Skip to main content

ກົມພັດທະນາຄູ ແລະ ການບໍລິຫານການສຶກສາ ສສກ ປະກາດການແຕ່ງຕັ້ງຕໍາແໜ່ງບໍລິຫານ ປະເພດ 4 ແລະ 5 ພ້ອມປະດັບຫຼຽນກາລະນຶກ 50 ປີ ວັນສະຖາປະນາ ສປປ ລາວ

ກົມພັດທະນາຄູ ແລະ ການບໍລິຫານການສຶກສາ ກະຊວງສຶກສາທິການ ແລະ ກິລາ (ສສກ) ໄດ້ຈັດພິທີປະກາດການແຕ່ງຕັ້ງຜູ້ດຳລົງຕໍາແໜ່ງບໍລິຫານ ຫົວໜ້າພະແນກ ແລະ ຮອງພະແນກ (ປະເພດ 4 ແລະ 5) ພ້ອມທັງປະດັບຫຼຽນກາລະນຶກ 50 ປີ ວັນສະຖາປານາ ສປປ ລາວ ໃນວັນທີ 24 ກັນຍາ 2026 ທີ່ຫ້ອງປະຊຸມກົມດັ່ງກ່າວ, ໂດຍພາຍໃຕ້ການເປັນປະທານຂອງທ່ານ ປອ ຕຸດາວັນ ໜໍ່ເມືອງເສດ ຄະນະປະຈຳພັກກະຊວງ, ຫົວໜ້າກົມຈັດຕັ້ງ ກະຊວງສຶກສາທິການ ແລະ ກິລາ, ມີຫົວໜ້າກົມ, ຮອງຫົວໜ້າກົມ, ຫົວໜ້າ-ຮອງຫົວໜ້າພະແນກ, ຜູ້ອຳນວຍການສູນພັດທະນາຜູ້ປະກອບກິດຈະການ ລາວ-ອິນເດຍ ຕະຫຼອດຮອດພະນັກງານ ວິຊາການເຂົ້າຮ່ວມຢ່າງພ້ອມພຽງ. ...

Continue reading

ມອບ-ຮັບ ໂຮງຮຽນປະຖົມສົມບູນບ້ານໂພນສາວເອ້ ເມືອງໜອງບົກ ມູນຄ່າກວ່າ 3,5 ຕື້ກີບ

ພິທີມອບ-ຮັບໂຄງການກໍ່ສ້າງໂຮງຮຽນປະຖົມສົມບູນບ້ານໂພນສາວເອ້ ຕາແສງດອນສະຫວ່າງ ເມືອງໜອງບົກ ແຂວງຄໍາມ່ວນ ຈັດຂຶ້ນໃນວັນທີ 24 ກັນຍາ 2026 ໂດຍມີ ທ່ານ ປອ ສົມສະອາດ ອຸ່ນສີດາ ປະທານຄະນະກຳມະການປົກຄອງແຂວງຄຳມ່ວນ ແລະ ພຣະອາຈານໃຫຍ່ ບຸນເສີຍ ເພົາພາສິດ ຮອງປະທານສູນກາງ ອພສ ພ້ອມດ້ວຍການນຳເມືອງ, ຜູ້ຕາງໜ້າບໍລິສັດ, ຄູ-ອາຈານ, ນັກຮຽນ ແລະ ແຂກຮັບເຊີນເຂົ້າຮ່ວມ. ໂຄງການດັ່ງກ່າວມີມູນຄ່າກວ່າ 3,5 ຕື້ກີບ ໃຊ້ເວລາກໍ່ສ້າງ 4 ເດືອນ ຮັບເໝົາໂດຍບໍລິສັດ ເອັສແອວເອັສ ທີ່ປຶກສາອອກແບບກໍ່ສ້າງຄຸ້ມຄອງ ແລະ ບໍາລຸງຮັກສາ ຈໍາກັດຜູ້ດຽວ. ເລີ່ມກໍ່ສ້າງແຕ່ວັນທີ 19 ມິຖຸນາ 2026. ...

Continue reading

ໂຮງຮຽນສາມັນກິນນອນຊົນເຜົ່າແຂວງອັດຕະປື ໄຂສົກຮຽນໃໝ່ 2026-2027 ພ້ອມມອບຫຼຽນກາລະນຶກ 50 ປີ

ໂຮງຮຽນສາມັນກິນນອນຊົນເຜົ່າ ແຂວງອັດຕະປື ໄດ້ຈັດພິທີໄຂສົກຮຽນໃໝ່ ປະຈຳສົກຮຽນ 2026-2027 ຂຶ້ນຢ່າງເປັນທາງການ, ພ້ອມມອບຫຼຽນກາລະນຶກ 50 ປີ ໃຫ້ພະນັກງານຜູ້ທີ່ມີຜົນງານດີເດັ່ນປະກອບສ່ວນເຂົ້າໃນຂົງເຂດວຽກງານການສຶກສາ ແລະ ກິລາທົ່ວແຂວງອັດຕະປື ຢ່າງສົມກຽດ ໃນວັນທີ 18 ກັນຍາ 2026 ທີ່ສະໂມສອນຂອງໂຮງຮຽນດັ່ງກ່າວ, ໂດຍການເຂົ້າຮ່ວມເປັນປະທານຂອງ ທ່ານ ອຸດົມສິນ ສີຊານົນ ກໍາມະການພັກແຂວງ, ເລຂາຄະນະພັກຮາກຖານ, ຫົວໜ້າພະແນກສຶກສາທິການ ແລະ ກິລາ ແຂວງ, ມີ ທ່ານ ໄມແສງ ດວງສີ ຄະນະພັກຮາກຖານ, ເລຂາໜ່ວຍພັກ, ຜູ້ອໍານວຍການໂຮງຮຽນສາມັນກິນນອນຊົນເຜົ່າ ພ້ອມຄະນະ, ແຂກທີ່ຖືກເຊີນ ຕະຫຼອດຮອດຄູ-ອາຈານ ແລະ ນ້ອງນັກຮຽນ...

Continue reading

ກອງປະຊຸມສະໄໝສາມັນຄົບຄະນະບໍລິຫານງານພັກ ຄັ້ງທີ 4 ຂອງຄະນະບໍລິຫານງານພັກກະຊວງ ສສກ ສະໄໝທີ X

ໃນວັນທີ 24 ກັນຍາ 2026 ທີ່ຫ້ອງປະຊຸມກະຊວງສຶກສາທິການ ແລະ ກິລາ, ໄດ້ມີກອງປະຊຸມສະໄໝສາມັນຄົບຄະນະບໍລິຫານງານພັກ ຄັ້ງທີ 4 ຂອງຄະນະບໍລິຫານງານພັກກະຊວງສຶກສາທິການ ແລະ ກິລາ ສະໄໝທີ X ໂດຍພາຍໃຕ້ການເປັນປະທານຂອງ ສະຫາຍ ຮສ.ປອ ທອງສະລິດ ມັງໜໍ່ເມກ ກຳມະການກົມການເມືອງສູນກາງພັກ, ຮອງນາຍົກລັດຖະມົນຕີ, ເລຂາຄະນະບໍລິຫານງານພັກກະຊວງ, ລັດຖະມົນຕີກະຊວງສຶກສາທິການ ແລະ ກິລາ, ມີບັນດາສະຫາຍຄະນະປະຈຳພັກ, ຄະນະບໍລິຫານງານພັກ ແລະ ຄະນະຮັບຜິດຊອບກອງປະຊຸມເຂົ້າຮ່ວມ. ໃນພິທີ, ສະຫາຍ ປອ ຕຸດາວັນ ໜໍ່ເມືອງເສດ ກຳມະການປະຈຳພັກກະຊວງ, ຫົວໜ້າກົມຈັດຕັ້ງ ກະຊວງສຶກສາທິການ ແລະ ກິລາ...

Continue reading

ມະຫາວິທະຍາໄລແຫ່ງຊາດລາວ ແລະ ມະຫາວິທະຍາໄລວິທະຍາສາດການກິລາ ກູບາ ຮ່ວມືດ້ານວິຊາການ, ເຕັກໂນໂລຊີ ແລະ ນະວັດຕະກຳດ້ານວິທະຍາສາດກິລາ

ໃນວັນທີ 25 ກັນຍາ 2026 ທີ່ມະຫາວິທະຍາໄລແຫ່ງຊາດລາວ ໄດ້ມີພິທີເຊັນສັນຍາການຮ່ວມມືຍົກລະດັບດ້ານວິຊາການ, ເຕັກໂນໂລຊີ ແລະ ນະວັດຕະກຳດ້ານວິທະຍາສາດກິລາ ລວມເຖິງການພັດທະນາບຸກຄະລາກອນ ໂດຍໃຫ້ກຽດຕ້ອນຮັບ ແລະ ລົງນາມເຊັນສັນຍາ ລະຫວ່າງ ທ່ານ ຮສ.ປອ ສິນທະວອນ ດາລາວົງ ຜູ້ອຳນວຍການໃຫຍ່ ມະຫາວິທະຍາໄລແຫ່ງຊາດລາວ ແລະ ທ່ານ ຊິວວາໂນ ເມີເຊດ ເລັນ (Silvano Merced Len) ອະທິການບໍດີ ມະຫາວິທະຍາໄລວິທະຍາສາດການກິລາ ແຫ່ງ ສາທາລະນະລັດກູບາ, ເຂົ້າຮ່ວມມີ ທ່ານ ນາງ ເອນນາ ເອສທີ ວຽນ ວາລເດສ ( Enna Esthher Viant Valdes) ເອກອັກຄະລັດຖະທູດ ແຫ່ງ ສາທາລະນະລັດກູບາ ປະຈຳ ສປປ ລາວ,...

Continue reading

ຂ່າວດີ! ມີຫຼຽນທອງຄ້ອງຄໍແລ້ວ ທີມກະຕໍ້ສາວລາວ ໃນເອຊຽນເກມ ຄັ້ງທີ 20!

ນັກກິລາກະຕໍ້ສາວລາວ ສ້າງຂ່າວດີໃຫ້ທັບນັກກິລາລາວ ໃນເອຊຽນເກມ ຄັ້ງທີ 20 ຫຼັງຈາກປະເດີມສະໜາມໃນປະເພດຍິງຄູ່ ເອົາຊະນະໄດ້ທັງຫວຽດນາມ ແລະ ມາເລເຊຍ ຢ່າງສວຍງາມ ສາມາດທະລຸຸເຂົ້າຮອບຮອງຊະນະເລີດ ຫຼື ຮອບສີ່ທີມ ໄດ້ສຳເລັດໝາຍເຖິງ ມີຫຽນທອງຄອງຄໍໄວ້ແລ້ວເປັນຢ່າງໜ້ອຍ.ການແຂ່ງຂັນກະຕໍ້ ປະເພດທີມຄູ່ຍິງ ໃນເອຊຽນເກມ ຄັ້ງທີ 20 ໄດ້ເປີດສາກຂຶ້ນ ໃນມຶ້ນີ້ 27 ກັນຍາ ເຊິ່ງທີມກະຕໍ້ທີມຊາດລາວລາວສາມາດເກັບໄຊົໄດ້ທັງ 2 ນັດຕິດຕໍ່ກັນ ໃນຮອບແບ່ງກຸ່ມ(ກຸ່ມ ເອ) ໂດຍໃນນັດທຳອິດ ທີມຊາດລາວ ສອຍ ທີມຊາດຫວຽດນາມ ໄປຢ່າງວຸດຫວິດ 2 ຕໍ່ 1 ເຊັດ ດ້ວຍຄະແນນ 12-15, 15-10 ແລະ 15-9; ຈາກນັ້ນ ໃນນັດທີສອງ ສາວລາວຍິ່ງມີຄວາມໝັ້ນໃຈ ສາມາດເອົາຊະນະ ສາວມາເລເຊຍ ໄປຂາດຮອຍ 2 ຕໍ່ 0 ເຊັດ...

Continue reading

ຊອບເທັນນິສທີມຊາດລາວ ສູ້ເຕັມທີ່ແລ້ວ ແຕ່ກໍຍັງໄປບໍ່ເຖິງດວງດາວ ຢຸດເສັ້ນທາງພຽງຮອບທຳອິດ!

ການແຂ່ງຂັນກິລາຊັອຟເທັນນິສ ໃນງານມະຫະກຳກິລາເອຊຽນເກມ ຄັ້ງທີ 20 ທີ່ເລີ່ມເປີດສາກຂຶ້ນ ໃນວັນທີ 18 ກັນຍາຜ່ານມາ ທີ່ສະໜາມຮີກາຊິຢາມາ ໂຄເອັນ ເທັນນິສ ເຊັນເຕີ, ເມືອງນາໂກຢາ, ປະເທດຍີ່ປຸ່ນ ເຊິ່ງໃນມື້ນີ້ ໄດ້ສົ່ງລົງແຂ່ງຂັນສະເພາະ ໃນປະເພດທີມຊາຍເທົ່ານັ້ນ ໂດຍມີຄະນະໂອແລມປິກລາວ ໄປໃຫ້ກຳລັງໃຈທີ່ຂອບສະໜາມ. ຜົນງານການແຂ່ງຂັນມີດັ່ງນີ້: ນັດທີ 1 ເສຍໃຫ້ກັບ ທີມຊາດອິນເດຍ ໄປ 0-3 ນັດທີ 2 ຊະນະ ທີມຊາດມົງໂກລີ ໄປໄດ້ 2-1 ນັດທີ 3 ເສຍໃຫ້ ທີມຊາດໄທເປ 0-3 ຈາກຜົນງານດັ່ງກ່າວ ສົ່ງຜົນໃຫ້ທີມຊາຍລາວຕ້ອງຢຸດເສັ້ນທາງໄວ້ພຽງຮອບແບ່ງກຸ່ມຢ່າງໜ້າເສຍດາຍ. ເຖິງແນວໃດກໍຕາມ, ອາຈານ ອານັນດາ ຄຳພູມີ ໂຄຊທີມຊອບເທັນນິສ ກໍໃຫ້ສຳພາດວ່າ...

Continue reading

ທຸງຊາດລາວ ຖືກເຊີນຂຶ້ນສູ່ຍອດເສົາໃນໝູ່ບ້ານນັກກິລາ “ເອຊຽນ ເກມ ຄັ້ງທີ 20” ຢ່າງສົມກຽດ

ທຸງຊາດລາວໄດ້ຖືກເຊີນຂຶ້ນສູ່ຍອດເສົາຢ່າງສົມກຽດ ໃນພິທີຕ້ອນຮັບ ແລະ ເຊີນທຸງຊາດສະມາຊິກສະຫະພັນກິລາທະວີບເອເຊຍ ຂຶ້ນສູ່ຍອດເສົາຢ່າງສົມກຽດ ແລະ ເປັນທາງການ ໃນຕອນເຊົ້າມື້ນີ້, ວັນທີ 18 ກັນຍາ, ທີ່ໝູ່ບ້ານນັກກິລາ ໃນເຂດ ຟູຈິ ພລາຊາ ທ່າເຮືອກາເດັນ ,ເມືອງນາໂກຢາ ປະເທດຍີ່ປຸ່ນ. ຄະນະນັກກິລາລາວ ທີ່ເຂົ້າຮ່ວມໃນພິທີມຄັ້ງນີ້ ນຳໂດຍທ່ານ ສີຈັນ ຈິດຕະປັນຍາ, ຫົວໜ້າກົມກິລາລະດັບສູງ ທັງເປັນຫົວໜ້າຄະນະນັກກິລາລາວ ໃນງານມະຫາກຳກິລາເອຊຽນເກມ ຄັ້ງທີ 20. ພິທີຕ້ອນຮັບ ແລະ ເຊີນທຸງຂຶ້ນສູ່ຍອດເສົາ ໃນໝູ່ບ້ານນັກກິລາເອຊຽນເກມ ເປັນສັນຍາລັກວ່າ ຄະນະນັກກິລາຈາກທຸກປະເທດ ໄດ້ເດີນທາງເຂົ້າຮ່ວມ ເອຊຽນເກມ ຄັ້ງທີ 20 ຢ່າງເປັນທາງການ. ໃນພິທີ ຫົວໜ້າຄະນະນັກກິລາລາວ...

Continue reading