Skip to main content

ຄູລາວ ໄດ້ຮັບລາງວັນ ກຽດຕິຍົດ ສົມເດັດເຈົ້າຟ້າມະຫາຈັກກຣີ

12/10/2023

ທ່ານ ນາງ ກິມເຟືອງ ເຮືອງມະນີ ຈາກແຂວງເຊກອງ ໄດ້ຮັບລາງວັນກຽດຕິຍົດຂອງສົມເດັດເຈົ້າຟ້າມະຫາຈັກກຣີ ປະເທດໄທ ເປັນຮຸ່ນທີ 5 ຂອງຄູລາວ ຊຶ່ງລາງວັນດັ່ງກ່າວເປັນລາງວັນເພື່ອຍ້ອງຍໍເຊີດຊູກຽດຄູຜູ້ມີຜົນງານດີເດັ່ນ ແລະ ສ້າງຄຸນປະໂຫຍດຕໍ່ການສຶກສາໃນປະເທດຕ່າງໆໃນພາກພື້ນອາຊີຕາເວັນອອກສ່ຽງໃຕ້ ກໍຄື ຊາດສະມາຊິກຂົງເຂດອາຊຽນ ລວມມີ 11 ປະເທດ.

ຄະນະມູນນິທິລາງວັນສົມເດັດເຈົ້າຟ້າມະຫາຈັກກຣີ ໄດ້ພົບປະກັບບັນດາຄູລາວທີ່ໄດ້ຮັບລາງວັນສົມເດັດເຈົ້າຟ້າມະຫາຈັກກຣີ ໃນວັນທີ 4 ຕຸລາ ຜ່ານມາ ທີ່ສະຖານເອກອັກຄະຣາຊະທູດ ແຫ່ງ ຣາຊະອານາຈັກໄທ ປະຈຳ ສປປ ລາວ ຊຶ່ງມີພາກສ່ວນທີ່ກ່ຽວຂ້ອງ ແລະ ສີື່ມວນຊົນເຂົ້າຮ່ວມ.

ໃນການພົບປະຄັ້ງນີ້, ໄດ້ຮັບຟັງການນໍາເໜີຄວາມເປັນມາຂອງລາງວັນສົມເດັດເຈົ້າຟ້າມະຫາຈັກກຣີ ຊຶ່ງລາງວັນດັ່ງກ່າວ ເປັນລາງວັນເພື່ອຍ້ອງຍໍເຊີດຊູກຽດຄູຜູ້ມີຜົນງານດີເດັ່ນ ແລະ ສ້າງຄຸນປະໂຫຍດຕໍ່ການສຶກສາໃນປະເທດຕ່າງໆໃນພາກພື້ນອາຊີຕາເວັນອອກສ່ຽງໃຕ້ ລວມມີ 11 ປະເທດ ຄື: ປະເທດບຣູໄນ, ອິນໂດເນເຊຍ, ກຳປູເຈຍ, ລາວ, ມາເລເຊຍ, ມຽນມາ, ຟີລິບປິນ, ສິງກະໂປ, ຕີມໍ ເລັດສະເຕ, ຫວຽດນາມ ແລະ ໄທ. ການດຳເນີນການຄັດເລືອກຄູແມ່ນທຸກໆ 2 ປີ ໂດຍຄະນະກຳມະການມູນນິທິລາງວັນສົມເດັດເຈົ້າຟ້າມະຫາຈັກກຣີ ຈະສະເໜີກອບແນວຄິດ ແລະ ຄຸນລັກສະນະສະເພາະຂອງຄູຜູ້ສົມຄວນໄດ້ຮັບພຣະລາຊະທານລາງວັນສົມເດັດເຈົ້າຟ້າມະຫາຈັກກຣີ ໄປຫາກະຊວງສຶກສາທິການ 11 ປະເທດ. ສ່ວນການກຳນົດການຄັດເລືອກ ແລະ ກົນໄກແມ່ນຂຶ້ນກັບການພິຈາລະນາຂອງແຕ່ລະປະເທດ ຊຶ່ງແຕ່ລະປະເທດແມ່ນເລືອກເອົາຄູ 1 ຄົນ.

ສຳລັບ ຄູຈາກ ສປປ ລາວ ທີ່ໄດ້ຮັບລາງວັນສົມເດັດເຈົ້າຟ້າມະຫາຈັກກຣີຜ່ານມາ ປະກອບມີ ທ່ານ ນາງ ຄຳສ້ອຍ ວົງສຳພັນ ຈາກນະຄອນຫຼວງວຽງຈັນ (ປີ 2015), ທ່ານ ນາງ ຄຸນວິໄລ ເຄນກິດຕິສັກ ຈາກນະຄອນຫຼວງວຽງຈັນ (ປີ 2017), ທ່ານ ໄພສະນິດ ປັນຍາສະຫວັດ ຈາກແຂວງຫຼວງພະບາງ (ປີ 2019), ທ່ານ ນາງ ແສງເພັດ ຄຸນປະເສີດ ຈາກແຂວງອຸດົມໄຊ (ປີ 2021) ແລະ ສຳລັບທ່ານ ນາງ ກິມເຟືອງ ເຮືອງມະນີ ຈາກແຂວງເຊກອງ (ປີ 2023) ຊຶ່ງຈະໄປຮັບເອົາລາງວັນສົມເດັດເຈົ້າຟ້າມະຫາຈັກກຣີ ເປັນຮຸ່ນທີ 5 ໃນວັນທີ 17 ຕຸລາ 2023 ທີ່ກຸງເທບມະຫານະຄອນ ປະເທດໄທ.

ບັນດາຄູທີ່ໄດ້ຮັບລາງວັນສົມເດັດເຈົ້າຟ້າມະຫາຈັກກຣີແຕ່ລະຮຸ່ນທີ່ຜ່ານມານັ້ນ, ແມ່ນມີກຽດສັກສີອັນສູງສົ່ງຕໍ່ກັບຜູ້ທີ່ມີອາຊີບເປັນຄູ ພ້ອມທັງເປັນການໃຫ້ກຳລັງໃຈແກ່ຄູ, ເປັນໂອກາດໃຫ້ບັນດາຄູທີ່ມີຄຸນງາມຄວາມດີ ຄວາມເກັ່ງກ້າສາມາດ ໄດ້ມີການພັດທະນາຕໍ່ໄປໃນຕົວ ແລະ ພັດທະນາທາງດ້ານການສຶກສາ ແລະ ພັດທະນາລວມກັບບັນດາຄູໃນ 10 ປະເທດ ສະນັ້ນ ບັນດາຄູທັງໝົດເຫຼົ່ານີ້ຈະເປັນສື່ໂຄສະນາເຜີຍແຜ່ຄຸນງາມຄວາມດີອອກໃຫ້ບັນດາຄູໃນທົ່ວປະເທດ ແລະ ເພື່ອນຄູທົ່ວອາຊີຕາເວັນອອກສ່ຽງໃຕ້ ໄດ້ຮັບຮູ້ເຖິງວຽກງານການພັດທະນາການສຶກສາ.

 

ໂດຍ ສົງການ ພັນແພງດີ

ຂ່າວ​ທີ່​ກ່ຽວ​ຂ້ອງ



​ຂ່າວ​ອື່ນ​ທີ່​ໜ້າ​ສົນ​ໃຈ