ມວນຊົນຊາວເມືອງປາກກະດິງ ເກືອບ 600 ຄົນ ຍ່າງເພື່ອສຸຂະພາບ ສະຫຼອງວັນຄູແຫ່ງຊາດ ຄົບຮອບ 29 ປີ ຢ່າງຟົດຟື້ນ
ມວນຊົນຊາວເມືອງປາກກະດິງ ແຂວງບໍລິຄຳໄຊ ຈໍານວນ 591 ຄົນ, ຍິງ 338 ຄົນ ທີ່ເປັນພະນັກງານ, ທະຫານ-ຕຳຫຼວດ, ຄູອາຈານ, ນັກຮຽນ-ນັກສຶກສາ ຕະຫຼອດຮອດພໍ່ແມ່ປະຊາຊົນ ຮ່ວມກັນຍ່າງອອກກຳລັງກາຍເພື່ອສຸຂະພາບ ເພື່ອສ້າງຂະບວນການຂ່ຳນັບຮັບຕ້ອນ ແລະ ສະເຫຼີມສະຫຼອງວັນຄູແຫ່ງຊາດ ຄົບຮອບ 29 ປີ (7 ຕຸລາ 1994-7 ຕຸລາ 2023) ຢ່າງເປັນຂະບວນການຟົດຟື້ນ ແລະ ເບີກບານມ່ວນຊື່ນ.
ກິດຈະກຳຍ່າງເພື່ອສຸຂະພາບດັ່ງກ່າວ ໄດ້ຈັດຂຶ້ນເມື່ອວັນທີ 3 ຕຸລາ 2023 ທີ່ສະໜາມກິລາ ໂຮງຮຽນ ມ.ຕົ້ນ ໂພນສີ ເທດສະບານເມືອງປາກກະດິງ ໂດຍໃຫ້ກຽດເຂົ້າຮ່ວມຂອງ ທ່ານ ພູເຂົາເງິນ ອິນທະວົງ ກໍາມະການພັກແຂວງ,...

