Skip to main content

ເປີດຂະບວນການກິນຢາຂ້າແມ່ທ້ອງໃນໂຮງຮຽນທົ່ວປະເທດ 13 ຕຸລາ 2023

12/10/2023

ກົມສາມັນສຶກສາ ກະຊວງສຶກສາທິການ ແລະ ກິລາ (ສສກ) ຮ່ວມກັບ ກົມຄວບຄຸມພະຍາດຕິດຕໍ່ ກະຊວງສາທາລະນະສຸກ ຈັດກອງປະຊຸມປືກສາຫາລືຮ່ວມກັບບັນດາສື່ມວນຊົນຈາກ 20 ພາກສ່ວນ ເພື່ອກະກຽມເນື້ອໃນວຽກງານການກິນຢາຂ້າແມ່ທ້ອງໃນໂຮງຮຽນ ຂອບເຂດທົ່ວປະເທດ ຊຶ່ງຈະເລີ່ມຈັດຕັ້ງປະຕິບັດໃນວັນທີ 13 ຕຸລາ 2023 ແລະ ຈະໃຫ້ສຳເລັດການໃຫ້ຢາແກ່ເດັກນ້ອຍລາວ ໃນຮຸ່ນອາຍຸ 5 ຫາ 14 ປີ ໃນລະດັບປະຖົມ ແລະ ມັດທະຍົມຕອນຕົ້ນ ໄດ້ກິນຢາພາຍໃນເດືອນດັ່ງກ່າວນີ້ ແລະ ປີນີ້ມີຕອບສະໜອງ 1 ລ້ານກວ່າເມັດ.

ກອງປະຊຸມປືກສາຫາລືຂອງສອງກົມດັ່ງກ່າວ ແລະ ບັນດາສື່ມວນຊົນ ໄດ້ຈັດຂຶ້ນ ເມື່ອວັນທີ 4 ຕຸລາ ຜ່ານມາ ທີ່ກົມຄວບຄຸມພະຍາດຕິດຕໍ່ ກະຊວງສາທາລະນະສຸກ ໂດຍໃຫ້ກຽດເຂົ້າຮ່ວມຂອງທ່ານ ວິສິດ ຄຳລືຊາ ຫົວໜ້າສູນສະຖິຕິ ແລະ ຂ່າວສານສາທາລະນະສຸກ ກະຊວງສາທາລະນະສຸກ, ພ້ອມດ້ວຍຕາງໜ້າພະແນກຄວບຄຸມພະຍາດກາຝາກ, ກົມຄວບຄຸມພະຍາດຕິດຕໍ່, ຕາງໜ້າກົມສາມັນສຶກສາ ແລະ ວິຊາການພາກສ່ວນທີ່ກ່ຽວຂ້ອງ ຕະຫຼອດຮອດບັນດາສື່ມ່ວນຊົນທຸກສໍານັກເຂົ້າຮ່ວມຢ່າງພ້ອມພຽງ.

ໂອກາດດັ່ງກ່າວ, ທ່ານ ວິສິດ ຄຳລືຊາ ໄດ້ລາຍງານໃຫ້ຮູ້ກ່ຽວກັບການຈັດກອງປະຊຸມໃນຄັ້ງນີ້, ແມ່ນເພື່ອສະເໜີສະພາບວຽກງານການກິນຢາຂ້າແມ່ທ້ອງໃນໂຮງຮຽນສາມັນສຶກສາ ແລະ ນໍາເອົາເນື້ອໃນກິດຈະກໍາການກິນຢາຂ້າແມ່ທ້ອງໃນໂຮງຮຽນຊັ້ນປະຖົມ ແລະ ມັດທະຍົມ ໄປເຜີຍແຜ່ຜ່ານສື່ໃນທຸກຊ່ອງທາງ ເປັນຕົ້ນແມ່ນທາງໂທລະພາບ, ໜັງສືພິມ, ວິທະຍຸ ແລະ ອື່ນໆ ເພື່ອເປັນກະບອກສຽງ ແລະ ປຸກຈິດສໍານຶກໃຫ້ສັງຄົມ ກໍຄື ພໍ່ແມ່ຜູ້ປົກຄອງນັກຮຽນ, ຄູອາຈານ ແລະ ນ້ອງນັກຮຽນ ໄດ້ຮັບຮູ້ເຂົ້າໃຈກ່ຽວກັບຜົນດີຂອງການກິນຢາຂ້າແມ່ທ້ອງ ແນໃສ່ເຮັດໃຫ້ເດັກນ້ອຍມີສຸຂະພາບແຂງແຮງ, ບໍ່ຂາດສານອາຫານ,  ການພັດທະນາຂອງເດັກຈະເລີນເຕີບໂຕໄວ, ຫຼຸດຜ່ອນອັດຕາການຕິດເຊື້ອ ແລະ ອັດຕາການຕາຍຂອງເດັກທີ່ເກີດຈາກພະຍາດແຊກຊ້ອນຕ່າງໆ.

ຂະນະທີ່ ທ່ານ ດຣ ນາງ ພອນສະຫວັນ ພິລາສຸກ ຫົວໜ້າພະແນກຄວບຄຸມພະຍາດກາຝາກ ກົມຄວບຄຸມພະຍາດຕິດຕໍ່ ໄດ້ລາຍງານປະຫວັດຄວາມເປັນມາຂອງວຽກງານການກິນຢາຂ້າແມ່ທ້ອງໃນໂຮງຮຽນປະຖົມ ແລະ ມັດທະຍົມຕອນຕົ້ນ ພ້ອມທັງນຳສະເໜີສື່ທີ່ໃຊ້ເຂົ້າໃນການເຜີຍແຜ່ການກິນຢາຂ້າແມ່ທ້ອງໃນໂຮງຮຽນ ໂດຍສະເພາະແມ່ນປົດສະເຕີ, ສະປອດວິທະຍຸ ແລະ ອື່ນໆ. ຢາດັ່ງກ່າວ ຈະບໍ່ມີຜົນຂ້າງຄຽງຫຍັງຕໍ່ເດັກນ້ອຍ ແລະ ໃນໄລຍະທີ່ຜ່ານມາ ພວກເຮົາສາມາດຈັດຕັ້ງປະຕິບັດໃຫ້ເດັກນ້ອຍໄດ້ກິນຢາຂ້າແມ່ທ້ອງ ເກືອບ 2 ລ້ານເມັດ ແລະ ໃນປີນີ້ ຈະມີຮອງຮັບປະມານ 1,5 ລ້ານເມັດ.

ສໍາລັບການກິນຢາຂ້າແມ່ທ້ອງໃນໂຮງຮຽນປະຖົມ ແລະ ມັດທະຍົມຕອນຕົ້ນ ແມ່ນຈະເລີ່ມເປີດຂະບວນຢ່າງເປັນທາງການ ໃນວັນທີ 13 ຕຸລາ 2023  ພ້ອມກັນທຸກໂຮງຮຽນເປົ້າໝາຍໃນຂອບເຂດທົ່ວປະເທດ ສຳລັບນະຄອນຫຼວງວຽງຈັນ ແມ່ນຈະຈັດຂຶ້ນທີ່ໂຮງຮຽນປະຖົມສົມບູນໂສກປ່າຫຼວງ ເມືອງສີສັດຕະນາກ.​

ໂດຍ ສົງການ ພັນແພງດີ

ຂ່າວ​ທີ່​ກ່ຽວ​ຂ້ອງ



​ຂ່າວ​ອື່ນ​ທີ່​ໜ້າ​ສົນ​ໃຈ