ວາງສີລາລຶກໂຄງການກໍ່ສ້າງອາຄານສູນພັດທະນາຄູໃນ ສປປ ລາວ ພາຍໃຕ້ທຶນຊ່ວຍເຫຼືອລ້າຈາກລັດຖະບານຍີ່ປຸ່ນ ມູນຄ່າກວ່າ 1,2 ຕື້ເຢນ
ໃນວັນທີ 24 ມິຖຸນາ 2026 ຜ່ານມານີ້ ທີ່ພະແນກສຶກສາທິການ ແລະ ກິລາ ແຂວງອຸດົມໄຊ ໄດ້ມີການຈັດພິທີວາງສີລາລຶກ ໂຄງການກໍ່ສ້າງອາຄານສູນພັດທະນາຄູຂັ້ນແຂວງ 9 ແຫ່ງ ພາຍໃຕ້ໂຄງການປັບປຸງສູນພັດທະນາຄູຂັ້ນແຂວງ (PTDC) ໃນ ສປປ ລາວ, ເຊິ່ງເປັນຂີດໝາຍອັນສຳຄັນໃນການຍົກລະດັບພື້ນຖານໂຄງລ່າງ ແລະ ຄຸນນະພາບການສຶກສາຂັ້ນພື້ນຖານຂອງຊາດ ໂດຍໃຫ້ກຽດເຂົ້າຮ່ວມຂອງ ທ່ານ ປອ ນາງ ດາລາວອນ ກິດຕິພັນ ຮອງລັດຖະມົນຕີກະຊວງສຶກສາທິການ ແລະ ກິລາ, ທ່ານ ໂຄອິຊຶມິ ຊຶໂຕະມຸ ເອກອັກຄະຣາຊະທູດ ແຫ່ງ ຍີ່ປຸ່ນ ປະຈຳ ສປປ ລາວ, ທ່ານ ພິໄລທອງ ຈິດມະນີ ຮອງປະທານຄະນະກຳມະການປົກຄອງແຂວງອຸດົມໄຊ ແລະ ທ່ານ ນາງ ໂຄບາຍາຊິ ມິຢາໂກະ ຫົວໜ້າຫ້ອງການອົງການໄຈກາ (JICA) ປະຈຳ ສປປ ລາວ,...








