ສຳມະນາວິທະຍາສາດສື່ມວນຊົນ ພາຍໃຕ້ຫົວຂໍ້ “ພັດທະນາວຽກງານສື່ມວນຊົນໄປສູ່ຄຸນນະພາບໃໝ່ຢ່າງແຂງແຮງ”
ຄະນະໂຄສະນາອົບຮົມສູນກາງພັກ (ຄອສພ) ໄດ້ຈັດກອງປະຊຸມສຳມະນາວິທະຍາສາດສື່ມວນຊົນພາຍໃຕ້ຫົວຂໍ້ “ພັດທະນາວຽກງານສື່ມວນຊົນໄປສູ່ຄຸນນະພາບໃໝ່ຢ່າງແຂງແຮງ” ຂຶ້ນໃນວັນທີ 16 ມິຖຸນາ 2026 ທີ່ ຄອສພ, ໃຫ້ກຽດເປັນປະທານຂອງ ສະຫາຍ ຄຳພັນ ເຜີຍຍະວົງ ກຳມະການກົມການເມືອງສູນກາງພັກ, ຫົວໜ້າ ຄອສພ, ຮອງປະທານສະພາທິດສະດີສູນກາງພັກ, ຜູ້ປະຈຳການຄະນະຮັບຜິດຊອບກະກຽມດຳເນີນກອງປະຊຸມວຽກງານສື່ມວນຊົນທົ່ວປະເທດ ຄັ້ງທີ I, ມີບັນດາບັນດາກຳມະການສົມບູນ ແລະ ສຳຮອງສູນກາງພັກ ພ້ອມດ້ວຍຄະນະພັກ-ຄະນະນຳຈາກບັນດາກະຊວງ, ອົງການ ແລະ ບັນນາທິການ ແລະ ພາກສ່ວນກ່ຽວຂ້ອງເຂົ້າຮ່ວມ.
ສະຫາຍ ຄຳພັນ ເຜີຍຍະວົງ ໄດ້ກ່າວວ່າ:...








