Skip to main content

ໄລອ໋ອນ-ເອັດເຄເອັດ ຮ່ວມມືການບໍລິການທີ່ປຶກສາດ້ານກົດໝາຍ

ພິທີເຊັນສັນຍາຮ່ວມທຸລະກິດ (MOA) ວ່າດວ້ຍການຮ່ວມມື ການບໍລິການ ທີ່ປຶກສາດ້ານກົດໝາຍ ລະຫວ່າງ ບໍລິສັດ ໄລອ໋ອນ ທີ່ປຶກສາດ້ານກົດໝາຍ ຈຳກັດຜູ້ດຽວ ແລະ ບໍລິສັດ ເອັດເຄເອັດ ຟີດແມັດ ທີ່ປຶກສາ ຈຳກັດຜູ້ດຽວ ໄດ້ມີຂຶ້ນວັນທີ 13 ທັນວາ 2023 ທີ່ສຳນັກງານໃຫຍ່ ກຸ່ມບໍລິສັດ ເອັດເຄເອັດ ຈຳກັດ ບ້ານອະນຸ ເມືອງຈັນທະບູລີ ນະຄອນຫຼວງວຽງຈັນ ລະຫວ່າງ ທ່ານ ສີໄພວັນ ໂພທິສັດ ປະທານບໍລິສັດ ໄລອ໋ອນ ທີ່ປຶກສາດ້ານກົດໝາຍ ຈຳກັດຜູ້ດຽວ ແລະ ທ່ານ ນາງ ກິ່ງດາວ ສີຫາປັນຍາ ໃນນາມປະທານບໍລິສັດ ເອັດເຄເອັດ ຟີດແມັດ ທີ່ປຶກສາ ຈຳກັດ ຜູ້ດຽວ, ມີແຂກຖືກເຊີນ, ທີ່ປຶກສາກິດຕິມະສັກ, ຜູ້ອຳນວຍການ, ຜູ້ຈັດການ ແລະ ພະນັກງານ ຂອງທັງສອງບໍລິສັດເຂົ້າຮ່ວມເປັນສັກຂີພິຍານ. ໂອກາດນີ້, ທ່ານ […]

ບໍລິສັດ ເບສະຫວັນ ຊຸກຍູ້ນ້ຳດື່ມ 50 ແພັກ ໃຫ້ຊຸດຝຶກອົບຮົມທິດສະດີການເມືອງ-ການປົກຄອງສະເພາະດ້ານສື່ມວນຊົນ ຊຸດທີ I

ບໍລິສັດ ເບສະຫວັນ ອິນເຕີ ຈຳກັດ ມອບນ້ຳດື່ມ ຈຳນວນ 50 ແພັກ ໃຫ້ກັບຊຸດຝຶກອົບຮົມທິດສະດີການເມືອງ ແລະ ການປົກຄອງ ຕາມຫົວຂໍ້ສະເພາະດ້ານຂະແໜງການສື່ມວນຊົນ ຊຸດທີ I ໃນຕອນບ່າຍວັນທີ 8 ທັນວາ 2023 ທີ່ຫ້ອງປະຊຸມສະຖາບັນສື່ມວນຊົນ, ວັດທະນະທຳ ແລະ ທ່ອງທ່ຽວ ກະຊວງຖະແຫຼງຂ່າວ, ວັດທະນະທຳ ແລະ ທ່ອງທ່ຽວ ມອບໂດຍ ທ່ານ ເຊ ຫຼ່ຽມໄຊຍະຈັກ ຝ່າຍບໍລິຫານ-ຈັດການທົ່ວໄປ ບໍລິສັດ ເບສະຫວັນ ອິນເຕີ ຈຳກັດ ແລະ ກ່າວຮັບແມ່ນ ທ່ານ ຄໍາຫຼ້າ ຍອຍສາຍຄຳ ຫົວໜ້າສະຖາບັນສື່ມວນຊົນ, ວັດທະນະທໍາ ແລະ ທ່ອງທ່ຽວ, ມີຄະນະຫ້ອງຊຸດຝຶກອົບຮົມ, ສໍາມະນາກອນ ແລະ ພາກສ່ວນກ່ຽວຂ້ອງເຂົ້າຮ່ວມເປັນສັກຂີພິຍານ. ໂອກາດນີ້, ທ່ານ ຄໍາຫຼ້າ ຍອຍສາຍຄຳ ໄດ້ຕາງໜ້າຊຸດຝຶກອົບຮົມທິດສະດີການເມືອງ ແລະ ການປົກຄອງ […]

ຖວທ-ວິທະຍຸໂທລະພາບສູນກາງຈີນ ແລກປ່ຽນດ້ານສື່ມວນຊົນ “ໜຶ່ງແລວ ໜຶ່ງເສັ້ນທາງ ລາວ-ຈີນ ກ້າວເດີນຮ່ວມກັນ”

ກະຊວງຖະແຫຼງຂ່າວ ວັດທະນະທຳ ແລະ ທ່ອງທ່ຽວ (ຖວທ) ແລະ ວິທະຍຸໂທລະພາບສູນກາງຈີນ (CMG) ຈັດກອງ​ປະ​ຊຸມ​ແລກປ່ຽນດ້ານສື່ມວນຊົນ ​​​ພາຍ​ໃຕ້​​​ຫົວ​ຂໍ້: “ໜຶ່ງ​ແລວ ​ໜຶ່ງ​ເສັ້ນ​ທາງ ລາວ-ຈີນ ກ້າວເດີນຮ່ວມກັນ” ເມື່ອວັນ​ທີ 20 ພະ​ຈິກ 2023 ທີ່ໂຮງແຮມແລນມາກ ນະ​ຄອນ​ຫຼວງວຽງ​ຈັນ ພາຍໃຕ້ການເປັນປະທານຮ່ວມຂອງຂອງທ່ານ​ ໂພ​ສີ ແກ້ວ​ມະ​ນີ​ວົງ ຮອງ​ລັດ​ຖະ​ມົ​ນຕີ​ ກະ​ຊວງ​ຖະ​ແຫຼງ​ຂ່າວ ວັດ​ທະ​ນະ​ທຳ ແລະ ທ່ອງ​ທ່ຽວ​ ແລະ​ ທ່ານ​ ຫູ​ຈິ້ງ​ຈຸ່ນ ຮອງປະທານ​ວິ​ທະ​ຍຸ​ໂທ​ລະ​ພາບ​ສູນ​ກາງ​ຈີນ, ມີບັນດາຄະນະນໍາທີ່ກ່ຽວຂ້ອງ ແລະ ສື່ມວນຊົນເຂົ້າຮ່ວມຢ່າງພ້ອມພຽງ. ໃນພິທີ, ທ່ານ​ ໂພ​ສີ ແກ້ວ​ມະ​ນີ​ວົງ ແລະ ​ທ່ານ​ ຫູ​ຈິ້ງ​ຈຸ່ນ ໄດ້ຜັດປ່ຽນກັນມີຄຳເຫັນ ໂດຍໄດ້ຍົກໃຫ້ເຫັນຄວາມໝາຍຄວາມສຳຄັນ ແລະ ຜົນປະໂຫຍດທີ່ໄດ້ຮັບຈາກຂໍ້ລິເລີ່ມ ໜຶ່ງ​ແລວ ​ໜຶ່ງ​ເສັ້ນ​ທາງ, ທ່ານ​ ໂພ​ສີ ແກ້ວ​ມະ​ນີ​ວົງ ​ກ່າວ​ວ່າ: ການຈັດກອງປະຊຸມ​ໃນ​ຄັ້ງ​ນີ້​ ໄດ້ດຳເນີນການແລກປ່ຽນ ແລະ […]

ໃນໄລຍະບຸນພະທາດຫຼວງ ຈະມີບໍລິການລົດສາທາລະນະບໍ່ເສຍຄ່າ

ໃນໄລຍະງານບຸນນະມັດສະການພະທາດຫຼວງ ຈະມີການໃຫ້ບໍລິການລົດສາທາລະນະໂດຍບໍ່ເສຍຄ່າ ເລີ່ມແຕ່ວັນທີ 23 ຫາ 27 ເວລາ 17:00 ຫາ 22:30 ໂມງ. ສະເພາະຜູ້ທີ່ໃຊ້ລົດສ່ວນຕົວທີ່ມີຈຸດປະສົງຈະເດີນທາງມາງານບຸນນະມັດສະການພະທາດຫຼວງ ສາມາດໄປຈອດລົດໄວ້ໃນ 3 ຈຸດທີ່ກຳນົດ. ເມື່ອວັນທີ 20 ພະຈິກ 2023 ທີ່ພະແນກໂຍທາທິການ ແລະ ຂົນສົ່ງ ນະຄອນຫຼວງວຽງຈັນ (ຍທຂ ນວ) ໄດ້ຈັດພິທີຖະແຫຼງຂ່າວການບໍລິການລົດສາທາລະນະໂດຍບໍ່ເສຍຄ່າໃນງານບຸນນະມັດສະການພະທາດຫຼວງ ໂດຍເປັນກຽດຖະແຫຼງຂ່າວຂອງທ່ານ ສົມສະນິດ ລວດທອງຄຳ ຮອງຂະແໜງຂົນສົ່ງ ພະແນກ ຍທຂ ນວ, ທ່ານ ພັນໂທ ສັງຄົມ ພົມມະລາດ ຫົວໜ້າພະແນກຕຳຫຼວດຈະລາຈອນ ປກສ ນວ, ທ່ານ ທະນົງສີ ເດດວົງສອນ ຫົວໜ້າພະແນກແຜນການ ແລະ ຂົນສົ່ງລັດວິສາຫະກິດລົດເມ ນວ, ມີບັນດາສື່ມວນຊົນ ແລະ ພາກສ່ວນກ່ຽວຂ້ອງເຂົ້າຮ່ວມ. ​                ໃນພິທີ, ທ່ານ ສົມສະນິດ ລວດທອງຄຳ […]