ທັບນັກກິລາຕຳຫຼວດລາວ ຄວ້າແຊ້ມປະເພດບຸກຄົນ ແລະ ອັນດັບ 3 ປະເພດທີມ ການແຂ່ງຂັນກັອບຕຳຫຼວດອາຊຽນ ເປີດກວ້າງ ຄັ້ງທີ II ທີ່ ສສ ຫວຽດນາມ
ຄະນະນັກກິລາເຈົ້າໜ້າທີ່ຕຳຫຼວດ ຈາກ ສປປ ລາວ ສ້າງຜົນງານຢ່າງໂດດເດັ່ນ ດ້ວຍການຄວ້າແຊ້ມປະເພດບຸກຄົນ ແລະ ອັນດັບທີ 3 ປະເພດທີມ ໃນການແຂ່ງຂັນກິລາກັອບຕຳຫຼວດອາຊຽນ ເປີດກວ້າງ ປະຈຳປີ 2026 (ASEAN Police Open Golf Tournament 2026) ຄັ້ງທີ II ທີ່ຈັດຂຶ້ນໃນລະຫວ່າງວັນທີ 1-2 ສິງຫາ 2026 ຢູ່ສະໜາມ Nova World Phan Thiet Golf Club, ແຂວງລາມດົງ, ສາທາລະນະລັດ ສັງຄົມນິຍົມ ຫວຽດນາມ.
ຄະນະນັກກິລາຕຳຫຼວດລາວ ໃນຄັ້ງນີ້ ນຳພາໂດຍ ສະຫາຍ ພັອ ອານຸສິນ ສັກປະເສີດ ຫົວໜ້າຄະນະ ພ້ອມດ້ວຍຄູຝຶກ 1 ທ່ານ ຄື: ຮທ ເພັດສະໝອນ ສີສົມຫວັງ ແລະ ນັກກິລາ 4 ທ່ານ ປະກອບມີ: ພັອ ອານຸສິນ...








