ສກມ ຄໍາ ແຂວງຊຽງຂວາງ ເປີດງານແຂ່ງຂັນກິລານັກຮຽນມັດທະຍົມ ຄັ້ງທີ 1 ປະຈໍາປີ 2023
ຫ້ອງການສຶກສາທິການ ແລະ ກິລາ ເມືອງ (ສກມ) ຄໍາ ແຂວງຊຽງຂວາງ ເປີດການແຂ່ງຂັນກິລານັກຮຽນຊັ້ນມັດທະຍົມສຶກສາທົ່ວເມືອງ ຄັ້ງທີ 1 ປະຈໍາປີ 2023 ໃນວັນທີ 2 ຕຸລາ 2023 ທີ່ເດີ່ນກິລາສວນນໍ້າຖາວອນເມືອງຄໍາ ພາຍໃຕ້ການເປັນປະທານຂອງ ທ່ານ ຄໍາເພັດ ໄຊຍະພັກ ຄະນະປະຈໍາພັກເມືອງ, ຫົວໜ້າຄະນະຈັດຕັ້ງເມືອງຄຳ ແລະ ທ່ານ ສີຫວັດ ໄມປັນຍາ ກໍາມະການພັກເມືອງ, ຫົວໜ້າຫ້ອງການ ສກມ ຄໍາ, ມີຕາງໜ້າພະແນກສຶກສາທິການ ແລະ ກິລາແຂວງ, ປະທານສະມາຄົມນັກກິລາປະເພດຕ່າງໆຂັ້ນເມືອງ, ຄູອາຈານ ຊັ້ນມັດທະຍົມສຶກສາໃນທົ່ວເມືອງ ພ້ອມດ້ວຍນັກກິລາ, ນັກສິລະປະ ແລະ...




