Skip to main content

ສພນ ຮັບການຍ້ອງຍໍຂະບວນການຮັກຊາດ ແລະ ພັດທະນາ 5 ປີ ສະຫຼອງວັນຄູແຫ່ງຊາດ

12/10/2023

ສູນພັດທະນາການສຶກສານອກໂຮງຮຽນ (ສພນ) ໄດ້ຮັບການຍ້ອງຍໍຈາກຄະນະນຳ ກະຊວງສຶກສາທິການ ແລະ ກິລາ ຫຼື ສສກ ຢ່າງສົມກຽດ ພາຍຫຼັງມີຜົນງານທີ່ພົ້ນເດັ່ນໃນການຈັດຕັ້ງປະຕິບັດຂະບວນການຮັກຊາດ ແລະ ພັດທະນາ 5 ປີ 2016-2020 ໃນໂອກາດສະເຫຼີມສະຫຼອງວັນຄູແຫ່ງຊາດ ຄົບຮອບ 29 ປີ (7 ຕຸລາ 1994 ຫາ 7 ຕຸລາ 2023).

ພິທີສະເຫຼີມສະຫຼອງວັນຄູແຫ່ງຊາດ (7 ຕຸລາ) ຄົບຮອບ 29 ປີ ແລະ ການຍ້ອງຍໍຂະບວນການຮັກຊາດ ແລະ ພັດທະນາ 5 ປີ (2016-2020) ດັ່ງກ່າວ, ໄດ້ຈັດຂຶ້ນ ເມື່ອວັນທີ 5 ຕຸລາ ຜ່ານມາ ທີ່ສູນພັດທະນາການສຶກສານອກໂຮງຮຽນ ໂດຍພາຍໃຕ້ການເປັນປະທານຂອງທ່ານ ປອ ນາງ ສີສຸກ ວົງວິຈິດ ຄະນະປະຈຳພັກ, ຮອງລັດຖະມົນຕີ ກະຊວງສຶກສາທິການ ແລະ ກິລາ, ມີທ່ານ ສີຊະນະ ບຸບຜາ ຫົວໜ້າກົມການສຶກສານອກໂຮງຮຽນ ແລະ ທ່ານ ນາງ ຄຳໃບ ໄຊຍະລາດ ຜູ້ອຳນວຍການສູນພັດທະນາການສຶກສານອກໂຮງຮຽນ ພ້ອມຄະນະອຳນວຍການ ສພນ ຕະຫຼອດຮອດພະນັກງານບຳນານ, ພະນັກງານພາຍໃນສູນ, ຕາງໜ້າຈາກກົມຈັດຕັ້ງ ແລະ ພະນັກງານ ສສກ, ສູນພັດທະນາຜູ້ປະກອບກິດຈະການ ລາວ-ອິນເດຍ, ສະຖາບັນພັດທະນາການບໍລິຫານການສຶກສາ ເຂົ້າຮ່ວມຢ່າງພ້ອມພຽງ.

ໃນພິທີ, ໄດ້ມີການຜ່ານຂໍ້ຕົກລົງ ວ່າດ້ວຍການຍ້ອງຍໍຂະບວນການຮັກຊາດ ແລະ ພັດທະນາ 5 ປີ (2016-2020 ຂອງທ່ານລັດຖະມົນຕີ ສສກ. ຫຼັງຈາກນັ້ນ, ໄດ້ມີການຜ່ານບົດສະຫຼຸບວຽກງານການຈັດຕັ້ງປະຕິບັດວຽກງານຂອງສູນພັດທະນາການສຶກສານອກໂຮງຮຽນ ນັບແຕ່ເດືອນມັງກອນ 2023 ເຖິງປັດຈຸບັນ ແລະ ວາງແຜນໃນຕໍ່ໜ້າ ພ້ອມທັງມອບການຍ້ອງຍໍຂະບວນການຮັກຊາດ ແລະ ພັດທະນາ 5 ປີ ຢ່າງສົມກຽດ.

ໂອກາດດັ່ງກ່າວ, ທ່ານ ປອ ນາງ ສີສຸກ ວົງວິຈິດ ໄດ້ໂອ້ລົມຕໍ່ຄະນະພັກ ຄະນະອຳນວຍການ ແລະ ພະນັກງານຂອງສູນພັດທະນາການສຶກສານອກໂຮງຮຽນ ໂດຍໄດ້ເນັ້ນໜັກໃຫ້ສືບຕໍ່ສຶກສາອົບຮົມການເມືອງແນວຄິດ ແລະ ມີຄວາມສາມັກຄີເປັນຈິດໜຶ່ງໃຈດຽວ ພ້ອມທັງຊີ້ທິດເຍືອງທາງໃນການພັດທະນາສູນໃຫ້ເປັນສູນແຫ່ງວິຊາການດ້ານການສຶກສານອກໂຮງຮຽນ ພາກັນພັດທະນາສູນໃຫ້ມີຄວາມຈະເລີນກ້າວໜ້າ ແນໃສ່ສ້າງສູນແຫ່ງການຮຽນຮູ້ວິຊາຊີບ, ສືບຕໍ່ປັບປຸງຫຼັກສູດວິຊາການວິຊາຊີບໃຫ້ມີຄຸນນະພາບກວ່າເກົ່າ, ສົ່ງເສີມວິທະຍາກອນໃຫ້ນຳໃຊ້ ICT ເຂົ້າໃນການຝຶກອົບຮົມຄູຝຶກ ແລະ ປະຊາສຳພັນ/ໂຄສະນາສູນດັ່ງກ່າວອອກສູ່ສັງຄົມໃຫ້ຫຼາຍຂຶ້ນ, ຍົກລະດັບພະນັກງານວິຊາການ ລະດັບປະລິນຍາໂທ/ເອກ ທັງພາຍໃນ ແລະ ຕ່າງປະເທດ, ສຸມໃສ່ນິເທດ, ຊຸກຍູ້ ແລະ ສົ່ງເສີມພະນັກງານພາຍໃນເລື້ອຍໆ ພ້ອມກັນຮັກສາສິ່ງແວດລ້ອມຂອງສູນໃຫ້ຍືນຍົງ ແລະ ສະຫຼຸບວຽກງານການຈັດຕັ້ງປະຕິບັດວຽກງານຂອງສູນພັດທະນາການສຶກສານອກໂຮງຮຽນ ນັບແຕ່ເດືອນມັງກອນ 2023 ເຖິງປັດຈຸບັນ ແລະ ວາງແຜນໃນຕໍ່ໜ້າຢ່າງເປັນລະບົບ ແລະ ໃຫ້ມີປະສິດທິພາບ ແລະ ປະສິດທິຜົນ.

ໂດຍ ສົງການ ພັນແພງດີ

ຂ່າວ​ທີ່​ກ່ຽວ​ຂ້ອງ



​ຂ່າວ​ອື່ນ​ທີ່​ໜ້າ​ສົນ​ໃຈ