ຊາວໜຸ່ມ ສສກ ປິດຊຸດຝຶກອົບຮົມອາສາສະໝັກຊາວໜຸ່ມຕະລຸມບອນ ບຳລຸງນັກຮຽນເຂດຫ່າງໄກສອກຫຼີກ ແລະ ນຳນ້ອງຄືນສູ່ໂຮງຮຽນ ປະຈຳປີ 2026
ພິທີປິດຊຸດຝຶກອົບຮົມອາສາສະໝັກຊາວໜຸ່ມຕະລຸມບອນ ບຳລຸງນັກຮຽນເຂດຫ່າງໄກສອກຫຼີກ ເມືອງຈຸດສຸມພັດທະນາ ຂອງຂະແໜງການສຶກສາທິການ ແລະ ກິລາ ແລະ ນຳນ້ອງຄືນສູ່ໂຮງຮຽນ ປະຈຳປີ 2026 ໄດ້ຈັດຂຶ້ນເມື່ອວັນທີ 1 ມໍລະກົດ 2026 ທີ່ຄະນະເສດຖະສາດ ແລະ ບໍລິຫານທຸລະກິດ (ຕຶກໃໝ່), ມະຫາວິທະຍາໄລແຫ່ງຊາດ ໂດຍໃຫ້ກຽດເຂົ້າຮ່ວມຂອງ ສະຫາຍ ຈັນທະວົງ ປັນຍາສິລິ ເລຂາທິການສູນກາງຊາວໜຸ່ມ, ເລຂາຄະນະບໍລິຫານງານຊາວໜຸ່ມ ປະຊາຊົນປະຕິວັດລາວ ສສກ, ສະຫາຍ ນາງ ແສງຈັນ ອ່ອນນິດາ ກໍາມະການສູນກາງຊາວໜຸ່ມປະຊາຊົນປະຕິວັດລາວ, ຮອງຫົວໜ້າກົມອົບຮົມຊາວໜຸ່ມ ສູນກາງຊາວໜຸ່ມປະຊາຊົນປະຕິວັດລາວ ພ້ອມດ້ວຍຄະນະບໍລິຫານງານຊາວໜຸ່ມ ສສກ ແລະ...








