ແຂວງສາລະວັນ ສອບເສັງຈົບຫຼັກສູດການຝຶກອົບຮົມພາສາຫວຽດນາມ ລະບົບ 6 ເດືອນ ລະດັບ B ປະຈຳປີ 2026
ໃນຕອນເຊົ້າຂອງວັນທີ 13 ສິງຫາ 2026 ນີ້, ສູນພາສາຫວຽດນາມ ແຂວງສາລະວັນ ໄດ້ຈັດການສອບເສັງຈົບຫຼັກສູດການຝຶກອົບຮົມພາສາຫວຽດນາມ ລະບົບ 6 ເດືອນ ລະດັບ B ປະຈຳປີ 2026 ຂຶ້ນຢ່າງເປັນທາງການ ໂດຍການເຂົ້າຮ່ວມເປັນປະທານຂອງ ທ່ານ ໄພວັນ ແສງອຳພັນ, ຮອງຫົວໜ້າພະແນກສຶກສາທິການ ແລະ ກິລາແຂວງສາລະວັນ ແລະ ທ່ານ ນາງ ວິພາວັນ ສຸດທິຈັກ ຫົວໜ້າສູນພາສາຫວຽດນາມ, ມີບັນດາຄູ-ອາຈານ, ນັກສຶກສາ ພ້ອມດ້ວຍແຂກຖືກເຊີນ ເຂົ້າຮ່ວມຢ່າງພ້ອມພຽງ.
ໃນພິທີ, ທ່ານ ນາງ ວິພາວັນ ສຸດທິຈັກ ຫົວໜ້າສູນພາສາຫວຽດນາມ ໄດ້ລາຍງານຜົນສຳເລັດການຈັດຕັ້ງຮຽນ-ການສອນ ຫຼັກສູດພາສາຫວຽດນາມ ລະບົບ 6 ເດືອນ ລະດັບ B...








