. ນອກຈາກນີ້,...

Continue reading

ການນໍາ ສສກ ອວຍພອນ ເອກອັກຄະລັດຖະທູດ ສສ ຫວຽດນາມ ປະຈໍາລາວ ເນື່ອງໃນໂອກາດວັນຊາດ ສສ ຫວຽດນາມ ຄົບຮອບ 81 ປີ ແລະ ເສີມຂະຫຍາຍການຮ່ວມມືດ້ານການສຶກສາ-ກິລາ

ໃນວັນທີ 27 ສິງຫາ 2026 ທີ່ສະຖານທູດເອກອັກຄະລັດຖະທູດ ສສ ຫວຽດນາມ ປະຈຳ ສປປ ລາວ, ທ່ານ ກິ່ງມະໂນ ພົມມະຫາໄຊ ຮອງລັດຖະມົນຕີ ກະຊວງສຶກສາທິການ ແລະ ກິລາ ພ້ອມດ້ວຍຄະນະ ໄດ້ພົບປະ ແລະ ອວຍພອນ ທ່ານ ຫງວຽນ ມິງ ເຕິມ ເອກອັກຄະລັດຖະທູດວິສາມັນຜູ້ມີອຳນາດເຕັມ ແຫ່ງ ສສ ຫວຽດນາມ ປະຈໍາ ສປປ ລາວ ເນື່ອງໃນໂອກາດວັນຊາດ ສສ ຫວຽດນາມ ຄົບຮອບ ຄົບຮອບ 81 ປີ (02/09/1945-02/09/2026) ແລະ ເສີມຂະຫຍາຍກໍາລັງການຮ່ວມມືດ້ານການສຶກສາ ແລະ ກິລາ. ໃນໂອກາດດັ່ງກ່າວນີ້, ທ່ານຮອງລັດຖະມົນຕີ ກະຊວງສຶກສາທິການ ແລະ ກິລາ ໄດ້ຕາງໜ້າໃຫ້ຄະນະນຳກະຊວງສຶກສາທິການ ແລະ ກິລາ ສະແດງຄວາມຂອບໃຈຢ່າງເລິກເຊິ່ງ...

Continue reading

ສກມ ຫີນເຫີບ ລົງປະເມີນຜົນການຮຽນ-ການສອນບໍາລຸງຄືນ ວິຊາພາສາລາວ ແລະ ຄະນິດສາດ ຊັ້ນ ປ.1-ປ.5

ໃນລະຫວ່າງວັນທີ 17-18 ກໍລະກົດ 2026 ຜ່ານມານີ້, ຫ້ອງການສຶກສາທິການ ແລະ ກິລາເມືອງ ຫຼື ສກມ ຫີນເຫີບ ແຂວງວຽງຈັນ ໄດ້ລົງປະເມີນຜົນການຮຽນ-ການສອນບໍາລຸງຄືນ ວິຊາພາສາລາວ ແລະ ວິຊາຄະນິດສາດ ໃຫ້ແກ່ນັກຮຽນຊັ້ນປະຖົມສຶກສາ (ປ.1 – ປ.5) ທົ່ວເມືອງ. ການລົງປະເມີນຜົນໃນຄັ້ງນີ້ ແມ່ນປະຕິບັດຕາມແຈ້ງການຂອງທ່ານ ຫົວໜ້າພະແນກສຶກສາທິການ ແລະ ກິລາແຂວງວຽງຈັນ ສະບັບເລກທີ 707/ສກຂ, ລົງວັນທີ 15 ມິຖຸນາ 2026 ວ່າດ້ວຍການບໍາລຸງຄືນ ວິຊາພາສາລາວ ແລະ ຄະນິດສາດ ໃຫ້ແກ່ນັກຮຽນຊັ້ນປະຖົມ (ປ.1 – ປ.5) ປະຈໍາສົກຮຽນ 2025-2026. ການປະຕິບັດງານດັ່ງກ່າວ...

Continue reading

ກອງປະຊຸມຜູ້ບໍລິຫານການສຶກສາ ທົ່ວນະຄອນຫຼວງ ສົກຮຽນ 2025-2026 ອັດລົງດ້ວຍຜົນສຳເລັດ

ພະແນກສຶກສາທິການ ແລະ ກິລາ ນະຄອນຫຼວງວຽງຈັນ (ນວ) ໄດ້ສຳເລັດກອງປະຊຸມຜູ້ບໍລິຫານການສຶກສາ ແລະ ກິລາ ທົ່ວນະຄອນຫຼວງວຽງຈັນ ປະຈຳສົກຮຽນ 2025-2026 ຢ່າງເປັນທາງການ ໃນວັນທີ 27 ສິງຫາ 2026 ຢູ່ທີ່ຫ້ອງປະຊຸມໂຮງຮຽນທິດສະດີການເມືອງ-ການປົກຄອງ ນະຄອນຫຼວງວຽງຈັນ (ໜອງບົວທອງ), ໂດຍໃຫ້ກຽດເຂົ້າຮ່ວມເປັນປະທານຂອງ ທ່ານ ປອ ນາງ ວິໄລວອນ ຈັນທະລາຕີ ຮອງປະທານຄະນະກຳມະການປົກຄອງນະຄອນຫຼວງວຽງຈັນ ແລະ ທ່ານ ນາງ ລີປ່າເອ້ຍ ລີບົວປາວ ຫົວໜ້າພະແນກສຶກສາທິການ ແລະ ກິລາ ນະຄອນຫຼວງວຽງຈັນ. ມີບັນດາທ່ານຜູ້ຕາງໜ້າຈາກກະຊວງສຶກສາທິການ ແລະ ກິລາ, ຄະນະພະແນກ, ຫົວໜ້າ-ຮອງຫົວໜ້າຂະແໜງ, ຕາງໜ້າອົງການປົກຄອງ 9 ເມືອງ, ຜູ້ບໍລິຫານການສຶກສາ ແລະ ກິລາ ທັງພາກລັດ ແລະ ເອກະຊົນ...

Continue reading

ກິດຈະກຳພົບປະແລກປ່ຽນ ລະຫວ່າງ ຊາວໜຸ່ມ ອົດສະຕຣາລີ ແລະ ຊາວໜຸ່ມລາວ ປີ 2026

ສະຖານທູດອົດສະຕຣາລີ ປະຈຳ ສປປ ລາວ ຮ່ວມກັບ ສະມາຄົມບານເຕະແຫ່ງຊາດ ອົດສະຕຣາລີ ແລະ ສູນກາງຊາວໜຸ່ມປະຊາຊົນປະຕິວັດລາວ ຈັດກິດຈະກຳຝຶກຊ້ອມບານເຕະ ຮ່ວມກັບທີມຊາດອົດສະຕຣາລີ ຮຸ່ນເຍົາວະຊົນ ສ້າງແຮງບັນດານໃຈໃຫ້ຄົນຮຸ່ນໃໝ່ຜ່ານກິລາບານເຕະ ຂຶ້ນໃນວັນທີ 28 ສິງຫາ 2026 ທີ່ເດີ່ນເຕະບານໃນຮົ່ມ ໂກເດັນທີມ ເມືອງໄຊເຊດຖາ ນະຄອນຫຼວງວຽງຈັນ ໂດຍເປັນກຽດເຂົ້າຮ່ວມຂອງ ທ່ານ ນາງ ມີນາ ສີວິໄລ ກຳມະການສໍາຮອງສູນກາງພັກ, ຮອງເລຂາຄະນະບໍລິຫານງານສູນກາງ ຊາວໜຸ່ມປະຊາຊົນປະຕິວັດລາວ, ສະມາຊິກສະພາແຫ່ງຊາດ ຊຸດທີ X, ທ່ານ ນາງ ເບັນນິຕາ ຊໍາເມີວິວ ຮອງເອກອັກຄະລັດຖະທູດອົດສະຕຣາລີ ປະຈຳ ສປປ ລາວ, ມີບັນດາຄະນະຫ້ອງການ, ພະນັກງານຈາກສູນກາງຊາວໜຸ່ມປະຊາຊົນປະຕິວັດລາວ, ຕາງໜ້າຈາກ...

Continue reading