Skip to main content

ສສກ-ທະນາຄານໂລກ ປະເມີນໂຄງການກອງທຶນຮ່ວມມືສາກົນເພື່ອການສຶກສາ ໄລຍະ 3

07/11/2023

ກະຊວງສຶກສາທິການ ແລະ ກິລາ ຫຼື ສສກ ຮ່ວມກັບ ທະນາຄານໂລກ ປະຈໍາ ສປປ ລາວ ຈັດກອງປະຊຸມໂຄງການກອງທຶນຮ່ວມມືສາກົນເພື່ອການສຶກສາ ໄລຍະ 3 “ໂຄງການຮຽນຮູ້ ແລະ ຄວາມເທົ່າທຽມຢູ່ ສປປ ລາວ ແລະ ການຕິດຕາມຊຸກຍູ້ສົ່ງເສີມການຈັດຕັ້ງປະຕິບັດໂຄງການ ເພື່ອປະເມີນ ແລະ ຊຸກຍູ້ການຈັດຕັ້ງປະຕິບັດໂຄງການພາຍຫຼັງໄດ້ຮັບການອະນຸມັດໃນການປັບປຸງໂຄງການຜ່ານມາ ໂດຍສະເພາະແມ່ນໄດ້ມີການທົບທວນ ແລະ ປະເມີນບັນດາໜ້າວຽກຕ່າງໆ ເປັນຕົ້ນແມ່ນ ຜົນສໍາເລັດໃນການຈັດຕັ້ງປະຕິບັດວຽກງານສໍາຄັນທັງໝົດທີ່ຕົກລົງກັນໃນລະຫວ່າງການມາເຮັດວຽກຮ່ວມກັນໃນໄລຍະຜ່ານມາ, ຄວາມຄືບໜ້າຂອງການຈັດຕັ້ງປະຕິບັດກິດຈະກໍາຂອງໂຄງການມາເຖິງທ້າຍເດືອນກັນຍາ 2023.

ກອງປະຊຸມດັ່ງກ່າວ, ໄດ້ຈັດຂຶ້ນ ໃນວັນທີ 6 ພະຈິກ 2023 ທີ່ຫ້ອງປະຊຸມ ກະຊວງສຶກສາທິການ ແລະ ກິລາ (ຕຶກໄອຊີທີ) ໂດຍໃຫ້ກຽດເປັນປະທານຂອງທ່ານ ນາງ ຂັນທະລີ ສີຣິພົງພັນ ຮອງລັດຖະມົນຕີ ກະຊວງສຶກສາທິການ ແລະ ກິລາ ແລະ ທ່ານ ນາງ ທາຣາ ບິເທວ ນັກເສດຖະສາດອາວຸໂສ, ຫົວໜ້າແຜນງານໂຄງການຈາກທະນາຄານໂລກ ປະຈໍາ ສປປ ລາວ, ມີບັນດາຫົວໜ້າ-ຮອງຫົວໜ້າກົມ, ສະຖາບັນ, ສູນ, ຄະນະທີມງານຈາກທະນາຄານໂລກ, ຄູ່ຮ່ວມພັດທະນາ ແລະ ຄະນະຮັບຜິດຊອບວຽກງານກ່ຽວຂ້ອງເຂົ້າຮ່ວມ.

ໃນກອງປະຊຸມ, ທ່ານ ນາງ ຂັນທະລີ ສີຣິພົງພັນ ກ່າວວ່າ: ໃນ​ການ​ມາ​ເຮັດ​ວຽກ​ຂອງ​ທີມ​ງານ​ທະ​ນາ​ຄານ​ໂລກ​ຄັ້ງ​ທີ່​ຜ່ານ​ມາ ເຫັນ​ໄດ້​ວ່າ ມີຫຼາຍ​ສິ່ງ​​ທ້າ​ທາຍ​​ໄດ້​ຮັບ​ການ​ແກ້​ໄຂ ແລະ ​ໜ່ວຍ​ງານ​ຕ່າງໆ​ສາ​ມາດ​ເຂົ້າ​ໃຈ​ຈະ​ແຈ້ງ​ຂຶ້ນ​ໃນ​ການ​ຈັດ​ຕັ້ງປະ​ຕິ​ບັດກິດ​ຈະ​ກຳ​​ຂອງ​ໂຄງ​ການ​ສຳ​ເລັດ​ຫຼາຍ​ດ້ານ. ຢ່າງ​ໃດ​ກໍ​ຕາມ, ເພື່ອເຮັດ​ໃຫ້​ການ​ຈັດ​ຕັ້​ງ​ປະ​ຕິ​ບັດ​​ກິດ​ຈະ​ກຳ​ໄດ້​ຢ່າງມີ​ປະ​ສິດ​ທິ​ພາບ, ມີປະ​ສິດ​ທິ​ຜົນ​​ ແລະ ​ສາ​ມາດ​ປະ​ຕິ​ບັດໃຫ້ສຳ​ເລັດ​ຕາມຈຸດ​ປະ​ສົງ​ຂອງ​ໂຄງ​ການ ຈຶ່ງສະເໜີໃຫ້ທີມງານຈາກທະນາຄານໂລກ ແລະ ທີມງານຈາກກອງທຶນຮ່ວມມືສາກົນ, ທີມ​ງານ​ຈາກ ສສກ ໂດຍ​ສະ​ເພາະແຕ່​ລະ​ກົມ, ສະ​ຖາ​ບັນ, ສູນ ແລະ ທຸກ​ໜ່ວຍ​ງານທີ່​ກ່ຽວ​ຂ້ອງ​ໃນ​ການ​ຈັດ​ຕັ້ງ​ປະ​ຕິ​ບັດ​ໂຄງ​ການ GPEIII ນີ້​ ຊ່ວຍ​ເອົາ​ໃຈ​ໃສ່ໃຫ້​ການ​ຮ່ວມ​ມືຢ່າງໃກ້ຊິດ, ປະກອບສ່ວນ​ແລກປ່ຽນ​ຄໍາ​ຄິດຄໍາ​ເຫັນ​ຢ່າງ​ກົງ​ໄປກົງ​ມາ​ຕາມຄວາມ​ຮັບຜິດຊອບ​ຂອງ​ບັນດາ​ທ່ານ ​ເພື່ອ​ເຮັດ​ໃຫ້ການ​ຈັດ​ຕັ້ງ​ປະຕິບັດໂຄງການ​ບັນລຸ​ໄດ້​ຕາມ​ຈຸດປະສົງ ​ແລະ ​​ເປົ້າ​ໝາຍທີ່​ວາງ​ໄວ້.

ການຈັດກອງປະຊຸມຄັ້ງນີ້, ແມ່ນເພື່ອປະເມີນ ແລະ ຊຸກຍູ້ການຈັດຕັ້ງປະຕິບັດໂຄງການພາຍຫຼັງໄດ້ຮັບການອະນຸມັດໃນການປັບປຸງໂຄງການຜ່ານມາ ໂດຍສະເພາະແມ່ນໄດ້ມີການທົບທວນ ແລະ ປະເມີນບັນດາໜ້າວຽກຕ່າງໆ ເປັນຕົ້ນແມ່ນ ຜົນສໍາເລັດໃນການຈັດຕັ້ງປະຕິບັດວຽກງານສໍາຄັນທັງໝົດທີ່ຕົກລົງກັນໃນລະຫວ່າງການມາເຮັດວຽກຮ່ວມກັນໃນໄລຍະຜ່ານມາ, ຄວາມຄືບໜ້າຂອງການຈັດຕັ້ງປະຕິບັດກິດຈະກໍາຂອງໂຄງການມາເຖິງທ້າຍເດືອນກັນຍາ 2023 ແລະ ເພື່ອນໍາໄປສູ່ຜົນໄດ້ຮັບໃນການບັນລຸເປົ້າໝາຍຂອງການພັດທະນາໂຄງການໃນຕໍ່ໜ້າ; ການເບີກຈ່າຍດ້ານການເງິນຕາມອົງປະກອບຍ່ອຍຕ່າງໆ ນັບແຕ່ມື້້້ເລີ່ມຕົ້ນຈົນເຖິງໄລຍະປັດຈຸບັນ, ການຄາດຄະເນອັດຕາການເບີກຈ່າຍ, ການນໍາໃຊ້ເງິນຂອງໂຄງການແຕ່ນີ້ຈົນເຖິງມື້ປິດໂຄງການ; ຄວາມຄືບໜ້າຂອງວຽກງານການຈັດຊື້-ຈັດຈ້າງ, ການຄຸ້ມຄອງບໍລິຫານການເງິນໂຄງການ, ວຽກງານການປົກປ້ອງສິ່ງແວດລ້ອມ ແລະ ສັງຄົມ, ວຽກງານຕິດຕາມ ແລະ ປະເມີນຜົນຂອງໂຄງການ ແລະ ຕິດຕາມຄວາມຄືບໜ້າໃນການເກັບກໍາຕົວຊີ້ວັດຂອງແຕ່ລະອົງປະກອບຍ່ອຍຂອງໂຄງການ.

ໂດຍ ສົງການ ພັນແພງດີ

ຂ່າວ​ທີ່​ກ່ຽວ​ຂ້ອງ



​ຂ່າວ​ອື່ນ​ທີ່​ໜ້າ​ສົນ​ໃຈ