ປະກາດແຕ່ງຕັ້ງ ແລະ ສັບຊ້ອນພະນັກງານດຳລົງຕຳແໜ່ງບໍລິຫານພາຍໃນກົມຮ່ວມມືກັບຕ່າງປະເທດ ສສກ
ໃນວັນທີ 25 ກັນຍາ 2026, ທີ່ຫ້ອງປະຊຸມຕຶກໄອຊີທີ ກະຊວງສຶກສາທິການ ແລະ ກິລາ (ສສກ) ໄດ້ມີພິທີປະກາດແຕ່ງຕັ້ງ ແລະ ສັບຊ້ອນພະນັກງານດຳລົງຕຳແໜງບໍລິຫານພາຍໃນກົມຮ່ວມມືກັບຕ່າງປະເທດ ກະຊວງສຶກສາທິການ ແລະ ກິລາ ໂດຍພາຍໃຕ້ການເປັນປະທານຂອງ ທ່ານ ປອ ຕຸດາວັນ ໜໍ່ເມືອງເສດ ກຳມະການປະຈຳພັກກະຊວງ, ຫົວໜ້າກົມຈັດຕັ້ງ ກະຊວງສຶກສາທິການ ແລະ ກິລາ, ມີທ່ານ ແສງສະເດັນ ບຸນລາວົງ ຄະນະພັກກະຊວງ, ຫົວໜ້າກົມຮ່ວມມືກັບຕ່າງປະເທດ ກະຊວງສຶກສາທິການ ແລະ ກິລາ ພ້ອມດ້ວຍຄະນະກົມ, ບັນດາຫົວໜ້າ-ຮອງພະແນກ, ແຂກຖືກເຊີນ ຕະຫຼອດຮອດພະນັກງານພາຍໃນກົມເຂົ້າຮ່ວມຢ່າງພ້ອມພຽງ.
ໃນພິທີ, ທ່ານ ນາງ ກິບພາວັນ...








