Skip to main content

ສຕລ ຍົກລະດັບແຜນຍຸດທະສາດການຄ້າ ພັດທະນາກິລາບານເຕະ ຍິງ-ຊາຍ ໃຫ້ກ້າວໄປສູ່ມາດຕະຖານມືອາຊີບ

ສະຫະພັນກິລາບານເຕະແຫ່ງຊາດລາວ ຫຼື ສຕລ ຈັດຝຶກອົບຮົມກ່ຽວກັບຍຸດທະສາດການຄ້າ ແລະ ການອອກໃບອະນຸຍາດສະໂມສອນ, ໃນວັນທີ 15 ຕຸລາ 2026 ທີ່ຫ້ອງປະຊຸມໂຮງແຮມ ລາວເທວ ນະຄອນຫຼວງວຽງຈັນ, ໂດຍໃຫ້ກຽດເຂົ້າຮ່ວມຂອງທ່ານ ວີເພັດ ສີຫາຈັກ ປະທານສະຫະພັນກິລາບານເຕະແຫ່ງຊາດລາວ, ມີຊ່ຽວຊານຈາກ FIFA, ຕົວແທນມາຈາກສະໂມສອນບານເຕະ ລາວລີກ1 ແລະ ລາວລີກ 2 ແລະ ທີມງານສະຫະພັນ ແລະ ພາກສ່ວນກ່ຽວຂ້ອງເຂົ້າຮ່ວມ. ໂອກາດນີ້, ທ່ານ ວີເພັດ ສີຫາຈັກ ກ່າວວ່າ: ຫຼັກສູດຝຶກອົບຮົມໃນຄັ້ງນີ້, ຖືວ່າເປັນບາດກ້າວໜຶ່ງທີ່ສໍາຄັນໃນວົງການບານເຕະຂອງ ສປປ ລາວ ເວົ້າລວມກໍຄືຂອງສະຫະພັນກິລາບານເຕະແຫ່ງຊາດລາວ...

Continue reading

“ພອນເງິນ ທຳມະວົງສາ” ຄວ້າແຊ້ມກິລາພິກເກີບອນດ່ຽວຍິງ ຊີງແຊ້ມປະເທດລາວ 2026

ນາງ ພອນເງິນ ທຳມະວົງສາ ນັກກິລາພິກເກີບອນ ຄວ້າແຊ້ມການແຂ່ງຂັນກິລາພິກເກີບອນຊີງແຊ້ມປະເທດລາວ ປະຈຳປີ 2026 (Laos Pickleball Major 2026) ຊຶ່ງເປັນລາຍການຄັ້ງປະຫວັດສາດ ທີ່ຖືກສະຫະພັນພິກເກີບອນສາກົນ ຮັບຮອງໃຫ້ເປັນລາຍການສະສົມຄະແນນນັກກິລາລະດັບໂລກ ລາຍການນີ້ ມີນັກກິລາທີ່ມາຈາກໄທ, ຟິລິບປິນ, ຫວຽດນາມ, ສະຫະລັດອາເມຣິກາ ແລະ ນັກກິລາລາວ ເຂົ້າຮ່ວມ 60 ຄົນ. ຂະນະທີ່ ແຊ້ມດ່ຽວຊາຍ ເປັນຂອງ ແຊມ ບາລາໂຊ ນັກກິລາຊາວຟິລິບປິນ. ລາຍການນີ້ ຈັດຂຶ້ນເມື່ອວັນທີ 10 ຕຸລາ 2026 ທີ່ ສະໂມສອນກິລາ Rio Sport Club ບ້ານວຽງຈະເລີນ ເມືອງໄຊເຊດຖາ ນະຄອນຫຼວງວຽງຈັນ ໃຫ້ກຽດເຂົ້າຮ່ວມ ແລະ...

Continue reading

ຄະນະກຳມະບານຈາກ 3 ກະຊວງ ເຂົ້າອວຍພອນຄະນະບໍລິຫານງານສະຫະພັນກຳມະບານ ສສກ ໂອກາດວັນຄູແຫ່ງຊາດ ຄົບຮອບ 32 ປີ

ວັນທີ 9 ຕຸລາ 2026 ນີ້, ຕາງໜ້າໃຫ້ແກ່ຄະນະກຳມະບານຈາກ 3 ພາກສ່ວນກະຊວງ ໄດ້ ໃຫ້ກຽດເຂົ້າຮ່ວມອວຍພອນວັນຄູແຫ່ງຊາດ ຄົບຮອບ 32 ປີ ແກ່ຄະນະບໍລິຫານງານສະຫະພັນກຳມະບານ ກະຊວງສຶກສາທິການ ແລະ ກິລາ (ສສກ) ເພື່ອເປັນການລະນຶກເຖິງຄວາມສຳຄັນຂອງວັນຄູແຫ່ງຊາດ ພ້ອມທັງຮັດແໜ້ນຄວາມສາມັກຄີລະຫວ່າງບັນດາພາກສ່ວນໃຫ້ແໜ້ນແຟ້ນຍິ່ງໆຂຶ້ນ ທີ່ກະຊວງສຶກສາທິການ ແລະ ກິລາ ໂດຍມີຕາງໜ້າຄະນະນຳ ແລະ ຜູ້ຕາງໜ້າກຳມະບານຈາກ 3 ກະຊວງເຂົ້າຮ່ວມ ນຳໂດຍ ສະຫາຍ ພັອ ສຸວັນນີ ດວງປະເສີດ ຄະນະບໍລິຫານງານສູນກາງກຳມະບານລາວ ທັງເປັນຫົວໜ້າຫ້ອງການກຳມະບານກະຊວງປ້ອງກັນປະເທດ; ສະຫາຍ ພັອ ນາງ ນວນ ເທບພະວົງ ຄະນະບໍລິຫານງານສູນກາງກຳມະບານລາວ...

Continue reading

ເປີດຝຶກອົບຮົມທັກສະດ້ານພາສາ ແລະ ວິທີການສອນພາສາຍີ່ປຸ່ນ ສຳລັບຄູຊັ້ນມັດທະຍົມສຶກສາ ໃນນະຄອນຫຼວງວຽງຈັນ

ສະຖາບັນຄົ້ນຄວ້າວິທະຍາສາດການສຶກສາ (ສວສ), ກະຊວງສຶກສາທິການ ແລະ ກິລາ ຮ່ວມກັບ ມູນນິທິຍີ່ປຸ່ນ ປະຈຳ ນະຄອນຫຼວງວຽງຈັນ ໄດ້ຈັດພິທີເປີດຊຸດຝຶກອົບຮົມ “ທັກສະດ້ານພາສາ ແລະ ວິທີການສອນພາສາຍີ່ປຸ່ນ ສຳລັບຊັ້ນມັດທະຍົມສຶກສາ” ໃນວັນທີ 12 ຕຸລາ 2026 ທີ່ ວິທະຍາໄລວຽງຈັນ ໂດຍໃຫ້ກຽດເຂົ້າຮ່ວມຂອງທ່ານ ໂຢຊຸເກະ ຄຸຊາຄາເບະ (Mr. Yosuke KUSAKABE), ຜູ້ອຳນວຍການມູນນິທິຍີ່ປຸ່ນ ປະຈຳ ນະຄອນຫຼວງວຽງຈັນ, ພ້ອມດ້ວຍຜູ້ຕາງໜ້າ ສວສ, ຈາກພະແນກສຶກສາທິການ ແລະ ກິລາ ນະຄອນຫຼວງວຽງຈັນ, ຜູ້ອຳນວຍການໂຮງຮຽນ, ຄູ-ອາຈານ ແລະ ພາກສ່ວນທີ່ກ່ຽວຂ້ອງເຂົ້າຮ່ວມຢ່າງພ້ອມພຽງ. ...

Continue reading

ລັດຖະບານຍີ່ປຸ່ນ ມອບກຸນແຈ ເພື່ອດູແລ ແລະ ຮັກສາຄວາມປອດໄພ ສະໜາມກິລາເຈົ້າອະນຸວົງ ໃຫ້ ສປປ ລາວ ຢ່າງເປັນທາງການ

ພິທີເຊັນສັນຍາມອບ-ຮັບກຸນແຈເພື່ອດູແລ ແລະ ຮັກສາຄວາມປອດໄພ ສະໜາມກິລາເຈົ້າອະນຸວົງ ລະຫວ່າງ ທ່ານ ວິໄລພອນ ພົມມະຫາໄຊ ຫົວໜ້າຫ້ອງການ ກະຊວງສຶກສາທິການ ແລະ ກິລາ ແຫ່ງ ສປປ ລາວ, ທ່ານ Matsuyama ປະທານບໍລິສັດທີ່ປຶກສາ Asuza Sekkei ແລະ ທ່ານ Yamada ຫົວໜ້າບໍລິສັດ Hazama Ando-Toa Road JV ຜູ້ຮັບເໝົາ ຝ່າຍໂຄງການກໍ່ສ້າງຂອງປະເທດຍີ່ປຸ່ນ ຈັດຂຶ້ນໃນວັນທີ 12 ຕຸລາ 2026 ທີ່ອາຄານຊັ້ນໜຶ່ງ ສະໜາມກິລາເຈົ້າອະນຸວົງ ນະຄອນຫຼວງວຽງຈັນ, ມີບັນດາຫົວໜ້າກົມ-ຮອງຫົວໜ້າກົມ, ຮອງຫົວໜ້າຫ້ອງການ ແລະ ພະນັກງານທີ່ກ່ຽວຂ້ອງເຂົ້າຮ່ວມເປັນສັກຂີພິຍານ. ໂອກາດນີ້, ທ່ານ Matsuyama...

Continue reading

ສສກ ວາງຫຼາຍມາດຕະການ ແກ້ໄຂບັນຫາການປະລະການຮຽນ

ບັນຫາການປະລະການຮຽນຂອງນັກຮຽນແຕ່ລະລະດັບ ນັບແຕ່ຊັ້ນປະຖົມ, ມັດທະຍົມ ຈົນເຖິງການສຶກສາຊັ້ນສູງ ແລະ ອາຊີວະສຶກສາ ຍັງເປັນສິ່ງທ້າທາຍສຳຄັນຂອງຂະແໜງການສຶກສາ, ວິທະຍາສາດ ແລະ ກິລາ ເນື່ອງຈາກສົ່ງຜົນຕໍ່ການພັດທະນາຊັບພະຍາກອນມະນຸດ ແລະ ການພັດທະນາເສດຖະກິດ-ສັງຄົມ. ສະນັ້ນ, ເພື່ອແກ້ໄຂບັນຫາດັ່ງກ່າວ, ກະຊວງສຶກສາທິການ ແລະ ກິລາ (ສສກ) ໄດ້ວາງຫລາຍມາດຕະການ ທັງດ້ານນະໂຍບາຍ, ການຊ່ວຍເຫລືອນັກຮຽນ, ການປັບປຸງໂຄງສ້າງ ແລະ ຄຸນນະພາບການສຶກສາ. ທ່ານ ຮສ.ປອ ທອງສະລິດ ມັງໜໍ່ເມກ ຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງສຶກສາທິການ ແລະ ກິລາ ຊີ້ແຈງຕໍ່ຄຳຊັກຖາມຂອງສະມາຊິກສະພາແຫ່ງຊາດ ໃນກອງປະຊຸມສະໄໝສາມັນ ເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X ໃນວັນທີ 7 ຕຸລາ 2026...

Continue reading

ຄູ ແມ່ນໝາກຫົວໃຈສຳຄັນຂອງຄຸນນະພາບການສຶກສາ

ເນື່ອງໃນໂອກາດວັນຄູແຫ່ງຊາດ ວັນທີ 07 ຕຸລາ 2026 ຄົບຮອບ 32 ປີ ປີນີ້, ເພື່ອສະທ້ອນໃຫ້ເຫັນເຖິງບົດບາດ, ຄວາມສຳຄັນ ແລະ ທັດສະນະມຸມມອງກ່ຽວກັບການພັດທະນາການສຶກສາໃນຍຸກປັດຈຸບັນ, ທີມງານຂ່າວພະແນກໂຄສະນາ-ຂ່າວສານ ໄດ້ມີໂອກາດສຳພາດ ທ່ານ ປອ ຫຸມພັນ ແກ້ວອຸ່ນຄຳ ຮອງຫົວໜ້າກົມສາມັນສຶກສາ, ກະຊວງສຶກສາທິການ ແລະ ກິລາ ໄດ້ຍົກໃຫ້ເຫັນຄຳສອນອັນລ້ຳຄ່າຂອງ ທ່ານ ປະທານ ໄກສອນ ພົມວິຫານ ທີ່ໄດ້ກ່າວໄວ້ໃນປີ 1978 ວ່າ: “ຄູແມ່ນແມ່ພິມຂອງຊາດ ແລະ ຄູແມ່ນຄົນຂອງພັກ” ເຊິ່ງຄຳເວົ້ານີ້ຍັງຄົງມີຄຸນຄ່າອຳມະຕະຮອດປັດຈຸບັນ. “ໃນຖານະທີ່ຂ້າພະເຈົ້າເຄີຍເປັນຄູສອນ ແລະ ໄດ້ໃຊ້ຊີວິດຢູ່ກັບອາຊີບຄູ 21 ກວ່າປີ ສາມາດຢັ້ງຢືນໄດ້ວ່າ...

Continue reading

ລາວ-ຫວຽດນາມ ສືບຕໍ່ຮັດແໜ້ນສາຍພົວພັນມິດຕະພາບອັນຍິ່ງໃຫຍ່ ຄວາມສາມັກຄີພິເສດ ການຮ່ວມມືຮອບດ້ານ ແລະ ຫຸ້ນສ່ວນຍຸດທະສາດ

ໂດຍຕອບສະໜອງຕາມຄໍາເຊື້ອເຊີນຂອງ ສະຫາຍ ສະເຫຼີມໄຊ ກົມມະສິດ, ນາຍົກລັດຖະມົນຕີ ແຫ່ງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ, ສະຫາຍ ເລ ມິງ ຮຶງ, ນາຍົກລັດຖະມົນຕີ ແຫ່ງ ສາທາລະນະລັດ ສັງຄົມນິຍົມ ຫວຽດນາມ ພ້ອມດ້ວຍຄະນະຜູ້ແທນຂັ້ນສູງ ໄດ້ເດີນທາງມາຢ້ຽມຢາມ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ຢ່າງເປັນທາງການ ໃນວັນທີ 8-9 ຕຸລາ 2026 ເພື່ອສືບຕໍ່ເສີມຂະຫຍາຍສາຍພົວພັນມິດຕະພາບອັນຍິ່ງໃຫຍ່, ຄວາມສາມັກຄີພິເສດ, ການຮ່ວມມືຮອບດ້ານ ແລະ ຫຸ້ນສ່ວນຍຸດທະສາດ ລາວ-ຫວຽດນາມ, ຫວຽດນາມ-ລາວ ໃຫ້ນັບມື້ນັບແຕກດອກອອກຜົນຍິ່ງໆຂຶ້ນ. ພິທີຕ້ອນຮັບຢ່າງເປັນທາງການ ໄດ້ຈັດຂຶ້ນຢ່າງອົບອຸ່ນ ແລະ...

Continue reading