ຮົງກົງ ແລະ ມາເລເຊຍ ຄອງຂັນຊະນະເລີດທີມຄູ່ປະສົມ ການແຂ່ງຂັນປິ່ງປ່ອງຊາວໜຸ່ມໂລກ 2026 ຮຸ່ນ U-19 ແລະ U-15 ທີ່ ສປປ ລາວ
ໃນຕອນແລງຂອງວັນທີ 1 ສິງຫາ 2026 ທີ່ສູນການຄ້າໄອເຕັກມໍ ນະຄອນຫຼວງວຽງຈັນ ໄດ້ມີການແຂ່ງຂັນຮອບຊີງຊະນະເລີດ ແລະ ມອບຂັນລາງວັນໃຫ້ແກ່ນັກກິລາໃນປະເພດຄູ່ປະສົມ ຍິງ-ຊາຍຮຸ່ນອາຍຸ 19 ປີ ແລະ 15 ປີ ໃນການແຂ່ງຂັນກິລາປິ່ງປ່ອງຊາວໜຸ່ມ-ເຍົາວະຊົນໂລກ ແລະ ຮຸ່ນທົ່ວໄປ ລາຍການ “WTT Youth Contender” ຄັ້ງທີ 4 ແລະ “WTT Feeder Series” ຄັ້ງທີ 2 ປະຈຳປີ 2026 ຊຶ່ງການແຂ່ງຂັນແມ່ນໄດ້ເລີ່ມຂຶ້ນວັນທີ 30 ກໍລະກົດຜ່ານມາ, ໂດຍໃຫ້ກຽດເຂົ້າຮ່ວມຊົມ ແລະ ມອບຂັນລາງວັນຂອງ ທ່ານ ປອ ສຳລານ ພັນຄະວົງ ປະທານສະຫະພັນກິລາປິ່ງປ່ອງແຫ່ງຊາດລາວ, ທ່ານ ເສີນ ຫຼົງຮຸຍ ຫົວໜ້າພະແນກ ທະນາຄານ ແຫ່ງ ປະເທດຈີນ ສາຂານະຄອນຫຼວງວຽງຈັນ, ທ່ານ ນາງ ວຽງເງິນ ໄຂຄຳພິທູນ...








