Skip to main content

Author: Chanthakhard Inthadalin

ກອງທັບ ໂຊຟອມເກັ່ງຄວ້າໄຊ 2 ນັດຊ້ອນ ເປັນທີມນຳ ບານສົ່ງໃນຮົ່ມຊາຍ ເບຍລາວ ແຊ໋ມປ້ຽນຊິບ 2023

ສະໂມສອນ ກອງທັບ ວີຊີ ປີນີ້ອອກສະຕາດໄດ້ຢ່າງເຂັ້ມແຂງ ລົງປະເດີມສະໜາມຄວ້າໄຊ 2 ນັດຕິດຕໍ່ກັນ ເກັບ 6 ຄະແນນເຕັມ ຂຶ້ນເປັນທີມນຳຕາຕະລາງການແຂ່ງຂັນກິລາບານສົ່ງໃນຮົ່ມຊາຍ ລາຍການ ເບຍລາວ ແຊ໋ມປ້ຽນຊິບ ປະຈຳປີ 2023 ຂະນະທີ່ ສະໂມສອນ ອິນທະສອນ ວີຊີ ກໍໂຊຟອມເດັ່ນບໍ່ນ້ອຍໜ້າ ເກັບໄຊຊະນະສອງນັດລວດ ມີ 6 ຄະແນນ ແຕ່ຄະແນນໄດ້ເສຍ ເປັນຮອງກອງທັບ. ການແຂ່ງຂັນກິລາບານສົ່ງໃນຮົ່ມຊາຍ ລາຍການ ເບຍລາວ ແຊ໋ມປ້ຽນຊິບ ປະຈຳປີ 2023 ອາທິດທຳອິດ ຈັດຂຶ້ນ ລະຫວ່າງວັນທີ 4-5 ພະຈິກ 2023 ແລະ ຄາດວ່າກາງເດືອນທັນວາ 2023 ຈຶ່ງຈະສຳເລັດ ແຂ່ງຂັນຢູ່ທີ່ສະໂມສອນກິລາບານສົ່ງໃນຮົ່ມກອງທັບ (ຫຼັກ 5)...

Continue reading

ກຳໄລທອງ ຄວ້າແຊ໋ມເຕະບານ ເບ ສະຫວັນ ຄັບ 2023 ພ້ອມເງິນ 60 ລ້ານກີບ

ທີມກຳໄລທອງ ຈາກແຂວງອຸດອນທານີ ປະເທດໄທ ຍິງຈຸດໂທດດັບຝັນ ທີມເຄດີດີ (ທີມ1) 3-2 ປະຕູ ຫຼັງໃນເກມສະເໝີກັນ 1-1 ຄວ້າແຊ໋ມການແຂ່ງຂັນເຕະບານ 7 ຄົນ ລາຍການ ເບ ສະຫວັນ ຄັບ 2023 ພ້ອມເງິນລາງວັນ 60 ລ້ານກີບ ສ່ວນ ເຄດີດີ ໄດ້ພຽງອັນດັບທີ 2 ໄດ້ຮັບເງິນລາງວັນ 12 ລ້ານກີບ ແລະ ອັນດັບທີ 3 ຮ່ວມເປັນຂອງ ທີມອະພິມາ ຈາກເມືອງວັງວຽງ ແຂວງວຽງຈັນ ແລະ ທີມໂຊກຣາຊັນ ຈາກແຂວງອຸດອນ ໄດ້ຮັບເງິນລາງວັນທີມລະ 6 ລ້ານກີບ. ການແຂ່ງຂັນເຕະບານ 7 ຄົນ ລາຍການ ເບ ສະຫວັນ ຄັບ 2023 ຊີງລາງວັນລວມ 84 ລ້ານກີບ ຈັດຂຶ້ນ ລະຫວ່າງວັນທີ 4-5 ພະຈິກ 2023 ທີ່ສະໜາມກິລາຫຍ້າທຽມ ເບ ສະຫວັນ ເອັບຊີ ບ້ານຄຳສະຫວາດ...

Continue reading

ມສ ໂພນທອງ ຄວ້າແຊ໋ມເຕະບານນັກຮຽນມັດທະຍົມສຶກສາຕອນຕົ້ນ ຊີງຂັນເຈົ້າແຂວງຈຳປາສັກ

ການແຂ່ງຂັນກິລາເຕະບານລະດັບນັກຮຽນມັດທະຍົມສຶກສາຕອນຕົ້ນ ຊີງຂັນທ່ານເຈົ້າແຂວງຈໍາປາສັກ ປະຈຳປີ 2023 ສຳເລັດລົງຢ່າງຈົບງາມ ໃນວັນທີ 3 ພະຈິກ 2023 ພາຍຫຼັງດໍາເນີນການແຂ່ງຂັນມາແຕ່ວັນທີ 23 ຕຸລາ 2023 ທີ່ສະໜາມກິລາແຂວງ ໂດຍພາຍໃຕ້ການເປັນປະທານຂອງ ທ່ານ ປະດິດ ວັນນະລັດສະໝີ ຄະນະປະຈໍາພັກແຂວງ, ປະທານຄະນະກວດກາພັກລັດແຂວງ, ຮອງປະທານສະຫະພັນກິລາບານເຕະແຂວງ, ມີ ທ່ານ ເພັດສາຄອນ ຄໍສີສະຫວັດ ຮອງຫົວໜ້າພະແນດອຸດສະຫະກຳ ແລະ ການຄ້າ, ຄະນະບໍລິຫານງານສະຫະພັນກິລາບານເຕະແຂວງ ແລະ ທ່ານ ວຽງຄໍາ ສີລິປັນຍາ ຮອງຫົວໜ້າພະແນກສຶກສາທິການ ແລະ ກິລາແຂວງ ພ້ອມດ້ວຍບັນດາຜູ້ຕາງໜ້າຈາກພະແນກການ-ກົມກອງອ້ອມຂ້າງແຂວງ, ຄະນະຈັດການແຂ່ງຂັນ, ຄະນະກໍາມະການ, ຄະນະຄູຝຶກ-ນັກກິລາ ແລະ...

Continue reading

ສະຫວັນນະເຂດ ຈັດຄາຣາວານລົດຖີບ 2 ຝັ່ງຂອງເຊື່ອມໂຍງການທ່ອງທ່ຽວ ລາວ-ໄທ ຄັ້ງທີ 2

ແຂວງສະຫວັນນະເຂດ ໄດ້ຈັດງານຄາຣາວານລົດຖີບ 2 ຝັ່ງຂອງເຊື່ອມໂຍງການທ່ອງທ່ຽວ ລາວ-ໄທ ຄັ້ງທີ 2 ໃນວັນທີ 4-5 ພະຈິກ 2023 ໂດຍມີບັນດາການນຳຂອງທັງ 2 ຝັ່ງຂອງລາວ-ໄທ ແລະ ນັກຖີບທັງມືອາຊີບ ແລະ ນັກຖີບເພື່ອການທ່ອງທ່ຽວເຂົ້າຮ່ວມເປັນຈຳນວນຫຼວງຫຼາຍ ໃຫ້ກຽດຕ້ອນຮັບໃນຄັ້ງນີ້ມີ ທ່ານ ບຸນໂຈມ ອຸບົນປະເສີດ ເຈົ້າແຂວງສະຫວັນນະເຂດ, ທ່ານ ນາງ ຫິຼງທອງ ແສງຕາວັນ ຮອງເຈົ້າແຂວງສະຫວັນນະເຂດ ທັງເປັນປະທານຈັດງານ, ຝ່າຍປະເທດໄທເຂົ້າຮ່ວມໂດຍ ທ່ານ ວໍຣະຢານ ບຸນນະລາດ ເຈົ້າແຂວງມຸກດາຫານ, ທ່ານ ອະທິປັດ ໂຣດຈະນະໄພບູນ ກົງສູນໃຫຍ່ແຫ່ງຣາຊະອານາຈັກໄທ ປະຈຳແຂວງສະຫວັນນະເຂດ. ທ່ານ ໂພສີສອຍ ກຸທິລາດ...

Continue reading

ມສ ໂພນສະຫວັນ ເປີດກິດຈະກຳແຂ່ງຂັນກິລາ-ສິລະປະ ສົກຮຽນ 2023-2024

ໂຮງຮຽນມັດທະຍົມສຶກສາສົມບູນ ຫຼື ມສ ໂພນສະຫວັນ ແຂວງສະຫວັນນະເຂດ ໂດ້ເປີດການແຂ່ງຂັນກິລາ-ສິລະປະ ເພື່ອຕ້ານສິ່ງເສບຕິດ ປະຈໍາສົກຮຽນ 2023-2024 ໃນວັນທີ 3 ພະຈິກ 2023 ທີ່ໂຮງຮຽນດັ່ງກ່າວ ໂດຍພາຍໃຕ້ການເປັນປະທານຂອງ ທ່ານ ສົມຫວັງ ສອນວິຊຽນ ຜູ້ອໍານວຍການໂຮງຮຽນ ມສ ໂພນສະຫວັນ, ມີທ່ານ ອະນຸສອນ ສຸດທິວົງ ຮອງຫົວໜ້າພະແນກສຶກສາທິການ ແລະ ກິລາແຂວງສະຫວັນນະເຂດ ພ້ອມດ້ວຍຫົວໜ້າຂະແໜງ-ຮອງຫົວໜ້າຂະແໜງ, ຄະນະຫ້ອງການສຶກສາທິການ ແລະ ກິລານະຄອນໄກສອນພົມວິຫານ, ຄະນະອໍານວຍການໂຮງຮຽນອ້ອມຂ້າງ ແລະ ນ້ອງນັກຮຽນ ພາຍໃນໂຮງຮຽນເຂົ້າຮ່ວມຢ່າງຟົດຟື້ນ. ໃນພິທີ, ທ່ານ ມະນີສັກ ສີສຸພັນ...

Continue reading

ສສກ-ທະນາຄານໂລກ ປະເມີນໂຄງການກອງທຶນຮ່ວມມືສາກົນເພື່ອການສຶກສາ ໄລຍະ 3

ກະຊວງສຶກສາທິການ ແລະ ກິລາ ຫຼື ສສກ ຮ່ວມກັບ ທະນາຄານໂລກ ປະຈໍາ ສປປ ລາວ ຈັດກອງປະຊຸມໂຄງການກອງທຶນຮ່ວມມືສາກົນເພື່ອການສຶກສາ ໄລຍະ 3 “ໂຄງການຮຽນຮູ້ ແລະ ຄວາມເທົ່າທຽມຢູ່ ສປປ ລາວ ແລະ ການຕິດຕາມຊຸກຍູ້ສົ່ງເສີມການຈັດຕັ້ງປະຕິບັດໂຄງການ ເພື່ອປະເມີນ ແລະ ຊຸກຍູ້ການຈັດຕັ້ງປະຕິບັດໂຄງການພາຍຫຼັງໄດ້ຮັບການອະນຸມັດໃນການປັບປຸງໂຄງການຜ່ານມາ ໂດຍສະເພາະແມ່ນໄດ້ມີການທົບທວນ ແລະ ປະເມີນບັນດາໜ້າວຽກຕ່າງໆ ເປັນຕົ້ນແມ່ນ ຜົນສໍາເລັດໃນການຈັດຕັ້ງປະຕິບັດວຽກງານສໍາຄັນທັງໝົດທີ່ຕົກລົງກັນໃນລະຫວ່າງການມາເຮັດວຽກຮ່ວມກັນໃນໄລຍະຜ່ານມາ, ຄວາມຄືບໜ້າຂອງການຈັດຕັ້ງປະຕິບັດກິດຈະກໍາຂອງໂຄງການມາເຖິງທ້າຍເດືອນກັນຍາ...

Continue reading

ເຍົາວະຊົນລາວ ສ້າງຜົນງານເດັ່ນ ຄວ້າຫຼຽນເງິນ ຢູ-15 ດອກປີກໄກ່ ຊີງແຊ໋ມອາຊຽນ 2023

ທ້າວ ນັດທິວ ພົງສັກ ແລະ ທ້າວ ສຸພະໄຊ ສິມມະວົງ ສອງໜຸ່ມນ້ອຍນັກກິລາດອກປີກໄກ່ເຍົາວະຊົນທີມຊາດລາວ ຮຸ່ນອາຍຸບໍ່ເກີນ 15 ປີ ຫຼື ຢູ-15 ສ້າງຜົນງານໄດ້ຢ່າງໂດດເດັ່ນໃຫ້ແກ່ປະເທດຊາດ ແລະ ເປັນຜົນງານຄັ້ງປະຫວັດສາດ ຄວ້າ 1 ຫຼຽນເງິນ ໃນການແຂ່ງຂັນກິລາດອກປີກໄກ່ເຍົາວະຊົນ ຊີງເເຊ໋ມອາຊຽນ ຮຸ່ນອາຍຸບໍ່ເກີນ 15 ປີ ແລະ ຮຸ່ນ 17 ປີ ປະຈຳປີ 2023 ຫຼື “ASEAN U-15 & U-17 Badminton Championship 2023”. ການແຂ່ງຂັນກິລາດອກປີກໄກ່ເຍົາວະຊົນ ຊີງເເຊ໋ມອາຊຽນ ຮຸ່ນອາຍຸບໍ່ເກີນ 15 ປີ ແລະ ຮຸ່ນ 17 ປີ ປະຈຳປີ 2023 ຈັດຂຶ້ນເປັນເວລາ 5 ວັນ ລະຫວ່າງວັນທີ 30 ຕຸລາ ຫາ 3 ພະຈິກ 2023...

Continue reading

ເຮັດບີທີ 941 ຄວ້າແຊ໋ມ ເຕະບານ ນະຄອນຫຼວງລີກ 2 ປະຈຳປີ 2023

ສະໂມສອນ ເຮັດບີທີ 941 ເອັບຊີ ຫຼື HBT 941 ຄອງແຊ໋ມການແຂ່ງຂັນເຕະບານ ລາວລີກ 2 ຫຼື ລາຍການ ນະຄອນຫຼວງລີກ 2 (Vientiane Capital League 2) ພ້ອມເງິນລາງວັນ 50 ລ້ານກີບ ຂະນະທີ່ອັນດັບທີ 2 ຕົກເປັນຂອງສະໂມສອນ ເອັບຊີ ຈັນທະບູລີ ອະດີດແຊ໋ມລາວລີກ 5 ສະໄໝຊ້ອນ. ສ່ວນ ນິລັນ ຫຼວງສີສົມບັດ ຈາກສະໂມສອນ ໄອ-ສະປອດ ເອັບຊີ ຄວ້າລາງວັນດາວຍິງສູງສຸດ ຫຼັງຍິງຄົນດຽວ 25 ປະຕູ. ພິທີມອບ-ຮັບລາງວັນໃນຄັ້ງນີ້ ໄດ້ຈັດຂຶ້ນເມື່ອວັນທີ 4 ພະຈິກ 2023 ທີ່ສະໜາມກິລາເຈົ້າອານຸວົງ ໂດຍໃຫ້ກຽດມອບລາງວັນຕ່າງໆຂອງ ທ່ານ ພູວົງ ວົງຄຳຊາວ ຮອງເຈົ້າຄອງນະຄອນຫຼວງວຽງຈັນ ແລະ ທ່ານ ເດດສົງຄາມ ທຳມະວົງ ເຈົ້າເມືອງສີສັດຕະນາກ ທັງເປັນປະທານສະຫະພັນບານເຕະນະຄອນຫຼວງວຽງຈັນ,...

Continue reading