ໂຮງຮຽນວຽງສະຫວັນ 3 ສືບຕໍ່ຮັກສາມາດຕະຖານການສຶກສາ 9 ປີຕໍ່ເນື່ອງ ດ້ວຍຜົນງານສອບເສັງສູງກວ່າ 50%
ເມື່ອວັນທີ 31 ກໍລະກົດ 2026 ທີ່ຜ່ານມາ, ທີ່ຫໍປະຊຸມໃຫຍ່ແຂວງອັດຕະປື ໄດ້ຈັດພິທີສະຫຼຸບຜົນງານການສຶກສາສົກຮຽນ 2025-2026 ຂອງໂຮງຮຽນວຽງສະຫວັນ 3 ຢ່າງຟົດຟື້ນ, ພາຍໃຕ້ການເປັນປະທານຂອງ ທ່ານ ນາງ ວຽງເພັດ ວຽງສະຫວັນ ເຈົ້າຂອງກຸ່ມໂຮງຮຽນ ຜູ້ທີ່ອຸທິດຕົນໃນການສ້າງສາ ແລະ ພັດທະນາໂຮງຮຽນແຫ່ງນີ້ໃຫ້ກ້າວສູ່ຄຸນນະພາບມາດຕະຖານສາກົນ.
ທ່ານ ກຽງຄຳ ດຳລົງບຸນ ຜູ້ອຳນວຍການໂຮງຮຽນ ກ່າວວ່າ: ຄວາມສໍາເລັດທີ່ຍືນຍົງຫຼາຍກວ່າ 9 ປີ ແມ່ນມາຈາກ ວິໄສທັດຂອງຜູ້ບໍລິຫານ ແລະ ຄວາມອຸທິດຕົນຂອງຄູອາຈານ 25 ທ່ານ (ຍິງ 21 ທ່ານ) ທີ່ມີຄຸນວຸດທິສູງ: ປະລິນຍາຕີ 13 ທ່ານ, ອະນຸປະລິນຍາ 10 ທ່ານ ແລະ ຊັ້ນກາງ 2 ທ່ານ, ພ້ອມກັບການສອນແບບຍຶດໝັ້ນ 3 ລັກສະນະ ແລະ 5 ຫຼັກມູນການສຶກສາ...








