ພາບແຫ່ງຄວາມປະທັບໃຈ! ນັກຮຽນ ມ.7 ແຂວງອຸດົມໄຊ ຮ່ວມໃຈບໍລິຈາກຊຸດນັກຮຽນ ເພື່ອນ້ອງເຂດຫ່າງໄກສອກຫຼີກ ຫຼັງສອບເສັງຈົບຊັ້ນ ສົກຮຽນ 2025-2026
ໃນລະຫວ່າງວັນທີ 17-19 ມິຖຸນາ 2026 ທີ່ຜ່ານມາ, ເຊິ່ງເປັນໄລຍະການດຳເນີນບັ້ນສອບເສັງຈົບຊັ້ນມັດທະຍົມສຶກສາຕອນປາຍ (ມ.7) ສົກຮຽນ 2025-2026. ໂດຍປະຕິບັດຕາມທິດຊີ້ນຳ ແລະ ຂໍ້ຫ້າມຂອງກະຊວງສຶກສາທິການ ແລະ ກິລາ ວາງອອກຢ່າງເຂັ້ມງວດ, ຄະນະຊີ້ນຳ ແລະ ຕິດຕາມລະດັບສູງຂອງແຂວງອຸດົມໄຊ ແລະ ຂັ້ນສູນກາງ ເຊິ່ງຮ່ວມນຳພາໂດຍ ທ່ານ ສຸຫວັດ ມະຫາວົງສະນັ່ນ ຮອງປະທານຄະນະກຳມະການປົກຄອງແຂວງອຸດົມໄຊ, ທ່ານ ນາງ ນວມຄຳ ຈັນທະບູລີ ຫົວໜ້າກົມສາມັນສຶກສາ ກະຊວງສຶກສາທິການ ແລະ ກິລາ ແລະ ທ່ານ ສີວອນ ເພັງມີໄຊ ຮັກສາການຫົວໜ້າພະແນກສຶກສາທິການ ແລະ ກິລາ ແຂວງອຸດົມໄຊ ພ້ອມດ້ວຍຄະນະ ໄດ້ລົງຕິດຕາມ ແລະ ຊີ້ນຳການຈັດຕັ້ງປະຕິບັດຕົວຈິງ ຢູ່ບັນດາໂຮງຮຽນມັດທະຍົມສົມບູນ (ມສ)...








