Skip to main content

ສາລະວັນ ຈະສືບຕໍ່ຜັນຂະຫຍາຍ 3 ນະໂຍບາຍ ແລະ 12 ມາດຕະການ ແກ້ໄຂບັນຫາການປະລະການຮຽນ ໃນສົກຮຽນ 2026-2027

24/08/2026

ທ່ານ ສຸນີ ນາມມະບົວລີ ຫົວໜ້າພະແນກສຶກສາທິການ ແລະ ກິລາແຂວງສາລະວັນ ໄດ້ສະເໜີບົດລາຍງານສະພາບການຈັດການຮຽນ-ການສອນ ປະຈຳສົກຮຽນ 2025-2026 ພ້ອມທັງເຜີຍທິດທາງ ແລະ ມາດຕະການແກ້ໄຂການປະລະການຮຽນຂອງນັກຮຽນ ເພື່ອປະກາດນຳໃຊ້ເຂົ້າ ໃນສົກຮຽນ 2026-2027 ຕໍ່ກອງປະຊຸມຜູ້ບໍລິຫານການສຶກສາ ທົ່ວປະເທດ ປະຈຳສົກຮຽນ 2025-2026 ໃນວັນທີ 19 ສິງຫາ 2026 ທີ່ຫ້ອງປະຊຸມໃຫຍ່ ມະຫາວິທະຍາໄລສຸພານຸວົງ ແຂວງຫຼວງພະບາງ ວ່າ: ໃນສົກຮຽນ 2025-2026 ນີ້ ຖືເປັນສົກຮຽນເລີ່ມຕົ້ນຂອງການຈັດຕັ້ງປະຕິບັດແຜນພັດທະນາຂະແໜງການສຶກສາ ແລະ ກິລາ 5 ປີ (2026-2030) ຄັ້ງທີ X. ຂະແໜງການສຶກສາ ແລະ ກິລາແຂວງສາລະວັນ ໄດ້ສຸມໃສ່ປັບປຸງຄຸນນະພາບການສຶກສາກ່ອນໄວຮຽນ, ການສຶກສາຂັ້ນພື້ນຖານ, ການພັດທະນາສີມືແຮງງານ, ພັດທະນາພື້ນຖານໂຄງລ່າງ ແລະ ຍົກລະດັບຄູ-ອາຈານຢ່າງຕໍ່ເນື່ອງ. ແຂວງສາລະວັນ ປະກອບມີ 8 ຕົວເມືອງ, 582 ບ້ານ, 38 ກຸ່ມບ້ານ/ຕາແສງ, […]

ໄຊສົມບູນ ເປີດກອງປະຊຸມຜູ້ບໍລິຫານການສຶກສາ, ວິທະຍາສາດ ແລະ ກິລາ ທົ່ວແຂວງ ປະຈຳສົກຮຽນ 2025-2026

20/08/2026

ໃນລະຫວ່າງ ວັນທີ 17-18 ສິງຫານີ້, ພະແນກສຶກສາທິການ ແລະ ກິລາ ແຂວງໄຊສົມບູນ ໄດ້ຈັດກອງປະຊຸມຜູ້ບໍລິຫານການສຶກສາ, ວິທະຍາສາດ ແລະ ກິລາ ທົ່ວແຂວງ ປະຈຳສົກຮຽນ 2025-2026 ທີ່ຫ້ອງປະຊຸມຂອງພະແນກດັ່ງກ່າວ ໂດຍການເປັນປະທານຂອງ ທ່ານ ນາງ ເພັດສະໄໝ ໂພໄຊຍະວົງ ຮອງປະທານຄະນະກຳມະການປົກຄອງ ແຂວງໄຊສົມບູນ, ມີ ທ່ານ ພຸດລໍາໄພ ທຽມພຣະສອນ ຫົວໜ້າພະແນກສຶກສາທິການ ແລະ ກິລາແຂວງ ພ້ອມດ້ວຍພາກສ່ວນທີ່ກ່ຽວຂ້ອງຂອງແຂວງ, ບັນດາເມືອງ ຕະຫຼອດຮອດອໍານວຍການໂຮງຮຽນ ທົ່ວແຂວງ ເຂົ້າຮ່ວມ. ໂອກາດນີ້, ທ່ານ ພຸດລໍາໄພ ທຽມພຣະສອນ ໄດ້ຜ່ານບົດສະຫຼຸບແຜນພັດທະນາການສຶກສາ, ວິທະຍາສາດ ແລະ ກິລາ ປະຈໍາສົກຮຽນ 2025-2026 ໃຫ້ຮູ້ວ່າ: ຜ່ານການຈັດຕັ້ງປະຕິບັດ 12 ຄາດໝາຍສູ້ຊົນ ສາມາດປະຕິບັດໄດ້ 8 ຄາດໝາຍ ເປັນຕົ້ນ ອັດຕາເຂົ້າຮຽນຂອງເດັກ 5 […]

ແຂວງສາລະວັນ ສອບເສັງຈົບຫຼັກສູດການຝຶກອົບຮົມພາສາຫວຽດນາມ ລະບົບ 6 ເດືອນ ລະດັບ B ປະຈຳປີ 2026

14/08/2026

ໃນຕອນເຊົ້າຂອງວັນທີ 13 ສິງຫາ 2026 ນີ້, ສູນພາສາຫວຽດນາມ ແຂວງສາລະວັນ ໄດ້ຈັດການສອບເສັງຈົບຫຼັກສູດການຝຶກອົບຮົມພາສາຫວຽດນາມ ລະບົບ 6 ເດືອນ ລະດັບ B ປະຈຳປີ 2026 ຂຶ້ນຢ່າງເປັນທາງການ ໂດຍການເຂົ້າຮ່ວມເປັນປະທານຂອງ ທ່ານ ໄພວັນ ແສງອຳພັນ, ຮອງຫົວໜ້າພະແນກສຶກສາທິການ ແລະ ກິລາແຂວງສາລະວັນ ແລະ ທ່ານ ນາງ ວິພາວັນ ສຸດທິຈັກ ຫົວໜ້າສູນພາສາຫວຽດນາມ, ມີບັນດາຄູ-ອາຈານ, ນັກສຶກສາ ພ້ອມດ້ວຍແຂກຖືກເຊີນ ເຂົ້າຮ່ວມຢ່າງພ້ອມພຽງ. ໃນພິທີ, ທ່ານ ນາງ ວິພາວັນ ສຸດທິຈັກ ຫົວໜ້າສູນພາສາຫວຽດນາມ ໄດ້ລາຍງານຜົນສຳເລັດການຈັດຕັ້ງຮຽນ-ການສອນ ຫຼັກສູດພາສາຫວຽດນາມ ລະບົບ 6 ເດືອນ ລະດັບ B ປະຈຳປີ 2026. ຫຼັກສູດດັ່ງກ່າວ ມີພະນັກງານ-ຄົ້ນຄວ້າ ຈາກບັນດາພະແນກການ ແລະ ອົງການທຽບເທົ່າພາຍໃນແຂວງ ເຂົ້າຮ່ວມຮຽນ ທັງໝົດ […]

ເມືອງລະຄອນເພັງ ໄຂກອງປະຊຸມພັກແລ້ງ ໃຫ້ແກ່ລັດຖະກອນຄູ ແລະ ບໍລິຫານຂະແໜງການສຶກສາ ປະຈໍາສົກ 2025-2026 ພ້ອມປະກາດແຕ່ງຕັ້ງພະນັກງານ

14/08/2026

ກອງປະຊຸມພັກແລ້ງ ໃຫ້ແກ່ລັດຖະກອນຄູ ແລະ ບໍລິຫານຂະແໜງການສຶກສາ ປະຈໍາສົກ 2025-2026 ຕິດພັນກັບການປະກາດແຕ່ງຕັ້ງພະນັກງານ-ລັດຖະກອນ ເຂົ້າໃສ່ຕຳແໜ່ງງານປະເພດ 6 ແລະ ປະເພດ 7 ໄດ້ໄຂຂຶ້ນຢ່າງເປັນທາງການ ໃນຕອນເຊົ້າວັນທີ 13 ສິງຫາ 2026 ນີ້ ຢູ່ທີ່ສະໂມສອນຂອງເມືອງລະຄອນເພັງ ໂດຍໃຫ້ກຽດເຂົ້າຮ່ວມຂອງ ທ່ານ ໄຊຊະນະ ສີສະຫວັດ ຮອງເລຂາຄະນະບໍລິຫານງານພັກເມືອງ, ປະທານຄະນະກໍາມະການປົກຄອງເມືອງລະຄອນເພັງ, ທ່ານ ສີສຸພັນ ມະຫາວົງ ຮອງເລຂາຄະນະບໍລິຫານງານພັກເມືອງ, ຜູ້ຊີ້ນຳວຽກງານການເມືອງ-ແນວຄິດ, ວຽກພັກ-ພະນັກງານ ແລະ ທ່ານ ກັນຍາ ໄຊຍະໂອຊະ ກຳມະການພັກເມືອງ, ຫົວໜ້າຫ້ອງການສຶກສາທິການ ແລະ ກິລາເມືອງ. ພ້ອມນີ້ ຍັງມີບັນດາທ່ານໃນຄະນະຫ້ອງການ, ພະນັກງານ-ລັດຖະກອນຫ້ອງການສຶກສາທິການ ແລະ ກິລາເມືອງ, ຜູ້ອໍານວຍການໂຮງຮຽນ, ຄູ-ອາຈານ ທົ່ວເມືອງລະຄອນເພັງ ແລະ ແຂກຖືກເຊີນ ເຂົ້າຮ່ວມຢ່າງພ້ອມພຽງ. ໃນກອງປະຊຸມ, ຜູ້ເຂົ້າຮ່ວມໄດ້ພ້ອມກັນເຊື່ອມຊືມບັນດາເອກະສານສໍາຄັນຕ່າງໆ ເປັນຕົ້ນແມ່ນຄຳແນະນຳຂອງຄະນະຈັດຕັ້ງສູນກາງພັກ ກ່ຽວກັບການຈັດຕັ້ງປະຕິບັດກົດໝາຍວ່າດ້ວຍພະນັກງານ-ລັດຖະກອນ; ເອກະສານການສ້າງຄວາມເຂັ້ມແຂງໃຫ້ແກ່ພະນັກງານ-ສະມາຊິກພັກໃນເງື່ອນໄຂໃໝ່; […]

ສາລະວັນ ສຳເລັດກອງປະຊຸມຄູໄລຍະພັກສິ້ນປີຮຽນ ໃຫ້ແກ່ຜູ້ບໍລິຫານການສຶກສາ ແລະ ຄູ-ອາຈານ ປະຈໍາສົກຮຽນ 2025-2026

14/08/2026

ໃນຕອນເຊົ້າຂອງວັນທີ 13 ສິງຫາ 2026 ຢູ່ທີ່ສະໂມສອນໃຫຍ່ເມືອງເລົ່າງາມ ແຂວງສາລະວັນ ໄດ້ມີພິທີປິດກອງປະຊຸມຄູໄລຍະພັກສິ້ນປີຮຽນ ໃຫ້ແກ່ຜູ້ບໍລິຫານການສຶກສາ ແລະ ພະນັກງານ-ລັດຖະກອນຄູ ປະຈໍາສົກຮຽນ 2025-2026 ຢ່າງເປັນທາງການ ໂດຍໃຫ້ກຽດເປັນປະທານຂອງ ທ່ານ ສຸນີ ນາມມະບົວລີ ກໍາມະການພັກແຂວງ, ຫົວໜ້າພະແນກສຶກສາທິການ ແລະ ກິລາ ແຂວງສາລະວັນ; ໂດຍມີ ທ່ານ ຄໍາເຟືອງ ອິນທິສອນ ຮອງຫົວໜ້າພະແນກສຶກສາທິການ ແລະ ກິລາ ແຂວງ; ທ່ານ ນາງ ສົມໃຈ ໄຊຍະບັນຫາ ກໍາມະການພັກເມືອງ, ຫົວໜ້າຫ້ອງການສຶກສາທິການ ແລະ ກິລາ ເມືອງເລົ່າງາມ, ພ້ອມດ້ວຍຄະນະຫ້ອງການ, ຫົວໜ້າ-ຮອງຫົວໜ້າໜ່ວຍງານທີ່ກ່ຽວຂ້ອງ ແລະ ຜູ້ບໍລິຫານການສຶກສາ, ຄູ-ອາຈານ ໃນທົ່ວເມືອງເລົ່າງາມ ເຂົ້າຮ່ວມຢ່າງພ້ອມພຽງ. ກອງປະຊຸມໃນຄັ້ງນີ້ ໄດ້ດໍາເນີນໄປດ້ວຍບັນຍາກາດຟົດຟື້ນ ແລະ ມີຄວາມຮັບຜິດຊອບສູງ. ບັນດາສະມາຊິກກອງປະຊຸມໄດ້ສຸມສະຕິປັນຍາເຂົ້າໃນການຄົ້ນຄວ້າ, ເຊື່ອມຊຶມບັນດານິຕິກໍາ, ທິດສະດີການເມືອງ ແລະ ວິຊາການ […]

ບໍ່ແກ້ວ ເປີດກອງປະຊຸມຜູ້ບໍລິຫານການສຶກສາ, ວິທະຍາສາດ ແລະ ກິລາ ທົ່ວແຂວງ ສົກຮຽນ 2025-2026 ພ້ອມວາງແຜນທິດແຜນການສົກຮຽນໃໝ່

13/08/2026

ໃນວັນທີ 12-13 ສິງຫາ 2026, ພະແນກສຶກສາທິການ ແລະ ກິລາ ແຂວງບໍ່ແກ້ວ (ສກຂ ບໍ່ແກ້ວ) ໄດ້ຈັດກອງປະຊຸມຜູ້ບໍລິຫານການສຶກສາ, ວິທະຍາສາດ ແລະ ກິລາ ທົ່ວແຂວງ ປະຈໍາສົກຮຽນ 2025-2026 ແລະ ວາງແຜນວຽກບູລິມະສິດ ສົກຮຽນ 2026-2027 ຂຶ້ນຢ່າງເປັນທາງການ ທີ່ຫ້ອງປະຊຸມພະແນກສຶກສາທິການ ແລະ ກິລາແຂວງ ໂດຍການເປັນປະທານຂອງທ່ານ ວັນດີ ທໍາມະວົງ ຫົວໜ້າພະແນກສຶກສາທິການ ແລະ ກິລາແຂວງ, ໃຫ້ກຽດເຂົ້າຮ່ວມມີທ່ານ ຄໍາແສງ ສຸລິຍະວົງ ຮອງປະທານຄະນະກໍາມະການປົກຄອງແຂວງບໍ່ແກ້ວ, ມີຮອງປະທານຄະນະກໍາມະການປົກຄອງເມືອງ 5 ເມືອງ, ປະທານຄະນະກໍາມະການວັດທະນະທໍາ-ສັງຄົມ ແລະ ຊົນເຜົ່າ ສະພາປະຊາຊົນແຂວງ, ຄະນະພະແນກສຶກສາທິການ ແລະ ກິລາແຂວງ, ຫົວໜ້າຫ້ອງການກໍາມາທິການສຶກສາສົງແຂວງ, ຫົວໜ້າຫ້ອງການສຶກສາທິການ ແລະ ກິລາເມືອງ 5 ເມືອງ, ຜູ້ອຳນວຍການໂຮງຮຽນເຕັກນິກ-ວິຊາຊີບແຂວງ, ມັດທະຍົມສົມບູນ ແລະ ຕອນປາຍ […]

ສກຂ ເຊກອງ ສັນລະເສີນນັກຮຽນເກັ່ງ ມ.7 ສົກຮຽນ 2025-2026, ທົ່ວແຂວງເສັງຈົບຊັ້ນໄດ້ 100%

11/08/2026

ໃນວັນທີ 7 ສິງຫາ 2026 ນີ້ ຢູ່ທີ່ສະໂມສອນແຂວງເຊກອງ, ພະແນກສຶກສາທິການ ແລະ ກິລາແຂວງ (ສກຂ) ເຊກອງ ໄດ້ຈັດພິທີສັນລະເສີນນັກຮຽນເກັ່ງຊັ້ນມັດທະຍົມສຶກສາຕອນປາຍ (ມ.7) ທີ່ໄດ້ຮັບປະກາດສະນີຍະບັດແດງ ແລະ ໃບຍ້ອງຍໍນັກຮຽນເກັ່ງຮອບດ້ານ ທົ່ວແຂວງເຊກອງ ສົກຮຽນ 2025-2026 ໂດຍໃຫ້ກຽດເຂົ້າຮ່ວມຂອງ ທ່ານ ບຸນຫຼາຍ ບຸດທິ ກຳມະການສູນກາງພັກ, ເລຂາຄະນະບໍລິຫານງານພັກແຂວງ, ປະທານສະພາປະຊາຊົນແຂວງເຊກອງ, ທ່ານ ຂັນຕີ ສີລະວົງສາ ຮອງເລຂາຄະນະບໍລິຫານງານພັກແຂວງ, ປະທານຄະນະກຳມະການປົກຄອງແຂວງ. ນອກນີ້ ຍັງມີຄະນະພະແນກສຶກສາທິການ ແລະ ກິລາແຂວງ, ຜູ້ບໍລິຫານການສຶກສາຂັ້ນແຂວງ-ເມືອງ, ຄູ-ອາຈານ ແລະ ນ້ອງໆນັກຮຽນ ເຂົ້າຮ່ວມຢ່າງພ້ອມພຽງ. ທ່ານ ຄຳໄພ ສິມມາວັດ ກຳມະການພັກແຂວງ, ຫົວໜ້າພະແນກສຶກສາທິການ ແລະ ກິລາແຂວງເຊກອງ ໄດ້ລາຍງານໃຫ້ຮູ້ວ່າ: ໃນສົກຮຽນ 2025-2026 ການຈັດຕັ້ງປະຕິບັດຫຼັກສູດການຮຽນ-ການສອນຂອງຄູ ແລະ ນັກຮຽນ ໃນຊັ້ນ ມ.7 […]

ສກຂ ວິລະບູລີ ສະຫຼຸບວຽກງານ 6 ເດືອນຕົ້ນປີ ພ້ອມປະກາດແຕ່ງຕັ້ງຜູ້ບໍລິຫານໂຮງຮຽນ 52 ທ່ານ

10/08/2026

ໃນເຊົ້າວັນທີ 4 ສິງຫາ 2026 ຢູ່ທີ່ສະໂມສອນເມືອງວິລະບູລີ, ຫ້ອງການສຶກສາທິການ ແລະ ກິລາ ເມືອງວິລະບູລີ ແຂວງສະຫວັນນະເຂດ ໄດ້ຈັດກອງປະຊຸມສະຫຼຸບຕີລາຄາການຈັດຕັ້ງປະຕິບັດວຽກງານການສຶກສາ ປະຈຳ 6 ເດືອນຕົ້ນປີ ແລະ ກຳນົດທິດທາງແຜນການ 6 ເດືອນທ້າຍປີ 2026 ຂຶ້ນຢ່າງເປັນທາງການ, ໂດຍການເປັນປະທານຮ່ວມຂອງ ທ່ານ ໄພມະນີ ວົງໄຊຄຳ ຄະນະປະຈຳພັກເມືອງ, ຮອງປະທານຄະນະກຳມະການປົກຄອງເມືອງວິລະບູລີ ແລະ ທ່ານ ສີພະຈັນ ກອງທອງມາ ກຳມະການພັກເມືອງ, ຫົວໜ້າຫ້ອງການສຶກສາທິການ ແລະ ກິລາເມືອງ, ມີບັນດາຄະນະຫ້ອງການ, ວິຊາການ, ຜູ້ບໍລິຫານໂຮງຮຽນ ແລະ ຄູ-ອາຈານ ຈາກໂຮງຮຽນປະຖົມ, ມັດທະຍົມຕົ້ນ ແລະ ມັດທະຍົມປາຍທົ່ວເມືອງວິລະບູລີ ເຂົ້າຮ່ວມຢ່າງພ້ອມພຽງ. ໃນກອງປະຊຸມ, ທ່ານ ແກ້ວອຸດອນ ວົງສັກດາ ຮອງຫົວໜ້າຫ້ອງການສຶກສາທິການ ແລະ ກິລາເມືອງ ໄດ້ຂຶ້ນຜ່ານບົດສະຫຼຸບຕີລາຄາການຈັດຕັ້ງປະຕິບັດວຽກງານໃນໄລຍະ 6 ເດືອນຜ່ານມາ ເຊິ່ງສາມາດຍາດໄດ້ຜົນສຳເລັດຫຼາຍດ້ານ […]

ອຸດົມໄຊ ເປີດກອງປະຊຸມຜູ້ບໍລິຫານການສຶກສາ, ວິທະຍາສາດ ແລະ ກິລາ ທົ່ວແຂວງ ສົກຮຽນ 2025-2026

10/08/2026

ໃນລະຫວ່າງວັນທີ 6-7 ສິງຫາ 2026, ພະແນກສຶກສາທິການ ແລະ ກິລາ ແຂວງອຸດົມໄຊ ໄດ້ຈັດກອງປະຊຸມຜູ້ບໍລິຫານການສຶກສາ, ວິທະຍາສາດ ແລະ ກິລາ ທົ່ວແຂວງ ປະຈຳສົກຮຽນ 2025–2026 ຂຶ້ນຢ່າງເປັນທາງການ ຢູ່ທີ່ຫ້ອງປະຊຸມຂອງພະແນກ, ໂດຍການເປັນປະທານຂອງ ທ່ານ ສີວອນ ເພັງມີໄຊ ຮັກສາການຫົວໜ້າພະແນກສຶກສາທິການ ແລະ ກິລາ ແຂວງອຸດົມໄຊ, ມີ ພຣະອາຈານ ສີແພງ ວົງພະຈິດ ຄະນະບໍລິຫານງານປະຈຳການພຸດທະສາສະໜາສຳພັນລາວ ແຂວງອຸດົມໄຊ, ຫົວໜ້າກຳມະທິການສຶກສາສົງແຂວງ ພ້ອມດວ້ຍຄະນະກຳມະການປົກຄອງເມືອງ ຈາກ 7 ເມືອງ, ອະດີດການນຳຂະແໜງການສຶກສາ, ຜູ້ຊົງຄຸນວຸດທິ, ຄະນະພະແນກ, ຜູ້ອຳນວຍການວິທະຍາໄລເຕັກນິກ-ວິຊາຊີບແບບປະສົມແຂວງ, ຫົວໜ້າຫ້ອງການສຶກສາທິການ ແລະ ກິລາ 7 ເມືອງ, ຫົວໜ້າ-ຮອງຂະແໜງ, ຜູ້ອຳນວຍການສູນ, ຄະນະອຳນວຍການໂຮງຮຽນອ້ອມຂ້າງແຂວງ, ປະທານການສຶກສາພາກເອກະຊົນ ແລະ ພາກສ່ວນທີ່ກ່ຽວຂ້ອງເຂົ້າຮ່ວມຢ່າງພ້ອມພຽງ. ກອງປະຊຸມໄດ້ສຸມໃສ່ຕີລາຄາຄືນ ການຈັດຕັ້ງປະຕິບັດວຽກງານຂອງຂະແໜງການສຶກສາ, ວິທະຍາສາດ ແລະ […]

ໂຮງຮຽນວຽງສະຫວັນ 3 ສືບຕໍ່ຮັກສາມາດຕະຖານການສຶກສາ 9 ປີຕໍ່ເນື່ອງ ດ້ວຍຜົນງານສອບເສັງສູງກວ່າ 50%

10/08/2026

ເມື່ອວັນທີ 31 ກໍລະກົດ 2026 ທີ່ຜ່ານມາ, ທີ່ຫໍປະຊຸມໃຫຍ່ແຂວງອັດຕະປື ໄດ້ຈັດພິທີສະຫຼຸບຜົນງານການສຶກສາສົກຮຽນ 2025-2026 ຂອງໂຮງຮຽນວຽງສະຫວັນ 3 ຢ່າງຟົດຟື້ນ, ພາຍໃຕ້ການເປັນປະທານຂອງ ທ່ານ ນາງ ວຽງເພັດ ວຽງສະຫວັນ ເຈົ້າຂອງກຸ່ມໂຮງຮຽນ ຜູ້ທີ່ອຸທິດຕົນໃນການສ້າງສາ ແລະ ພັດທະນາໂຮງຮຽນແຫ່ງນີ້ໃຫ້ກ້າວສູ່ຄຸນນະພາບມາດຕະຖານສາກົນ. ທ່ານ ກຽງຄຳ ດຳລົງບຸນ ຜູ້ອຳນວຍການໂຮງຮຽນ ກ່າວວ່າ: ຄວາມສໍາເລັດທີ່ຍືນຍົງຫຼາຍກວ່າ 9 ປີ ແມ່ນມາຈາກ ວິໄສທັດຂອງຜູ້ບໍລິຫານ ແລະ ຄວາມອຸທິດຕົນຂອງຄູອາຈານ 25 ທ່ານ (ຍິງ 21 ທ່ານ) ທີ່ມີຄຸນວຸດທິສູງ: ປະລິນຍາຕີ 13 ທ່ານ, ອະນຸປະລິນຍາ 10 ທ່ານ ແລະ ຊັ້ນກາງ 2 ທ່ານ, ພ້ອມກັບການສອນແບບຍຶດໝັ້ນ 3 ລັກສະນະ ແລະ 5 ຫຼັກມູນການສຶກສາ ຄຽງຄູ່ຄໍາຂວັນທີ່ວ່າ: […]