Skip to main content

“ອະນາຄົດຂອງຊາດ ເລີ່ມຕົ້ນທີ່ຮົ້ວໂຮງຮຽນ, 1 ກັນຍາ ມື້ໄຂສົກຮຽນໃໝ່ ບໍ່ຄວນປ່ອຍໃຫ້ເດັກຄົນໃດຖືກຖິ້ມໄວ້ຂ້າງຫຼັງ”

ເມື່ອລົມເຢັນຕົ້ນລະດູໃບໄມ້ຫຼົ່ນ ແລະ ກິ່ນຫອມຂອງຝົນທ້າຍລະດູເລີ່ມຈາງຫາຍ, ສຽງກະແລັ່ງໂຮງຮຽນໃນທົ່ວປະເທດກໍກຽມຈະດັງກ້ອງກັງວານຂຶ້ນອີກຄັ້ງ. ວັນທີ 1 ເດືອນກັນຍາ 2026 ນີ້ ບໍ່ແມ່ນພຽງແຕ່ເປັນມື້ເລີ່ມຕົ້ນຂອງປະຕິທິນການຮຽນໃໝ່ເທົ່ານັ້ນ, ແຕ່ມັນແມ່ນ “ວັນໄຂສົກຮຽນໃໝ່ເອກະພາບທົ່ວປະເທດ” ຂອງສາຍສາມັນສຶກສາ ເຊິ່ງເປັນວັນທີ່ມີຄວາມໝາຍສຳຄັນທີ່ສຸດຕໍ່ກັບການສ້າງຊັບພະຍາກອນມະນຸດຂອງຊາດ. ທ່າມກາງການເໜັງຕີງຂອງການຂະຫຍາຍຕົວທາງດ້ານເສດຖະກິດ-ສັງຄົມໃນປັດຈຸບັນ, ບັນຫາການປະຮຽນ ຂອງນັກຮຽນ ຍັງຄົງເປັນຮອຍແຜເຢັນທີ່ທ້າທາຍຕໍ່ລະບົບການສຶກສາ ແລະ ສັງຄົມລາວເຮົາ. ການທີ່ເດັກນ້ອຍຄົນໜຶ່ງຕ້ອງຫຼຸດອອກຈາກຮົ້ວໂຮງຮຽນ...

Continue reading

ເປີດສາກແລ້ວ ດອກປີກໄກ່ຊີງແຊ້ມທົ່ວປະເທດ ຄັ້ງທີ 25 ມີນັກກິລາຫຼາຍກວ່າ 500 ຄົນ ຮ່ວມຊີງໄຊຄວາມເປັນໜຶ່ງ

ການແຂ່ງຂັນກິລາດອກປີກໄກ່ ຊີງແຊ້ມທົ່ວປະເທດ ຄັ້ງທີ 25 ຫຼື “The XXV BeerLao Badminton Championship 2026” ເປີດສາກຂຶ້ນຢ່າງເປັນທາງການ ເຊິ່ງລາຍການນີ້ ມີນັກກິລາເຂົ້າຮ່ວມຫຼາຍກວ່າ 500 ຄົນ ຈາກ 26 ສະໂມສອນ ທົ່ວປະເທດ ແລະ ມີການຊີງໄຊ 21 ລາຍການ ໂດຍໄດ້ຮັບການສະໜັບສະໜູນຈາກບໍລິສດ ເບຍລາວ ຈຳກັດ ມູນຄ່າ 770 ລ້ານກີບ. ພິທີເປີດການແຂ່ງຂັນກິລາດັ່ງກ່າວ ຈັດຂຶ້ນຢ່າງເປັນທາງການ ໃນວັນທີ 27 ສິງຫາ 2026 ແລະ ຈະດຳເນີນໄປຮອດວັນທີ 30 ສິງຫາ 2026 ທີ່ສະໂມສອນກິລາໃນຮົ່ມ ດອກປີກໄກ່ ມິດຕະພາບລາວ-ໄທ (ບຶງຂະຫຍອງ) ໂດຍໃຫ້ກຽດເຂົ້າຮ່ວມຂອງທ່ານ ກິ່ງມະໂນ ພົມມະຫາໄຊ ຮອງລັດຖະມົນຕີ...

Continue reading

ສາລະວັນ ຂຸ້ນຂ້ຽວກະກຽມຄວາມພ້ອມໄຂສົກຮຽນໃໝ່ 2026–2027 ເນັ້ນຍົກສູງຄຸນນະພາບການສຶກສາຢ່າງຮອບດ້ານ

ແຂວງສາລະວັນ ກຳລັງຮີບຮ້ອນຂຸ້ນຂ້ຽວກະກຽມຄວາມພ້ອມຮອບດ້ານ ເພື່ອຕ້ອນຮັບການໄຂສົກຮຽນໃໝ່ ສົກຮຽນ 2026–2027 ໂດຍມຸ່ງເນັ້ນຍົກສູງຄຸນນະພາບການສຶກສາ, ພັດທະນາຄູ–ອາຈານ, ປັບປຸງສະຖານທີ່ຮຽນ ແລະ ສ້າງເງື່ອນໄຂໃຫ້ນັກຮຽນໄດ້ຮັບການຮຽນຮູ້ຢ່າງມີຄຸນນະພາບ ແລະ ທົ່ວເຖິງ. ໃນໂອກາດການກະກຽມໄຂສົກຮຽນໃໝ່ນີ້, ທ່ານ ສຸນີ ນາມມະບົວລີ ກຳມະການພັກແຂວງ, ຫົວໜ້າພະແນກສຶກສາທິການ ແລະ ກິລາ ແຂວງສາລະວັນ ໄດ້ເນັ້ນໜັກໃຫ້ບັນດາຜູ້ບໍລິຫານການສຶກສາ ແລະ ກິລາ ໃນທຸກຂັ້ນ ຈົ່ງເອົາໃຈໃສ່, ຮັບຜິດຊອບສູງ ແລະ ກຳແໜ້ນວຽກງານການສຶກສາຢ່າງຮອບດ້ານ ໂດຍຖືເອົາ “ຜູ້ຮຽນເປັນໃຈກາງ”. ພ້ອມທັງໃຫ້ເອົາໃຈໃສ່ຮອບດ້ານ ທັງດ້ານຄຸນນະພາບການສອນ, ຄຸນນະທຳ–ຈັນຍາບັນ, ວິໄນ,...

Continue reading

ເມືອງຊົນນະບູລີ ກຽມພ້ອມໄຂສົກຮຽນໃໝ່ 2026–2027 ພ້ອມກຳນົດ 4 ຈຸດພິທີເປີດຢ່າງເປັນທາງການ

ເພື່ອຮັບປະກັນໃຫ້ພິທີໄຂສົກຮຽນໃໝ່ ສົກຮຽນ 2026–2027 ດໍາເນີນໄປຢ່າງມີຄຸນນະພາບ ແລະ ຮຽບຮ້ອຍຕາມກຳນົດ, ຫ້ອງການສຶກສາທິການ ແລະ ກິລາເມືອງຊົນນະບູລີ ແຂວງສະຫວັນນະເຂດ ໄດ້ຕັ້ງໜ້າກະກຽມຄວາມພ້ອມດ້ານ ດ້ານພື້ນຖານໂຄງລ່າງ, ບຸກຄະລາກອນຄູ ແລະ ອຸປະກອນການຮຽນ-ການສອນຢ່າງຮອບດ້ານ. ກ່ຽວກັບວຽກງານດັ່ງກ່າວ, ທ່ານ ກໍລະກັນ ໄຊຍະລິນ ຫົວໜ້າຫ້ອງການສຶກສາທິການ ແລະ ກິລາເມືອງຊົນນະບູລີ ໄດ້ໃຫ້ສຳພາດຕໍ່ຜູ້ສື່ຂ່າວປະຈຳເມືອງ ໃນວັນທີ 27 ສິງຫາ 2026 ເຖິງຜົນການກະກຽມ ແລະ ທິດທາງຊີ້ນຳວ່າ: ດ້ານໂຄງລ່າງພື້ນຖານ ແມ່ນໄດ້ເອົາໃຈໃສ່ສ້ອມແປງອາຄານໂຮງຮຽນທີ່ເປ່ເພຈາກຜົນກະທົບຂອງລະດູຝົນ, ພ້ອມທັງຈັດອະນາໄມ, ກະກຽມຫ້ອງຮຽນ ແລະ ເຄື່ອງໃຊ້ການສອນໃຫ້ພ້ອມໃຊ້ງານ;...

Continue reading

ຄະນະນັກກິລາເຍົາວະຊົນ ມັດສະດ້າ ຈີບີ ເດີນທາງກັບເຖິງແຜ່ນດິນເກີດ ພ້ອມຂັນແຊ້ມໂລກ U12 ທ່າມກາງການຕ້ອນຮັບຢ່າງສົມກຽດ

ຄະນະນັກກິລາບານເຕະເຍົາວະຊົນ ສະໂມສອນ ມັດສະດ້າ ຈີບີ ເອັບຊີ (Mazda GB FC) ຊຸດປະວັດສາດທີ່ຄວ້າແຊ້ມການແຂ່ງຂັນບານເຕະເຍົາວະຊົນນານາຊາດ ລາຍການ U12 Junior Soccer World Challenge 2026 ຢູ່ປະເທດຍີ່ປຸ່ນ ໃນລະຫວ່າງວັນທີ 21–24 ສິງຫາ 2026 ໄດ້ເດີນທາງກັບຄືນເຖິງ ສປປ ລາວ ດ້ວຍຄວາມສະຫວັດດີພາບ ໃນວັນທີ 27 ສິງຫານີ້. ເຊິ່ງການເດີນທາງກັບຄືນໃນຄັ້ງນີ້ ຄະນະນັກກິລາຕ້ອງຕໍ່ຖ້ຽວບິນເຖິງ 3 ຄັ້ງ ໂດຍອອກຈາກປະເທດຍີ່ປຸ່ນ ແວ່ນອນພັກຢູ່ອິນໂດເນເຊຍ 1 ຄືນ, ຈາກນັ້ນບິນຕໍ່ມາທີ່ປະເທດໄທ ນອນພັກ 1 ຄືນ ແລະ ເດີນທາງດ້ວຍລົດຜ່ານຂົວມິດຕະພາບ ລາວ-ໄທ ແຫ່ງທີ I...

Continue reading

ໜ່ວຍພັກຮາກຖານກົມອາຊີວະສຶກສາ ຈັດກອງປະຊຸມຮ່ວມຊີວິດການເມືອງ ປະຈຳເດືອນສິງຫາ 2026 ພ້ອມເຜີຍແຜ່ກົດລະບຽບພັກປະຊາຊົນປະຕິວັດລາວ ສະໄໝທີ XII

ໃນວັນທີ 25 ສິງຫາ 2026 ທີ່ຫ້ອງປະຊຸມຕຶກໄອຊີທີ ກະຊວງສຶກສາທິການ ແລະ ກິລາ, ໜ່ວຍພັກຮາກຖານກົມອາຊີວະສຶກສາ, ກະຊວງສຶກສາທິການ ແລະ ກິລາ ໄດ້ຈັດກອງປະຊຸມຮ່ວມຊີວິດການເມືອງ ປະຈຳເດືອນສິງຫາ 2026 ແລະ ເຜີຍແຜ່ກົດລະບຽບພັກປະຊາຊົນປະຕິວັດລາວ ສະໄໝທີ XII, ໂດຍການເປັນປະທານຂອງ ສະຫາຍ ວິໄລພອນ ພົມມະຫາໄຊ ຄະນະປະຈຳພັກກະຊວງ, ເລຂາໜ່ວຍພັກຮາກຖານ, ຫົວໜ້າກົມອາຊີວະສຶກສາ ກະຊວງສຶກສາທິການ ແລະ ກິລາ, ມີສະຫາຍຮອງເລຂາໜ່ວຍຮັກຮາກຖານ, ຄະນະບໍລິຫານງານພັກ, ສະມາຊິກພັກສົມບູນ, ສະມາຊິກພັກສຳຮອງ, ມະຫາຊົນກ້າວໜ້າ ແລະ ຜູ້ຕາງໜ້າຈາກໜ່ວຍພັກຮາກຖານກົມອ້ອມຂ້າງກະຊວງ ລວມທັງໝົດ 35 ສະຫາຍ, ຍິງ 20...

Continue reading

ໄຂສົກຮຽນໃໝ່ປີນີ້ ແຂວງເຊກອງ ເນັ້ນໃສ່ຈັດສັນຄູ-ອຸປະກອນ ແລະ ປຸກລະດົມພໍ່ແມ່ປະຊາຊົນພາລູກຫຼານມາເຂົ້າຮຽນ

ແຂວງເຊກອງ ມີຄວາມພ້ອມແລ້ວທີ່ຈະໄຂສົກຮຽນໃໝ່ ສົກຮຽນ 2026-2027 ເປັນເອກະພາບທົ່ວແຂວງ ແລະ ທົ່ວປະເທດ ໃນວັນທີ 1 ກັນຍານີ້ ໂດຍເນັ້ນໃສ່ການຍົກລະດັບຄຸນນະພາບການສຶກສາ, ຈັດສັນຄູ-ອຸປະກອນການຮຽນໃຫ້ທົ່ວເຖິງ ແລະ ປຸກລະດົມຊຸມຊົນພາລູກຫຼານມາເຂົ້າຮຽນ. ທ່ານ ຄຳໄພ ສິມມາວັດ, ກຳມະການພັກແຂວງ, ຫົວໜ້າພະແນກສຶກສາທິການ ແລະ ກິລາ ແຂວງເຊກອງ ໄດ້ຕາງໜ້າໃຫ້ຄະນະນຳຂະແໜງການສຶກສາ-ກິລາ ທົ່ວແຂວງ ຖະແຫຼງຂ່າວຕໍ່ສື່ມວນຊົນ ເພື່ອລາຍງານເຖິງສະພາບການກະກຽມຄວາມພ້ອມ ໃນການໄຂສົກຮຽນໃໝ່ ສົກຮຽນ 2026–2027 ສຳລັບສາຍສາມັນສຶກສາ ທົ່ວແຂວງເຊກອງ ເຊິ່ງທ່ານໄດ້ເນັ້ນໜັກວ່າ: ໃນຍຸກສະໄໝແຫ່ງການຫັນປ່ຽນທາງດ້ານເຕັກໂນໂລຊີ ແລະ ການເຊື່ອມໂຍງ, ການສຶກສາແມ່ນຮາກຖານ ແລະ...

Continue reading

ຈຳປາສັກ ພ້ອມຮອບດ້ານ ໄຂສົກຮຽນໃໝ່ 2026–2027 ໃນວັນທີ 1 ກັນຍານີ້ ພ້ອມມຸ່ງສູ່ການສຶກສາຄຸນນະພາບຍຸກໃໝ່

ແຂວງຈຳປາສັກ ຢືນຢັນຄວາມພ້ອມຮອບດ້ານ ທັງດ້ານບຸກຄະລາກອນ, ສະຖານທີ່, ປຶ້ມແບບຮຽນ ແລະ ການຟື້ນຟູໂຮງຮຽນ 35 ຫຼັງທີ່ໄດ້ຮັບຜົນກະທົບຈາກໄພນ້ຳຖ້ວມ ເພື່ອພ້ອມໄຂສົກຮຽນໃໝ່ 2026–2027 ຢ່າງເປັນເອກະພາບກັນທົ່ວແຂວງ ແລະ ທົ່ວປະເທດ ໃນວັນທີ 1 ກັນຍາ 2026 ນີ້. ທ່ານ ປອ ພູວົງ ອະໄພ, ກຳມະການພັກແຂວງ, ຫົວໜ້າພະແນກສຶກສາທິການ ແລະ ກິລາ ແຂວງຈຳປາສັກ ໄດ້ຖະແຫຼງຂ່າວຕໍ່ສື່ມວນຊົນ ເຖິງສະພາບການກະກຽມຄວາມພ້ອມ ເພື່ອເປີດສົກຮຽນໃໝ່ ສົກຮຽນ 2026–2027 ສຳລັບສາຍສາມັນສຶກສາ ທົ່ວແຂວງຈຳປາສັກ ໂດຍໄດ້ເນັ້ນໜັກວ່າ ການສຶກສາແມ່ນຮາກຖານສຳຄັນຂອງການສ້າງຄົນ, ຄວາມຮູ້, ຄຸນນະທຳ ແລະ ອະນາຄົດຂອງຊາດ. ພ້ອມນັ້ນທ່ານຍັງໄດ້ຍົກໃຫ້ເຫັນເຖິງຜົນສຳເລັດໃນສົກຮຽນ 2025–2026 ຜ່ານມາ,...

Continue reading