ນັກກິລາລົດຖີບລາວ ຄວ້າຫຼຽນທອງ ການແຂ່ງຂັນລົດຖີບຄົນພິການຕາ ຊີງແຊ໋ມນານາຊາດ ທີ່ ສ.ເກົາຫຼີ
ນັບເປັນຂ່າວທີ່ໜ້າຍິນດີ ແລະ ສ້າງຄວາມພາກພູມໃຈໃຫ້ກັບປະຊາຊົນລາວທົ່ວປະເທດ ເມື່ອ ນາງ ວິນນາລີ ວັນທະລັງສີ ນັກກິລາລົດຖີບຄົນພິການຕາທີມຊາດລາວ ພ້ອມດ້ວຍ ນາງ ໂບຕັນ ວິໄຊ ນັກກິລາລົດຖີບຄົນປົກກະຕິ ທີ່ເຮັດໜ້າທີ່ເປັນນັກປັ່ນນຳທາງ (Pilot) ສາມາດສ້າງຜົນງານອັນໂດດເດັ່ນ ດ້ວຍການຄວ້າຫຼຽນທອງ ໃນການແຂ່ງຂັນລົດຖີບຄົນພິການສາກົນ ລາຍການ “Yangyang Para-cycling” ທີ່ເມືອງຢາງຢາງ ສາທາລະນະລັດ ເກົາຫຼີ ເຊິ່ງຈັດຂຶ້ນລະຫວ່າງວັນທີ 7-9 ກໍລະກົດ 2026.
ການຍາດໄດ້ຫຼຽນທອງໃນຄັ້ງນີ້ ແມ່ນໄດ້ມາຈາກການແຂ່ງຂັນປະເພດລູ້ (Track) ໄລຍະທາງ 1,000 ແມັດຍິງ...







