ສະຫວັນນະເຂດ ຕີລາຄາຄືນວຽກງານຜູ້ບໍລິຫານການສຶກສາ-ກິລາທົ່ວແຂວງ

ພະແນກສຶກສາທິການ ແລະ ກິລາ ແຂວງສະຫວັນນະເຂດ ໄດ້ຈັດກອງປະຊຸມຜູ້ບໍລິຫານການສຶກສາ ແລະ ກິລາທົ່ວແຂວງ ປະຈໍາສົກຮຽນ 2022-2023 ແລະ ແຜນພັດທະນາການສຶກສາ ແລະ ກິລາ ສົກຮຽນ 2023-2024 ໃນວັນທີ 26 ກັນຍາ ຜ່ານມາ ໂດຍການເປັນປະທານຂອງທ່ານ ນາງ ຫຼິງທອງ ແສງຕາວັນ ຄະນະປະຈໍາພັກແຂວງ, ຮອງເຈົ້າແຂວງສະຫວັນນະເຂດ, ທ່ານ ນາງ ໃສຊົມຊື່ນ ໂພທິສານ ສະມາຊິກສະພາແຫ່ງຊາດ ປະຈໍາເຂດເລືອກຕັ້ງທີ 13, ຮອງປະທານຄະນະກຳມະການວັດທະນະທຳ-ສັງຄົມ ແລະ ບັນດາເຜົ່າ ສະພາປະຊາຊົນແຂວງ ແລະ ທ່ານ ປອ ສຸກສົມພອນ ອະໂນໄທ ກຳມະການພັກແຂວງ, ຫົວໜ້າພະແນກສຶກສາທິການ ແລະ ກິລາແຂວງ,ມີຄະນະພະແນກສຶກສາທິການ ແລະ ກິລາແຂວງ, ບັນດາພະແນກການອ້ອມຂ້າງແຂວງ, ການນຳຂັ້ນເມືອງ 14 ເມືອງ ແລະ 1 ນະຄອນໄກສອນ ພົມວິຫານ ແລະ ຫົວໜ້າ/ຮອງຫົວໜ້າຫ້ອງການສຶກສາທິການ ແລະ ກິລາ 14ເມືອງ ແລະ 1 ນະຄອນໄກສອນ ພົມວິຫານ, ຫົວໜ້າ/ຮອງຫົວໜ້າ 10 ຂະແໜງ, 4 ສູນ ແລະ ຜູ້ອໍານວຍການໂຮງຮຽນທີ່ຂຶ້ນກັບພະແນກສຶກສາທິການ ແລະ ກິລາແຂວງເຂົ້າຮ່ວມ.
ໃນກອງປະຊຸມ, ທ່ານ ພິມມະສອນ ວໍລະຍຸດ ຮອງຫົວໜ້າພະແນກສຶກສາທິການ ແລະ ກິລາແຂວງ ໄດ້ລາຍງານການຈັດຕັ້ງປະຕິບັດແຜນພັດທະນາການສຶກສາ ແລະ ກິລາ ປະຈຳສົກຮຽນ 2022-2023 ວ່າ: ຜົນສໍາເລັດການຈັດຕັ້ງປະຕິບັດຕາມມະຕິສະພາປະຊາຊົນຂັ້ນແຂວງ ແມ່ນມີ 6 ຄາດໝາຍທີ່ບັນລຸໄດ້ ຄື: ຫຼຸດຜ່ອນອັດຕາປະລະການຮຽນຂອງນັກຮຽນ ປ.1; ດັດສະນີຄວາມສະເໝີພາບຍິງ-ຊາຍ, ອັດຕາເລື່ອນຂັ້ນ ປ.5 ຫາ ມ.1 ໃຫ້ບັນລຸໄດ້ລະຫວ່າງ 0,97%-1,03% ເປັນຕົ້ນແມ່ນເຂດພູດອຍຫ່າງໄກສອກຫຼີກ; ຄູຊັ້ນປະຖົມ ແລະ ມັດທະຍົມສຶກສາໄດ້ຮັບການຝຶກອົບຮົມບໍ່ໃຫ້ຫຼຸດ 10% ຂອງຈໍານວນຄູທັງໝົດ; ນັກຮຽນທີ່ຈົບຊັ້ນມັດທະຍົມສຶກສາຕອນຕົ້ນ ໄດ້ເຂົ້າຮຽນຕໍ່ສາຍອາຊີວະສຶກສາ ແລະ ອົບຮົມວິຊາຊີບ; ສົ່ງເສີມໃຫ້ນັກຮຽນຈົບ ມ.ປາຍ ໄດ້ຮຽນຕໍ່ໃນລະດັບມະຫາວິທະຍາໄລ, ວິທະຍາໄລ ທັງພາກລັດ ແລະ ເອກະຊົນ ທັງພາຍໃນ ແລະ ຕ່າງປະເທດໃຫ້ບັນລຸ 20% ຂອງນັກຮຽນທີ່ເສັງຈົບ; ສືບຕໍ່ສົ່ງເສີມໃຫ້ມວນຊົນທຸກເພດ, ທຸກໄວໄດ້ເຂົ້າຮ່ວມການຫັດກາຍບໍລິຫານ, ການອອກກໍາລັງກາຍ ແລະ ການຫຼິ້ນກິລາ-ກາຍະກໍາ ແລະ ສ້າງຂະບວນການກິລາຕ່າງໆໃນວັນສໍາຄັນຂອງຊາດ, ບຸນປະເພນີ ແລະ ກິລາບຸນສໍາຄັນຕ່າງໆຂອງຊາດ ແລະ ສາກົນ. ສ່ວນຄາດໝາຍທີ່ບໍ່ບັນລຸ ແລະ ມີຄວາມຄືບໜ້າຊ້າ ແມ່ນມີ 10 ຕົວຊີ້ບອກ.
ສໍາລັບແຜນວຽກງານຈຸດສຸມໃນສົກຮຽນ 2023-2024 ຈະໄດ້ສຸມໃສ່ຈຸດສຸມຈຽງຕູບເປີດໂຮງຮຽນ ມ.1 ຢູ່ໂຮງຮຽນປະຖົມຕໍາລົວະ ພ້ອມທັງສະໜອງຄູອາສາສະໝັກ, ອຸປະກອນການຮຽນການສອນ, ຂຶ້ນແຜນງົບປະມານອັດຕາຈ້າງຄູເປັນແຕ່ລະປີ ໂດຍເນັ້ນຄູອາສາສະໝັກຈໍານວນ 1.511 ຄົນໃນທົ່ວແຂວງ ໃນຈໍານວນ 1.958 ໂຮງຮຽນ ເພື່ອລໍຖ້າຊັບຊ້ອນຄູຕາມຕົວເລກແບ່ງປັນຂອງລັດຖະບານ ແລະ ວຽກອື່ນໆອີກ.
ນອກຈາກນັ້ນ, ຄະນະປະທານ ແລະ ບັນດາຜູ້ເຂົ້າຮ່ວມກອງປະຊຸມ ຍັງໄດ້ປະກອບຄໍາເຫັນໃສ່ບົດສະຫຼຸບການຈັດຕັ້ງປະຕິບັດແຜນພັດທະນາການສຶກສາ ແລະ ກິລາ ຊຶ່ງມີທັງດ້ານດີ, ສິ່ງທ້າທາຍ, ວິທີແກ້ໄຂ.
ໂດຍ: ຄຳແພງເພັດ ຂັນຕິວົງ ສກຂ ສະຫວັນະເຂດ
ຂ່າວທີ່ກ່ຽວຂ້ອງ