Skip to main content

Author: Chanthakhard Inthadalin

ຢູຟາ ຢືນຢັນ 5 ປະເທດ ຈະເປັນເຈົ້າພາບຮ່ວມຈັດການແຂ່ງຂັນເຕະບານເອີໂຣ 2028

ສະຫະພັນບານເຕະເອີຣົບ (ຢູຟາ) ຢືນຢັນວ່າ 4 ປະເທດຂອງ​ຮາ​ຊະ​ອາ​ນາ​ຈັກ ຄື ອັງກິດ, ສະກັອດແລນ, ເວວ ແລະ​​ ອຽກ​ລັງເໜືອ. ບວກ​ກັບ​ອຽກ​ລັງ​ທັງ​ໝົດ 5 ປະ​ເທດ​ຈະ​ເປັນ​ເຈົ້າພາບ​ຮ່ວມ ໃນ​ການ​ຈັດ​ແຂ່ງ​ຂັນເຕະ​​ບານ​ ເອີໂຣ 2028, ສ່ວນ​ອີ​ຕາ​ລີ ​ແລະ ​ຕວກກີ​ ຈະ​ເປັນ​ເຈົ້າພາບ​ຮ່ວມ ໃນ ເອີ​ໂຣ 2032. ກ່ອນ​ໜ້າ​ນີ້, ສຳລັບ ​ການ​ຈັດ​ແຂ່ງ​ຂັນ​​ເຕະບານ ເອີໂຣ 2028 ມີ​​ການ​ຍື່​ນຂໍ້​ສະ​ເໜີ​ຈາກ​ອີ​ຕາ​ລີ, ຕວກກີ ​ແລະ ຣັດ​ເຊຍ, ​ແຕ່​ອີ​ຕາ​ລີ​ໄດ້​ຖອນ​ຕົວ​ໃນ​ເດືອນ​ກຸມພາ 2022, ​ໃນ​ຂະນະ​ທີ່​ ຕວກກີ​ໄດ້​ຖອນ​ອອກ​ແຕ່​ວັນ​ທີ 4 ຕຸລາ​ 2023 ຜ່ານ​ມາ....

Continue reading

ຍ່າງເພື່ອສຸຂະພາບ ສະຫຼອງວັນຄຸມກໍາເນີດສາກົນ

ກະຊວງສາທາລະນະສຸກ ຈັດກິດຈະກຳຍ່າງເພື່ອສຸຂະພາບ ເພື່ອສະເຫຼີມສະຫຼອງວັນຄຸມກໍາເນີດສາກົນ ໃນຕອນເຊົ້າວັນທີ 7 ຕຸລາ 2023 ທີ່ບຶງທາດຫຼວງ ນະຄອນຫຼວງວຽງຈັນ ໂດຍມີ ທ່ານ ປອ.ດຣ ບູນແຝງ ພູມມະໄລສິດ ລັດຖະມົນຕີ ກະຊວງສາທາລະນະສຸກ ແລະ ທ່ານ ດຣ ບັກທີຢໍ ຄາດີໂຣບ ຜູ້ຕາງໜ້າອົງການ UNFPA ປະຈຳ ສປປ ລາວ ພ້ອມດ້ວຍຮອງເຈົ້າຄອງນະຄອນຫຼວງວຽງຈັນ, ຮອງລັດຖະມົນຕີ, ຫົວໜ້າຫ້ອງການ, ຫົວໜ້າກົມ-ຮອງກົມ ບັນດາສູນ ອ້ອມຂ້າງກະຊວງສາທາລະນະສຸກ, ພະແນກສາທາລະນະສຸກ, ພະແນກການອ້ອມຂ້າງນະຄອນຫຼວງ ແລະ...

Continue reading

3 ພາກສ່ວນ ຮ່ວມກັນຈັດຫຼາຍກິດຈະກຳ ສະຫຼອງວັນຄູແຫ່ງຊາດ ຄົບຮອບ 29 ປີ ຢ່າງຟົດຟື້ນ

ກົມກິລາມວນຊົນ, ພະລະ ແລະ ສິລະປະສຶກສາ ຮ່ວມກັບ ວິທະຍາໄລສິລະປະສຶກສາ ແລະ ວິທະຍາໄລພະລະສຶກສາ ພ້ອມກັນຈັດບັນດາກິດຈະກຳສະແດງສິລະປະ ແລະ ແຂ່ງຂັນກິລາ ເພື່ອສ້າງຂະບວນການສະກັດກັ້ນ ແລະ ແກ້ໄຂບັນຫາຢາເສບຕິດ ປີ 2023 ຕິດພັນກັບວາລະແຫ່ງຊາດ ແນໃສ່ສ້າງຂະບວນການສະເຫຼີມສະຫຼອງວັນຄູແຫ່ງຊາດ ຄົບຮອບ 29 ປີ ຢ່າງມີຄວາມໝາຍເລິກເຊິ່ງ ແລະ ເປັນຂະບວນການຟົດຟື້ນ. ກິດຈະກຳສະແດງສິລະປະ ແລະ ແຂ່ງຂັນກິລາມວນຊົນ ໃນຄັ້ງນີ້ ໄດ້ມີຂຶ້ນເມື່ອວັນທີ 6 ຕຸລາ 2023 ທີ່ວິທະຍາໄລພະລະສຶກສາ ບ້ານທົ່ງປົ່ງ ເມືອງສີໂຄດຕະບອງ...

Continue reading

ຄຳມ່ວນ ຈັດກິດຈະກຳເຕັ້ນແອໂຣບິກ ໂອກາດວັນຄູແຫ່ງຊາດ ຄົບຮອບ 29 ປີ

ກິດຈະກໍາເຕັ້ນແອໂຣບິກ ເພື່ອສ້າງຂະບວນການສະເຫຼີມສະຫຼອງວັນຄູແຫ່ງຊາດ ຄົບຮອບ 29 ປີ (7 ຕຸລາ 1994-7 ຕຸລາ 2023) ໄດ້ຈັດຂຶ້ນໃນວັນທີ 6 ຕຸລາ 2023 ທີ່ສະໜາມກິລາແຂວງ ໂດຍການເປັນປະທານຂອງ ທ່ານ ນັນຕະໄຊ ອິນທະສອນ ຫົວໜ້າພະແນກສຶກສາທິການ ແລະ ກິລາແຂວງ, ມີທ່ານ ວັນໄຊ ພອງສະຫວັນ ເຈົ້າແຂວງຄໍາມ່ວນ ພ້ອມດ້ວຍບັນດາຄະນະນຳຂອງແຂວງ, ຫົວໜ້າ-ຮອງຫົວໜ້າພະແນກການອ້ອມຂ້າງແຂວງ, ເອື້ອຍນ້ອງແມ່ຍິງຈາກພະແນກການ ຕະຫຼອດຮອດຄູອາຈານ ແລະ ນ້ອງນັກຮຽນຈາກ 3 ໂຮງຮຽນ ຄື: ມ.ປາຍ ທ່າແຂກ , ໂຮງຮຽນສາມັນມິດຕະພາບຄໍາມ່ວນ-ກວາງບິ່ງ ແລະ ມ.ຕົ້ນ ຈອມແຈ້ງ ເຂົ້າຮ່ວມຫຼາຍກວ່າ 1.000...

Continue reading

ແຂ່ງຂັນກິລາກັອບ ຊີງຂັນເຈົ້າແຂວງສາລະວັນ

ແຂວງສາລະວັນ ຈັດການແຂ່ງຂັນກິລາກັອບ ຊີງຂັນທ່ານເຈົ້າແຂວງສາລະວັນ ເນື່ອງໃນໂອກາດເຫຼີມສະຫຼອງວັນຄູແຫ່ງຊາດ ຄົບຮອບ 29 ປີ (7 ຕຸລາ 1994-7 ຕຸລາ 2023 ) ແລະ ວັນສ້າງຕັ້ງທະນາຄານ ແຫ່ງ ສປປ ລາວ ຄົບຮອບ 55 ປີ (1968-2023) ເມື່ອບໍ່ດົນມານີ້ ທີ່ເດີ່ນກິລາກັອບ ເຂື່ອນໄຟຟ້າເຊເສັດ ແຂວງສາລະວັນ ໂດຍມີ ທ່ານ ດາວົງ ພອນແກ້ວ ເຈົ້າແຂວງສາລະວັນ, ທ່ານ ສົມໃຈ ອຸ່ນຈິດ ຮອງເຈົ້າແຂວງສາລະວັນ ປະທານສະມາຄົມກິລາ-ກາຍະກຳແຂວງ ແລະ ທ່ານ ຄຳຜ່ານ ສີດາວີ ຫົວໜ້າພະແນກອຸດສາຫະກຳ ແລະ ການຄ້າແຂວງ, ປະທານສະຫະພັນກິລາກັອບແຂວງສາລະວັນ ແລະ ນັກກິລາເຂົ້າຮ່ວມ. ການແຂ່ງຂັນກິລາກັອບຄັ້ງນີ້...

Continue reading

ປິດສາກແລ້ວ ເອຊຽນ ເກມ ຄັ້ງທີ 19 ເຈົ້າພາບ ຄອງເຈົ້າຫຼຽນຄຳ ພ້ອມສົ່ງມອບທຸງຕໍ່ໃຫ້ຍີ່ປຸ່ນ ເປັນເຈົ້າພາບຄັ້ງຕໍ່ໄປອີກ 3 ປີຕໍ່ໜ້າ

ປິດສາກລົງຢ່າງເປັນທາງການແລ້ວ ງານມະຫະກຳກິລາເອຊຽນ ເກມ ຄັ້ງທີ 19 ຫຼື “ຫາງໂຈ ເກມ”ທີ່ນະຄອນຫາງໂຈ ສປ ຈີນ ຮັບກຽດເປັນເຈົ້າພາບ ໂດຍທັບນັກກິລາ ສປ ຈີນ ສ້າງຜົນງານໄດ້ຢ່າງໂດດເດັ່ນ ກວາດມາໄດ້ເຖິງ 201 ຫຼຽນຄຳ, 111 ຫຼຽນເງິນ ແລະ 71 ຫຼຽນທອງ ລວມ 383 ຫຼຽນ ຄອງເຈົ້າຫຼຽນຄຳ ເອຊຽນ ເກມ ຄັ້ງທີ 19 ຕາມຄາດໝາຍ ພ້ອມສົ່ງມອບທຸງຕໍ່ໃຫ້ເມືອງນາໂກຢາ-ໄອຈິ ປະເທດຍີ່ປຸ່ນ ຮັບກຽດເປັນເຈົ້າພາບ ງານກິລາເອຊຽນ ເກມ ຄັ້ງທີ 20 ຕໍ່ໄປ ໃນອີກ 3...

Continue reading

ແມັກໂທມິເນ ຮີໂຣຍິງ 2 ປະຕູ ພາແມນຢູ ໜີຄວາມຕາຍ ກັບມາແຊງຊະນະ ເບຣນຟອດ ຫວຸດຫວິດ 2-1 ເຕະບານ ພຣີເມຍລີກ

ສະໂມສອນ ແມນເຊັດເຕີ ຢູໄນເຕັດ ເກືອບເສຍຄາບ້ານເປັນເກມທີ 3 ຕິດຕໍ່ກັນ ແຕ່ຍັງດີທີ່ມາໄດ້ ສະກັອດ ແມັກໂທມິເນ ກອງກາງສາຍພັນນັກສູ້ ເປັນຮີໂຣເໝົາຍິງຄົນດຽວ 2 ປະຕູ ໃນໄລຍະທົດເວລາບາດເຈັບ ເຮັດໃຫ້ແຊງກັບມາເອົາຊະນະ ສະໂມສອນ ເບຣນຟອດ ໄປໄດ້ແບບໜ້າເຫຼືອເຊື່ອ 2-1 ປະຕູ ໃນການແຂ່ງຂັນເຕະບານ ພຣີເມຍລີກ ອັງກິດ ລະດູການ 2023-2024 ນັດທີ 8 ເກັບເພີ່ມເປັນ 12 ຄະແນນ ຢູ່ອັນດັບທີ 9 ຂອງຕາຕະລາງ. ການແຂ່ງຂັນເຕະບານລາຍການດັ່ງກ່າວ ໄດ້ມີຂຶ້ນໃນຄ່ຳຄືນວັນທີ 7 ຕຸລາ 2023 ທີ່ສະໜາມໂອນແທຣບຟອດ ສະໂມສອນ ແມນເຊັດເຕີ...

Continue reading

ສ.ເກົາຫຼີ ຮຶດແຊງຊະນະ ຍີ່ປຸ່ນ 2-1 ປ້ອງກັນແຊ໋ມເຕະບານຊາຍເອຊຽນ ເກມ 3 ສະໄໝຊ້ອນ

ທັບນັກເຕະທີມຊາດ ສ.ເກົາຫຼີ ຍັງສ້າງຜົນງານໄດ້ຢ່າງໂດດເດັ່ນສົມລາຄາແຊ໋ມເກົ່າ ຖືກວ່າຈະຖືກ ທີມຊາດຍີ່ປຸ່ນ ຮອງແຊ໋ມເກົ່າຂຶ້ນນຳໄປກ່ອນ 1-0 ແຕ່ສຸດທ້າຍລວມພະລັງຮຶດສູ້ກ່ອນມາຍິງ 2 ປະຕູລວດ ແຊງເອົາຊະນະ ທີມຊາດຍີ່ປຸ່ນ ໄປໄດ້ແບບຫວຸດຫວິດ 2-1 ປະຕູ ຄວ້າແຊ໋ມການແຂ່ງຂັນເຕະບານຊາຍ ງານມະຫະກຳກິລາເອຊຽນ ເກມ ຄັ້ງທີ 19 ພ້ອມທັງເປັນແຊ໋ມ 3 ສະໄໝຕິດຕໍ່ກັນ ລວມເປັນແຊ໋ມທັງໝົດ 6 ສະໄໝ. ການແຂ່ງຂັນເຕະບານຊາຍ ງານມະຫະກຳກິລາເອຊຽນ ເກມ ຄັ້ງທີ 19 ທີ່ເມືອງຫາງໂຈ ສປ ຈີນ ເປັນເຈົ້າພາບ ຮອບຊີງຊະນະເລີດ ຫຼື...

Continue reading