Skip to main content

Author: Chanthakhard Inthadalin

ສພນ ຮັບການຍ້ອງຍໍຂະບວນການຮັກຊາດ ແລະ ພັດທະນາ 5 ປີ ສະຫຼອງວັນຄູແຫ່ງຊາດ

ສູນພັດທະນາການສຶກສານອກໂຮງຮຽນ (ສພນ) ໄດ້ຮັບການຍ້ອງຍໍຈາກຄະນະນຳ ກະຊວງສຶກສາທິການ ແລະ ກິລາ ຫຼື ສສກ ຢ່າງສົມກຽດ ພາຍຫຼັງມີຜົນງານທີ່ພົ້ນເດັ່ນໃນການຈັດຕັ້ງປະຕິບັດຂະບວນການຮັກຊາດ ແລະ ພັດທະນາ 5 ປີ 2016-2020 ໃນໂອກາດສະເຫຼີມສະຫຼອງວັນຄູແຫ່ງຊາດ ຄົບຮອບ 29 ປີ (7 ຕຸລາ 1994 ຫາ 7 ຕຸລາ 2023). ພິທີສະເຫຼີມສະຫຼອງວັນຄູແຫ່ງຊາດ (7 ຕຸລາ) ຄົບຮອບ 29 ປີ ແລະ ການຍ້ອງຍໍຂະບວນການຮັກຊາດ ແລະ ພັດທະນາ 5 ປີ (2016-2020) ດັ່ງກ່າວ, ໄດ້ຈັດຂຶ້ນ ເມື່ອວັນທີ 5 ຕຸລາ ຜ່ານມາ ທີ່ສູນພັດທະນາການສຶກສານອກໂຮງຮຽນ ໂດຍພາຍໃຕ້ການເປັນປະທານຂອງທ່ານ ປອ ນາງ ສີສຸກ ວົງວິຈິດ ຄະນະປະຈຳພັກ, ຮອງລັດຖະມົນຕີ ກະຊວງສຶກສາທິການ ແລະ ກິລາ, ມີທ່ານ ສີຊະນະ ບຸບຜາ...

Continue reading

ຄູລາວ ໄດ້ຮັບລາງວັນ ກຽດຕິຍົດ ສົມເດັດເຈົ້າຟ້າມະຫາຈັກກຣີ

ທ່ານ ນາງ ກິມເຟືອງ ເຮືອງມະນີ ຈາກແຂວງເຊກອງ ໄດ້ຮັບລາງວັນກຽດຕິຍົດຂອງສົມເດັດເຈົ້າຟ້າມະຫາຈັກກຣີ ປະເທດໄທ ເປັນຮຸ່ນທີ 5 ຂອງຄູລາວ ຊຶ່ງລາງວັນດັ່ງກ່າວເປັນລາງວັນເພື່ອຍ້ອງຍໍເຊີດຊູກຽດຄູຜູ້ມີຜົນງານດີເດັ່ນ ແລະ ສ້າງຄຸນປະໂຫຍດຕໍ່ການສຶກສາໃນປະເທດຕ່າງໆໃນພາກພື້ນອາຊີຕາເວັນອອກສ່ຽງໃຕ້ ກໍຄື ຊາດສະມາຊິກຂົງເຂດອາຊຽນ ລວມມີ 11 ປະເທດ. ຄະນະມູນນິທິລາງວັນສົມເດັດເຈົ້າຟ້າມະຫາຈັກກຣີ ໄດ້ພົບປະກັບບັນດາຄູລາວທີ່ໄດ້ຮັບລາງວັນສົມເດັດເຈົ້າຟ້າມະຫາຈັກກຣີ ໃນວັນທີ 4 ຕຸລາ ຜ່ານມາ ທີ່ສະຖານເອກອັກຄະຣາຊະທູດ ແຫ່ງ ຣາຊະອານາຈັກໄທ ປະຈຳ ສປປ ລາວ ຊຶ່ງມີພາກສ່ວນທີ່ກ່ຽວຂ້ອງ ແລະ...

Continue reading

ລັດຖະມົນຕີ ສສກ ເນັ້ນໃຫ້ຊາວໜຸ່ມ ສຸມໃສ່ປະຕິບັດໜ້າທີ່ການເມືອງ 10 ຫົວຂໍ້

ທ່ານ ລັດຖະມົນຕີ ກະຊວງສຶກສາທິການ ແລະ ກິລາ (ສສກ) ເນັ້ນໜັກໃຫ້ຄະນະຊາວໜຸ່ມ ແລະ ສະມາຊິກຊາວໜຸ່ມແຕ່ລະຂັ້ນທີ່ສັງກັດຢູ່ໃນການຈັດຕັ້ງ ທີ່ເຄື່ອນໄຫວວຽກງານການສຶກສາ, ວິທະຍາສາດ ແລະ ກິລາ ສຸມໃສ່ປະຕິບັດໜ້າທີ່ການເມືອງຢ່າງໜັກແໜ້ນ ແນໃສ່ເຮັດໃຫ້ວຽກງານໄດ້ຮັບໝາກຜົນ ແລະ ເປັນໄປຕາມແຜນທີ່ກຳນົດໄວ້. ເມື່ອບໍ່ດົນມານີ້, ທີ່ຫ້ອງປະຊຸມ ກະຊວງສຶກສາທິການ ແລະ ກິລາ (ຕຶກໄອຊີທີ) ໄດ້ມີພິທີພົບປະໂອ້ລົມຂອງສະຫາຍເລຂາຄະນະບໍລິຫານງານພັກກະຊວງຕໍ່ຄະນະບໍລິຫານງານຊາວໜຸ່ມ, ສະມາຊິກຊາວໜຸ່ມທົ່ວຂະແໜງສຶກສາ-ກິລາ ໂອກາດສະເຫຼີມສະຫຼອງວັນຄູແຫ່ງຊາດ (7 ຕຸລາ) ຄົບຮອບ 29 ປີ ພ້ອມທັງປະກາດການແຕ່ງຕັ້ງຄະນະບໍລິຫານງານ ສະມາຄົມຊາວໜຸ່ມນັກຮຽນ, ນັກສຶກສາຂອງ ຄຊປປລ ກະຊວງສຶກສາທິການ...

Continue reading

ເຕະບານເຍົາວະຊົນ 3 ຮຸ່ນ ລາຍການ ຣາດາ ຊຸບເປີ ຄັບ 2023 ຈະເປີດສາກເສົານີ້

ການແຂ່ງຂັນເຕະບານ 7 ຄົນ ຫຼື 6 ຮັບ 1 ຮຸ່ນເຍົາວະຊົນ 3 ຮຸ່ນ ລາຍການ ຣາດາ ຊຸບເປີ ຄັບ ຄັ້ງທີ 1 ປະຈຳປີ 2023 ຫຼື  Radar Super Cup 2023 ເພື່ອສ້າງຂະບວນການສະເຫຼີມສະຫຼອງວັນຄູແຫ່ງຊາດ ຄົບຮອບ 29 ປີ (7 ຕຸລາ 1994-7 ຕຸລາ 2023) ທັງເປັນການສົ່ງເສີມເດັກນ້ອຍລາວ ໄດ້ມີໂອກາດເຄື່ອນໄຫວຫຼິ້ນກິລາບານເຕະເພື່ອພັດທະນາຕົນເອງກ້າວສູ່ການເປັນນັກກິລາອາຊີບ ໃນອະນາຄົດ ຊີງເງິນລາງວັນລວມ 30 ລ້ານກີບ ຈະເປີດສາກຂື້ນລະຫວ່າງວັນທີ 14-15 ຕຸລານີ້ ທີ່ສະໜາມກິລາ ສູນຈຳໜ່າຍລົດ ຍີ່ຫໍ້ ມັດສະດາ (Mazda) ເຂດສີໄຄ ເມືອງສີໂຄດຕະບອງ...

Continue reading

ເປີດຂະບວນການກິນຢາຂ້າແມ່ທ້ອງໃນໂຮງຮຽນທົ່ວປະເທດ 13 ຕຸລາ 2023

ກົມສາມັນສຶກສາ ກະຊວງສຶກສາທິການ ແລະ ກິລາ (ສສກ) ຮ່ວມກັບ ກົມຄວບຄຸມພະຍາດຕິດຕໍ່ ກະຊວງສາທາລະນະສຸກ ຈັດກອງປະຊຸມປືກສາຫາລືຮ່ວມກັບບັນດາສື່ມວນຊົນຈາກ 20 ພາກສ່ວນ ເພື່ອກະກຽມເນື້ອໃນວຽກງານການກິນຢາຂ້າແມ່ທ້ອງໃນໂຮງຮຽນ ຂອບເຂດທົ່ວປະເທດ ຊຶ່ງຈະເລີ່ມຈັດຕັ້ງປະຕິບັດໃນວັນທີ 13 ຕຸລາ 2023 ແລະ ຈະໃຫ້ສຳເລັດການໃຫ້ຢາແກ່ເດັກນ້ອຍລາວ ໃນຮຸ່ນອາຍຸ 5 ຫາ 14 ປີ ໃນລະດັບປະຖົມ ແລະ ມັດທະຍົມຕອນຕົ້ນ ໄດ້ກິນຢາພາຍໃນເດືອນດັ່ງກ່າວນີ້ ແລະ ປີນີ້ມີຕອບສະໜອງ 1 ລ້ານກວ່າເມັດ. ກອງປະຊຸມປືກສາຫາລືຂອງສອງກົມດັ່ງກ່າວ ແລະ ບັນດາສື່ມວນຊົນ ໄດ້ຈັດຂຶ້ນ ເມື່ອວັນທີ 4 ຕຸລາ ຜ່ານມາ ທີ່ກົມຄວບຄຸມພະຍາດຕິດຕໍ່ ກະຊວງສາທາລະນະສຸກ ໂດຍໃຫ້ກຽດເຂົ້າຮ່ວມຂອງທ່ານ ວິສິດ ຄຳລືຊາ...

Continue reading

ສກຂ ຊຽງຂວາງ ສຳເລັດການແຂ່ງຂັນກິລາເປຕັງ ສະຫຼອງວັນຄູແຫ່ງຊາດ ຄົບຮອບ 29 ປີ

  ພະແນກສຶກສາທິການ ແລະ ກິລາແຂວງ ຫຼື ສກຂ ຊຽງຂວາງ ໄດ້ສຳເລັດການແຂ່ງຂັນກິລາເປຕັງ ເພື່ອສະເຫຼີມສະຫຼອງວັນຄູແຫ່ງຊາດ ຄົບຮອບ 29 ປີ (7 ຕຸລາ 1994-7 ຕຸລາ 2023) ໃນວັນທີ 6 ຕຸລາ 2023 ທີ່ສະໜາມກິລາໄຊຊະນະ ບ້ານໂພນມີໄຊ ເມືອງແປກ ແຂວງຊຽງຂວາງ ໂດຍມີ ທ່ານ ບຸນເລື່ອນ ວັນນາຮັກ ຫົວໜ້າພະແນກສຶກສາິທການ ແລະ ກິລາແຂວງຊຽງຂວາງ ແລະ ທ່ານ ສົມທອງ ພາໄຕ້ບານ ຮອງຫົວໜ້າຂະແໜງພະລະ, ສິລະປະສຶກສາ ແລະ ກິລາມວນຊົນ ພະແນກ ສກຂ ຊຽງຂວາງ ພ້ອມດ້ວຍຄະນະຮັບຜິດຊອບຈັດການແຂ່ງຂັນ, ຄູຝຶກ ແລະ ນັກກິລາທີ່ມາຈາກ 27...

Continue reading

“ແພວາ” ພ້ອມຈະນຳເອົາປະສົບການຈາກເອຊຽນ ເກມ ມາສືບຕໍ່ພັດທະນາຕົນເອງ

ນາງ ແພວາ ພິລາພັນເດຊ ນັກກິລາຢີມນາດສະຕິກທີມຊາດລາວ ພ້ອມຈະນຳເອົາປະສົບການທີ່ໄດ້ຈາກການເຂົ້າຮ່ວມແຂ່ງຂັນໃນງານມະຫະກຳກິລາເອຊຽນ ເກມ ຄັ້ງທີ 19 ທີ່ເມືອງຫາງໂຈ ສປ ຈີນ ເປັນເຈົ້າພາບ ມາສືບຕໍ່ປັບປຸງ ແລະ ແກ້ໄຂຂໍ້ຜິດພາດ ໂດຍສະເພາະຈະພັດທະນາໃນການປັບເພີ່ມຄະແນນຄວາມຍາກໃຫ້ມີຄວາມຫຼາກຫຼາຍຂຶ້ນກວ່າເກົ່າ ໃນລະຫວ່າງໄປເກັບຕົວຝຶກຊ້ອມ ທີ່ປະເທດຍີ່ປຸ່ນ ແລະ ປະເທດອູຊະເບກິດສະຖານ. ພາຍຫຼັງທີ່ສິ້ນສຸດການເຂົ້າຮ່ວມແຂ່ງຂັນງານກິລາ ເອຊຽນ ເກມ ຄັ້ງທີ 19 ທີ່ເມືອງຫາງໂຈ ສປ ຈີນ ເປັນເຈົ້າພາບ ໂດຍ ແພວາ...

Continue reading

ເຕະບານ, ເຕັ້ນ ແລະ ຮ້ອງເພງ ນັກຮຽນສາມັນ ລາຍການ ທີນ ຄັບ 2023 ຈະເປີດສາກເສົານີ້

ການແຂ່ງຂັນເຕະບານ ພ້ອມໆກັບການແຂ່ງຂັນ, ຮ້ອງເພງ ແລະ Cover Dance ລາຍການ ທີນ ຄັບ 2023 (Teen Cup 2023) ລະດັບປະຖົມສຶກສາ, ມັດທະຍົມຕອນຕົ້ນ ແລະ ມັດທະຍົມຕອນປາຍ ຊີງເງິນລາງວັນລວມ 50 ລ້ານກີບ ຈະເປີດສາກແຂ່ງຂັນລະຫວ່າງວັນທີ 14-18 ຕຸລາ 2023 ທີ່ສະໂຮງຮຽນ ບຸນເກີດ ສຶກສາ. ພິທີຖະແຫຼງຂ່າວກິດຈະກຳດັ່ງກ່າວ ໄດ້ມີຂຶ້ນໃນວັນທີ 10 ຕຸລາ 2023 ທີ່ສະໂຮງຮຽນບຸນເກີດສຶກສາ ໃຫ້ກຽດເຂົ້າຮ່ວມໂດຍ ທ່ານ ສະຫວັນຄອນ ຣາຊາມຸນຕຣີ ອະດີດຮອງລັດຖະມົນຕີກະຊວງຖະແຫຼງຂ່າວ, ວັດທະນະທຳ ແລະ ທ່ອງທ່ຽວ ທັງເປັນປະທານສະມາຄົມນັກຂ່າວແຫ່ງ ສປປ ລາວ ແລະ ທ່ານ ປອ ບຸນເກີດ ສີສຸພັນທອງ ປະທານກຸ່ມການສຶກສາ...

Continue reading