ກອງປະຊຸມພິຈາລະນາ ແລະ ຮັບຮອງເນື້ອໃນປຶ້ມວັດຈະນານຸກົມພາສາລາວ
22/04/2026

ເປີດກອງປະຊຸມຮັບຮອງເນື້ອໃນປື້ມວັດຈະນານຸກົມພາສາລາວ ຂຶ້ນຢ່າງເປັນທາງການ ໃນລະຫວ່າງວັນທີ 22-24 ເມສາ 2026 ທີ່ຫ້ອງປະຊຸມສະຖາບັນຄົ້ນຄວ້າວິທະຍາສາດການສຶກສາ (ສວສ), ໂດຍເປັນກຽດເຂົ້າຮ່ວມຂອງທ່ານ ປອ ນາງ ດາລາວອນ ກິດຕິພັນ ຮອງລັດຖະມົນຕີກະຊວງສຶກສາທິການ ແລະ ກິລາ, ມີທ່ານ ປອ ພັນຄຳ ວິພາວັນ ທີ່ປຶກສາຄະນະຮັບຜິດຊອບໂຄງການຄົ້ນຄວ້າຮຽບຮຽງ ວັດຈະນານຸກົມພາສາລາວ, ອະດີດນາຍົກລັດຖະມົນຕີ ແຫ່ງ ສປປ ລາວ, ພ້ອມດ້ວຍອະດີດການນໍາພັກ-ລັດ, ຄະນະກໍາມະການຮັບຮອງ, ຜູ້ຕາງໜ້າຈາກກະຊວງ ແລະ ອົງການທຽບເທົ່າກະຊວງ, ພຣະສົງ, ຜູ້ຊ່ຽວຊານ ຄະນະທີ່ປຶກສາ ແລະ ຄະນະຮຽບຮຽງ ເຂົ້າຮ່ວມ.
ໂອກາດນີ້, ທ່ານ ປອ ນາງ ດາລາວອນ ກິດຕິພັນ ກ່າວວ່າ: ກອງປະຊຸມຄັ້ງນີ້ ໄດ້ພ້ອມກັນກວດກາ, ພິຈາລະນາ ແລະ ຮັບຮອງເອົາເນື້ອໃນອັນເປັນໝາກຜົນຂອງການຄົ້ນຄວ້າຢ່າງເປັນທາງການ ຊຶ່ງການສ້າງວັດຈະນານຸກົມຫົວນີ້ ແມ່ນບາດກ້າວທີ່ສຳຄັນໃນການຮັກສາ, ພັດທະນາ ແລະ ເປັນບ່ອນອີງທີ່ເປັນເອກະພາບ ໃຫ້ແກ່ການຄົ້ນຄວ້າຮ່ຳຮຽນຂອງຄົນຮຸ່ນຫຼັງ. ປຶ້ມເຫຼັ້ມນີ້ແມ່ນໝາກຜົນຂອງຄວາມມານະອົດທົນ ແລະ ການທຸ່ມເທສະຕິປັນຍາຂອງຄະນະກຳມະການຮຽບຮຽງມາເປັນເວລາດົນນານ. ຜ່ານຂະບວນການຄົ້ນຄວ້າ, ລົງເກັບກຳຂໍ້ມູນ, ວິໄຈ ແລະ ກວດແກ້ຢ່າງລະອຽດຖີ່ຖ້ວນ ຫຼາຍຂັ້ນຫຼາຍຕອນ ນັບຕັ້ງແຕ່ຂັ້ນຕອນກະກຽມເກັບກໍາຂໍ້ມູນ ແລະ ສ້າງໂຄງຮ່າງປຶ້ມ ໃນເດືອນກໍລະກົດ ປີ 2022 ເປັນຕົ້ນມາ ຜ່ານໄລຍະການຮິບໂຮມ, ຄັດເລືອກປະມວນຄໍາສັບ ແລະ ຮຽບຮຽງຂັ້ນບຸກຄົນ, ກວດຜ່ານໃນກຸ່ມ, ກວດແກ້ຈາກຄະນະກວດແກ້ ແລະ ກວດພິສູດອັກສອນ, ໄດ້ຜ່ານຂະບວນການປັບປຸງຄືນຫຼາຍຫຼົບຫຼາຍຕ່າວ ເພື່ອໃຫ້ໄດ້ເນື້ອໃນທີ່ຖືກຕ້ອງຕາມຫຼັກການວິທະຍາສາດ ແລະ ແທດເໝາະກັບຍຸກສະໄໝ. ປັດຈຸບັນ ໄດ້ສໍາເລັດການສ້າງຕົ້ນສະບັບປຶ້ມທີ່ສາມາດນໍາມາຜ່ານຄະນະກໍາມະການຮັບຮອງ ທີ່ມີເນື້ອໃນຫຼັກ ຈໍານວນ 1.200 ໜ້າ ນອກນັ້ນກໍຍັງມີເອກະສານພາກຜະໜວກ ພາກເພີ່ມເຕີມທີ່ສໍາຄັນປະກອບຕື່ມອີກຈໍານວນໜຶ່ງ.
ໂອກາດດຽວກັນ, ທ່ານ ປອ ຄໍາພັນ ວິພາວັນ ໄດ້ກ່າວວ່າ: ການນໍາພັກລັດ ໂດຍສະເພາະກະຊວງສຶກສາທິການ ແລະ ກິລາ, ນັກຄົ້ນຄວ້າ, ບັນດາອາຈານພາສາລາວ ພະຍາຍາມປັບປຸງຫຼັກການນໍາໃຊ້ພາສາລາວ ແລະ ວັດຈະນານຸກົມພາສາລາວ ຄັ້ງນີ້, ເປັນການສືບຕໍ່ການປະຕິວັດຂອງປະເທດເຮົາໃນໄລຍະໃໝ່ ຄືການປົກປັກຮັກສາເອກະລາດ ແລະ ພັດທະນາປະເທດຊາດ. ກ່ຽວກັບການນໍາໃຊ້ໃນຂັ້ນຕໍ່ໄປ. ດັ່ງນັ້ນ, ຂໍໃຫ້ອີງໃສ່ຫຼັກການນໍາໃຊ້ພາສາລາວ ກໍຄືວັດຈະນານຸກົມ ສະບັບນີ້ເປັນຫຼັກ ຊຶ່ງວັດຈະນານຸກົມມີຂໍ້ມູນອັນໜັກແໜ້ນ, ຮາກຄໍາ, ປະຫວັດຄໍາ ແລະ ທີ່ມາຂອງຄໍາກ່ຽວກັບຄໍາສັບນັ້ນໆ. ພ້ອມນີ້, ຍັງຮູ້ເຖິງຮີດຄອງປະເພນີທາງສາສະໜາຕ່າງໆ; ສະເໜີເຖິງພາກສ່ວນກ່ຽວຂ້ອງທັງພັກ-ລັດ ທີ່ມີບົດບາດອອກນິຕິກໍາຕ່າງໆ ຂໍໃຫ້ປັບປຸງການນໍາໃຊ້ເປັນກ້າວໆຕາມທິດເອກະພາບໃຫ້ໄວເທົ່າທີ່ຈະໄວໄດ້.
ນອກຈາກນີ້, ຜູ້ແທນທີ່ເຂົ້າຮ່ວມກອງປະຊຸມຍັງໄດ້ຜັດປ່ຽນກັນປະກອບຄໍາຄິດເຫັນຮ່ວມກັນ ເພື່ອປັບປຸງແກ້ໄຂໃຫ້ມີຄວາມເປັນເອກະພາບກັນທາງດ້ານເນື້ອໃນຂອງປື້ມດັ່ງກ່າວ ກຳນົດເນື້ອໃນວັດຈະນານຸກົມໃຫ້ຖືກຕ້ອງຕາມການກຳນົດໄວ້.
ພາບ-ຂ່າວ ໂດຍ: ສົງການ ພັນແພງດີ















