Skip to main content

ແຂວງໄຊຍະບູລີ ຈັດກິດຈະກໍາຍ່າງເພື່ອສຸຂະພາບ ສະຫຼອງວັນສ້າງຕັ້ງກິລາລາວ ຄົບຮອບ 60 ປີ ແລະ ວັນສ້າງຕັ້ງສະຫະພັນແມ່ຍິງລາວ ຄົບຮອບ 71 ປີ ຢ່າງຟົດຟື້ນ

ເພື່ອເປັນການສ້າງຂະບວນການສະເຫຼີມສະຫຼອງວັນກິລາ-ກາຍະກໍາແຫ່ງຊາດຄົບຮອບ 60 ປີ (ວັນທີ 13 ກໍລະກົດ 1966 – 13 ກໍລະກົດ 2026) ແລະ ວັນສ້າງຕັ້ງອົງການສະຫະພັນແມ່ຍິງລາວຄົບຮອບ 71 ປີ (ວັນທີ 20 ກໍລະກົດ 1955 – 20 ກໍລະກົດ 2026) ໃຫ້ມີເນຶ້ອໃນມີຄວາມໝາຍເລິກເຊິ່ງ ແລະ ທັງເປັນການເສີມສ້າງຄວາມສາມັກຄີ ສົ່ງເສີມໃຫ້ທຸກຄົນມີສຸຂະພາບແຂງແຮງມີພາລານາໄມສົມບູນໃນຕອນເຊົ້າຂອງວັນທີ 13 ກໍລະກົດ 2026 ນີ້ ທີ່ເດີນກິລາໃນຮົ່ມແຂວງໄຊຍະບູລີ ໄດ້ຈັດກິດຈະກໍາຍ່າງເພື່ອສຸຂະພາບໂດຍການເຂ້າຮ່ວມຂອງ ທ່ານ ອາເມ ຊົ້ງເຢ້ຍເລັ່ງ ຮອງປະທານຄະນະກໍາມະການປົກຄອງແຂວງໄຊຍະບູລີ, ມີກໍາມະການພັກແຂວງ,...

Continue reading

ສກຂ ຫຼວງພະບາງ ຄວ້າແຊ້ມກິລາບານເຕະອາວຸໂສ ສະຫຼອງວັນສ້າງຕັ້ງກິລາລາວ ຄົບຮອບ 60 ປີ

ການແຂ່ງຂັນກິລາບານເຕະອາວຸໂສ ລາຍການ ເຕະ 7 ຮັບ 1 ຂຶ້ນຢ່າງເປັນຂະບວນການຟົດຟື້ນ ໃນວັນທີ 11 ກໍລະກົດ 2026 ນີ້ ຢູ່ທີ່ສະໜາມກິລາບານເຕະຫຍ້າທຽມໂອເວັນ ນະຄອນຫຼວງພະບາງ ແຂວງຫຼວງພະບາງ ເພື່ອເປັນການສະເຫຼີມສະຫຼອງວັນສ້າງຕັ້ງກິລາ-ກາຍະກຳແຫ່ງຊາດລາວ ຄົບຮອບ 60 ປີ (13 ກໍລະກົດ 1966 – 13 ກໍລະກົດ 2026) ໂດຍການເປັນກຽດເຂົ້າຮ່ວມຂອງທ່ານ ປອ ບຸນເຫຼືອ ສິນໄຊວໍຣະວົງ ປະທານຄະນະກໍາມະການປົກຄອງແຂວງຫຼວງພະບາງ, ທ່ານ ປອ ສຸລິເດດ ແກ້ວບົວລະເພັດ ຫົວໜ້າພະແນກສຶກສາທິການ ແລະ ກິລາ ແຂວງ, ມີບັນດາຮອງຫົວໜ້າພະແນກ, ຄະນະກຳມະການຕັດສິນ ພ້ອມດ້ວຍທັບນັກກິລາ ຈາກພາກສ່ວນຕ່າງໆ...

Continue reading

ມວນຊົນຊາວແຂວງຈຳປາສັກ ກວ່າ 1.000 ຄົນ ຮ່ວມກິດຈະກຳສະຫຼອງ 60 ປີ ວັນສ້າງຕັ້ງກິລາລາວ

ໃນຕອນເຊົ້າຂອງວັນທີ 13 ກໍລະກົດ 2026 ນີ້ ທີ່ສະໜາມກິລາແຂວງຈຳປາສັກ (ຫຼັກ 2), ພະແນກສຶກສາທິການ ແລະ ກິລາແຂວງຈຳປາສັກ ຮ່ວມກັບ ບັນດາສະຫະພັນກິລາອ້ອມຂ້າງແຂວງ ໄດ້ຈັດກິດຈະກຳສະເຫຼີມສະຫຼອງວັນສ້າງຕັ້ງກິລາ-ກາຍະກຳແຫ່ງຊາດລາວ ຄົບຮອບ 60 ປີ (13 ກໍລະກົດ 1966 – 13 ກໍລະກົດ 2026) ຂຶ້ນຢ່າງຍິ່ງໃຫຍ່ ແລະ ຟົດຟື້ນ ໂດຍມີມວນຊົນເຂົ້າຮ່ວມຢ່າງຄຶກຄັກຫຼາຍກວ່າ 1.000 ຄົນ. ພິທີອັນມີຄວາມໝາຍຄວາມສຳຄັນນີ້ ໄດ້ຮັບກຽດເຂົ້າຮ່ວມໂດຍ ທ່ານ ສົມບູນ ເຮືອງວົງສາ ຄະນະປະຈຳພັກແຂວງ, ຮອງປະທານຄະນະກຳມະການປົກຄອງແຂວງຈຳປາສັກ, ຜູ້ຊີ້ນຳຂົງເຂດວຽກງານວັດທະນະທຳ-ສັງຄົມ, ທ່ານ ປອ ພູວົງ ອະໄພ...

Continue reading

“ມະຫາໂຊກ” ຄວ້າແຊ້ມກະຕໍ້ ຊີງຂັນປະທານຄະນະກຳມະການປົກຄອງ ແຂວງຈຳປາສັກ ສະຫຼອງ 60 ປີ ວັນສ້າງຕັ້ງກິລາລາວ

ການແຂ່ງຂັນກິລາກະຕໍ້ ປະເພດຄູ່ຮຸ່ນທົ່ວໄປ ຊີງຂັນທ່ານປະທານຄະນະກຳມະການປົກຄອງແຂວງຈຳປາສັກ ປະຈຳປີ 2026 ປິດສາກລົງຢ່າງຈົບງາມ ໂດຍແມ່ນ “ທີມມະຫາໂຊກ” ຕົວແທນຈາກແຂວງຈຳປາສັກ ທີ່ໂຊຟອມເກັ່ງໄດ້ຢ່າງໂດດເດັ່ນ ຄວ້າແຊ້ມໄປຄອງຢ່າງສົມກຽດ. ງານແຂ່ງຂັນດັ່ງກ່າວ ໄດ້ຈັດຂຶ້ນຢ່າງຟົດຟື້ນໃນລະຫວ່າງວັນທີ 11-12 ກໍລະກົດ 2026 ທີ່ສະໜາມກິລາແຂວງຈຳປາສັກ (ສະໜາມກິລາໃນຮົ່ມບານບ້ວງ) ເຊິ່ງເປັນການຮ່ວມມືກັນລະຫວ່າງ ສະຫະພັນກິລາກະຕໍ້ແຂວງຈຳປາສັກ ແລະ ຮ້ານຂາຍເຄື່ອງກິລາ ດີພີ ສະປອດ (DP Sports). ຈຸດປະສົງຫຼັກກໍເພື່ອເປັນການສົ່ງເສີມການພັດທະນາກິລາກະຕໍ້ ແລະ...

Continue reading

ໂຮງຮຽນ ສີຫາວົງ ວິທະຍາ ສະຫຼຸບສົກຮຽນ 2025-2026 ພ້ອມເປີດວິໄສທັດຍຸກດິຈິຕອນ ແລະ AI ໃນສົກຮຽນໜ້າ

ໃນວັນທີ 11 ກໍລະກົດ 2026, ໂຮງຮຽນ ສີຫາວົງ ວິທະຍາ ໄດ້ຈັດງານສະຫຼຸບສົກຮຽນ 2025-2026 ແລະ ຜ່ານແຜນພັດທະນາການສຶກສາສົກຮຽນ 2026-2027 ຢູ່ທີ່ສູນວາງສະແດງສິນຄ້າ ລາວ-ໄອເຕັກ ໃຫ້ກຽດເຂົ້າຮ່ວມໃນພິທີໂດຍ ທ່ານ ນາງ ລີປ່າເອ່ຍ ລີບົວປ່າວ ຫົວໜ້າພະແນກສຶກສາທິການ ແລະ ກິລາ ນະຄອນຫຼວງວຽງຈັນ, ທ່ານ ນາງ ບົວລຸນ ລິນທະວົງ ຜູ້ອຳນວຍການໂຮງຮຽນ ສີຫາວົງ ວິທະຍາ, ທ່ານ ສົມໝາຍ ສີຫາວົງ ທີ່ປຶກສາໂຮງຮຽນ ແລະ ທ່ານ ອະນຸເດດ ພົມປີດາ ປະທານສະມາຄົມການສຶກສາພາກເອກະຊົນ ເມືອງໄຊເຊດຖາ ພ້ອມດ້ວຍບັນດາແຂກຖືກເຊີນ, ພໍ່ແມ່ຜູ້ປົກຄອງ, ຄູ-ອາຈານ ແລະ ນ້ອງໆນັກຮຽນເຂົ້າຮ່ວມຢ່າງພ້ອມພຽງ. ທ່ານ...

Continue reading

ໂຮງຮຽນ ສະຖາພອນ ສະຫຼຸບຜົນການຮຽນ-ການສອນ ປະຈຳສົກຮຽນ 2025-2026

ໂຮງຮຽນ ລ້ຽງເດັກ-ອະນຸບານ-ປະຖົມ-ມັດທະຍົມ ສົມບູນ ສະຖາພອນ ໄດ້ຈັດພິທີສະຫຼຸບຜົນການຮຽນ-ການສອນ ແລະ ການເຄື່ອນໄຫວຕ່າງໆ ປະຈຳສົກຮຽນ 2025-2026 ທີ່ໂຮງຮຽນດັ່ງກ່າວ ໃນວັນທີ 11 ກໍລະກົດ 2026 ໂດຍໃຫ້ກຽດເຂົ້າຮ່ວມຂອງ ທ່ານ ວາຍຸ ແຫ່ງດາວົງໄຊ ຫົວໜ້າຫ້ອງການສຶກສາທິການ ແລະ ກິລາ ເມືອງສີສັດຕະນາກ ນະຄອນຫຼວງວຽງຈັນ, ທ່ານ ນາງ ສຸກສະຖາພອນ ສູນທະວົງ ປະທານໂຮງຮຽນ ສະຖາພອນ, ທ່ານ ນາງ ຄຳສິລິພອນ ສູນທະວົງ ຜູ້ອຳນວຍການໂຮງຮຽນ ສະຖາພອນ, ທ່ານ ອາພິເດດ ໄພສະຫວັດ ຜູ້ບໍລິຫານໂຮງຮຽນສະຖາພອນ, ພ້ອມດ້ວຍຕາງໜ້າສະມາຄົມຜູ້ປົກຄອງຊັ້ນອະນຸບານ, ຊັ້ນປະຖົມ ຄະນະຮັບຜິດຊອບຊັ້ນ ອະນຸບານ-ປະຖົມ-ມັດທະຍົມ ໂຮງຮຽນ ສະຖາພອນ ແລະ ສູນພາສາຈີນ ບີ-ຢູ, ຄູອາຈານ, ຜູ້ປົກຄອງ ແລະ...

Continue reading

ຮອງລັດຖະມົນຕີ ສສກ ເນັ້ນສື່ມວນຊົນ ຍົກລະດັບທັກສະ ແລະ ປັບຕົວເຂົ້າກັບຍຸກ AI ເພື່ອຄວາມວ່ອງໄວທັນເຫດການ

ເນື່ອງໃນໂອກາດກະກຽມກອງປະຊຸມວຽກງານສື່ມວນຊົນທົ່ວປະເທດ ຄັ້ງທີ I, ທ່ານ ປອ ນາງ ດາລາວອນ ກິດຕິພັນ ຮອງລັດຖະມົນຕີກະຊວງສຶກສາທິການ ແລະ ກິລາ (ສສກ) ໄດ້ໃຫ້ສຳພາດຕໍ່ສື່ມວນຊົນ ໃນວັນທີ 13 ກໍລະກົດນີ້ ທີ່ຫໍປະຊຸມແຫ່ງຊາດ ໂດຍທ່ານໄດ້ສະແດງຄວາມພາກພູມໃຈ ແລະ ຕີລາຄາສູງຕໍ່ບາດກ້າວໃໝ່ຂອງວົງການສື່ມວນຊົນລາວ. ທ່ານ ປອ ນາງ ດາລາວອນ ກິດຕິພັນ ໄດ້ກ່າວວ່າ: “ມື້ນີ້ຮູ້ສຶກດີໃຈ ແລະ ປະທັບໃຈຫຼາຍ ເຊິ່ງຖືວ່າເປັນຄັ້ງປະຫວັດສາດທີ່ສື່ມວນຊົນທັງສູນກາງ ແລະ ທ້ອງຖິ່ນ ທັງພາກລັດ ແລະ ເອກະຊົນ ໄດ້ມາເຕົ້າໂຮມກັນ. ກອງປະຊຸມວຽກງານສື່ມວນຊົນ ຄັ້ງທີ I ນີ້ ເປັນນິມິດໝາຍອັນດີ ແລະ ເປັນເຫດການສຳຄັນທາງປະຫວັດສາດ ທີ່ວຽກງານສື່ມວນຊົນໄດ້ຫັນເຂົ້າສູ່ຄວາມເປັນເອກະພາບ,...

Continue reading

ສໍາມະນາເຊື່ອມຊຶມເອກະສານ ເພື່ອກະກຽມໃຫ້ກອງປະຊຸມວຽກສື່ມວນຊົນທົ່ວປະເທດ ຄັ້ງທີ I

ກອງປະຊຸມສໍາມະນາເຊື່ອມຊຶມເອກະສານ ເພື່ອກະກຽມໃຫ້ກອງປະຊຸມວຽກສື່ມວນຊົນທົ່ວປະເທດ ຄັ້ງທີ I ພາຍໃຕ້ຫົວຂໍ້: “ເພີ່ມທະວີບົດບາດການນໍາພາຂອງພັກ, ພັດທະນາວຽກງານສື່ມວນຊົນໃຫ້ຫັນປ່ຽນສູ່ຄຸນນະພາບໃໝ່ ຢ່າງແຂງແຮງ” ໄດ້ຈັດຂຶ້ນໃນວັນທີ 13 ກໍລະກົດນີ້ ທີ່ຫໍປະຊຸມແຫ່ງຊາດ ໂດຍການເປັນກຽດເຂົ້າຮ່ວມເຜີຍແຜ່ເອກະສານຂອງ ທ່ານ ກິແກ້ວ ໄຂຄໍາພິທູນ ກໍາມະການກົມການເມືອງສູນກາງພັກ, ປະທານສູນກາງແນວລາວສ້າງຊາດ, ປະທານສະພາທິດສະດີສູນກາງພັກ, ໂດຍການເປັນປະທານຂອງທ່ານ ຄໍາພັນ ເຜີຍຍະວົງ ກໍາມະການກົມການເມືອງສູນກາງພັກ, ຄະນະເລຂາທິການສູນກາງພັກ, ຫົວໜ້າຄະນະໂຄສະນາອົບຮົມສູນກາງພັກ (ຄອສພ), ຮອງປະທານສະພາທິດສະດີສູນກາງພັກ, ມີຄະນະເລຂາທິການສູນກາງພັກ, ກໍາມະການສູນກາງພັກ,...

Continue reading