ສສກ ເຜີຍແຜ່ມະຕິກອງປະຊຸມຄົບຄະນະ ຄັ້ງທີ 3 ຂອງຄະນະບໍລິຫານງານສູນກາງພັກ ສະໄໝທີ XII ແລະ ມະຕິຕົກລົງວ່າດ້ວຍການເພີ່ມທະວີວຽກງານການແຂ່ງຂັນ-ຍ້ອງຍໍໃນໄລຍະໃໝ່ ພ້ອມປະກາດພະນັກງານອອກບຳນານ, ສັບຊ້ອນຍົກຍ້າຍ ແລະ ແຕ່ງຕັ້ງຕຳແໜ່ງບໍລິຫານຂັ້ນກົມ
ໃນວັນທີ 03 ກໍລະກົດ 2026 ທີ່ຫ້ອງປະຊຸມຕຶກໄອຊີທີ (ICT) ກະຊວງສຶກສາທິການ ແລະ ກິລາ ໄດ້ມີພີທີປະກາດພະນັກງານພັກອອກພັກການ-ຮັບອຸດໜູນບຳນານ ແລະ ການສັບຊ້ອນຍົກຍ້າຍ ແລະ ແຕ່ງຕັ້ງຕຳແໜ່ງບໍລິຫານຂັ້ນກົມ ໂດຍພາຍໃຕ້ການເປັນປະທານຂອງທ່ານ ຮສ.ປອ ທອງສະລິດ ມັງໜໍ່ເມກ ກຳມະການກົມການເມືອງສູນກາງພັກ, ຮອງນາຍົກລັດຖະມົນຕີ, ເລຂາຄະນະບໍລິຫານງານພັກ, ລັດຖະມົນຕີກະຊວງສຶກສາທິການ ແລະ ກິລາ, ມີທ່ານ ປອ ນາງ ດາລາວອນ ກິດຕິພັນ ຮອງເລຂາຄະນະພັກກະຊວງ, ຮອງລັດຖະມົນຕີ ກະຊວງສຶກສາທິການ ແລະ ກິລາ ພ້ອມດ້ວຍບັນດາຄະນະພັກ, ຫົວໜ້າຫ້ອງການ/ຮອງຫົວໜ້າຫ້ອງການ, ຫົວໜ້າກົມ/ຮອງຫົວໜ້າກົມ, ສະຖາບັນ/ຮອງສະຖາບັນ, ຫົວໜ້າພະແນກ/ຮອງຫົວໜ້າພະແນກ ແລະ...








