Skip to main content

Author: Chanthakhard Inthadalin

ສະມາຄົມການສຶກສາພາກເອກະຊົນ ນວ ຄອງແຊ໋ມເຕະບານຊາຍ ສະຫຼອງວັນຄູແຫ່ງຊາດ ຄົບຮອບ 29 ປີ

ພະແນກສຶກສາທິການ ແລະ ກິລາ ນະຄອນຫຼວງວຽງຈັນ (ນວ) ຮ່ວມກັບຫ້ອງການສຶກສາທິການ ແລະ ກິລາເມືອງ (ສກມ) 9 ເມືອງ ຈັດການແຂ່ງຂັນກິລາເຕະບານຊາຍ ເພື່ອສ້າງຂະບວນການສະເຫຼີມສະຫຼອງວັນຄູແຫ່ງຊາດ ຄົບຮອບ 29 ປີ ຊຶ່ງໃນປີນີ້ ແມ່ນຫ້ອງການສຶກສາທິການ ແລະ ກິລາເມືອງປາກງື່ມ ຮັບກຽດເປັນເຈົ້າພາບ ໃນວັນທີ 26 ກັນຍາ 2023 ທີ່ເດີ່ນບານຫຍ້າທຽມ ເຄດີ ເມືອງປາກງື່ມ ນະຄອນຫຼວງວຽງຈັນ ໂດຍເປັນກຽດເຂົ້າຮ່ວມ ແລະ ມອບລາງວັນຂອງ ທ່ານ ປອ ອຳມະນີ ນໍລີນ ຮອງຫົວໜ້າພະແນກສຶກສາທິການ ແລະ ກິລາ ນະຄອນຫຼວງວຽງຈັນ, ມີຫົວໜ້າຫ້ອງການສຶກສາທິການ ແລະ ກິລາ 9 ເມືອງ, ຫົວໜ້າຂະແໜງ, ສະມາຄົມໂຮງຮຽນພາກເອກະຊົນ...

Continue reading

ມາຣົກ ຮັບກຽດເປັນເຈົ້າພາບ ເຕະບານຊາຍ ຊີງແຊ໋ມຂົງເຂດອາຟຣິກາ ປີ 2025

ປະເທດມາຣົກ (ໂມຣັອກໂຄ) ຊະນະການຊີງສິດເປັນເຈົ້າພາບ ຈັດການແຂ່ງຂັນເຕະບານຊາຍ ຊີງແຊ໋ມຂົງເຂດອາຟຣິກາ ຫຼື Africa Cup of Nations ປີ 2025 ໂດຍເອົາຊະນະ ນີເຊຣີ ຫຼື ໄນຈີເຣຍ ແລະ ເບແນັງ ຫຼື ເບນິນ ທີ່ຂໍຊິງສິດເປັນເຈົ້າພາບຮ່ວມກັນ. ຂະນະທີ່ຊຳບີ (ແຊມເບຍ) ຂໍຖອນຕົວກະທັນຫັນເຊັ່ນດຽວກັບ ອາເຊຣີ (ແອວຈີເຣຍ). ທັງນີ້, ມາຣົກ ສະເໜີເຂົ້າມາຊີງສິດແທນ ສາທາລະນະລັດກີນີ ທີ່ຖອນຕົວເນື່ອງຈາກລະບົບພື້ນຖານໂຄງລ່າງ ແລະ ສິ່ງອຳນວຍຄວາມສະດວກອື່ນໆ ຍັງບໍ່ພ້ອມ ແລະ ນີ້ຖືເປັນຄັ້ງທີ 2 ທີ່ປະເທດມາຣົກ...

Continue reading

ຝຣັ່ງ ປະກາດຮັບອາສາສະໝັກ 16.000 ຕຳແໜ່ງ ຮັບໃຊ້ງານກິລາໂອແລມປິກ ເກມ 2024

ຝ່າຍຈັດການແຂ່ງຂັນງານມະຫະກຳກິລາໂອແລມປິກ ຄັ້ງທີ 33 ແລະ ພາຣາແລມປິກ ເກມ ຄັ້ງທີ 17 ປີ 2024 ທີ່ນະຄອນຫຼວງປາຣີດ ປະເທດຝຣັ່ງ ເປັນເຈົ້າພາບ ໄດ້ປະກາດຮັບສະໝັກພະນັກງານອາສາສະໝັກ ຈຳນວນ 16.000 ຕຳແໜ່ງ ເພື່ອຮັບໃຊ້ງານໂອແລມປິກຄັ້ງນີ້ ໂດຍຕຳແໜ່ງງານທີ່ຮັບສະໜັກແມ່ນກ່ຽວກັບການບໍລິການດ້ານອາຫານ, ປ້ອງກັນຄວາມສະຫງົບ, ການຂົນສົ່ງ, ການທຳຄວາມສະອາດ ແລະ ຂະແໜງການບໍລິການອື່ນໆ ໃນນີ້ຕຳແໜ່ງກ່ຽວກັບການບໍລິການດ້ານອາຫານ ຕ້ອງການປະມານ 6.000 ຄົນ ແລະ ການທຳຄວາມສະອາດ ປະມານ 3.000 ຄົນ. ...

Continue reading

ປະດັບຫຼຽນໄຊແຮງງານ ໃຫ້ສະຫະພັນກິລາກັອບແຫ່ງຊາດ ພ້ອມຍ້ອງຍໍກົມກອງ ແລະ ບຸກຄົນທີ່ມີຜົນງານດີເດັ່ນ

ພິທີປະດັບຫຼຽນໄຊແຮງງານ ແລະ ຫຼຽນກາແຮງງານ ໃຫ້ກົມກອງລວມໝູ່ ແລະ ບຸກຄົນດີເດັ່ນຂອງ ສະຫະພັນກິລາກັອບແຫ່ງຊາດ (ສກລ) ຈັດຂຶ້ນວັນທີ 6 ກັນຍາ 2023 ທີ່ຄະນະກຳມະການໂລແລມປິກແຫ່ງຊາດລາວ ເປັນກຽດປະດັບໂດຍ ທ່ານ ຮສ.ປອ ພຸດ ສິມມາລາວົງ ລັດຖະມົນຕີກະຊວງ ສຶກສາທິການ ແລະ ກິລາ ຫຼື ສສກ ທັງເປັນປະທານຄະນະກຳມະການໂອແລມປິກແຫ່ງຊາດລາວ, ມີທ່ານ ມອນໄຊ ລາວມົວຊົ່ງ ເລຂາຄະນະບໍລິຫານງານສູນກາງຊາວໜຸ່ມປະຊາຊົນ ປະຕິບັດວັດລາວ ແລະ ທ່ານ ກອງສີ ແສງມະນີ ປະທານສະຫະພັນກິລາກັອບແຫ່ງຊາດ ພ້ອມດ້ວຍຄະນະບໍລິຫານງານ ແລະ...

Continue reading

ສະຫວັນນະເຂດ ສຳເລັດການແຂ່ງຂັນດອກປີກໄກ່ ຕ້ອນຮັບວັນສຳຄັນຕ່າງໆຊາດ

ແຂວງສະຫວັນນະເຂດ ໄດ້ສຳເລັດການຈັດການແຂ່ງຂັນກິລາດອກປີກໄກ່ ເພື່ອສ້າງຂະບວນການຮັບຕ້ອນວັນສຳຄັນຕ່າງໆຂອງຊາດ ເມື່ອບໍ່ດົນມານີ້ ທີ່ສະໂມສອນດອກປີກໄກ່ແຂວງ ໂດຍການເປັນປະທານຂອງ ທ່ານ ສົມຈິດ ລາດຊະວົງ ປະທານສະຫະພັນກິລາດອກປີກໄກ່ແຂວງສະຫວັນນະເຂດ, ມີທ່ານ ເພັດອຸດອນ ບົວປະເສີດ ຮອງປະທານສະຫະພັນກິລາດອກປີກໄກ່ແຂວງຄຳມ່ວນ ພ້ອມດ້ວຍຮອງຫົວໜ້າພະແນກສຶກສາທິກການ ແລະ ກິລາແຂວງ, ນັກກິລາຮຸ່ນອາວຸໂສ, ຊາວໜຸ່ມ, ນັກສຶກສາ ແລະ ຄະນະສະຫະພັນດອກປີກໄກ່-ນັກກິລາທີ່ມາຈາກແຂວງຄຳມ່ວນເຂົ້າຮ່ວມຢ່າງພ້ອມພຽງ. ...

Continue reading

ສ່ວຍສາອາກອນ ນວ ຊະນະ ສຳນັກກະຊວງ ສສກ 8-5 ເຕະບານ ນັດພິເສດ ສະຫຼອງເປີດສົກຮຽນໃໝ່

ທີມຊາວໜຸ່ມສຳນັກກະຊວງສຶກສາທິການ ແລະ ກິລາ ຫຼື ສສກ ຮ່ວມກັບ ທີມເຕະບານຊາວໜຸ່ມ ສ່ວຍສາອາກອນ ນະຄອນຫຼວງວຽງຈັນ (ນວ) ຈັດການແຂ່ງຂັນກິລາເຕະບານ ນັດພິເສດ ມິດຕະພາບ ເພື່ອສ້າງຂະບວນການສະເຫຼີມສະຫຼອງວັນເປີດສົກຮຽນໃໝ່ ສົກຮຽນ 2023-2024 ໃນທົ່ວປະເທດ ເວົ້າລວມ, ເວົ້າສະເພາະແມ່ນໃນນະຄອນຫຼວງວຽງຈັນ ພ້ອມທັງເປັນການຮັດແໜ້ນຄວາມສາມັກຄີມິດຕະພາບຄວາມຮັກແພງລະຫວ່າງພະນັກງານຂອງທັງສອງພາກສ່ວນໃຫ້ນັບມື້ແໜ້ນແຟ້ນຂຶ້ນເລື້ອຍໆ. ການແຂ່ງຂັນເຕະບານ ນັດພິເສດ ມິດຕະພາບ ລະຫວ່າງ ຊາວໜຸ່ມສຳນັກກະຊວງ ສສກ ພົບກັບ...

Continue reading

“ພຸດທະວົງໄຊ” ນັກກິລາຖີບລົດຄົນພິການລາວ ເດີນທາງໄປເກັບຕົວຝຶກຊ້ອມທີ່ ສ.ເກົາຫຼີ ກຽມຮ່ວມ ເອຊຽນ ພາຣາເກມ ຄັ້ງທີ 4

ທ້າວ ວິລະພອນ ພຸດທະວົງໄຊ ຫຼື ບີ້ ນັກກິລາລົດຖີບຄົນພິການທີມຊາດລາວ ໄດ້ອອກເດີນທາງ ຈາກສະໜາມບິນສາກົນວັດໄຕ ສປປ ລາວ ໃນຄໍ່າຄືນວັນທີ 17 ກັນຍາ ຜ່ານມາ ໄປເຖິງສະໜາມບິນສາກົນ ນະຄອນຫຼວງໂຊ ສ.ເກົາຫຼີ ໃນຕອນເຊົ້າວັນທີ 18 ກັນຍາ 2023 ເພື່ອເຂົ້າຮ່ວມໂຄງການຮ່ວມມື ລະຫວ່າງ ກະຊວງວັດທະນະທໍາ, ກິລາ ແລະ ທ່ອງທ່ຽວ ສ.ເກົາຫຼີ, ສະພາກິລາເກົາຫຼີ (WCC), ອົງການສົ່ງເສີມກິລາແຫ່ງຊາດ ສ.ເກົາຫຼີ, ສະຫະພັນລົດຖີບ ສ.ເກົາຫຼີ ແລະ ພາກສ່ວນອື່ນໆ ເພື່ອສົ່ງເສີມນັກກິລາອາຊີເກັບຕົວຝຶກຊ້ອມໃນໄລຍະ 5 ວັນ ກຽມຄວາມພ້ອມເຂົ້າຮ່ວມການແຂ່ງຂັນງານມະຫະກຳກິລາເອຊຽນ ພາຣາເກມ ຄັ້ງທີ 4 ທີ່ແຂວງຫາງໂຈ ສປ ຈີນ ເປັນເຈົ້າພາບ ໃນທ້າຍເດືອນຕຸລາ 2023...

Continue reading

ບານສົ່ງ ລີກ ຍິງ-ຊາຍ ທົ່ວປະເທດ ຊີງຂັນ ສບສ 2023 ເປີດສາກທ້າຍເດືອນຕຸລານີ້

ສະຫະພັນບານສົ່ງແຫ່ງຊາດລາວ ຫຼື ສບສ ກຽມຈັດການແຂ່ງຂັນກິລາບານສົ່ງ ລີກ ໃນຮົ່ມທັງປະເພດທີມຍິງ-ທີມຊາຍ ຊີງຂັນປະທານສະຫະພັນບານສົ່ງແຫ່ງຊາດລາວ ປະຈໍາປີ 2023 ຊີງເງິນລາງວັນທັງໝົດ 119.000.000 ກີບ ເພື່ອເປັນການສ້າງຂະບວນການສະເຫຼີມສະຫຼອງວັນສຳຄັນຕ່າງໆຂອງຊາດ. ອີງຕາມຂໍ້ມູນຈາກ ສບສ ໄດ້ແຈ້ງໃຫ້ຊາບວ່າ: ເຖິງບັນດາສະໂມສອນກິລາບານສົ່ງຂອງກະຊວງ, ທຽບເທົ່າ, ນະຄອນຫຼວງວຽງຈັນ, ສະໂມສອນບານສົ່ງຂອງແຂວງ, ມະຫາວິທະຍາໄລ ແລະ ບັນດາສະໂມສອນກິລາບານສົ່ງໃນຂອບເຂດທົ່ວປະເທດ ເພື່ອເຂົ້າຮ່ວມການແຂ່ງຂັນກິລາບານສົ່ງ ລີກ ໃນຮົ່ມຍິງ-ຊາຍ ຊີງຂັນສະຫະພັນບານສົ່ງແຫ່ງຊາດລາວ ປະຈໍາປີ 2023...

Continue reading