Skip to main content

ປະທານລັດຖະສະພາໄທ ວາງພວງມາລາ ແລະ ເຊັນປຶ້ມໄວ້ອາໄລ ຕໍ່ການຈາກໄປຂອງ ສະຫາຍ ໄຊສົມພອນ ພົມວິຫານ

ໃນວັນ 11 ສິງຫາ 2026, ທ່ານ ໂສພົນ ຊາຣຳ ປະທານລັດຖະສະພາ ແລະ ສະພາຜູ້ແທນຣາຊະດອນ ແຫ່ງ ຣາຊະອານາຈັກໄທ ພ້ອມດ້ວຍຄະນະ ເດີນທາງເຂົ້າວາງພວງມາລາ ແລະ ເຊັນປຶ້ມໄວ້ອາໄລ ເພື່ອສະແດງຄວາມເສຍໃຈຢ່າງສຸດຊຶ້ງ ຕໍ່ການຈາກໄປຂອງ ສະຫາຍ ໄຊສົມພອນ ພົມວິຫານ ອະດີດກຳມະການກົມການເມືອງສູນກາງພັກ, ອະດີປະທານສະພາແຫ່ງຊາດ ແຫ່ງ ສປປ ລາວ ທີ່ໄດ້ເຖິງແກ່ມໍລະນະກຳ ໃນວັນທີ 8 ສິງຫາ 2026 ທີ່ຜ່ານມາ. ​ ການເຂົ້າຮ່ວມພິທີໄວ້ອາໄລຂອງຄະນະຜູ້ແທນຂັ້ນສູງຈາກຣາຊະອານາຈັກໄທໃນຄັ້ງນີ້ ເປັນການສະແດງເຖິງຄວາມອາໄລອາວອນ ຄວາມເຄົາລົບນັບຖື ແລະ ການໃຫ້ກຽດຢ່າງສູງ ຕໍ່ຜົນງານ ຄຸນງາມຄວາມດີ ແລະ...

Continue reading

ພິທີບວດສໍາມະເນນ 40 ອົງ ເພື່ອອຸທິດສ່ວນບຸນກຸສົນໃຫ້ ທ່ານ ໄຊສົມພອນ ພົມວິຫານ

ໃນຕອນເຊົ້າຂອງວັນທີ 12 ສິງຫາ 2026 ທີ່ຫໍປະຊຸມແຫ່ງຊາດ ໄດ້ມີພິທີບວດສໍາມະເນນ ຈໍານວນ 40 ອົງ ເພື່ອໄວ້ອາໄລ ແລະ ອຸທິດສ່ວນບຸນກຸສົນໃຫ້ແກ່ດວງວິນຍານຂອງ ທ່ານ ໄຊສົມພອນ ພົມວິຫານ. ພິທີດັ່ງກ່າວໄດ້ຈັດຂຶ້ນຢ່າງສົມກຽດ ແລະ ຕາມຮີດຄອງປະເພນີອັນດີງາມຂອງພຸດທະສາສະໜາ ໂດຍມີບັນດາການນໍາພັກ-ລັດ, ຄອບຄົວ, ຍາດຕິພີ່ນ້ອງ, ເພື່ອນມິດສະຫາຍ ແລະ ມວນຊົນ ເຂົ້າຮ່ວມ. ການຈັດພິທີບວດໜ້າໄຟໃນຄັ້ງນີ້ ບໍ່ພຽງແຕ່ເປັນການປະຕິບັດຕາມປະເພນີທາງສາສະໜາເທົ່ານັ້ນ, ແຕ່ຍັງເປັນການຮ່ວມແຮງຮ່ວມໃຈຂອງຄອບຄົວ ແລະ ຍາດພີ່ນ້ອງ ໃນການທົດແທນຄຸນງາມຄວາມດີ ແລະ ຜົນງານອັນໃຫຍ່ຫຼວງຂອງ ທ່ານ ໄຊສົມພອນ...

Continue reading

ຜູ້ປະຈຳການຄະນະເລຂາທິການສູນກາງພັກກອມມູນິດຫວຽດນາມ ເຂົ້າວາງພວງມາລາໄວ້ອາໄລ ຕໍ່ການຈາກໄປຂອງ ສະຫາຍ ໄຊສົມພອນ ພົມວິຫານ

ໃນວັນທີ 12 ສິງຫາ 2026 ນີ້, ສະຫາຍ ເຈີນ ເກີມ ຕູ ກໍາມະການກົມການເມືອງສູນກາງພັກ, ຜູ້ປະຈໍາການຄະນະເລຂາທິການສູນກາງພັກກອມມູນິດຫວຽດນາມ ພ້ອມດ້ວຍຄະນະ ໄດ້ເຂົ້າວາງພວງມາລາ ແລະ ເຊັນປຶ້ມໄວ້ອາໄລ ຕໍ່ການຈາກໄປຂອງ ສະຫາຍ ໄຊສົມພອນ ພົມວິຫານ ອະດີດກຳມະການກົມການເມືອງສູນກາງພັກປະຊາຊົນປະຕິວັດລາວ, ອະດີດປະທານສະພາແຫ່ງຊາດ ແຫ່ງ ສປປ ລາວ ທີ່ໄດ້ເຖິງແກ່ມໍລະນະກຳ ໃນວັນທີ 8 ສິງຫາ 2026 ຜ່ານມາ. ສະຫາຍ ເຈີນ ເກີມ ຕູ ພ້ອມດ້ວຍຄະນະ ໄດ້ຮ່ວມວາງພວງມາລາ ແລະ ເຊັນປຶ້ມໄວ້ອາໄລ ເພື່ອລະນຶກເຖິງຄຸນງາມຄວາມດີ, ຜົນງານ ແລະ ການອຸທິດເຫື່ອແຮງຂອງ ສະຫາຍ ໄຊສົມພອນ ພົມວິຫານ...

Continue reading

ເມືອງເຟືອງ-ໝື່ນ ຄື 2 ໃນ 11 ເມືອງທົ່ວແຂວງວຽງຈັນ ເອົາໃຈໃສ່ຈັດການສອນບໍາລຸງຄືນ ວິຊາພາສາລາວ ແລະ ຄະນິດສາດ ຊັ້ນປະຖົມ ໄລຍະພັກສິ້ນປີຮຽນ 2025-2026

ຫ້ອງການສຶກສາທິການ ແລະ ກິລາ ເມືອງເຟືອງ ແລະ ເມືອງໝື່ນ ຄື 2 ໃນ 11 ເມືອງທົ່ວແຂວງວຽງຈັນ ທີ່ໄດ້ເອົາໃຈໃສ່ໃນການຈັດຕັ້ງປະຕິບັດຈັດການຮຽນການສອນບໍາລຸງຄືນ ວິຊາພາສາລາວ ແລະ ວິຊາຄະນິດສາດ ໃຫ້ແກ່ນັກຮຽນຊັ້ນປະຖົມສຶກສາ (ປ.1-ປ.5) ໃນໄລຍະພັກສິ້ນປີຮຽນ ສົກຮຽນ 2025-2026 ຕາມແຈ້ງການຂອງທາງພະແນກສຶກສາທິການ ແລະ ກິລາ ແຂວງວຽງຈັນ. ໃນລະຫວ່າງວັນທີ 6-7 ສິງຫາ ຜ່ານມາ, ທີມງານໂຄສະນາຂ່າວສານ ພະແນກສຶກສາທິການ ແລະ ກິລາ ແຂວງວຽງຈັນ ໄດ້ລົງຕິດຕາມ ແລະ ຖ່າຍທໍາເກັບຂໍ້ມູນການຈັດການຮຽນການສອນບໍາລຸງຄືນ ວິຊາພາສາລາວ ແລະ ວິຊາຄະນິດສາດ ໃຫ້ແກ່ນັກຮຽນຊັ້ນປະຖົມສຶກສາ (ປ.1-ປ.5)...

Continue reading

ພະນັກງານ ແລະ ຄູ-ອາຈານ ຈາກວິທະຍາໄລເຕັກນິກວິຊາຊີບ 12 ແຫ່ງ ທົ່ວປະເທດ ໄດ້ຮັບການຝຶກອົບຮົມ “ພື້ນຖານການປະກອບກິດຈະການ”

ໃນວັນທີ 12 ສິງຫາ 2026 ທີ່ສູນພັດທະນາຜູ້ປະກອບກິດຈະການ ລາວ-ອິນເດຍ ໄດ້ມີພິທີເປີດກອງປະຊຸມຝຶກອົບຮົມໃນຫົວຂໍ້ “ພື້ນຖານການປະກອບກິດຈະການ” (Basic of Entrepreneurship) ໃຫ້ແກ່ຄູ-ອາຈານ ຂະແໜງອາຊີວະສຶກສາ ຈາກພະແນກສຶກສາທິການ ແລະ ກິລາແຂວງ ແລະ ວິທະຍາໄລເຕັກນິກວິຊາຊີບ 12 ແຫ່ງ ທົ່ວປະເທດ ໂດຍໃຫ້ກຽດເຂົ້າຮ່ວມຂອງ ທ່ານ ປອ ສາຍສະໝອນ ງາມສີ ຮອງຫົວໜ້າກົມອາຊີວະສຶກສາ, ກະຊວງສຶກສາທິການ ແລະ ກິລາ ແລະ ທ່ານ ນາງ ສຸດສາຍໃຈ ດວງສະຫວັນ ຜູ້ອໍານວຍການສູນພັດທະນາຜູ້ປະກອບກິດຈະການ ລາວ-ອິນເດຍ, ມີຄະນະຄູຝຶກ, ພະນັກງານ ແລະ ຄູຝຶກຈາກ 12 ແຂວງ ລວມທັງໝົດ 35 ທ່ານ ເຂົ້າຮ່ວມ. ...

Continue reading

ກະຊວງສຶກສາທິການ ແລະ ກິລາ ໄດ້ອອກວິດີໂອໃໝ່ ວິດີໂອສຳລັບການພັດທະນາຄູ ຕອນທີ 29: ການຊ່ວຍເຫຼືອນັກຮຽນພິການໃນຫ້ອງຮຽນ

ກະຊວງສຶກສາທິການ ແລະ ກິລາ ສປປ ລາວ (ສສກ), ໂດຍໄດ້ຮັບການສະໜັບສະໜູນຈາກລັດຖະບານອົດສະຕຣາລີຜ່ານແຜນງານບີຄວາ, ໄດ້ອອກວິດີໂອສຳລັບການພັດທະນາຄູ ຕອນທີ 29 (TDV 29), ເຊິ່ງເປັນວິດີໂອເສີມໃຫ້ແກ່ຊຸດອຸປະກອນຊ່ວຍເຫຼືອຄູ ໂມດູນ 14 (TSP 14), “ການຊ່ວຍເຫຼືອນັກຮຽນພິການໃນຫ້ອງຮຽນ”. ວິດີໂອດັ່ງກ່າວໃຫ້ຄຳແນະນຳທີ່ເປັນປະໂຫຍດແກ່ຄູກ່ຽວກັບວິທີການສັງເກດ ລັກສະນະທ່າທາງທີ່ນັກຮຽນອາດຈະມີຄວາມຫຍຸ້ງຍາກກ່ຽວກັບການເບິ່ງເຫັນ, ການໄດ້ຍິນ, ການເຄື່ອນໄຫວ, ສະມາທິ, ການສື່ສານ, ຫຼື ການຈື່ຈຳ, ພ້ອມທັງແນະນຳໃຫ້ຮູ້ຈັກການຕື່ມແບບສອບຖາມ ເຄື່ອງມືປະເມີນຄວາມຫຍຸ້ງຍາກໃນການຮຽນຂອງນັກຮຽນ-ສຳລັບຄູ ໄດ້ຢ່າງຖືກຕ້ອງ. ຂໍເຊີນທຸກທ່ານຮັບຊົມ, ສົ່ງຕໍ່ເຖິງຄູ ແລະ...

Continue reading

ບົດສະດຸດີ ‎ເຖິງສະຫາຍ ໄຊສົມພອນ ພົມວິຫານ ‎ກໍາມະການກົມການເມືອງສູນກາງພັກ, ປະທານສະພາແຫ່ງຊາດ ແຫ່ງ ສປປ ລາວ

‎ກ່າວໂດຍ ສະຫາຍ ທອງລຸນ ສີສຸລິດ ເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກ ປະຊາຊົນປະຕິວັດລາວ, ປະທານປະເທດ ແຫ່ງ ສປປ ລາວ, ປະທານຄະນະຮັບຜິດຊອບ ‎ງານຊາປະນະກິດສົບລະດັບຊາດ ‎(ເວລາ 13:00 ໂມງ, ວັນທີ 12/8/2026, ‎ທີ່ສະໜາມຫຼວງ, ນະຄອນຫຼວງວຽງຈັນ) ‎ ‎- ຂໍນ້ອມນະມັດສະການພະເຖລາ ນຸເຖລະ; ‎- ຮຽນບັນດາທ່ານ, ບັນດາສະຫາຍການນຳ, ອະດີດການນຳ ພັກ-ລັດ ທີ່ນັບຖື; ‎- ບັນດາທ່ານ, ບັນດາສະຫາຍແຂກຕ່າງປະເທດ ທີ່ນັບຖື; ‎- ເພື່ອນມິດສະຫາຍທັງພາຍໃນ ແລະ ຕ່າງປະເທດ, ຍາດພີ່ນ້ອງ, ຄອບຄົວຂອງສະຫາຍ ໄຊສົມພອນ ພົມວິຫານ ທີ່ຮັກແພງທັງຫຼາຍ. ‎ ‎ ໃນທ່າມກາງຄວາມໂສກເສົ້າເສຍດາຍ ແລະ ອາໄລອາວອນຢ່າງສຸດຊຶ້ງ ຕໍ່ການຈາກໄປຂອງສະຫາຍ ໄຊສົມພອນ ພົມວິຫານ...

Continue reading

ງານຊາປະນະກິດສົບລະດັບຊາດ ສະຫາຍ ໄຊສົມພອນ ພົມວິຫານ ຈັດຂຶ້ນຢ່າງສົມກຽດ

ງານຊາປະນະກິດສົບລະດັບຊາດ ສະຫາຍ ໄຊສົມພອນ ພົມວິຫານ ກຳມະການກົມການເມືອງສູນກາງພັກປະຊາຊົນປະຕິວັດລາວ, ປະທານສະພາແຫ່ງຊາດ ແຫ່ງ ສປປ ລາວ ທີ່ໄດ້ເຖິງແກ່ມໍລະນະກຳ ໃນເວລາ 11:18 ໂມງ ຂອງວັນທີ 8 ສິງຫາ 2026 ດ້ວຍພະຍາດເສັ້ນເລືອດອັກເສບທີ່ຮ້າຍແຮງ ລວມອາຍຸໄດ້ 70 ປີ ຈັດຂຶ້ນຢ່າງສົມກຽດ ໃນວັນທີ 12 ສິງຫາ 2026 ຢູ່ເດີນພະທາດຫລວງວຽງຈັນ ໂດຍມີ ສະຫາຍ ທອງລຸນ ສີສຸລິດ ເລຂາທິການໃຫຍ່ ຄະນະບໍລິຫານງານສູນກາງພັກ, ປະທານປະເທດ ແຫ່ງ ສປປ ລາວ, ສະຫາຍ ສອນໄຊ ສີພັນດອນ ນາຍົກລັດຖະມົນຕີ ແຫ່ງ ສປປ ລາວ, ສະຫາຍ ເຈີ່ນ ເກີມ ຕູ໊ ກຳມະການກົມການເມືອງສູນກາງພັກ, ຜູ້ປະຈຳການຄະນະເລຂາທິການສູນກາງພັກກອມມູນິດຫວຽດນາມ, ມີບັດດາການນຳຂັ້ນສູງ ພັກ, ລັດ, ບັນດາທູຕານຸທູດ,...

Continue reading